ປະ​ທານ​ສະ​ພາ​ສູງ ກຳ​ປູ​ເຈຍ ​ໃຫ້​ການ​ຕ້ອນ​ຮັບ ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ເຂົ້າ​ຢ້ຽມ​ຂ່ຳ​ນັບອຳລາ

21:24 | 30/06/2021

ຍ​ສ​ໝ - ຕອນ​ເຊົ້າ​ວັນ​ທີ 29 ມິ​ຖຸ​ນາ, ຢູ່​ສຳ​ນັກ​ງານ​ສະ​ພາ​ສູງ ທ່ານ Samdech Vibol Sena Phekdei Say Chhum ປະ​ທານ​ສະ​ພາ​ສູງ​ລາ​ຊະ​ອານ​າ​ຈັກ​ກຳ​ປູ​ເຈຍ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ ຫວູ​ກວາງ​ມິງ ເອກ​ອັກ​ຄະ​ລັດ​ຖະ​ທູດຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ສ​ສ.ຫວຽດ​ນາມ ປະ​ຈຳ ລາ​ຊາ​ອາ​ນະ​ຈັກ​ກຳ​ປູ​ເຈຍ ​ເຂົ້າ​ຢ້​ຽມ​ຂ່ຳ​ນັບອຳລາ.

ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ກຳ​ປູ​ເຈຍ​ ຮັກ​ສາທ່າ​ພັດ​ທະ​ນາ​ຢ່າງ​ຕັ້ງ​ໜ້າ​ໃນ​ສະ​ພາບ​ກາ​ນ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19 ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ກຳ​ປູ​ເຈຍ​ ຮັກ​ສາທ່າ​ພັດ​ທະ​ນາ​ຢ່າງ​ຕັ້ງ​ໜ້າ​ໃນ​ສະ​ພາບ​ກາ​ນ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19
ໜູນ​ຊ່ວຍ​ເງິນ​ເປັນ​ຈຳ​ນວນ​ກ່​ວາ 4 ຕື້​ດົ່ງ​ໃຫ້​ແກ່​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ທີ່​ຖືກ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ຄ​ໂວິດ - 19 ໜູນ​ຊ່ວຍ​ເງິນ​ເປັນ​ຈຳ​ນວນ​ກ່​ວາ 4 ຕື້​ດົ່ງ​ໃຫ້​ແກ່​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ທີ່​ຖືກ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ຄ​ໂວິດ - 19
ປະ​ທານ​ສະ​ພາ​ສູງ ກຳ​ປູ​ເຈຍ ​ໃຫ້​ການ​ຕ້ອນ​ຮັບ ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ເຂົ້າ​ຢ້ຽມ​ຂ່ຳ​ນັບອຳລາ

ທ່ານ Samdech Vibol Sena Phekdei Say Chhum ປະ​ທານ​ສະ​ພາ​ສູງ​ລາ​ຊະ​ອານ​າ​ຈັກ​ກຳ​ປູ​ເຈຍ ແລະ ທ່ານ ຫວູ​ກວາງ​ມິງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ລາ​ຊາ​ອາ​ນະ​ຈັກ​ກຳ​ປູ​ເຈຍ ​(ພາບ: nhandan.vn)

