Danh Chanh Da - ນັກ​ຂ່າວຊາວ​​ເຜົ່າຂະ​ແມ ທີ່​ໄດ້​ຮັບຫຼຽນ​ໄຊ​ຮ່ວມ​ມື​ມິດ​ຕະ​ພາບ​ສາ​ກົນ

14:17 | 27/06/2021

ອ້າຍບ່າຍຊາວເຜົ່າຂະແມ ທີ່ມີຊື່ວ່າ Danh Chanh Da ຢູ່ຕາແສງ ດ້າຍເຕິມ, ເມືອງ ໝີຊວຽນ, ແຂວງ ຊອກຈັງ ໄດ້ພະຍາຍາມຮຽນຈົບມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດສາດ, ນະຄອນ ໂຮ່ຈີມິນ. ຫຼັງຈາກນັ້ນ, ອ້າຍບ່າວຄົນນີ້ ໄດ້ຮັບສະໝັກເຂົ້າເຮັດວຽກເປັນນັກຂ່າວຢູ່ສຳນັກຂ່າວສານ ຫວຽດນາມ. ນັກຂ່າວຊາວເຜົ່າສ່ວນໜ້ອຍຜູ້ນີ້ ບໍ່ພຽງແຕ່ປະຕິບັດສຳເລັດໜ້າທີ່ຕາມການມອບໝາຍໄດ້ເປັນຢ່າງດີເທົ່ານັ້ນ ຫາກຍັງມີຄວາມມານະພະຍາຍາມຫຼາຍຢ່າງ, ເປັນແບບຢ່າງອັນໃສແຈ້ງຂອງເພື່ອນນັກຂ່າວຄົນອື່ນໆໃນເຂດຮ່ຳຮຽນຕາມ. ຕໍ່ໄປ ເຊີນທ່ານຮັບຟັງບົດຂຽນຂອງນັກຂ່າວ ແຈງຕຸຍ ດ້ວຍຫົວຂໍ້: Danh Chanh Da - ນັກຂ່າວຊາວເຜົ່າຂະແມທີ່ໄດ້ຮັບຫຼຽນໄຊຮ່ວມມືມິດຕະພາບສາກົນ”.

ມອ​ບຫຼຽນ​ກາມິດ​ຕະ​ພາບ​ຂອງຫວຽດ​ນາມ​ໃຫ້​ແກ່​ຊາວ​ເຢຍ​ລະ​ມັນ​ສອງ​ຄົນ ມອ​ບຫຼຽນ​ກາມິດ​ຕະ​ພາບ​ຂອງຫວຽດ​ນາມ​ໃຫ້​ແກ່​ຊາວ​ເຢຍ​ລະ​ມັນ​ສອງ​ຄົນ
ພຽງ​ແຕ່​ຢາກ​ມີ​ສຸ​ຂະ​ພາບ​ທີ່​ແຂງ​ແຮງ​ເພື່ອ​ເບິ່ງ​ແຍງ​ດູ​ແລ​ລູກໆ ພຽງ​ແຕ່​ຢາກ​ມີ​ສຸ​ຂະ​ພາບ​ທີ່​ແຂງ​ແຮງ​ເພື່ອ​ເບິ່ງ​ແຍງ​ດູ​ແລ​ລູກໆ
Danh Chanh Da ປະຕິບັດໜ້າທີ່ຢູ່ຫ້ອງວ່າການລັດຖະບານ ລາຊະອານາຈັກ ກຳປູເຈຍ (ພາບ: TTXVN)
Danh Chanh Da ປະຕິບັດໜ້າທີ່ຢູ່ຫ້ອງວ່າການລັດຖະບານ ລາຊະອານາຈັກ ກຳປູເຈຍ (ພາບ: TTXVN)

