ລາຄາຢາງພາລາສົ່ງອອກຂອງຫວຽດນາມເພີ່ມຂຶ້ນ 30%

06:30 | 06/09/2021

ຍສໝ - ຕະຫຼາດຈີນກວມເອົາ 70% ຂອງປະລິມານທັງໝົດ ແລະ 67,4% ຂອງຍອດວົງເງິນການສົ່ງອອກຢາງພາລາຂອງຫວຽດນາມ (643,167 ໂຕນ ແລະ 1,04 ຕື້USD)

ໃນ 8 ເດືອນຕົ້ນປີ 2021, ການລົງທຶນຂອງຫວຽດນາມຢູ່ຕ່າງປະເທດເພີ່ມຂຶ້ນ 74% ໃນ 8 ເດືອນຕົ້ນປີ 2021, ການລົງທຶນຂອງຫວຽດນາມຢູ່ຕ່າງປະເທດເພີ່ມຂຶ້ນ 74%
ເຄືອຂ່າຍການຮ່ວມມືດ້ານປັນຍາປະດິດ ຫວຽດນາມ - ອົດສະຕາລີ: ປະກອບສ່ວນເພີ່ມທະວີ ໃຫ້ລະບົບນະວັດຕະກໍາປະດິດສ້າງຫວຽດນາມ ເຄືອຂ່າຍການຮ່ວມມືດ້ານປັນຍາປະດິດ ຫວຽດນາມ - ອົດສະຕາລີ: ປະກອບສ່ວນເພີ່ມທະວີ ໃຫ້ລະບົບນະວັດຕະກໍາປະດິດສ້າງຫວຽດນາມ
ພາບປະກອບ
ພາບປະກອບ

ຕາມສະຖິຕິຂອງກົມໃຫຍ່ພາສີ, ໃນ 7 ເດືອນຕົ້ນປີ 2021 ທົ່ວປະເທດໄດ້ສົ່ງອອກຢາງພາລາທັງໝົດບັນລຸ 918.791 ໂຕນ, ສ້າງລາຍຮັບບັນລຸ 1,54 ຕື້USD, ລາຄາສະເລ່ຍບັນລຸໄດ້ 1.677,8 USD/ໂຕນ, ເພີ່ມຂຶ້ນ 34,2% ຂອງດ້ານປະລິມານ, ເພີ່ມຂຶ້ນ 74,5% ຂອງວົງເງິນການຄ້າ ແລະລາຄາເພີ່ມຂຶ້ນ 30%.

ຕະຫຼາດຈີນກວມເອົາ 70% ຂອງປະລິມານທັງໝົດ ແລະ 67,4% ຂອງຍອດວົງເງິນການສົ່ງອອກຢາງພາລາຂອງຫວຽດນາມ (643,167 ໂຕນ ແລະ 1,04 ຕື້USD), ລາຄາສະເລ່ຍ 1.615,8 USD/ໂຕນ, ເພີ່ມຂຶ້ນ 26,4% ຂອງດ້ານປະລິມານ, ເພີ່ມຂຶ້ນ 62,7% ຂອງວົງເງິນການຄ້າ ແລະ 28.8% ຖ້າທຽບໃສ່ລາຄາໃນໄລຍະດຽວກັນຂອງປີ 2020.

ໄຊພອນ

ເຫດການ
302 Found

Found

The document has moved here.