ໂດຍ​ຕາງ​ໜ້າ​ສະ​ພາ​ສູງ​ລາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍ, ທ່ານ Samdech Vibol Sena Phekdei Say Chhum ໄດ້​ສະ​ແດງ​ຄ​ວາມ​ຊົມ​ເຊີຍ ແລະ ຕີ​ລາ​ຄາ​ສູງ​ພາ​ລະ​ກຳ​ການ​ທູດທີ່​ປະ​ສົບ​ຜົນ​ສຳ​ເລັດ​ຂອງ ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວູກວາງ​ມິງ ຊຶ່ງ​ໄດ້​ມາ​ນະ​ພະ​ຍ​າ​ຍາມ​ປະ​ກອບ​ສ່ວນ​ປັບ​ປຸງ, ເພີ່​ມ​ທະ​ວີ​ນ້ຳ​ໃຈ​ມິດ​ຕະ​ພາບ, ສາ​ມັກ​ຄີ ແລະ ການ​ຮ່ວມ​ມື​ໃນ​ທຸກຂົງ​ເຂດທີ່​ນັບ​ມື້​ນັບ​ຍື​ນ​ຍົງ​, ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ຊາ​ຊົນ ແລະ ສອງ​ປະ​ເທດ​ຄື​ໃນ​ປັດ​ຈຸ​ບັນ ແລະ ໃນ​ອະ​ນາ​ຄົດ​.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວູກວາ​ງ​ມິງ ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ ​ທ່ານ​ປະ​ທານ​ສະ​ພາ​ສູງ Samdech ທີີ່ໄດ້​ສະຫຼະ​ເວ​ລາ​ອັນ​ລ້ຳ​ຄ່າ​ໃຫ້​ ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ມາ​ເຂົ້າ​ຢ້ຽມ​ຂໍ່າ​ນັບອຳ​ລາ​ກ່ອນ​ທີ່​ຈະ​ສິ້ນ​ສຸດ​ພາ​ລະ​ກຳ​ການ​ທູດ​ໃນ​ໄລ​ຍະ 3 ປີ​ຜ່ານ​ມາ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ ໄດ້​ຝາກ​ບັ​ນ​ດາ​ຄຳ​ຢຶ້​ຢາມ​ຖາມ​ຂ່າວ​ຂອງ​ການ​ນຳ​ຂັ້ນ​ສູງ​ພັກ, ລັດ, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ໄປ​ຍັງ​ປະ​ທານ​ສະ​ພາ​ສູງ Samdech.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວູກວາ​ງ​ມິງ ຢັ້ງ​ຢຶນ​ວ່າ ພັກ, ລັດ ແລ​ະ ປະ​ຊາ​ຊົນ ຫວຽດ​ນາມ ຍາມ​ໃດ​ກໍ່​ຈາ​ລຶກ​ໃນ​ໃຈ ແລະ ສ​ະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ສຳ​ລັບ​ປະ​ຊາ​ຊົນ​ກຳ​ປູ​ເຈຍ ທີ່​ໄດ້​ສະ​ໜັບ​ສະ​ໜູນ ແລະ ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຕໍ່​ສູ້​ຂອງ ປະ​ຊາ​ຊົນ ຫວຽດ​ນາມ ເພື່ອ​ເອ​ກະ​ລາດ​ຊົນ​ຊາດ, ປົດ​ປ່ອຍ ແລະ ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບຈົນ​ມາ​ຮອດ​ປັດ​ຈຸ​ບັນ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວູກວາ​ງ​ມິງ ໄດ້​ອວຍ​ພອນ​ບັນ​ດາ​ຜົນ​ສຳ​ເລັດ ແລະ ການພັດ​ທະ​ນາ​ໃນ​ທຸກດ​ຂົງ​ເຂດ​ເຊິ່ງ​ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ ໄດ້​ບັນ​ລຸ​ພາຍ​ໃຕ້​ການ​ຊີ້​ນຳ​ນຳ​ພາ​ຂອງ​ພັກ​ປະ​ຊາ​ຊົນ​ກຳ​ປູ​ເຈຍ ແລະ ລັດ​ຖະ​ບານ ກຳ​ປູ​ເຈຍ, ພິ​ເສດ​ແມ່ນ​ຜົນ​ສຳ​ເລັດ​ໃນ​ວຽກ​ງານ​ສະ​ກັດ​ກັ້ນ ໂລກ​ລະ​ບາດ​ໂຄວິດ - 19. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ ແລະ ພາກ​ພູມ​ໃຈ​ທີ່​ໄດ້​ເຫັນ​ປະ​ຈັກ​ຕາ​ການ​ຮ່ວມ​ມື​ອັນ​ດີ​ງາມ ແລະ ພັດ​ທະ​ນາ​ຢ່າງ​ແຮງ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ​ສອ​ງ​ປະ​ເທ​ດ.

