ຊຸກ​ຍູ້ກາ​ນ​ຮ່ວມ​ມືການ​ສຶກ​ສາ​ບຳ​ລຸງ​ສ້າງ ລະ​ຫວ່າງ ຫວຽດ​ນາມ - ໄຕ້​ຫວັນ

21:27 | 30/06/2021

ຍ​ສ​ໝ - ໂຄງ​ການ​ໂດຍ​ຫ້ອງ​ການ​ເສດ​ຖະ​ກິດ ວັດ​ທະ​ນະ​ທຳ ຫວຽດ​ນາມ ປະ​ຈຳ ໄຕ້​ຫວັນ (ຈີ​ນ​) ພ້ອມ​ກັບ​ການ​ໜູນ​ຊ່ວຍ​ຂອງ​ກະ​ຊວງ​ແຜນ​ການ ການ​ລຶງ​ທຶນ - ສູນ​ສົ່ງ​ເສີມ​ການ​ລົງ​ທຶນ​ພາກ​ເໜືອ ຂອງ ໄຕ​້ຫວັນ ​ປະ​ຕິ​ບັດ. ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາ​ມີໂຮງ​ຮຽນ ໄຕ້​ຫວັ​ນ 5 ແຫ່ງ​ໄດ້​ແນະ​ນຳ​ບັນ​ດາ​ໂຄງ​ການ​ທຶນ​ການສຶກ​ສາ​ ເດືອນ​ກັນ​ຍາ 2021.

ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ເຢຍ​ລະ​ມັນ ເລິກ​ເຊິ່ງ​ຂຶ້ນ​ຕື່ມ ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ເຢຍ​ລະ​ມັນ ເລິກ​ເຊິ່ງ​ຂຶ້ນ​ຕື່ມ
ອາກຊັງ​ຕີິນ ​ມີ​ຄວາມ​ປ​າດ​ຖະ​ໜາ​ຢາກ​ສ້າງ​ຕັ້ງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ກັບ ຫວຽດ​ນາມ​ ອາກຊັງ​ຕີິນ ​ມີ​ຄວາມ​ປ​າດ​ຖະ​ໜາ​ຢາກ​ສ້າງ​ຕັ້ງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ກັບ ຫວຽດ​ນາມ​
ຊຸກ​ຍູ້ກາ​ນ​ຮ່ວມ​ມືການ​ສຶກ​ສາ​ບຳ​ລຸງ​ສ້າງ ລະ​ຫວ່າງ ຫວຽດ​ນາມ - ໄຕ້​ຫວັນ
​ກອງ​ປະ​ຊຸມສຳ​ມະ​ນາ​ດ້ານການ​ສຶກ​ສາ ໄຕ້​ຫວັນ ປີ 2021 ດ້ວຍ​ຫົວ​ຂໍ້​ວ່າ “ໄປ​ຮຽນ​ຢູ່​ໄຕ​້ຫວັນ - ຫຼັກສູດບຳ​ລຸງ​ສ້າງ, ແຫຼ່ງ​ຊັບ​ພະ​ຍາ​ກອນ​ທີ່​ມີ​ຄຸນ​ນະ​ພາບ​ສູງ”

ສະ​ມາ​ຄົມ​ພັດ​ທະ​ນາ​ເສດ​ຖະ​ກິດ​ວັດ​ທະ​ນະ​ທຳການ​ສຶກ​ສາ ໄຕ​້ຫວັນ - ຫວຽດ​ນາມ ຫາ​ກໍ່​ຈັດ​ຕັ້ງໂຄງການ​ສຳ​ມະ​ນາ​ດ້ານການ​ສຶກ​ສາ ໄຕ້​ຫວັນ ປີ 2021 ດ້ວຍ​ຫົວ​ຂໍ້​ວ່າ “ໄປ​ຮຽນ​ຢູ່​ໄຕ​້ຫວັນ - ຫຼັກສູດບຳ​ລຸງ​ສ້າງ, ແຫຼ່ງ​ຊັບ​ພະ​ຍາ​ກອນມະ​ນຸດ​ທີ່​ມີ​ຄຸນ​ນະ​ພາບ​ສູງ”.

ໂຄງ​ການ​ໂດຍ​ຫ້ອງ​ການ​ເສດ​ຖະ​ກິດ ວັດ​ທະ​ນະ​ທຳ ຫວຽດ​ນາມ ປະ​ຈຳ ໄຕ້​ຫວັນ (ຈີ​ນ​) ພ້ອມ​ກັບ​ການ​ໜູນ​ຊ່ວຍ​ຂອງ​ກະ​ຊວງ​ແຜນ​ການ ການ​ລຶງ​ທຶນ - ສູນ​ສົ່ງ​ເສີມ​ການ​ລົງ​ທຶນ​ພາກ​ເໜືອ ຂອງ ໄຕ​້ຫວັນ ​ປະ​ຕິ​ບັດ. ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາ​ມີໂຮງ​ຮຽນ ໄຕ້​ຫວັ​ນ 5 ແຫ່ງ​ໄດ້​ແນະ​ນຳ​ບັນ​ດາ​ໂຄງ​ການ​ທຶນ​ການສຶກ​ສາ​ ເດືອນ​ກັນ​ຍາ 2021.

ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸມ​ສຳ​ມະ​ນາ, ທ່ານ​ນາງ ໂງ​ເຝິມ​ເຈິນ - ປະ​ທານ​ສະ​ມາ​ຄົມ​ພັດ​ທະ​ນາ​ເສດ​ຖະ​ກິດ​ວັດ​ທະ​ນະ​ທຳ​ການ​ສຶກ​ສາ ໄຕ້​ຫວັນ ຫວຽດ​ນາມ ໄດ້​ສະ​ແດງ​ຄວາມ​ຂອບ​ອົບ​ຂອບ​ໃຈ​ໄປ​ຍັງ​ຫ້ອງ​ການ​ເສດ​ຖະ​ກິດວັດ​ທະ​ນະ​ທຳ ຫວຽດ​ນາມ ປະ​ຈຳ ​ໄຕ​້ຫວັນ ແລະ ຫ້ອງ​ການ​ນິ​ຕິ​ບັນ​ຍັດ​ ໄຕ​້ຫວັນ ​ໃນ​ໄລ​ຍະ 6 ປີ​​ຜ່ານ​ມາ ທີ່ໄດ້​ສະ​ໜັບ​ສະ​ໜູນ ສະ​ມາ​ຄົມ​ໃນ​ການ​ສົ່ງ​ເສີມ​ການ​ຜັນ​ຂະ​ຫຍາຍ​ການ​ຮ່ວມ​ມື​ຂອງ​ນະ​ໂຍ​ບາຍ​ມຸ່ງ​ໄປ​ສູ່​ທາງ​ທິດ​ໃຕ້​ໃໝ່.

ຕາມ​ການ​ສະ​ຖິ​ຕິ​ແລ້ວ, ນັບ​ແຕ່​ປີ 2020 ມີ​ນັກ​ສຶກ​ສາ ຫວຽ​ດ​ນາມ ເກືອບ 18.000 ຄົນ​ພວມ​ຮ່ຳ​ຮຽນ​ຫຼັກສູດ​ບຳ​ລຸງ​ສ້າງ “ຮຽນ ແລະ ປະ​ຕິ​ບັດງານ​ຢູ່​ວິ​ສາ​ຫະ​ກິດ” ຢູ່​ ໄຕ​້ຫວັນ ແລະ ເດືອນ​ມິ​ຖຸ​ນາ ປີ 2021 ໄດ້ຈົບ​ຊຸດ​ຮຽ​ນ​ທຳ​ອິດ​. ປັດ​ຈຸ​ບັນ, ມີ​ນັກ​ສຶກ​ສາ​ປະ​ມານ 70% ທີ່ຮຽນຈົບ ສາມາດຊອກ​ຫາ​ໄດ້​ວຽກ​ເຮັດ​ງານ​ທຳ​ຢູ່ ​ໄຕ້​ຫວັນ, ມີ 15% ຮຽນ​ຕໍ່​ປະ​ລິ​ຍາ​ໂທ, 10%​ ຄາດ​ວ່າຈະ​ກັບ​ຄືນ​ຫວຽດ​ນາມ ເຮັດ​ວຽກ.

ເພື່ອ​ສ້າງ​ເງື່ອນ​ໄຂ​ເຊື່ອມ​ຕໍ່​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ບັນ​ດາ​ນັກ​ສຶກ​ສາທີ່​ຫາ​ກໍ່​​ຮຽນຈົບ, ພ້ອມ​ທັງ​ໜູນ​ຊ່ວຍ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ເອ​ເລັກ​ໂຕ​ນິກ, ໄຕ້​ຫວັນ ໄດ້​ກະ​ກຽມ​ການ​ລົງ​ທຶນ​ເຂົ້າ​ມາ​ຫວຽດ​ນາມ. ສະ​ມາ​ຄົມ ໄຕ້ຫວັນ - ຫວຽດ ໄດ້​ສົມ​ທົບ​ກັບ​ສະ​ມາ​ຄົມ​ເອ​ເລັກ​ໂຕ​ນິກ ຂອງ ໄຕ​ຫວັນ ຈະ​ຈັດ​ຕັ້ງ​ວັນ​ບຸນ​ເຮັດ​ວຽກ​ທາງ​ອອນ​ລາຍ ເພື່ອຊ່ວຍ​ໃຫ້​ນ້ອງໆ​ນັກ​ສຶກ​ສາ​ພາຍຫຼັງ​ຮຽນ​ຈົບ​ຈະ​ມີ​ໂອ​ກາ​ດ​ໄດ້​ສຳ​ພາດ​ທາງ​ອອນ​ລາຍ​ກັບ ກຸ່ມ​ບໍ​ລິ​ສັດ​ເອ​ເລັກ​ໂຕ​ນິກແຖວ​ໜ້າ​ຂອງ ໄຕ​ຫວັນ 16 ແຫ່ງ ທີ່ພວມ​ກະ​ກຽມ​​​ເຂົ້າ​ມາລົງ​ທຶນຢູ່ ຫວຽດ​ນາມ.

ບຸນ​ຄົງ

302 Found

Found

The document has moved here.