ໂດຍກຳເນີດ ແລະ ເຕີບໃຫຍ່ຢູ່ຕາແສງ ດ້າຍເຕິມ ທີ່ມີມູນເຊື້ອເຮັດກະສິກຳ, ເຊິ່ງເປັນຕາແສງທີ່ມີອັດຕາຊາວເຜົ່າຂະແມກວມເອົາຫຼາຍກວ່າ 85% ປະຊາກອນ. ນັບແຕ່ຄາວຍັງນ້ອຍ, ຍ້ອນຄອບຄົວກໍປະສົບກັບຄວາມຫຍຸ້ງຍາກ, ເພື່ອສາມາດຮຽນໜັງສືໄດ້ ອ້າຍບ່າວ Danh Chanh Da ໄດ້ຍາດເວລາຕອນໜຶ່ງໄປຮຽນ, ສ່ວນຕອນໜຶ່ງຢູ່ເຮືອນຊ່ວຍເຫຼືອວຽກເຮືອນການຊານ, ວຽກໄຮ່ການນາ, ນັບທັງໄປຮັບຈ້າງເພື່ອຫາເງິນຊື້ປື້ມໄປໂຮງຮຽນ. Danh Chanh Da ມີຄວາມຮັກມັກໃນການຮຽນວິຊາວັນນະຄະດີ, ສະນັ້ນ, ນັບແຕ່ຄາວຍັງນ້ອຍ ລາວມີຄວາມຝັນຢາກກາຍເປັນນັກຂ່າວ. ດ້ວຍບັນດາຄວາມມານະພະຍາຍຍາມຂອງຕົນ, ຄວາມຝັນຂອງ Danh Chanh Da ໄດ້ປະກົດຜົນເປັນຈິງ ເມື່ອໄດ້ເສັງເຂົ້າພາກວິຊາວັນນະຄະດີຂອງມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດສາດ ນະຄອນ ໂຮ່ຈີມິນ. ພາຍຫຼັງຮ່ຳຮຽນມາເປັນເວລາ 4 ປີ, Danh Chanh Da ກໍໄດ້ຮັບໃບປະກາດສະນີຍະບັດ ປະລິນຍາຕີໃນຄວາມປະຕິຊົມຊື່ນ ແລະ ພາກພູມໃຈຂອງທັງຄອບຄົວ ແລະ ຍາດຕິພີ່ນ້ອງ.

ຫຼັງຈາກທີ່ຮຽນຈົບ ແລະ ໄດ້ຮັບຂ່າວວ່າ ອົງການຜູ້ຕາງໜ້າສຳນັກຂ່າວສານ ຫວຽດນາມ ປະຈຳ ພາກໃຕ້ ພວມຕ້ອງການຮັບສະໝັກນັກຂ່າວ, Danh Chanh Da ໄດ້ກໍຍື່ນເອກະສານເພື່ອເສັງຄັດເລືອກເຂົ້າເຮັດ ແລະ ໄດ້ຮັບເຂົ້າມາເຮັດວຽກເປັນນັກຂ່າວຂອງ ຫ້ອງການຕາງໜ້າສຳນັກຂ່າວສານ ຫວຽດນາມ ປະຈຳ ແຂວງ ຊອັກຈັງ - ບ້ານເກີດເມືອງນອນຂອງ Danh Chanh Da.

ໃນຊຸມວັນທຳອິດທີ່ເຂົ້າມາເຮັດວຽກ, ກໍຄືກັນກັບນັກຂ່າວໜຸ່ມຄົນອື່ນໆທີ່ຫາກໍເຮັດວຽກໃໝ່ໆ, Danh Chanh Da ຍັງສັບສົນ ແລະ ຍັງບໍ່ທັນກຳໄດ້ບັນດາໜ້າທີ່ຕົນເອງຕ້ອງເຮັດ. ແຕ່ດ້ວຍຄວາມມານະພະຍາຍາມດ້ວຍຕົນເອງ ພ້ອມທັງໄດ້ຮັບການຊ່ວຍເຫຼືອ ແລະ ການອຳນວຍຄວາມສະດວກຈາກທ່ານຫົວໜ້າຫ້ອງການຕາງໜ້າ ກໍໄດ້ຊ່ວຍໃຫ້ Danh Chanh Da ປັບຕົວເຂົ້າກັບສະພາບແວດລ້ອມ ແລະ ທຳຄວາມລື້ງເລີຍກັບວຽກງານຂອງຕົນໄດ້ຢ່າງວ່ອງໄວ, ເປັນເຈົ້າການໃນການເອົາຂ່າວ, ໄຈ້ແຍກ, ຕີລາຄາ ແລະ ຂຽນຂ່າວ, ບົດ. ພາຍຫຼັງຝຶກຝົນມາເປັນໄລຍະໜຶ່ງ, ປາຍປາກກາຂອງ Danh Chanh Da ນັບມື້ນັບແຫຼມຄົມກວ່າ, ວຽກງານແມ່ນແລ່ນສະດວກ ແລະ ມີປະສິດທິຜົນດີ. Danh Chanh Da ໄດ້ກາຍເປັນໜຶ່ງໃນບັນດາປາຍປາກກາຫຼັກໆຂອງ ຫ້ອງການຕາງໜ້າສຳນັກຂ່າວສານ ຫວຽດນາມ ປະຈຳ ຊອັກຈັງ ແລະ ຍາດໄດ້ຫຼາຍລາງວັນສື່ມວນຊົນໂດຍຫ້ອງການຈັດຂຶ້ນ.

