ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດຮອບ​ດ້ານຫວຽດ​ນາມ - ລັດ​ເຊຍ

20:38 | 01/10/2021

ຍ​ສ​ໝ - ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີລັດ​ເຊຍ Dmitry Chernyshenko ແລະທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດຫວຽດ​ນາມບຸຍ​ແທັງ​ເຊີນ ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ສືບ​ຕໍ່​ຊອກ​ຫາ​ທິດ​ນຳ​ໃນ​ການ​ຮ່ວມ​ມື​ໃໝ່​ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ຮອບ​ດ້ານ ລະ​ຫວ່າງຫວຽດ​ນາມ - ລັດ​ເຊຍ​ໃຫ້​ນັບ​ມື້​ນັບ​ເລິກ​ເຊິ່ງແລະມີ​ປະ​ສິດ​ທິ​ຜົນ.

ການ​ປຶກ​ສາ​ຫາ​ລືລະ​ຫວ່າງກົມ​ການ​ຂ່າວແລະ ສື່ມວນ​ຊົນ​ກະ​ຊວງ​ການ​ຕ່າງ​ປະ​ເທດລະ​ຫວ່າງ​ສອງ​ປະ​ເທດຫວຽດ​ນາມ - ສະ​ຫະ​ພັນລັດ​ເຊຍ ການ​ປຶກ​ສາ​ຫາ​ລືລະ​ຫວ່າງກົມ​ການ​ຂ່າວແລະ ສື່ມວນ​ຊົນ​ກະ​ຊວງ​ການ​ຕ່າງ​ປະ​ເທດລະ​ຫວ່າງ​ສອງ​ປະ​ເທດຫວຽດ​ນາມ - ສະ​ຫະ​ພັນລັດ​ເຊຍ
ການ​ໂອ້​ລົມ​ສົນ​ທະ​ນາ​ກ່ຽວ​ກັບ​ວັນ​ນະ​ຄະ​ດີ ໃຫ້​ແກ່​ຊາວ​ໜຸ່ມ ລັດ​ເຊຍ - ຫວຽດ​ນາມ ການ​ໂອ້​ລົມ​ສົນ​ທະ​ນາ​ກ່ຽວ​ກັບ​ວັນ​ນະ​ຄະ​ດີ ໃຫ້​ແກ່​ຊາວ​ໜຸ່ມ ລັດ​ເຊຍ - ຫວຽດ​ນາມ
ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດຮອບ​ດ້ານຫວຽດ​ນາມ - ລັດ​ເຊຍ
ທ່ານ ​ລັດ​ຖະ​ມົນ​ຕີ​ການ ​ຕ່າງ​ປະ​ເທດ ຫວຽດ​ນາມ ບຸຍ​ແທັງ​ເຊີນ (ພາບ: dangcongsan.vn)

ໃນ​ການ​ຢ້ຽມ​ຢາມ​ສະ​ຫະ​ພັນ​ລັດ​ເຊຍ​ຢ່າງ​ເປັນ​ທາງ​ການ​​ໃນ​ລະ​ຫວ່າງວັນ​ທີ 25 – 28 ກັນ​ຍາ, ຕອນ​ບ່າຍ​ວັນ​ທີ 28 ກັນ​ຍາທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ບຸຍ​ແທັງ​ເຊີນ ໄດ້​ພົບ​ປະ​ກັບ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລັດ​ເຊຍ Dmitry Chernyshenko. ທີ່​ການ​ພົບປະ, ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ສືບ​ຕໍ່​ຊອກ​ຫາ​ບ​ັນ​ດາ​ທິດ​ຮ່ວມ​ມື​ໃໝ່​ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລ​ະ​ຫວ່າງ​ຫວຽດ​ນາມ - ລັດ​ເຊຍໃຫ້​ນັບ​ມື້​ນັບ​ເລິກ​ເຊິ່ງແລະມີ​ປະ​ສ​ິດ​ທິ​ຜົນ​ກ່​ວາ. ສອງ​ຝ່າຍ​ໄດ​້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຊຸກ​ຍູ້​ບັນ​ດາ​ໂຄງ​ການ​ຈຸດ​ສຸມ, ສົ່ງ​ເສີມແລະສ້າງ​ເງື່ອ​ນ​ໄຂ​ໃຫ້​ແກ່​ບັນ​ດາບໍ​ລິ​ສັດ​ຮ່ວມ​ທຸ​ລະ​ກິດລະ​ຫວ່າງຫວຽດ​ນາມ - ລັດ​ເຊຍ, ບັນ​ດາ​ວິ​ສາ​ຫະ​ກິດ​ສອງ​ປະ​ເທດ​ໃນ​ການ​ລົງ​ທຶນດຳ​ເນີນ​ທຸ​ລ​ະ​ກິດ.

ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຕ້ອງ​ມີ​ມາດ​ຕະ​ການ​ຂຸດ​ຄົ້ນ​ບັນ​ດາ​ຜົນປະໂຫຍດ​ສູງສຸດເຊິ່ງສັນ​ຍາ​ການ​ຄ້າ​ເສ​ລີຫວຽດ​ນາມແລະສະ​ຫະ​ພາບ​ເສດ​ຖະ​ກິດອາ​ຊີ - ເອີ​ລົບ​ນຳ​ມາ​ໃຫ້, ສ້າງ​ເງື່ອນ​ໄຂ​ໃນ​ການ​ສົ່ງ​ອອກ​ສິນ​ຄ້າ​ປະ​ເພດ​ຕ່າງໆຂອງ​ສອງ​ຝ່າຍ​ທີ່​ອາດ​ຈະ​ໜູນ​ຊ່ວຍ​ເຊິ່ງ​ກັນ​ແລະ​ກັນເຂົ້າ​ຕະຫຼາດ​ຂອງ​ແຕ່​ລະ​ປະ​ເທດ, ມຸ່ງ​ໄປ​ເຖິງ​ຄວາມ​ດຸ່ນ​ດ່ຽງດ້ານການ​ຄ້າ. ສອງ​ຝ່າຍຖື​ວ່າຕ້ອງ​ເປີດກວ້າງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຢີສູງແລະຄົ້ນ​ຄ້​ວາວ​ິ​ທະ​ຍາ​ສາດ.

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີລັດ​ເຊຍDmitry Chernyshenkoໃຫ້​ຮູ້​ວ່າຈະ​ຊີ້​ນຳ​ບັນ​ດາ​ອົງ​ການ​ທີ່​ກ່ຽວ​ຂ້ອງ​ຂອງ​ລັດ​ເຊຍ ພິ​ຈາ​ລະ​ນະ​ສ້າງ​ເງື່ອນ​ໄຂ​ຕໍ່​ກຳ​ນົດ​ເວ​ລາ​ພັກ​ອາ​ໄສ​ໃຫ້​ແກ່​ພົນ​ລະ​ເມືອງ ຫວຽດ​ນາມທີ່​ວີຊາໝົດ​​ກຳນົດແຕ່​ບໍ່​ສາ​ມາດ​ກັບ​ຄືນ​ປະ​ເທດ​ຍ້ອນ​ການ​ຈຳ​ກັດ​ໃນ​ການ​ໄປ​ມາເນື່ອງຈາກ​ໂລກ​ລະ​ບາດ​ໂຄວິດ - 19.

ແລະ​ກໍ່​ໃນ​ວັນ​ດ​ຽວ​ກັນ, ທີ່​ການ​ໂອ້​ລົມ​ສົນ​ທະ​ນາກັບ​ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດສະ​ຫະ​ພັນລັດ​ເຊຍSergei Lavrov, ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດຫວຽດ​ນາມບຸຍ​ແທັງ​ເຊີນໄດ້​ສະ​ເໜ​ີ​ໃຫ້​ລັດ​ເຊຍສືບ​ຕໍ່​ໜູນ​ຊ່ວຍ, ໃຫ້​ບຸ​ລິມ​ະ​ສິດ​ສະ​ໜອງແລະຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ​ໃນ​ການ​ຜະ​ລິດ​ວັກ​ຊິນ, ຢາ​ປິ່ນ​ປົວ​ວັກ​ຊິນ​ກັນ​ໂຄວິດ - 19 ໃຫ້​ແກ່ ຫວຽດ​ນາມຕາມ​ແຜນ​ການ, ເປີດກວ້າງ​ການ​ຮ່ວມ​ມື​ຄົ້ນ​ຄ້​ວາ​ລວມ​ກ່ຽວ​ກັບ​ການ​ແພດ, ວິ​ທະ​ຍາ​ສາດຈັກ​ກະ​ວານ, ຄຸ້ມ​ຄອ​ງ​ຊັບ​ພະ​ຍາ​ກອນ, ຊຸກ​ຍູ້​ການ​ຮ່ວມ​ມື, ພົວ​ພັນ​ແລກ​ປ່ຽນ​ລະ​ຫວ່າງ​ບັນ​ດາ​ທ້ອງ​ຖິ່ນໃຫ້ຫຼາຍກ່​ວາ​ອີກ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.