ປະທານສະພາແຫ່ງຊາດ: ແລກປ່ຽນ ຫຼື ຊື້ວັກຊີນ COVID-19 ຜ່ານທຸກຊ່ອງທາງ

21:35 | 09/09/2021

ຍສໝ - ໃນຕອນບ່າຍຂອງວັນທີ 5 ກັນຍາ (ຕາມເວລາວຽນນາ, ໂອຕຣິດ), ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ໄດ້ພົບປະກັບບັນດາເອກອັກຄະລັດຖະທູດຫວຽດນາມ 6 ທ່ານ ຢູ່ບັນດາປະເທດເອີຣົບ, ຮຽກຮ້ອງໃຫ້ບັນດາເອກອັກຄະລັດຖະທູດ ຈົ່ງສືບຕໍ່ເຄື່ອນໄຫວດ້ວຍທຸກວິທີ, ທຸກຊ່ອງທາງ ເພື່ອແລກປ່ຽນ ຫຼື ຊື້ວັກຊີນຕ້ານພະຍາດ COVID-19…

ສະຫະປະຊາຊາດໃຫ້ຄຳໝັ້ນສັນຍາໜູນຊ່ວຍຫວຽດນາມ ໃນການຮັບປະກັນຄວາມໝັ້ນຄົງທາງທະເລ ສະຫະປະຊາຊາດໃຫ້ຄຳໝັ້ນສັນຍາໜູນຊ່ວຍຫວຽດນາມ ໃນການຮັບປະກັນຄວາມໝັ້ນຄົງທາງທະເລ
ປະທານສະພາແຫ່ງຊາດລາວ ອວຍພອນປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ປະທານສະພາແຫ່ງຊາດລາວ ອວຍພອນປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ

ບັນດາເອກອັກຄະລັດຖະທູດ ທີ່ເຂົ້າຮ່ວມກອງປະຊຸມ ລວມມີ ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳສາທາລະນະລັດເຊັກ ໄທຊ່ວນຢຸງ; ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ສະໂລວາກີ ຫງວຽນຕ້ວນ; ທ່ານນາງເອກອັກຄະລັດຖະທູດຫວຽດນາມ ປະຈຳ ຮຸງກາຣີ ຫງວຽນຖິບິກຖາວ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ໂປໂລຍ ຫງວຽນຮູງ, ແລະ ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳໂອຕຣິດ ພ້ອມທັງຮັບຜິດຊອບ ສະໂລເວເນຍ ຫງວຽນຈູງກ່ຽນ ແລະ ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳເຢຍລະມັນ ຫງວຽນມິງຫວູ.

ບັນດາເອກອັກຄະລັດຖະທູດ ໄດ້ລາຍງານຕໍ່ທ່ານປະທານສະພາແຫ່ງຊາດ ກ່ຽວກັບສະພາບການປະຊາຄົມຊາວຫວຽດນາມຢູ່ບັນດາປະເທດ; ຢືນຢັນວ່າ ເຖິງວ່າຈະປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ຍ້ອນພະຍາດໂຄວິດ -19, ແຕ່ປະຊາຊົນຍັງອວ່າໜ້າເມືອຫາບ້ານເກີດເມືອງນອນ, ສະໜັບສະໜູນກອງທຶນວັກຊີນຢ່າງຕັ້ງໜ້າ ເພື່ອປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ -19, ສະໜັບສະໜູນປະຊາຊົນຢູ່ເຂດປະສົບໄພພິບັດ.

ປະທານສະພາແຫ່ງຊາດ: ແລກປ່ຽນ ຫຼື ຊື້ວັກຊີນ COVID-19 ຜ່ານທຸກຊ່ອງທາງ
ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ. (ພາບ: TTXVN)

ປະຊາຄົມທີ່ປະເທດເຊັກ ໄດ້ສະໜັບສະໜູນ 1,5 ຕື້ດົ່ງໃຫ້ແກ່ກອງທຶນວັກຊີນ, ປະຊາຄົມເຢຍລະມັນ ໄດ້ ສະໜັບສະໜູນ 50,000 ເອີໂຣ.

ບັນດາເອກອັກຄະລັດຖະທູດ ກ່າວວ່າ ໃນໄລຍະທີ່ຜ່ານມາ ໄດ້ຈັດຕັ້ງຜັນຂະຫຍາຍການທູດວັກຊິນຢ່າງຂ້ຽວຂາດ ແລະ ໄດ້ຮັບໝາກຜົນອັນຕັ້ງໜ້າຈຳນວນໜຶ່ງ. ລັດຖະບານຮຸງກາຣີ ໄດ້ມອບວັກຊີນ 100,000 ໂດສ ໃຫ້ແກ່ຫວຽດນາມ. ລັດຖະບານສະໂລວາກີ ໄດ້ມອບ 150,000 ໂດສໃຫ້ກັບຫວຽດນາມ ແລະ ກຳລັງເຈລະຈາເພື່ອໂອນກຳມະສິດວັກຊີນ ຈຳນວນ 2-3 ລ້ານໂດສ ໃຫ້ຫວຽດນາມ.

