ກາວບັ່ງ - “ແຂວງສີຂຽວ” ມາຮອດປະຈຸບັນຍັງບໍ່ມີຜູ້ຕິດເຊື້ອພະຍາດ COVID-19

12:06 | 25/08/2021

ຍສໝ - ດ້ວຍຄວາມຕັດສິນໃຈສູງສຸດ, ແຂວງ ກາວບັ່ງ ສືບຕໍ່ປະຕິບັດວິທີແກ້ໄຂຢ່າງເຂັ້ມງວດ, ເປັນລະບົບເພື່ອຮັກສາຜົນງານໃນການປ້ອງກັນ ແລະຄວບຄຸມໂລກລະບາດ, ສ້າງເງື່ອນໄຂໃຫ້ແກ່ການພັດທະນາເສດຖະກິດ, ເຮັດໃຫ້ຊີວິດຂອງປະຊາຊົນມີຄວາມເປັນປົກກະຕິ.

ສາທາລະນະລັດເຊັກ ໂອນວັກຊີນ​ກັນ COVID -19  500,000 ໂດສ ໃຫ້ແກ່ຫວຽດນາມ ສາທາລະນະລັດເຊັກ ໂອນວັກຊີນ​ກັນ COVID -19 500,000 ໂດສ ໃຫ້ແກ່ຫວຽດນາມ
ກາວບັ່ງ: ກວດພົບກໍາມະກອນ 30 ຄົນ ເຂົ້່າເມືອງຢ່າງຜິດກົດໝາຍ ໂດຍຜ່ານ ຊາຍແດນຈີນ ກາວບັ່ງ: ກວດພົບກໍາມະກອນ 30 ຄົນ ເຂົ້່າເມືອງຢ່າງຜິດກົດໝາຍ ໂດຍຜ່ານ ຊາຍແດນຈີນ

ມາຮອດຈຸດເວລານີ້, ກາວບັ່ງ ແມ່ນ "ແຂວງສີຂຽວ" ແຫ່ງດຽວໃນປະເທດທີ່ຍັງບໍ່ມີກໍລະນີຕິດເຊື້ອພະຍາດ COVID-19 ຢູ່ໃນຊຸມຊົນ.

ກາວບັ່ງ - “ແຂວງສີຂຽວ”  ມາຮອດປະຈຸບັນຍັງບໍ່ມີຜູ້ຕິດເຊື້ອພະຍາດ COVID-19

ໂດຍສະເລ່ຍໃນໜື່ງມື້ ມີປະມານ 1,000 ຄົນ ແລະລົດປະມານ 300 ຄັນຜ່ານດ່ານກວດກາ. ພາບ: tuoitre.vn

ໃນສະຖານະການທີ່ສັບສົນຂອງການແຜ່ລະບາດຂອງ ພະຍາດ COVID-19, ກາວບັ່ງ ໄດ້ກໍານົດວ່າ ວຽກງານປ້ອງກັນການລະບາດຂອງພະຍາດ COVID-19 ຍາມໃດກໍ່ໄດ້ຮັບບູລິມະສິດແຖວໜ້າ ດ້ວຍທິດນຳທີ່ວ່າ: “ຄວບຄຸມນັບແຕ່ພາຍນອກຢ່າງເຂັ້ມງວດ, ບໍ່ໃຫ້ມີການລະຫຼົມໃນການຄຸ້ມຄອງຈາກພາຍໃນ”; ເສີມຂະຫຍາຍຄວາມເຂັ້ມແຂງທັງໝົດຂອງທັງລະບົບການເມືອງ ແລະຄວາມເຂັ້ມແຂງຂອງປະຊາຊົນທັງໝົດເພື່ອປ້ອງກັນ ແລະຄວບຄຸມການລະບາດຂອງພະຍາດ.

ດ່ານກວດກາການປ້ອງກັນ ແລະຄວບຄຸມພະຍາດໂຄວິດ -19 ຢູ່ເສັ້ນທາງຫຼວງແຫ່ງຊາດ 3 ໄດ້ຕັ້ງຢູ່ໃນບໍລິເວນເຊື່ອມຕໍ່ລະຫວ່າງ ກາວບັ່ງ ແລະ ບັກກ້ານ. ນີ້ແມ່ນໜຶ່ງໃນເສັ້ນທາງເຊິ່ງທີ່ມີຄົນ ແລະພາຫະນະສັນຈອນເຂົ້າອອກຫຼາຍ.

