ການປັບປຸງສ້າງຄຸນສົມບັດສິນທຳ ແລະ ປະເທດຊາດໃຫ້ຈະເລີນຮຸ່ງເຮືອງ ຈາກພະລັງພາຍໃນຂອງວັດທະນະທຳຫວຽດນາມ

06:30 | 29/04/2021

ກ່ອນ​ອື່ນ​ໝົດ​ແມ່​ນຕ້ອງ​ເຂົ້າ​ໃຈ​ແຈ້ງ​ ກ່ຽວ​ກັບຄວາມ​ເສື່ອມໂຊມຂອງສິນທຳ ທາງສັງຄົມ, ລວມທັງ​ຄວາມ​ເສື່ອ​ມ​ໂຊມທາງ​ດ້ານ​ການ​ເມືອງ, ​ແນວ​ຄິດ, ຄຸນສົມບັດ, ​ແບບ​ແຜນ​ດຳລົງ​ຊີວິດຂອງ​ພະນັກງານ, ສະມາ​ຊິດ​ພັກ​ແລະ​ປະຊາຊົນຈຳນວນ​ໜຶ່ງ​ທີ່​ບໍ່​ໜ້ອຍ ​ເຮັດ​ໃຫ້​ຄວາມ​ເຂັ້ມ​ແຂງ​ຂອງ​ຊາດ​ຫຼຸດ​ລົງ. ສະຖານະ​ການ​ນີ້​ໃນ​ຂະ​ບວນການ​ພັດທະນາ​ເສດຖະກິດ​ຕະຫຼາດ​ໄດ້​ສົ່ງ​ຜົນ​ກະທົບ​ທາງ​ລົບ​, ບວກ​ກັບຈຸດ​ອ່ອນ ຂໍ້​ບົກພ່ອງ​ຂອງ​ການ​ຄຸ້ມ​ຄອງ​ສັງຄົມ, ຜົນ​ທີ່​ຕາມ​ມາ​ໃນ​ການ​ເຊື່ອມ​ໂຍງ... ​ກໍ່​ໃຫ້​ເກີດ​ການ​ຕໍ່ຕ້ານ​ການ​ພັດທະນາ ​ແລະ​ກໍ່​ແມ່ນການຕໍ່ຕ້ານວັດທະນະທຳ ​ເຊິ່ງພວກ​ເຮົາຕ້ອງ​ພະຍາຍາມ​ແກ້​ໄຂ​ຜ່ານ​ຜ່າ.

ຄະນະຜູ້ແທນພັກກອມມູນິດຫວຽດນາມ ເຂົ້າຮ່ວມກອງປະຊຸມສະພາວັດທະນະທຳອາຊີ ຄະນະຜູ້ແທນພັກກອມມູນິດຫວຽດນາມ ເຂົ້າຮ່ວມກອງປະຊຸມສະພາວັດທະນະທຳອາຊີ
ສ້າງ ແລະ ພັດທະນາວັດທະນະທຳ, ຊາວຫວຽດນາມເພື່ອຕ້ອງສະໜອງໄດ້ຄວາມຮຽກຮ້ອງໃນການພັດທະນາປະເທດຊາດ ສ້າງ ແລະ ພັດທະນາວັດທະນະທຳ, ຊາວຫວຽດນາມເພື່ອຕ້ອງສະໜອງໄດ້ຄວາມຮຽກຮ້ອງໃນການພັດທະນາປະເທດຊາດ

ການປັບປຸງ​ສ້າງຄຸນສົມບັດສິນທຳ ​ແລະ​ ປະເທດຊາດ​ໃຫ້​ຈະ​ເລີ​ນຮຸ່ງ​ເຮືອງ ຕ້ອງ​ໃຊ້ກຳລັງ​ແຮງ​ສັງ​ລວມ​ເພື່ອ​ສ້າງ​ພະລັງ​ພາຍ​ໃນ​ຂອງວັດທະນະທຳ ​ແລະ ​ໃຊ້​ພະລັງ​ພາຍ​ໃນຂອງ​ວັດທະນະທຳເພື່ອ​ແກ້​ໄຂ​ຜ່ານ​ຜ່າ​ຄວາມ​ເສື່ອ​ມ​ໂຊມ, ຊຸກຍູ້​ການ​ພັດທະນາ​ທີ່​ສົດ​ໃສຂອງ​ຜູ້​ຄົນ​ແລະ​ສັງຄົມ, ຈາກ​ນັ້ນ​ຈຶ່ງ​ສາມາດປັບປຸງສ້າງ​ຄຸນສົມບັດ​ສິນທຳ​ແລະ​ປະ​ເທດ​ຊາດ​ໃຫ້​ຈະ​ເລີ​ນຮຸ່ງ​ເຮືອງ​ໄດ້.