ພົ້ນເດັ່ນທີ່ສຸດ ແມ່ນປີ 2018, Danh Chanh Da ຍາດໄດ້ລາງວັນ A (ລາງວັນລວມໝູ່) ໃນສາຍຂ່າວການພົວພັນກັບຕ່າງປະເທດ ແລະ ລາງວັນ B ໃນສາຍສື່ມວນຊົນລະດັບຊາດ ດ້ວຍຜົນງານມີຊື່ວ່າ “ເຮົາເສຍສະຫຼະເພື່ອໃຫ້ປະເທດເພື່ອນຟື້ນຟູຄືນໃໝ່.”

ທ່ານ ເຈິ່ນງອກທ້ຽນ, ຫົວໜ້າຫ້ອງການຕາງໜ້າສຳນັກຂ່າວສານ ຫວຽດນາມ ປະຈຳ ເກີ່ນເທີ, ເລຂາຄະນະພັກ ບັນດາຫ້ອງການຜູ້ຕາງໜ້າສຳນັກຂ່າວສານ ຫວຽດນາມ ປະຈຳ ພາກໃຕ້ແມ່ນ້ຳ ເຮົ້າ ໃຫ້ຮູ້ວ່າ ນັບແຕ່ເມື່ອຮຽນຈົບຈາກມະຫາວິທະຍາໄລມາຮອດປັດຈຸບັນ, ນັກຂ່າວໜຸ່ມຊາວເຜົ່າຂະແມ Danh Chanh Da ຍາມໃດກໍປະຕິບັດໜ້າທີ່ທີ່ໄດ້ຮັບການມອບໝາຍໄດ້ເປັນຢ່າງດີ. ທ່ານກ່າວວ່າ:

“ນັກຂ່າວໜຸ່ມ Danh Chanh Da ແມ່ນໜຶ່ງໃນຈຳນວນໜ້ອຍນັກຂ່າວຊາວເຜົ່າຂະແມ ທີ່ມີຈັນຍາບັນຄຸນສົມບັດດີ, ປະຕິບັດບັນດາກົດລະບຽບຂອງອົງການຢ່າງຄົບຖ້ວນ, ນັກຂ່າວໜຸ່ມ Danh Chanh Da ແມ່ນສະມາຊິກພັກ ທີ່ຍາມໃດກໍປະຕິບັດໜ້າທີ່ຂອງຕົນໄດ້ເປັນຢ່າງດີ. ພິເສດ, ລາວເຄີຍມີໄລຍະເວລາປະຕິບັດງານຢູ່ ກຳປູເຈຍ ແລະ ຜະລິດໄດ້ຫຼາຍຜົນງານທີ່ມີຄຸນນະພາບ. Danh Chanh Da ກໍແມ່ນນັກຂ່າວທີ່ສາມາດເຮັດໄດ້ທັງສາມຮູບແບບຂ່າວ ຄື ໂທລະພາບ, ຂ່າວບົດ ແລະ ຂ່າວພາບ”.

vovworld.vn

ເຫດການ
302 Found

Found

The document has moved here.