ໂດຍສະເລ່ຍໃນໜື່ງມື້ ມີປະມານ 1,000 ຄົນ ແລະລົດປະມານ 300 ຄັນຜ່ານດ່ານກວດກາ. ບັນດາກຳລັງປະຕິບັດໜ້າ ທີ່ລວມມີ ການຄຸ້ມຄອງການຕະຫຼາດ, ສາທາລະນະສຸກ, ຕໍາຫຼວດ ໄດ້ແບ່ງອອກເປັນບັນດາໜ່ວຍງານທີ່ມີໜ້າທີ່ປະຈໍາດ່ານກວດກາຕະຫຼອດ 24 ຊົ່ວໂມງ, ຂຶ້ນກັບແຕ່ລະກໍລະນີແລ້ວກໍ່ຈະໃຫ້ມີການກວດວິເຄາະ, ແນະນຳການແຈ້ງອາການສຸຂະພາບ, ຈັດຕັ້ງປະຕິບັດການແຍກປ່ຽວຢູ່ເຮືອນ ຫຼືສົ່ງໄປຍັງສະຖານທີ່ແຍກປ່ຽວລວມສູນ...

ກາວບັ່ງ - “ແຂວງສີຂຽວ”  ມາຮອດປະຈຸບັນຍັງບໍ່ມີຜູ້ຕິດເຊື້ອພະຍາດ COVID-19
ບັນດາກຳລັງປະຕິບັດໜ້າ ທີ່ລວມມີ ການຄຸ້ມຄອງການຕະຫຼາດ, ສາທາລະນະສຸກ, ຕໍາຫຼວດ ໄດ້ແບ່ງອອກເປັນບັນດາໜ່ວຍງານທີ່ມີໜ້າທີ່ປະຈໍາດ່ານກວດກາຕະຫຼອດ 24 ຊົ່ວໂມງ.

ນັບແຕ່ເລີ່ມຕົ້ນຂອງການລະບາດ COVID-19, ເຊິ່ງ ກາວບັ່ງ ມີຊາຍແດນຕິດກັບຈີນຫຼາຍກວ່າ 333 ກິໂລແມັດ, ໄດ້ຮັບການຢັ້ງຢືນວ່າ ເປັນໜຶ່ງໃນບັນດາແຂວງທີ່ມີຄວາມສ່ຽງສູງຕໍ່ການຕິດເຊື້ອ. ໂດຍຍັງມີຄວາມຫຍຸ້ງຍາກຫຼາຍຢ່າງ, ໂດຍສະເພາະແມ່ນລະບົບສາທາລະນະສຸກ, ກາວບັ່ງ ໄດ້ຍົກສູງຈິດໃຈເຝົ້າລະວັງ, ເພີ່ມທະວີລະບົບ “ປ້ອງກັນຕົວ”, ຍູ້ແຮງການໂຄສະນາໃນປະຊາຊົນ.

ວຽກງານໂຄສະນາເຜີຍແຜ່ກ່ຽວກັບການລະບາດຂອງພະຍາດ COVID-19 ໄດ້ຖືກຜັນຂະຫຍາຍໄປຫາແຕ່ລະບ້ານ, ໝູ່ບ້ານ ດ້ວຍຫຼາຍຮູບແບບເຊັ່ນ: ໃບປິວ, ລຳໂພງ, ລຳໂພງເຄື່ອນທີ່, ການລວມຄຸ້ມບ້ານ, ການລວມໜ່ວຍ ແລະການໂຄສະນາເຜີຍແຜ່ຢູ່ແຕ່ລະອົງການ, ໜ່ວຍງານ ແລະຜ່ານສື່ມວນຊົນ.

ດ້ວຍຄວາມຕັດສິນໃຈສູງສຸດ, ແຂວງ ກາວບັ່ງ ສືບຕໍ່ປະຕິບັດວິທີແກ້ໄຂຢ່າງເຂັ້ມງວດ, ເປັນລະບົບເພື່ອຮັກສາຜົນງານໃນການປ້ອງກັນ ແລະຄວບຄຸມໂລກລະບາດ, ສ້າງເງື່ອນໄຂໃຫ້ແກ່ການພັດທະນາເສດຖະກິດ, ເຮັດໃຫ້ຊີວິດຂອງປະຊາຊົນມີຄວາມເປັນປົກກະຕິ.

ໄຊພອນ

ເຫດການ
302 Found

Found

The document has moved here.