ອິນ​ເດຍ ພ້ອມ​ແລ້ວ​ທີ່​ຈະ​ສະ​ໜອງວັກ​ຊິນ​ກັນ​ໂຄວິດ - 19 Remdesivir 1 ລ້ານ​ໂດ​ສ ໃຫ້​ແກ່ ຫວຽດາມ

06:17 | 06/08/2021

ຍ​ສ​ໝ - ຕອນ​ຄ່ຳ​ວັນ​ທີ 3 ສິງ​ຫາ, ກະ​ຊວງ​ອຸດ​ສາ​ຫະ​ກຳ ແລ​ະ ການ​ຄ້າ ໄດ້​ຄັດ​ສະ​ເໜີຂໍ້​ມູນ​ຈາກ​ຫ້ອງ​ການ​ການ​ຄ້າ ຫວຽດ​ນາມ ປະ​ຈຳ ອິນ​ເດຍ ໃຫ້​ຮູ້​ວ່າ ບັນ​ດາ​ວິ​ສ​າ​ຫະ​ກິດການ​ຢາຂອງ ອິນ​ເດຍ ພ້ອມ​ແລ້ວ​ທີ່​ຈະ​ສະ​ໜອງ​ວັກ​ຊິນ 1 ລ້ານ​ໂດ​ສ​ໃຫ້​ແກ່ ຫວຽດ​ນາມ.

ຕັ້ງໜ້າຜັນຂະຫຍາຍວຽກງານສະ​ໜັບ​ສະ​ໜູນການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຕັ້ງໜ້າຜັນຂະຫຍາຍວຽກງານສະ​ໜັບ​ສະ​ໜູນການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19
Zalo ເປີດ​ຕົວ​ໂປຼ​ແກ​ມ​ຊ່ວຍ​ປະ​ຊາ​ຄົມ ໜູນ​ຊ່ວຍ​ກັນ​ຢ່າງ​ຮີບ​ດ່ວນ​ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19 Zalo ເປີດ​ຕົວ​ໂປຼ​ແກ​ມ​ຊ່ວຍ​ປະ​ຊາ​ຄົມ ໜູນ​ຊ່ວຍ​ກັນ​ຢ່າງ​ຮີບ​ດ່ວນ​ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19
ອິນ​ເດຍ ພ້ອມ​ແລ້ວ​ທີ່​ຈະ​ສະ​ໜອງວັກ​ຊິນ​ກັນ​ໂຄວິດ - 19 Remdesivir 1 ລ້ານ​ໂດ​ສ ໃຫ້​ແກ່ ຫວຽດາມ
​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ອິນ​ເດຍ ຟ້າມ​ແຊງ​ເຈົາ (ພາບ: MOIT)

ຕາມ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ອິນ​ເດຍ ຟ້າມ​ແຊງ​ເຈົາ ​ແລ້ວ, ພາຍຫຼັງ​ໄລ​ຍະ​ເຮັດ​ວຽກ​ຢ່າງ​ຕັ້ງ​ໜ້າ​ກັບຫຼາຍ​ບໍ​ລິ​ສັດ​ການ​ຢາ​ໃຫຍ່​ຢູ່ ອິນ​ເດຍ ​ຄື Hetero, Dr. Reddy, Cipla, Jubilant, Mylan, Zydus ແລະ Cadila… ບັນ​ດາ​ວິ​ສາ​ຫະ​ກິດນີ້ ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ສະ​ໜອງວັກ​ຊິນ​ກັນ​ໂຄວິດ - 19 Remdesivir 1 ລ້ານ​ໂດ​ສ ​ໃຫ້ ຫວຽດ​ນາມ ພາຍໃນ​​ເວ​ລາ 30 ວັນ​ຈະ​ມາ​ເຖິງ.

ບັນ​ດາ​ອົງ​ການ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບຂອງ ອິ​ນ​ເດຍ ຈະ​ພິ​ຈາ​ລະ​ນາ​ສ້າງ​ເງື່ອນ​ໄຂ​ດີ​ທີ່​ສຸດໃຫ້​ແກ່ບັນ​ດາ​ວິ​ສ​າ​ຫະ​ກິດ ອິນ​ເດຍ ​ປະ​ຕິ​ບັດ​ບັນ​ດາ​ລະ​ບຽບ​ການ​ສົ່ງ​ອອກໃຫ້​ສ​ຳ​ເລັດ. ບັນ​ດາ​ວິ​ສ​າ​ຫະ​ກິດ ຕ້ອງ​ປະ​ຕິ​ບັດ​ລະ​ບຽບ​ການ​ຢູ່​ກົມ​ໃຫຍ່​ການ​ຄ້າ ອິນ​ເດຍ ຫຼື ບັນ​ດາ​ຫ້ອງວ່າ​ການ​ຕັ້ງ​ຢູ່​ບັນ​ດາ​ສູນ​ເສດ​ຖະ​ກິດ​ໃຫຍ່ໃຫ້​ສ​ຳ​ເລັດ.

ຫ້ອງ​ການ​ການ​ຄ້າ ຫວຽດ​ນາມ ປະ​ຈຳ ອິນ​ເດຍ ຖື​ວ່າ ເລື່ອງ​​ຊື້​ຢຸກ​ຢາ​ທີ່​ຈຳ​ເປັນ​ຈາກ​ອິນ​ເດຍ​​ໄດ້ໂດຍ​ໄວ ຈະ​ຊ່ວຍ​ໃຫ້​ພວກ​ເຮົາ​ສາ​ມາດ​ຄວບ​ຄຸມ​ ແລະ ເອົາ​ຊະ​ນະ​ຕໍ່​ໂລກ​ລະ​ບາດ​ໂຄວິດ - 19 ໂດຍ​ໄວ.

ຕາມ​ປະ​ສົບ​ການ​ຂອງ ອິນ​ເດຍ ​ແລ້ວ, ເພື່ອ​ສາ​ມາດ​ຄວບ​ຄຸ​ມ​ໂລ​ກ​ລະ​ບ​າດ ໂຄວິດ - 19 ໄດ້​ຢ່າງວ່ອງ​ໄວ ແລະ ​ມີ​ປະ​ສິດ​ທິ​ຜົນ​, ໄປ​ຄຽງ​ຄູ່​ກັບ​ການ​ສັກ​ວັກ​ຊິນ​ແລ​້ວ ກໍ່​ແມ່ນ​ການ​ຊອກ​ຢາ​ປິ່ນ​ປົວ​ໃຫ້​ຜ​ູ້​ຕິ​ດ​ເຊື້ອທີ່​ມີ​ອາ​ການ​ໜັກໄດ້​ໂດຍ​ດ່​ວນ ກໍ່ມີ​ຄວາມ​ສຳ​ຄັນ​ທີ່​ສຸດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.