ແກ້​ໄຂ​ບັດ​ເຫຼືອງ IUU ເພື່ອ​ພັດ​ທະ​ນາ​ອາ​ຊີບ​ຫາ​ປາ​ແບບ​ຍືນ​ຍົງ

06:23 | 20/08/2020

ຍສ​ໝ - ໝົດ​ເດືອນ ທັນ​ວາ ຈະ​ມີ 100% ຈຳ​ນວນ​ກ່ຳ​ປັ່ນ​ມີ​ຂະ​ໜາດ​ແຕ່ 15 ແມັດ ຂຶ້ນ​ເມືອ​ຂອງ​ແຂວງ ເມື່ອ​ເຂົ້າ​ຮ່ວມ​ການ​ຂຸດ​ຄົ້ນ​ສິນ​ທະ​ເລ​ຕ້ອງ​ຕິດ​ຕັ້ງ​ອຸ​ປະ​ກອນ​ຕິດ​ຕາມ​ການ​ເດີນເຮືອ​ຢ່າງ​ຖືກ​ຕ້ອງ​ຕາ​ມ​ກຳ​ນົດ. ຄຽງ​ຄູ່​ກັ​ນ​ນັ້ນ, ແຂວງ​ກໍ່​ໄດ້​ສັບ​ຊ້ອນ, ຈັດ​ຕັ້ງກົງ​ຈັກ​ຄຸ້ມ​ຄອງ​ສິນ​ໃນ​ນ້ຳ​ຢ່າງ​ເໝ​າ​ະ​ສົມ ແລະ​ ມີ​ການ​ເຄື່ອນ​ໄຫວ​ຢ່າງປະ​ສິດ​ທິ​ຜົນ.

ແກ ໄຂ ບ ດ ເຫ ອງ iuu ເພ ອ ພ ດ ທະ ນາ ອາ ຊ ບ ຫາ ປາ ແບບ ຍ ນ ຍ ງ ແລ​ກ​ປ່ຽນ​ບັນ​ດາ​ມາດ​ຕະ​ການ​ເພື່ອ​ຊຸກ​ຍຸ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ​ລະ​ຫວ່າງ ຫວຽດ​ນາມ - ຈີນ
ແກ ໄຂ ບ ດ ເຫ ອງ iuu ເພ ອ ພ ດ ທະ ນາ ອາ ຊ ບ ຫາ ປາ ແບບ ຍ ນ ຍ ງ ເສດ​ຖະ​ກິດ​ຫວຽດ​ນາມ​ສືບ​ຕໍ່​ຟື້ນ​ຟູ
ແກ ໄຂ ບ ດ ເຫ ອງ iuu ເພ ອ ພ ດ ທະ ນາ ອາ ຊ ບ ຫາ ປາ ແບບ ຍ ນ ຍ ງ
ພາບ​ປະ​ກອບ

ທ່ານ ຫງວຽນ​ວັນ​ເຕິມ, ຫົວ​ໜ້າ​ພະ​ແນກ ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ກຽນ​ຢາງ ເໜັ້ນ​ໜັກວ່າເປົ້າ​ໝາຍ​ຂອງ​ແຂ​ວງ​ແມ່ນ​ສູ້​ຊົນ​ໝົດ​ເດືອນ​ສິງ​ຫານີ້ ຈະ​ສະ​ກັດ​ກັ້ນ​ສະ​ພາບ​ການ​ກ່ຳ​ປັ່ນ​ຫາ​ປາ ແລະ ຊາວ​ປະ​ມົງ​ກ​ຽນ​ຢາງ​ລະ​ເມີດ​ເຂດ​ທະ​ເລ​ຕ່າງ​ປະ​ເທດ​ຂຸດ​ຄົ້ນ​ສິນ​ທະ​ເລ​ຢ່າງ​ຜິດ​ກົດ​ໝາຍ ໂດຍ​ພື້ນ​ຖານ.

ໝົດ​ເດືອນ ທັນ​ວາ ຈະ​ມີ 100% ຈຳ​ນວນ​ກ່ຳ​ປັ່ນ​ມີ​ຂະ​ໜາດ​ແຕ່ 15 ແມັດ ຂຶ້ນ​ເມືອ​ຂອງ​ແຂວງ ເມື່ອ​ເຂົ້າ​ຮ່ວມ​ການ​ຂຸດ​ຄົ້ນ​ສິນ​ທະ​ເລ​ຕ້ອງ​ຕິດ​ຕັ້ງ​ອຸ​ປະ​ກອນ​ຕິດ​ຕາມ​ການ​ເດີນເຮືອ​ຢ່າງ​ຖືກ​ຕ້ອງ​ຕາ​ມ​ກຳ​ນົດ. ຄຽງ​ຄູ່​ກັ​ນ​ນັ້ນ, ແຂວງ​ກໍ່​ໄດ້​ສັບ​ຊ້ອນ, ຈັດ​ຕັ້ງກົງ​ຈັກ​ຄຸ້ມ​ຄອງ​ສິນ​ໃນ​ນ້ຳ​ຢ່າງ​ເໝ​າ​ະ​ສົມ ແລະ​ ມີ​ການ​ເຄື່ອນ​ໄຫວ​ຢ່າງປະ​ສິດ​ທິ​ຜົນ.

