ເກາະ​ເຈື່ອງ​ຊາ ຮ່ວມ​ແຮງ​ຮ່ວມ​ໃຈ​ກັບ​ທົ່ວ​ປະ​ເທດ ໃນ​ການ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

06:30 | 28/08/2021

ຕອນເຊົ້າວັນທີ 27 ສິງຫາ, ເກາະເຈື່ອງຊາ, ເມືອງ ເຈື່ອງຊາ, ແຂວງແຄ໊ງຮ່ວາ ໄດ້ປຸກລະດົມຂະບວນການແຂ່ງຂັນພິເສດ ດ້ວຍຫົວຂໍ້ “ກອງທັບພ້ອມກັບທົ່ວປະເທດ ຮ່ວມແຮງຮ່ວມໃຈແຂ່ງຂັນກັນປ້ອງກັນ, ຕ້ານ ແລະ ຍາດໄດ້ໄຊຊະນະຕໍ່ໂລກລະບາດໂຄວິດ - 19”.

ມີຫຼາຍ​ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ, ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ແລະ ສະ​ຖານ​ທູດໜູນ​ຊ່ວຍ ຮ່າ​ໂນ້ຍ ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ມີຫຼາຍ​ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ, ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ແລະ ສະ​ຖານ​ທູດໜູນ​ຊ່ວຍ ຮ່າ​ໂນ້ຍ ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19
ສະ​ມາ​ຄົມ​ຊາວ​ຈີນ Wenshan Zhuang ໜູນ​ຊ່ວຍ​ຮ່າ​ຢາງ ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ສະ​ມາ​ຄົມ​ຊາວ​ຈີນ Wenshan Zhuang ໜູນ​ຊ່ວຍ​ຮ່າ​ຢາງ ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19
ບັນດານາຍທະຫານສົ່ງຂໍ້ເພື່ອປະກອບເງິນໃຫ້ແກ່ ກອງທຶນວັນຊິນກັນໂຄວິດ - 19
ບັນດານາຍທະຫານສົ່ງຂໍ້ເພື່ອປະກອບເງິນໃຫ້ແກ່ ກອງທຶນວັນຊິນກັນໂຄວິດ - 19

ໃນໄລຍະຜ່ານມາ, ເກາະເຈື່ອງຊາ ໄດ້ເລີ່ມຕົ້ນລະບົບປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢູ່ລະດັບສູງສຸດ ເພື່ອແນໃສ່ສະກັດກັ້ດການແຜ່ລະບາດໃນເກາະ, ຮັບປະກັນສຸຂະພາບໃຫ້ແກ່ທະຫານ ແລະ ປະຊາຊົນໃຫ້້ເປັນຢ່າງດີ. ໃນບັ້ນແຂ່ງຂັນພິເສດນີ້, ທົ່ວເກາະໄດ້ຕັດສິນໃຈປະຕິບັດຄຳຮຽກຮ້ອງຂອງສະຫານ ເລຂາທິການໃຫຍ່, ໂທລະເລກທາງການຂອງຄະນະເລຂາສູນກາງພັກກອມມູນິດ ຫວຽດນາມ, ປະຕິບັດບັນດາເນື້ອໃນ, ມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງເຂັ້ມງວດ ດ້ວຍຈິດໃຈ “ຕ້ານໂລກລະບາດ ຄືຕ້ານສັດຕູ” ເຊິ່ງໄດ້ປະກອບສ່ວນພ້ອມກັບທົ່ວປະເທດປ້ອງກັນ, ຕ້ານ ແລະ ຍາດໄດ້ໄຊຊະນະຕໍ່ໂລກລະບາດໂຄວິດ - 19. ພ້ອມກັນນັ້ນ, ທົ່ວເກາະສືບຕໍ່ແຂ່ງຂັນປະຕິບັດສຳເລັດໜ້າທີ່ຝຶກແອບບ, ກຽມພ້ອມການສູ້ຮົບ, ຮັບປະກັນທຸກດ້ານໃນການປະຕິບັດງານ, ປະຕິບັດກົດໝາຍ, ລະບຽບວິໄນຢ່າງເຂັ້ມງວດ.

vovworld.vn

ເຫດການ
302 Found

Found

The document has moved here.