Army Games 2021: ຄະ​ນະ​ກອງ​ທັບປະ​ຊາ​ຊົນ ຫວຽດ​ນາມ ສ້າງ​ຂີດ​ໝາຍ​ຢ່າງເຂັ້ມແຂງ

15:00 | 09/09/2021

ຍ​ສ​ໝ - ຕອນ​ຄ່ຳ​ວັນ​ທີ 4 ກັນ​ຍາ (ຕາມ​ເວ​ລາ​ທ້ອງ​ຖິ່ນ), ພິ​ທີ​ອັດ​ງານ​ມະ​ຫາ​ກຳ​ກິ​ລາ​ການ​ທະ​ຫານ​ສາ​ກົນ ຄັ້ງ​ທີ 7 (Army Games 2021) ໄດ້​ຈັດ​ຕັ້ງ​ຢ່າງ​ສົມ​ກຽດ​ຢູ່​ສ່ວນ​ສາ​ທາ​ລະ​ນະ Patriot, ຊານ​ເມືອງ ມົດ​ສະ​ກູ (ສະ​ຫະ​ພັນ ລັດ​ເຊຍ).

ລັດເຊຍ ປະທັບໃຈກັບຄວາມສາມາດຂອງຫວຽດນາມ ໃນການຈັດການແຂ່ງຂັນກິລາການທະຫານສາກົນ ລັດເຊຍ ປະທັບໃຈກັບຄວາມສາມາດຂອງຫວຽດນາມ ໃນການຈັດການແຂ່ງຂັນກິລາການທະຫານສາກົນ
ທີມ ຫວຽດນາມ ຢືນອັນດັບ 7 ໃນຈຳນວນ 43 ປະເທດ ແລະ ເຂດແຄວ້ນໃນໂລກທີ່ເຂົ້າຮ່ວມງານມະຫາກຳກິລາ ອາມີເກມ 2021 ທີມ ຫວຽດນາມ ຢືນອັນດັບ 7 ໃນຈຳນວນ 43 ປະເທດ ແລະ ເຂດແຄວ້ນໃນໂລກທີ່ເຂົ້າຮ່ວມງານມະຫາກຳກິລາ ອາມີເກມ 2021
Army Games 2021: ຄະ​ນະ​ກອງ​ທັບປະ​ຊາ​ຊົນ ຫວຽດ​ນາມ ສ້າງ​ຂີດ​ໝາຍ​ຢ່າງເຂັ້ມແຂງ
ທິ​ມ​ຫວຽດ​ນາມ​ຮັບ​ລາງວັນ (ພາບ: TTXVN)

ເຫດ​ການ​ຢ່າງ​ສົມ​ກຽດ​ນີ້ ມີ​ການ​ເຂົ້າ​ຮ່ວມ​ຂອງ​ການ​ນຳ​ກະ​ຊວງ​ປ້ອງ​ກັນ​ຊາດ, ກອງ​ເສ​ນາ​ທິ​ການ​ໃຫຍ່​ບັນ​ດາ​ກຳ​ລັງ​ປະ​ກອບ​ອາ​ວຸດ​ລັດ​ເຊຍ, ບັນ​ດາ​ຄະ​ນະ​ຕິດ​ຕາມ​ຕ່າງ​ປະ​ເທດ ແລະ ຄະ​ນະ​ຜູ້​ແທນ​ບັນ​ດາ​ທິມ​ເຂົ້າ​ຮ່ວມ​ບັນ​ດາ​ປະ​ເພດ​ການ​ແຂ່ງ​ຂັນ. ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຂອງກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ໂດຍ​ທ່ານ ພົນ​ຕີ ຟຸ່ງ​ຊີ້​ເຕິນ, ຮອງ​ຫົວ​ໜ້າ​ກົມໃຫຍ່ເສ​ນາ​ທິ​ການ​ ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ນຳ​ໜ້າ​ເຂົ້າ​ຮ່ວມ​ພິ​ທີ​ອັດ.

ດ້ວຍ​ໝາກ​ຜົນບັນ​ລຸ​ໄດ້ 34 ຫຼຽນໃນບັນ​ດາ​ປະ​ເພດກິລາ​ການ​ແຂ່ງ​ຂັນ, ຄະ​ນະເຈົ້າພາບ​ປະ​ເທດ​ລັດ​ເຊຍ ຍາດ​ໄດ້​ໄຊ​ຊະ​ນະ​ໃນ​ການ​ແຂ່ງ​ຂັນ​ຄັ້ງ​ນີ້. ຄະ​ນະກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ຈັດ​ຢູ່​ອັນ​ດັບ​ທີ 7/43 ຄະ​ນະ​ກອງ​ທັບ​ບັນ​ດາ​ປະ​ເທດ​ເຂົ້​າ​ຮ່ວມ.