ການ​ປັບປຸງ​ຟື້ນ​ຟູ​ບໍ່​ພຽງ​ແຕ່​ແມ່ນ​ຄວາມ​ພະຍາຍາມ​ໃນ​ການ​ແກ້​ໄຂຈຸດ​ອ່ອນ, ຄວາມ​ເສື່ອ​ມ​ໂຊມ​ເທົ່າ​ນັ້ນ ​ແຕ່​ຍັງ​​ແມ່ນ​ການຊຸກຍູ້ຄວາມ​ດີ, ຄວາມ​ຕັ້ງໜ້າ​​ ໃນ​ການ​ພັດທະນາທຶນ​ແມ່ນ​ພື້ນຖານ, ຕົ້ນ​ຕໍ່ ​ໃນຊີວິດ​ສັງຄົມ, ​ໃນ​ຜູ້​ຄົນ​ແລະ​ຊຸມຊົນບັນດາ​ເຜົ່າຫວຽດນາມ ​ເປັນ​ເໝືອນແຫຼ່ງພະລັງງານທີ່ຍິ່ງ​ໃຫຍ່ ​ເຊິ່ງຕ້ອງໄດ້ຮັບການບຳລຸງ​ລ້ຽງແລະເສີມຂະຫຍາຍ.

ການປັບປຸງສ້າງຄຸນສົມບັດສິນທຳ ແລະ ປະເທດຊາດໃຫ້ຈະເລີນຮຸ່ງເຮືອງ ຈາກພະລັງພາຍໃນຂອງວັດທະນະທຳຫວຽດນາມ
ການປັບປຸງສ້າງຄຸນສົມບັດສິນທຳ ແລະ ປະເທດຊາດໃຫ້ຈະເລີນຮຸ່ງເຮືອງ ຈາກພະລັງພາຍໃນຂອງວັດທະນະທຳຫວຽດນາມ. (ພາບ: tapchicongsan)

ຕາມທັດສະນະພຶດຕິກຳຕົວຈິງ, ນັ້ນ​ແມ່ນການປະສານສົມທົບລະຫວ່າງ​ການ​ກໍ່ສ້າງ​ແລະການຕໍ່ຕ້ານ ທີ່ກ່າວມາ​ໃນບົດ​ນິພົນຂອງປະທານໂຮ່ຈີມິນ ທີ່​ມີ​ຫົວ​ຂໍ້ວ່າ: ຍົກ​ສູງ​ຄຸນສົມບັດ​ປະຕິວັດ, ລຶບລ້າງ​ລັດທິ​ເອກະ​ຊົນ, ​​ທີ່​ໄດ້​ຂຽນເນື່ອງ​ໃນ​ໂອກາດ​ພັກ​ກອມ​ມູນິດຫວຽດນາມ​ມີ​ອາຍຸ 39 ປີ, ວັນ​ທີ 3 ກຸມພາ 1969, ປີ​ສຸດ​ທ້າຍ​ທີ່​ປະທານ​ໂຮ່ຈີ​ມິນຍັງ​ມີ​ຊີວິດ​ຢູ່​ກັບ​ຊາວ​ຫວຽດນາມ. ຄຳພິ​ໄນ​ກຳ ເກືອບ 1.000 ຄຳ ທີ່​ປະທານ​ໂຮ່ຈີ​ມິນສ້າງ​ໄວ້​ໃຫ້ກັບທົ່ວປວງຊົນ ທົ່ວ​ພັກ​ກອມ​ມູນິດ​ຫວຽດນາມ ພ້ອມ​ດ້ວຍ​ແນວ​ຄິດ ​ແລະມໍລະດົກທັງໝົດຂອງ​ເພິ່ນ; ຄວາມຄິດ, ຄຸນສົມບັດສິນທຳແລະແບບ​ແຜນ​ທັງ​ໝົດ​ນັ້ນຂອງ​ເພິ່ນແມ່ນສົມບັດ​ອັນລ້ຳຄ່າ ​ເຊິ່ງ​ເພິ່ນ​ໄດ້​ສ້າງ​ໄວ້​ໃຫ້ກັບຊາວຫວຽດນາມທຸກໆ​ລຸ້ນຄົນ, ດຽວນີ້ພວກເຮົາຕ້ອງປະຕິບັດ​ແລະເສີມຂະຫຍາຍ.