ເພາະ​ສະ​ນັ້ນ, ແຂວງ​ໄດ້​ຍູ້​ແຮງ​ການ​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ຢ່າງ​ຄົບ​ຊຸດ​ຕາມ​ຄຳ​ຊີ້​ນຳ​ຂອງ​ສູນ​ກາງ ແລະ ມະ​ຕິ​ເລກ​ທີ 24 – NQ/TU ແຕ່​ວັນ​ທີ 13 ກໍ​ລະ​ກົດ 2020 ຂອງ ແຂວງ​ອົງ​ຄະ​ນະ​ພັກ​ແຂວງ​ກຽນ​ຢາງ​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ບັນ​ດາ​ມາດ​ຕະ​ການ​ຄຸ້ມ​ຄອງ​ສະ​ກັດ​ກັ້ນ, ຢຸດ​ຕິ​ກ່ຳ​ປັ່ນ ແລະ ຊາວ​ປະ​ມົງ​ກ​ຽນ​ຢາງ​ລະ​ເມີດ​ເຂດ​ທະ​ເລ​ຕ່າງ​ປະ​ເທດ​ຂຸດ​ຄົ້ນ​ສິນ​ທະ​ເລ​ຢ່າງ​ຜິດ​ກົດ​ໝາຍ, ໃນ​ນັ້ນ​ເອົາ​ໃຈ​ໃສ່​ເພີ່ມ​ທະ​ວີ​ການກວດ​ກາ, ລາດ​ຕາ​ເວນ, ກວດ​ສອບ​ຢູ່​ທະ​ເລ ແລະ ບັນ​ດາ​ທ່າ​ກ່ຳ​ປັ່ນ ເພື່ອກວ​ດ​ພົບ, ແກ້​ໄຂ​ຢ່າງ​ທັນ​ການ​ດ້ວຍ​ບັນ​ດາ​ຮູບ​ພາບ​ສູງ​ທີ່​ສຸດ​ຕໍ່​ບັນ​ດາ​ການ​ກະ​ທຳ​ທີ່​ລະ​ເມີດ​ໃນ​ຂົງ​ເຂດ​ສິນ​ໃນ​ນ້ຳ.

ບັນ​ດາ​ໜ່ວຍ​ງານ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ກ່ຽວ​ຂ້ອງ​ຄວບ​ຄຸ​ມ​ກ່ຳ​ປັ່ນທີ່​ທຽບ - ອອກ ຈາກ​ທ່າຢ່າງ​ແໜ້ນ​ແຟ້ນ, ເດັດ​ດ່ຽວ​ບໍ່​ແກ້​ໄຂ​ກ່ຳ​ປັ່ນ​ທີ່​ມີ​ການ​ກະ​ທຳ​ລະ​ເມີດ​ບັນ​ດາ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ການ​ຂຸດ​ຄົ້ນ IUU ບໍ່​ໃຫ້ນຳ​ສິນ​ຄ້າ​ຂຶ້ນ​ທ່າ​ກ່ຳ​ປັ່ນ​ໃນ​ແຂວງ.

ນອກ​ຈາກ​ນັ້ນ, ແຂວງ​ໄດ້​ປະ​ຕິ​ບັດ​ຂໍ້​ກຳ​ນົດ, ແຜນ​ການ​ປະ​ສານ​ງານ​ລາດ​ຕາ​ເວນ​ໃນ​ການ​ເຄື່ອນ​ໄຫວ​ຂຸ​ດ​ຄົ້ນ​ສິນ​ໃນ​ນ້ຳ​ລະ​ຫວ່າງ 8 ແຂວງ​ລ​ວມ​ມີ ເບັ້ນ​ແຈ, ບິ່ງ​ຖ້ວນ, ຕຽນ​ຢາງ, ຈ່າ​ວິງ, ຊອກ​ຈັງ, ບາກ​ລຽ​ວ, ກ​ຽນ​ຢາງ, ກ່າ​ເມົາ ແລະ ໄດ້​ລົງ​ນາມ​ແຜນ​ການ​ປະ​ສາມ​ງານ​ລາດ​ຕາ​ເວນ​ລວມ​ໃນ​ການ​ເຄື່ອນ​ໄຫວ​ຂຸດ​ຄົ້ນ​ສິນ​ທະ​ເລ​ແຂ​ວງ​ກ່າ​ເມົາ.

