ບົດຂຽນຂອງທ່ານເລຂາທິການໃຫຍ່ຫງວຽນຝຸຈ້ອງ ແມ່ນບົດຮຽນອັນລ້ຳຄ່າ, ​ມີຈຸດພິເສດສະເພາະຂອງ ຫວຽດນາມ

12:38 | 25/08/2021

ຍສໝ - ຕາມທ່ານ ໂພສີ ແກ້ວມະນີວົງ ແລ້ວ, ບົດຂຽນສະແດງໃຫ້ເຫັນທິດສະດີ ແລະ ພຶດຕິກຳຕົວຈິງຜ່ານການພັດທະນາຂອງ ຫວຽດນາມ ມາເປັນເວລານັບສິບປີ ຕາມເປົ້າໝາຍກ້າວຂຶ້ນສັງຄົມນິຍົມບົນພື້ນຖານຢຶດໝັ້ນລັດທິມາກ - ເລນິນ, ແນວຄິດໂຮ່ຈີມິນ ທີ່ມີຈຸດພິເສດສະເພາະຂອງ ຫວຽດນາມ.

ປະຊາຄົມຊາວຫວຽດນາມຢູ່ໂປໂລຍຈັດງານບຸນ ວູລານ ຢ່າງສົມກຽດ ເພື່ອຕອບບຸນແທນຄຸນພໍ່ແມ່ ປະຊາຄົມຊາວຫວຽດນາມຢູ່ໂປໂລຍຈັດງານບຸນ ວູລານ ຢ່າງສົມກຽດ ເພື່ອຕອບບຸນແທນຄຸນພໍ່ແມ່
ຍອດວົງເງິນນຳເຂົ້າ ແລະສົ່ງອອກຂອງຫວຽດນາມເພີ່ມຂຶ້ນ 28,6% ຍອດວົງເງິນນຳເຂົ້າ ແລະສົ່ງອອກຂອງຫວຽດນາມເພີ່ມຂຶ້ນ 28,6%
ບົດຂຽນຂອງທ່ານເລຂາທິການໃຫຍ່ຫງວຽນຝຸຈ້ອງ ແມ່ນບົດຮຽນອັນລ້ຳຄ່າ, ​ມີຈຸດພິເສດສະເພາະຂອງ ຫວຽດນາມ
ທ່ານ ໂພສີ ແກ້ວມະນີວົງ, ຜູ້ອຳນວຍການໃຫ່ຍວິທະຍຸກະຈາຍສຽງແຫ່ງຊາດລາວ. ພາບ: vov.vn

ບົດຂຽນ “ບາງບັນຫາທິດສະດີ ແລະ ພຶດຕິກຳຕົວຈິງ ກ່ຽວກັບສັງຄົມນິຍົມ ແລະ ເສັ້ນທາງກ້າວຂຶ້ນສັງຄົມນິຍົມ ຢູ່ ຫວຽດນາມ” ແມ່ນບົດຮຽນອັນລ້ຳຄ່າ, ມີຄວາມໝາຍສຳຄັນທີ່ມີຈຸດພິເສດສະເພາະຂອງ ຫວຽດນາມ. ນັ້ນແມ່ນຂໍ້ສັງເກດຂອງ ທ່ານ ໂພສີ ແກ້ວມະນີວົງ, ຜູ້ອຳນວຍການໃຫ່ຍວິທະຍຸກະຈາຍສຽງແຫ່ງຊາດລາວ (LNR), ເມື່ອຕອບສຳພາດຕໍ່ນັກຂ່າວ ວິທະຍຸກະຈາຍສຽງແຫ່ງຊາດ ຫວຽດນາມ ປະຈຳ ລາວ ກ່ຽວກັບບົດຂຽນຂອງ ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງ.

ຕາມທ່ານ ໂພສີ ແກ້ວມະນີວົງ ແລ້ວ, ບົດຂຽນສະແດງໃຫ້ເຫັນທິດສະດີ ແລະ ພຶດຕິກຳຕົວຈິງຜ່ານການພັດທະນາຂອງ ຫວຽດນາມ ມາເປັນເວລານັບສິບປີ ຕາມເປົ້າໝາຍກ້າວຂຶ້ນສັງຄົມນິຍົມບົນພື້ນຖານຢຶດໝັ້ນລັດທິມາກ - ເລນິນ, ແນວຄິດໂຮ່ຈີມິນ ທີ່ມີຈຸດພິເສດສະເພາະຂອງ ຫວຽດນາມ.

ທ່ານ ໂພສີ ແກ້ວມະນີວົງ ເນັ້ນໜັກວ່າ ບົດຂຽນ ຂອງ ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງ ໄດ້ສະແດງໃຫ້ເຫັນແນວທາງ, ເປົ້າໝາຍຂອງ ພັກກອມມູນິດ ຫວຽດນາມ ໂດຍທ່ານປະທານໂຮ່ຈີມິນ ລິເລີ່ມ ແມ່ນ ເໝາະສົມທີ່ສຸດ, ນັ້ນແມ່ນການກໍ່ສ້າງລະບົບການເມືອງ ເຊິ່ງສິດອຳນາດຂຶ້ນກັບ ປະຊາຊົນ, ໂດຍປະຊາຊົນ ແລະ ຮັບໃຊ້ຜົນປະໂຫຍດຂອງປະຊາຊົນ.

ທັງລາວ ແລະ ຫວຽດນາມ ລ້ວນແຕ່ຢຶດໝັ້ນລັດທິ ມາກ - ເລນິນ, ຖືນັ້ນແມ່ນພື້ນຖານທິດສະດີໃຫ້ແກ່ພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ ແລະ ພ້ອມກັນກ້າວມຸ່ງໄປເຖິງການສ້າງສັງຄົມນິຍົມ.

ໄຊພອນ

ເຫດການ
302 Found

Found

The document has moved here.