ຫວຽດ​ນາມ ແລະ ຈີນ ສືບ​ຕໍ່​ຮ່ວມ​ແຮງ​ຮ່ວມ​ໃຈ​ຍູ້​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ຖອຍ​ໄປ

20:00 | 04/10/2021

ຍ​ສ​ໝ - ເມື່ອບໍ່ດົນມານີ້, ທ່ານ​ພົນ​ຕີ ເລືອງ​ຕາມກວາງ, ກຳ​ມະ​ການ​ສູນ​ກາງ​ພັກ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ ໄດ້​ໃຫ້​ການ​ຕ້ອນຮັບ ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຈີນ ປະ​ຈຳ​ຫວຽດ​ນາມ ສູງບົວ.

ການນຳພັກ, ລັດຫວຽດນາມສົ່ງສານອວຍພອນເນື່ອງໃນໂອກາດວັນຊາດຈີນ ການນຳພັກ, ລັດຫວຽດນາມສົ່ງສານອວຍພອນເນື່ອງໃນໂອກາດວັນຊາດຈີນ
ຈີນເປັນຕະຫຼາດນຳເຂົ້າລາຍໃຫຍ່ທີ່ສຸດຂອງຫວຽດນາມໃນ 9 ເດືອນຜ່ານມາ ຈີນເປັນຕະຫຼາດນຳເຂົ້າລາຍໃຫຍ່ທີ່ສຸດຂອງຫວຽດນາມໃນ 9 ເດືອນຜ່ານມາ
ຫວຽດ​ນາມ ແລະ ຈີນ ສືບ​ຕໍ່​ຮ່ວມ​ແຮງ​ຮ່ວມ​ໃຈ​ຍູ້​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ຖອຍ​ໄປ
ທ່ານ​ພົນ​ຕີ ເລືອງ​ຕາມກວາງ, ກຳ​ມະ​ການ​ສູນ​ກາງ​ພັກ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ ​ໃຫ້​ການ​ຕ້ອນຮັບ ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຈີນ ປະ​ຈຳ​ຫວຽດ​ນາມ ສູງບົວ (ພາບ: cand.com.vn)

ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ເລືອງ​ຕ​າມກວາງ ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ ແລະ ຕີ​ລາ​ຄາ​ສູງຄວາມ​ສຸດ​ຈິດ​ສຸດ​ໃຈ​ຂອງ​ສະ​ຖານ​ທູດ ຈີນ ແລະ ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ໃນ​ການ​ຊຸກ​ຍູ້​ແຜນ​ການ​ຂອງ​ກະ​ຊວງ​ຕຳຫຼວດ ຈີນ ໃນ​ການ​ໜູນ​ຊ່ວຍ​ງວດ​ວັກ​ຊິນ​ກັນ​ໂຄວິດ - 19 ໃຫ້​ແກ່ ກະ​ຊວງ​ຕຳຫຼວດ ຫວຽດ​ນາມ ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ວຽກ​ງານ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ໃນ​ຕຳຫຼວດ​ປະ​ຊາ​ຊົນ ຫວຽດ​ນາມ ໃນ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ທີ່​ສັບ​ສົນ​ຄື​ໃນ​ປັດ​ຈຸ​ບັນ.

ທ່ານ​ພົນ​ຕີ ເລືອງ​ຕາມກວາງ ຊີ້​ແຈ້ງວ່າ ໄລ​ຍະ​ຜ່ານ​ມາ ການ​ພົວ​ພັນ​ຫວຽດ​ນາມ - ຈີນ ກໍ່​ຄື​ການ​ພົວ​ພັນ​ລະ​ຫວ່າງ​ກະ​ຊວງ​ຕຳຫຼວດ ຫວຽດ​ນາມ ແລະ ກະ​ຊວງ​ຕຳຫຼວດ, ກະ​ຊວງຄວາ​ມ​ໝັ້ນ​ຄົງ ແຫ່ງ​ຊາດ ແລະ ທະ​ຫານ​ຕຳຫຼວດ ປະ​ກອບ​ອາ​ວຸ​ດ​ປະ​ຊາ​ຊົນ ຈີນ ສືບ​ຕໍ່​ຮັກ​ສາ​ໄດ້​ທ່າ​ພັດ​ທະ​ນາ​ຢ່າງ​ຕັ້ງ​ໜ້າ, ມີ​ປະ​ສິ​ດ​ທິ​ຜົນ, ແທດ​ຈິງ​ທີ່​ລັກ​ສະ​ນະ​ບຸກ​ທະ​ລຸ​ໃນ​ບັນ​ດາ​ຂົງ​ເຂດ​ຄື ການ​ປ້ອງ​ກັນ, ຕໍ່​ສູ້​ກັບ​ອາດ​ຊະ​ຍາ​ກຳ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ສູງ, ອາດ​ຊະ​ຍາ​ກຳ​ຢາ​ເສບ​ຕິດ, ອາດ​ຊະ​ຍາ​ກຳຄ້າມະນຸດ, ​ຈັບຕົວ​ເປົ້າ​ໝາຍ​ລະ​ເມີດ​ກົດ​ໝາຍ, ຮ່ວມ​ມື​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ​ລະ​ຫວ່າງ​ບັນ​ດາ​ແຂວງ​ຕິດ​ກັບ​ຊາຍ​ແດ​ນ​ຂອງ​ສອງ​ປະ​ເທດ… ຜ່ານ​ນັ້ນ​ ກໍ່ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ປັບ​ປຸງຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ ແລະ ເພີ່ມ​ທະ​ວີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື ຍຸດ​ທ​ະ​ສາດ​ຢ່າງ​ຮອບ​ດ້ານ ຕາມ​ທິດ​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ, ບັນ​ລຸ​ໄດ້​ໝາກ​ຜົນ​ທີ່​ສຳ​ຄັນ.

ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ເລືອງ​ຕາມກວາງ ​ໄດ້​ສະ​ເໜີ​ໃຫ້​ທ່ານ ສູງ​ບົວ​ ສືບ​ຕໍ່​ຊຸກ​ຍູ້​ການ​ໜູນ​ຊ່ວຍວັດ​ຖຸອຸ​ປະ​ກອນການ​ແພດເພື່ອຕ້ານ​ໂລກ​ລະ​ບາດ, ຢ​າ​ປິ່ນ​ປົວ​ໂຄວິດ - 19 ກໍ່​ຄື​ສ້າງ​ເງື່ອນ​ໄຂ​ໃຫ້ ຫວຽດ​ນາມ ສັ່ງ​ຊື້​ວັກ​ຊິນ​ໂດຍ​ຈີນ​ຜ​ະ​ລິດ, ມຸ່ງ​ໄປ​ເຖິງ​ການ​ສຳ​ຜັດ​ກັບ​ວັກ​ຊິນ​ກັນ​ໂຄວິດ - 19 ໃຫ້​ແກ່​ເດັກ​ນ້ອຍ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ແບ່ງ​ປັນ​ເຕັກ​ໂນ​ໂລ​ຢີຜະ​ລິດ​ວັກ​ຊິນ, ຢາ​ປິ່ນ​ປົວ​ໂຄວິດ - 19 ກັບ ຫວຽດ​ນາມ ເວົ້າ​ລວມ ແລະ ກັບ​ກະ​ຊວງ​ຕຳຫຼວດ ຫວຽດ​ນາມ ເວົ້າ​ສະ​ເພາະ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ​ສູງ​ບົວ ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ ຕໍ່​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ ກະ​ຊວງ​ຕຳຫຼວດ ຫວຽດ​ນາມ ແລະ ກະ​ຊວງ​ຕຳຫຼວດ, ກະ​ຊວງຄວາ​ມ​ໝັ້ນ​ຄົງ ແຫ່ງ​ຊາດ ແລະ ທະ​ຫານ​ຕຳຫຼວດ​ປະ​ກອບ​ອາ​ວຸດ​ປະ​ຊາ​ຊົນ​ຈີນ ໃນ​ໄລ​ຍະ​ຜ່ານ​ມາ​ນັບ​ມື້​ນັບ​ໄດ້​ຮັບ​ການ​ຊຸກ​ຍູ້, ກ້າວເຂົ້າ​ສູ່​ຄວາມແທດ​ຈິງ, ມີ​ປະ​ສິດ​ທິ​ຜົນ​ກ່​ວາເທື່ອ​ລະ​ກ້າວ, ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ ແລະ ມີ​ຄວາມ​ປາດ​ຖະ​ໜາ​ຢາກ​ຮ່ວມ​ມື​ລະ​ຫວ່າງ ສອງ​ຝ່າຍ, ປະ​ກອບ​ສ່ວນ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ ແລະ ການ​ພັດ​ທະ​ນາ​ຂອງ​ສອງ​ປະ​ເທດ.

ທ່ານ ​ສູງ​ບົວ ຢັ້ງ​ຢືນ​ວ່າ ໃນ​ຖາ​ນະ​ຕຳ​ແໜ່ງ​ຂອງ​ຕົນ ຈະ​ສືບ​ຕໍ່​ມີ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້​ງ​ໜ້າ ເພື່ອຊຸກ​ຍູ້​ການ​ພົ​ວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ ລະ​ຫວ່າງ​ສອງ​ປະ​ເທດ​ເວົ້າ​ລວມ, ລະ​ຫວ່າງ​ກະ​ຊວງ​ຕຳຫຼວດ, ກະ​ຊວງ​ຄວາມ​ໝັ້ນ​ຄົງ ແລະ ​ທະ​ຫານ​ຕຳຫຼວດ​ປະ​ກອບ​ອາ​ວຸດ​ປະ​ຊາ​ຊົນ ຈີນ ແລະ​ ກະ​ຊວງ​ຕຳຫຼວດ ຫວຽດ​ນາມ ເວົ້າ​ສ​ະ​ເພາະ ໃຫ້​ພັດ​ທະ​ນາ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່, ເພື່ອ​ຜົນ​ປະ​ໂຫຍດ​ຂອງ ປະ​ຊາ​ຊົນ​ສອງ​ປະ​ເທດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.