ສ່ວນ​ທ່ານ ປະ​ທານ​ສະ​ພາ​ສູງ Samdech ໄດ້​ສ​ະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ອັນ​ເລິກ​ເຊິ່ງ​ຕໍ່​ລັດ​ຖະ​ບານ, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ທີ່​ໄດ້​ໜູນ​ຊ່ວຍ​ງົ​ບ​ປະ​ມານ, ອຸ​ປະ​ກອນ​ການ​ແພດ, ຜ້າ​ອັດ​ປາກ​ດັງ ໃຫ້​ແກ່​ລັດ​ຖະ​ບານ, ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ກຳ​ປຸ​ເຈຍ. ການ​ກະ​ທຳ​ອັນ​ສູງ​ສົ່ງ​ນັ້ນ ໄດ້​ປະ​ກອບ​ສ່ວນ​ຢ່າງ​ແທດ​ຈິງ​ເຂົ້າ​ການ​ບັ້ນ​ຕໍ່​ສູ້​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່​ລາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍ.

​ທ່ານ​ປະ​ທານ​ສະ​ພາ​ສູງ Samdech ໄດ້​ສະ​ແດງ​ຄຳ​ອວຍ​ພອນ ແລະ ເຄົາ​ລົບ​ຕໍ່​ພັກ​ກອມ​ມູ​ນິດ, ລັດ​ຖະ​ບານ, ສະ​ພາ​ປະ​ຊາ​ຊົນ, ກອງ​ທັບ ແລະ ປະ​ຊາ​ຊົນ ຫວຽດ​ນາມ ທີ່ໄດ້​ປະ​ຕິ​ບັດ​ຜັນ​ຂະ​ຫຍາຍ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ ແລະ ພັກ​ກອ​ມ​ມູ​ນິດ, ລັດ​ຖະ​ບານ, ສະ​ພາ​ແຫ່ງ​ຊາດ, ກອງ​ທັບ ແລະ ປະ​ຊາ​ຊົນ ຫວຽດ​ນາມ ຢ່າງ​ມີ​ໄຊ ຊຶ່ງ​ແນ່ນອນ​ວ່າ ຈ​ະ​ຍາດ​ໄດ້​ໄຊ​ຊະ​ນະ​ອັນ​ໃຫຍ່ຫຼວງ​ກ່​ວາ​ອີກ​ໃນ​ການ​ຜັນ​ຂະ​ຫຍາຍ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທິ 13 ຂອງ​ພັກ, ເປັນ​ຕົ້ນ​ແມ່ນ​ພາຍຫຼັງ​ສິ້ນ​ສຸດໂລກ​ລະ​ບາດ​ໂຄວິດ - 19.

ໂດຍ​ຕາງ​ໜ້າ​ສະ​ພາ​ສູງ ແລະ ໃນ​ນາມ​ສ່ວນ​ຕົວ, ທ່ານ Samdech ປະ​ທານ​ສະ​ພາ​ສູງ​ໄດ້​ສະ​ແດງ​ຄວາ​ມ​ຂອບ​ອົກ​ຂອບ​ໃຈ​ພັກ, ລັດ, ສະ​ພາ​ແຫ່ງ​ຊາດ, ລັດ​ຖະ​ບານ ແລະ ປະ​ຊາ​ຊົນ ຫວຽດ​ນາມ ທີ່​ຍາມ​ໃດ​ກໍ່ໃຫ້ການ​ຊ່ວຍ​ເຫຼືອ​ສະ​ໜັບ​ສະ​ໜູນ​ອັນ​ຍິ່ງ​ໃຫຍ່​ແກ່​ພາ​ລະ​ກິດ​ອັນ​ຊອບ​ທຳ​ຂອງ​ປະ​ຊາ​ຊົນ​ກຳ​ປູ​ເຈຍ ​ໃນ​ທຸກ​ສະ​ພາບ​ການ. ກຳ​ປູ​ເຈຍ ​ມີຄວາມຕັດ​ສິນ​ໃຈ​ຢ່າງ​ສູງ​ໃນ​ການ​ຮັກ​ສາ​ການ​ພົວ​ພັນ​ມິດ​ຕະ​ພາບ, ຄວາມ​ສາ​ມັກ​ຄີ ແລະ ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ ຕາມ​ທິດ​ບ້ານ​ໃກ້​ເຮືອນ​ຄຽງ​ອັນ​ດີ​ງາມ, ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບ​ດ້ານ ແລະ ຍາວ​ນານ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.