ນາຍົກລັດຖະມົນຕີກວດກາໂດຍບັງເອີນວຽກງານປ້ອງກັນຕ້ານໂລກລະບາດໂຄວິດ-19 ຜ່ານລະບົບທາງໄກ

06:30 | 04/09/2021

ທ່ານນາຍົກລັດຖະມົນຕີຊີນຳໃຫ້ບັນດາຕາແສງ, ບ້ານ, ເທດສະບານເມືອງ ສືບຕໍ່ປະຕິບັດບັນດາຂໍ້ກຳກົດການແຍກຫ່າງສັງຄົມ, ການແຍກຕົວ, ການຮັບປະກັນຊີວິດສັງຄົມ.

undefined

ກາວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19. (ພາບປະກອບ: VGP)

ຕອນຄ່ຳວັນທີ 02 ກັນຍາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ກວດກາໂດຍບັ້ງເອີນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຜ່ານລະບົບທາງໄກຢູ່ 5 ຕາແສງ, ບ້ານ, ເທດສະບານເມືອງຂຶ້ນກັບນະຄອນ ໂຮ່ຈີມິນ, ແຂວງ ລອງອານ, ຕຽນຢາງ. ນີ້ແມ່ນໜຶ່ງໃນຈຳນວນບັນດາຕາແສງ, ບ້ານ, ເທດສະບານເມືອງມີການຜັນແປຢ່າງສັບສົນຂອງໂລກລະບາດໂຄວິດ-19. ພາຍຫຼັງກຳແໜ້ນສະພາບການຢູ່ຂັ້ນຮາກຖານ, ທ່ານນາຍົກລັດຖະມົນຕີຊີນຳໃຫ້ບັນດາຕາແສງ, ບ້ານ, ເທດສະບານເມືອງ ສືບຕໍ່ປະຕິບັດບັນດາຂໍ້ກຳກົດການແຍກຫ່າງສັງຄົມ, ການແຍກຕົວ, ການຮັບປະກັນຊີວິດສັງຄົມ, ຮັບປະກັນໃຫ້ປະຊາຊົນໄດ້ສຳຜັດກັບບັນດາການບໍລິການສາທາລະນະສຸກໃຫ້ເປັນຢ່າງດີກວ່າ; ຈັດການສັກວັກຊິນໂດຍມີວິທະຍາສາດ, ປອດໄພ, ມີປະສິດທິຜົນ, ຮັບປະກັນການປ້ອງກັນ ຕ້ານໂລກລະບາດຕາມການແນະນຳຂອງກະຊວງສາທາລະນະສຸກ; ເບິ່ງແຍງດູແລ, ປິ່ນປົວໃຫ້ກໍລະນີ F0 ຢ່າງທັນການ. ພ້ອມກັນນັ້ນ, ຕ້ອງໂຄສະນາ, ຂົນຂວາຍ, ຮຽກຮ້ອງໃຫ້ປະຊາຊົນປ້ອງກັນ ຕ້ານໂລກລະບາດ.

ໃນຕອນບ່າຍວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ແລະ ໜ່ວຍປະຕິບັດງານພິເສດຂອງລັດຖະບານ ໄດ້ເຮັດວຽກກັບຄະນະຊີ້ນຳການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຂອງນະຄອນໂຮ່ຈີມີນ ກ່ຽວກັບບັນດາວຽກງານທີ່ສືບຕໍ່ຕ້ອງໄດ້ຮັບການຜັນຂະຫຍາຍໃນໄລຍະຈະມາເຖິງ.

vov.world.vn

ເຫດການ
302 Found

Found

The document has moved here.