ແກ ໄຂ ບ ດ ເຫ ອງ iuu ເພ ອ ພ ດ ທະ ນາ ອາ ຊ ບ ຫາ ປາ ແບບ ຍ ນ ຍ ງ ແລ​ກ​ປ່ຽນ​ບັນ​ດາ​ມາດ​ຕະ​ການ​ເພື່ອ​ຊຸກ​ຍຸ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ​ລະ​ຫວ່າງ ຫວຽດ​ນາມ - ຈີນ

ຍ​ສໝ - ສອງ​ຝ່າຍ​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ເມື່ອ​ເຫັນ​ໄດ້​ວ່າ ມີຫຼາຍ​ບັນ​ຫາ​ແລກ​ປ່ຽນ​ກັນ​ຢູ່ກອງ​ປະ​ຊຸມ​ຄັ້ງ​ທີ 8 ກຸ່ມ​ປະ​ຕິ​ບັດ​ໄດ້​ສົມ​ທົບ​ກັນ​ແກ້​ໄຂ​ແລ້ວ.

ແກ ໄຂ ບ ດ ເຫ ອງ iuu ເພ ອ ພ ດ ທະ ນາ ອາ ຊ ບ ຫາ ປາ ແບບ ຍ ນ ຍ ງ ເສດ​ຖະ​ກິດ​ຫວຽດ​ນາມ​ສືບ​ຕໍ່​ຟື້ນ​ຟູ

ຍ​ສ​ໝ - WB ໃຫ້​ຂໍ້​ສັງ​ເກດ​ວ່າ ໃນ​ໄລ​ຍະ​ຈະ​ມາ​ເຖິງ, ການ​ປະ​ກົດ​ຂຶ້ນ​ບັນ​ດາ​ກໍ​ລະ​ນີ​ຕິດ​ເຊື້ອ​ພະ​ຍາດ Covid – 19 ໃນ​ຊຸມ​ຊົນ ພ້ອມ​ກັບ​ບັນ​ດາ​ມາດ​ຕະ​ການ​ຈຳ​ກັດ​ໃໝ່, ຈະ​ສ້າງ​ຜົນ​ກະ​ທົບ​ຕໍ່​ວິ​ວັດ​ການ​ຟື້ນ​ຟູ​ເສດ​ຖະ​ກິດ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ບັນ​ດາ​ຜົນ​ກະ​ທົບ​ຫຍໍ້​ທໍ້​ຂອງ​ມັນ​ຈະຫຼຸດຫຼົງ​ສ່ວນ​ໃດ​ສ່ວນ​ໜຶ່ງ​ຍ້ອນ ລັດ​ຖະ​ບານ​ໄດ້ ແລະ ພວມ​ມາ​ນະ​ພະ​ຍາ​ຍາມ​ຍູ້​ໄວ​ການ​ຜ​ັນ​ຂະ​ຫຍາຍ​ໂຄງ​ການ​ລົງ​ທຶນ​ພາກ​ສາ​ທາ​ລ​ະ​ນະ​ເປັນ​ຕົ້ນ​ແມ່ນ​ຢູ່​ບັນ​ດາ​ທ້ອງ​ຖິ່ນ.

ແກ ໄຂ ບ ດ ເຫ ອງ iuu ເພ ອ ພ ດ ທະ ນາ ອາ ຊ ບ ຫາ ປາ ແບບ ຍ ນ ຍ ງ ລັດຖະບານຫວຽດນາມ ຍັງຮັກສາເປົ້າໝາຍຄວບຄູ່ເພື່ອໃຫ້ບັນດານັກລົງທຶນອິນເດຍ ມີຄວາມອຸ່ນອ່ຽນໃຈສຳລັບກາລະໂອກາດທຳມາຫາກິນຢູ່ຫວຽດນາມ

ຍສໝ - ຫວຽດນາມມີຄວາມສາມາດບົ່ມຊ້ອນພັດທະນາຢ່າງໃຫຍ່ຫຼວງໃນຂະແໜງເຕັກໂນໂລຢີຂໍ້ມູນຂ່າວສານ ຍ້ອນມີແຫຼ່ງຊັບພະຍາກອນມະນຸດໜຸ່ມ ແລະ ສະພາບແວດລ້ອມແຫ່ງການລົງທຶນ ທີ່ດຶງດູດໃຈ, ກາຍເປັນໜຶ່ງໃນບັນດາຈຸດນັດພົບຂອງການລົງທຶນທີ່ພົ້ນເດັ່ນທີ່ສຸດໃນພາກພື້ນ ສຳລັບບັນຫາວິສາຫະກິດ ອິນເດຍ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.