ບໍລິສັດ CZ ຂອງສະໂລວາກີ ໃຫ້ຄຳໝັ້ນສັນຍາ ຈະມອບເຄື່ອງຊ່ວຍຫາຍໃຈ ແລະ ອຸປະກອນການແພດ ທີ່ມີມູນຄ່າ 200.000 ເອີໂຣ ໃຫ້ນະຄອນໂຮ່ຈີມິນ. ລັດຖະບານເຢຍລະມັນ ຊ່ວຍເຫຼືອວັກຊີນ 2.5 ລ້ານໂດສມ, ເຄື່ອງຊ່ວຍຫາຍໃຈ 75 ເຄື່ອງ ແລະ ໜ້າຈໍ 15 ເຄື່ອງ, ເຄື່ອງວັດລະດັບອົກຊີ 20,000 ເຄື່ອງ; ບັນດາລັດ, ທ້ອງຖິ່ນ ແລະ ວິສາຫະກິດຂອງເຢຍລະມັນ ໄດ້ສະໜັບສະໜູນຊຸດສະເຄາະດ່ວນ 800,000 ຊຸດ, ໜ້າກາກທາງການແພດຫຼາຍແສນແຜ່ນ ແລະ ອຸປະກອນການແພດອື່ນໆອີກຫຼາຍຢ່າງ.

ລັດຖະບານເຊັກ ໄດ້ຊ່ວຍເຫຼືອວັກຊີນ 250,000 ໂດສ ແລະ ໃຫ້ຄຳໝັ້ນສັນຍາວ່າ ຈະມອບໂອນວັກຊີນກັນ COVID-19 ໃຫ້ 500,000 ໂດສ.

ໂປໂລຍແມ່ນໜຶ່ງໃນບັນດາປະເທດທຳອິດ ທີ່ສະໜັບສະໜູນວັກຊີນໃຫ້ແກ່ຫວຽດນາມ, ເຊິ່ງໄດ້ມອບວັກຊີນ 500,000 ໂດສ ແລະ ໃນວັນທີ 7 ກັນຍາ ຈະມອບອຸປະກອນການແພດ, ເຄື່ອງຊ່ວຍຫາຍໃຈ ແລະ ເຄື່ອງຄວບຄຸມອັດຕາການເຕັ້ນຂອງຫົວໃຈ ມູນຄ່າ 4 ລ້ານໂດລາ. ປະຈຸບັນ, ທັງສອງຝ່າຍ ກຳລັງເຈລະຈາເພື່ອເຊັນຂໍ້ຕົກລົງມອບໂອນກຳມະສິດວັກຊີນ 3 ລ້ານໂດສ ໂດຍໄວ…

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ຕີລາຄາສູງ ບັນດາອົງການຜູ້ຕາງໜ້າການທູດຂອງຫວຽດນາມຢູ່ຕ່າງປະເທດ, ໃນນັ້ນມີບັນດາປະເທດເອີຣົບ ທີ່ໄດ້ຜັນຂະຫຍາຍການທູດວັກຊິນຢ່າງຂ້ຽວຂາດ; ໃນເວລາດຽວກັນ, ທ່ານເວືອງດິ່ງເຫ້ວ ກໍ່ໄດ້ຮຽກຮ້ອງໃຫ້ບັນດາເອກອັກຄະລັດຖະທູດ ຈົ່ງສືບຕໍ່ຢ່າງຕັ້ງໜ້າດ້ວຍທຸກວິທີ ແລະ ທຸກຊ່ອງທາງ, ລວມທັງການຍາດແຍ່ງເອົາຈາກແຫຼ່ງວັກຊິນທີ່ຍັງບໍ່ທັນໄດ້ໃຊ້ເທື່ອ, ແລກປ່ຽນ ຫຼື ຊື້ວັກຊີນ COVID-19 ...

ທ່ານປະທານສະພາແຫ່ງຊາດ ໄດ້ຊີ້ນຳໃຫ້ບັນດາເອກອັກຄະລັດຖະທູດ ຈົ່ງມີຄວາມຫ້າວຫັນໃນການລະດົມ ແລະ ແກ້ໄຂບັນຫາຂໍ້ຄົງຄ້າງຕ່າງໆ ກ່ຽວກັບຂັ້ນຕອນ ເພື່ອໃຫ້ມີວັກຊີນ ແລະ ອຸປະກອນການແພດໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້. ສະພາແຫ່ງຊາດຈະເຮັດວຽກຮ່ວມກັບລັດຖະບານ ພິຈາລະນາ ແລະ ແກ້ໄຂບັນຫາທີ່ຍັງຄົງຄ້າງຢ່າງຈິງຈັງໃນຂັ້ນຕອນຕ່າງໆ ເພື່ອຊຸກຍູ້ການຊື້ ແລະ ຮັບເອົາວັກຊີນ COVID-19 ເພື່ອຕອບສະໜອງກັບຄວາມຕ້ອງການພາຍໃນປະເທດ ໃນການຕໍ່ສູ້ກັບການແຜ່ລະບາດຂອງພະຍາດໂຄວິດ -19.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.