ນີ້​ແມ່ນ​ຄັ້ງ​ທີ 4 ທີ່ເຂົ້​າ​ຮ່ວມ​ງານ​ມະ​ຫາ​ກຳ​ກິ​ລາ​ການ​ທະ​ຫານ​ສາ​ກົນ, ຄະ​ນະ​ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ໄດ້​ຜ່ານ​ຜ່າ​ບັນ​ດ​າ​ສິ່ງ​ທ້າ​ທາຍ​ກ່ຽວ​ກັບສະພາບ​ດິນ​ຟ້າ​ອາ​ກາດ, ໂລກ​ລະ​ບາດ, ການ​ຝຶກ​ແອບ​ຢູ່​ລະ​ດັບ​ສູງ, ເນື້ອ​ໃນ​ການ​ແຂ່ງ​ຂັນ​ທີ່​ຍາກ​ກ່​ວາ​ເມື່ອ​ທຽບ​ໃສ່​ກັບ​ປີ​ກ່ອນ. ບັນ​ດາ​ນັກ​ກິ​ລາ ໄດ້​ມາ​ນະ​ພະ​ຍາ​ຍາມ​ແຂ່ງ​ຂັນ ແລະ ຍ​າດ​ໄດ້​ຜົນ​ງານ​ທີ່​ຕັ້ງ​ໜ້າຫຼາຍ​ຢ່າງ. ລາຍ​ລະ​ອຽດ​ແມ່ນ, ຄະ​ນະ​ຍາ​ດ​ໄດ້ຫຼຽນ​ຄຳ 1 ຫຼຽນ, ຫຼຽນ​ເງິນ 2 ຫຼຽນ ແລະ ຫຼຽນ​ທອງ 4 ຫຼຽນ ພ້ອມກັນນັ້ນ ກໍ່ໄດ້ຮັບ​ລາງວັນ​ສ່ວນ​ຕົວ​ເປັ​ນ​ຈຳ​ນວນຫຼາຍ​ຢູ່​ແຕ່​ລະ​ປະ​ເພດ​ການ​ແຂ່ງ​ຂັນ.

ທ່າ​ນ​ຮ້ອຍ​ເອກ Dmitry Stukhanov, ນັກ​ຮົບ​ຕິດ​ຕໍ່​ພົວ​ພັນ​ຂອງ​ຄະ​ນະ​ຈັດ​ຕັ້ງ Army Games ໄດ້​ຕີ​ລາ​ຄາ​ສູງ​ລະ​ດັບ​ວິ​ຊາ​ການ ແລະ ຈິດ​ໃຈ​ແຂ່ງ​ຂັນ​ຂອງ​ບັນ​ດາ​ທິມ​ ຫວຽດ​ນາມ ທີ່​ເຂົ້າ​ຮ່ວມ​ງານ​ມະ​ຫາ​ກຳ​ກິ​ລາ, ທ່ານ​ກໍ່​ສະ​ແດງ​ຄວາມ​ປະ​ທັບ​ໃຈ​ເປັນ​ພິ​ເສດ​ເຖິງ​ການ​ລະ​ດົມ​ກຳ​ລັງ​ໃຈທີ່ສຸດຈິດສຸດໃຈ​ຂອງ​ຜູ້​ເຊຍ​ຫວຽດ​ນາມ ເມື່ອ​ທິມ​ຫວຽດ​ນາມ ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ.

ຄະ​ນະ​ຈັດ​ຕັ້ງ​ງານ​ມະ​ຫາ​ກຳ​ກິ​ລາ​ໃຫ້​ຮູ້​ວ່າ ມີ​ຈຳ​ນວນກ່​ວາ 1,5 ລ້ານ​ຄົນ ໄດ້ເຂົ້າ​ຊົມ ແລະ ລະ​ດັມ​ກຳ​ລັງ​ໃຈ​ໃຫ້​ແກ່​ບັນ​ດາ​ທິມ​ແຂ່ງ​ຂັນ​ຢູ່​ງານ​ມະ​ຫາ​ກຳ​ກິ​ລາ​ຂອງ ລັດ​ເຊຍ ແລະ ບັນ​ດາ​ປະ​ເທດ​ຈັດ​ຕັ້ງ Army Games 2021 ໃນ​ນັ້ນ​ມີ ຫວຽດ​ນາມ. ວຽກ​ງານ​ຈັດ​ຕັ້ງ​ໄດ້​ຮັບ​ປະກັ​ນ​ຄວາມ​ປອດ​ໄພ​ຢ່າງ​ເດັດ​ຂາດ​ໃນ​ສະ​ພາບ​ການ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19 ທີ່​ຍັງ​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ ຢູ່ຫຼາຍ​ປະ​ເທດ​ເຈົ້າ​ພາ​ບ ແລະ ເຂົ້າ​ຮ່ວມງານ​ມະ​ຫາ​ກຳ​ກິ​ລາ.

ໃນ​ສານ​ທາງ​ຄຼິບ​ວີ​ດີ​ໂອ ທີ່​ສົ່ງ​ໄປ​ຍັງ​ພິ​ທີ​ອັດ, ທ່ານ​ພົນ​ເອກ Sergei Shoigu ລັດ​ຖະ​ມົນ​ຕີ​ກະ​ຊວງປ້ອງ​ກັນ​ປະ​ເທດ ລັດ​ເຊຍ ໄດ້​ສົ່ງ​ຄຳ​ອວຍ​ພອນ​ໄປ​ຍັງ​ບັນ​ດາ​ການ​ນຳກະ​ຊວງ​ປ້ອງ​ກັນ​ປະ​ເທດ​ບັນ​ດາ​ປະ​ເທດ​ເຂົ້າ​ຮ່ວມ ແລະ ຈັດ​​ບັນ​ດາ​ປະ​ເພດ​ການ​ແຂ່ງ​ຂັນ​ຂອງ Army Games. ທ່ານ​ສະ​ແດງ​ຄວາມ​ເຊື່ອໝັ້ນ​ວ່າ ກຳ​ລັງ​ດຶງ​ດູດ​ໃຈ​ຂອງ Army Games ຈະ​ດຶງ​ດູດ​ໄດ້ບັນດາ​ນັກ​ກິ​ລາ​ຂອງ​ບັນ​ດາ​ປະ​ເທດ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ ແລະ ຫຼາຍ​ປະ​ເທດ​ເຂົ້າ​ຮ່ວມ​ຈັດ​ຕັ້ງ​ງານ​ມະ​ຫາ​ກຳ​ກິ​ລາ​ໃນ​ປີ​ໜ້າ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.