ຮ່າໂນ້ຍ ຮຽກຮ້ອງໃຫ້ປະຊາຊົນທີ່ເຂົ້າ-ອອກຫ້ອງການ ແລະ ສຳນັກງານ ຕ້ອງສະແກນລະຫັດ QR

14:14 | 18/07/2021

ຍສໝ - ເພື່ອເພີ່ມທະວີມາດຕະການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດ, ຄະນະກຳມະການປະຊາຊົນນະຄອນຫຼວງຮ່າໂນ້ຍ ໄດ້ປະກາດໃຊ້ໜັງສືທາງການ ສະບັບເລກທີ 2180 / UBND-KGVX ກ່ຽວກັບການຍູ້ແຮງກ​ານ​ຜັນ​ຂະ​ຫຍາຍການສະແກນລະຫັດ QR ເພື່ອຄຸ້ມຄອງຂໍ້ມູນຂອງປະຊາຊົນທີ່ເຂົ້າ-ອອກຕາມ​ຫ້ອງ​ ກ​ານສຳນັກງານຕ່າງໆ ເພື່ອປ້ອງກັນ ແລະ ຕ້ານພະຍາດ COVID-19.

ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ເປັນເຈົ້າການຮັບມືກັບໂລກລະບາດໂຄວິດ-19 ໃນສະພາບການໃໝ່ ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ເປັນເຈົ້າການຮັບມືກັບໂລກລະບາດໂຄວິດ-19 ໃນສະພາບການໃໝ່
ສະຖານທີ່ທ່ອງທ່ຽວ 3 ແຫ່ງ-ທີ່ມີຊື່ສຽງ ແລະ ດຶງດູດນັກທ່ອງທ່ຽວຕາເວັນຕົກ ຂອງ ຮ່າໂນ້ຍ ສະຖານທີ່ທ່ອງທ່ຽວ 3 ແຫ່ງ-ທີ່ມີຊື່ສຽງ ແລະ ດຶງດູດນັກທ່ອງທ່ຽວຕາເວັນຕົກ ຂອງ ຮ່າໂນ້ຍ

ຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ໄດ້ມອບໃຫ້ຄະນະກຳມະການປະຊາຊົນບັນດາເມືອງ, ເທສະບານແຂວງຕ່າງໆ ຊີ້ນຳການແຈ້ງຂໍ້​ມູນສຸຂະພາບທາງເອເລັກໂຕຣນິກ ແລະ ການສະແກນລະຫັດ QR ເພື່ອຄວບຄຸມກວດກ​າຂໍ້ມູນຂອງຄົນທີ່ເຂົ້າ​ກາ-ອອກສຳນັກງານ, ອົງການ, ສະຖານທີ່ຕັ້ງຕ່າງໆໃນພື້ນທີ່; ຮຽກຮ້ອງໃຫ້ທຸກໜ່ວຍງານ, ອົງການ ແລະ ຫ້ອງການບໍລິການ…ຕ້ອງການຄວບຄຸມກວດກ​າຄົນທີ່ເຂົ້າມາ​ພາກ​ສ່ວນ​ຕົນ ໂດຍການສະແກນລະຫັດ QR.

ຮ່າໂນ້ຍ ຮຽກຮ້ອງໃຫ້ປະຊາຊົນທີ່ເຂົ້າ-ອອກຫ້ອງການ ແລະ ສຳນັກງານ ຕ້ອງສະແກນລະຫັດ QR
ຮ່າໂນ້ຍ ຮຽກຮ້ອງໃຫ້ປະຊາຊົນທີ່ເຂົ້າ-ອອກຫ້ອງການ ແລະ ສຳນັກງານ ຕ້ອງສະແກນລະຫັດ QR. (ພາບ: ncov.moh.gov.vn)

ຄະນະກຳມະການປະຊາຊົນນະຄອນ ໄດ້ມອບໃຫ້ພະແນກ, ຄະ​ນະ ແລະ ຂະແໜງການທີ່ກ່ຽວຂ້ອງ ຈັດຕັ້ງປະຕິບັດເນື້ອໃນດັ່ງກ່າວຢ່າງຈິງຈັງ. ພິເສດ, ພະແນກຖະແຫຼງຂ່າວ ແລະ ສື່ມວນຊົນຮ່າໂນ້ຍ ​ຕ້ອງເພີ່ມທະວີການປະສານສົມທົບໃນການຊີ້ນຳ, ​ກຳ​ນົດທິດ, ແນະ​ນຳ ແລະ ສະໜອງຂໍ້ມູນຂ່າວສານໃຫ້ບັນດາອົງການ​ສື່​ມວນ​ຊົນ ແລະ ລະບົບຂໍ້ມູນຂ່າວສານຮາກຖານ ເພື່ອປະຕິບັດການໂຄສະນາເຜີຍແຜ່ຢ່າງກວ້າງຂວາງ, ຮຽກຮ້ອງໃຫ້ບັນດາສຳນັກງານ, ອົງການຈັດຕັ້ງ, ສະຖານທີ່ຕ່າງໆຜັນ​ຂ​ະ​ຫຍາຍ, ໂຄສະນາ ແລະ ແນະນຳບັນດາໜ່ວຍງານຕ່າງໆ ເພື່ອເຂົ້າ​ໃນ​ເວ​ບ​ໄຊ໌: https://tailieu.bluezone.gov.vn ເພື່ອດາວໂຫລດເອກະສານແນະນຳ​ການ​ນຳ​ໃຊ້ ແລະ ການສະແກນລະຫັດ QR.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.