ພວກເຮົາພົບເຫັນໃນຄຳແນະນຳຂອງປະທານ​ໂຮ່ຈີ​ມິນກ່ຽວ​ກັບບັນດາ​ທິດ​ທາງ​ໃຫຍ່, ໃນລະດັບຍຸດທະສາດແລະບັນດາວິທີ​ການ​ປະຕິບັດ​ຕົວ​ຈິງ ທີ່​ເປັນ​ເໝືອນບັນດາ​ວິທີ​ແກ້​ໄຂ, ບັນດາແຜນການແລະ​ໂຄງການປະຕິບັດງານ ເພື່ອນຳໃຊ້ພະລັງພາຍ​ໃນ​ຂອງວັດທະນະທຳ ​ໃນ​ການ​ປັບປຸງສ້າງ​ຄຸນສົມບັດສິນທຳ​ແລະ​ປະ​ເທດ​ຊາດ​ຫວຽດນາມ​ໃຫ້​ຈະ​ເລີ​ນຮຸ່ງ​ເຮືອງ ໃນສະໄໝປະຈຸ​ບັນ.

ການປັບປຸງສ້າງຄຸນສົມບັດສິນທຳ ແລະ ປະເທດຊາດໃຫ້ຈະເລີນຮຸ່ງເຮືອງ ຈາກພະລັງພາຍໃນຂອງວັດທະນະທຳຫວຽດນາມ
(ພາບ: tapchicongsan)

​ເພື່ອປະຕິບັດຄຳສັ່ງສອນຂອງປະທານ​ໂຮ່ຈີ​ມິນ, ບໍ່​ມີ​ຫຍັງ​ດີ​ໄປ​ກວ່າ​ການ​ປະຕິບັດຕາມ​ແນວທາງ​ປະຕິບັດ​ທີ່​ຍິ່ງ​ໃຫຍ່ 5 ປະການ​ທີ່​ເພິ່ນ​ໄດ້​ເປັນ​ແບບຢ່າງມາ​ຕະຫຼອດ​ຊີວິດ. ນັ້ນ​ແມ່ນ: 1 - ປະຕິບັດ​ທິດ​ສະ​ດີ​ໃນ​ພຶດຕິ​ກຳ, ລວມທິດ​ສະ​ດີ​ກັບ​ພຶດຕິ​ກຳ​ເປັນ​ເອກະ​ພາບ 2 - ປະຕິບັດ​ປະຊາທິປະ​ໄຕ, 3 - ປະຕິບັດ​ການ​ຂົນຂວາຍ​ປະຊາຊົນ, 4- ປະຕິບັດ​ຄວາມ​ສາມັກຄີ​​ແລະ​ມະຫາ​ສາມັກຄີ, 5- ປະຕິບັດ​ຄຸນສົມບັດ ດຸ​ໝັ່ນ ປະຢັດ, ຊື່ສັດ ທ່ຽງທຳ, ​ເຫັນ​ແກ່​ສ່ວນ​ລວມບໍ່​ເຫັນ​ແກ່​ສ່ວນ​ຕົວ.

ຄະນະຜູ້ແທນພັກກອມມູນິດຫວຽດນາມ ເຂົ້າຮ່ວມກອງປະຊຸມສະພາວັດທະນະທຳອາຊີ ຄະນະຜູ້ແທນພັກກອມມູນິດຫວຽດນາມ ເຂົ້າຮ່ວມກອງປະຊຸມສະພາວັດທະນະທຳອາຊີ

ຍສໝ - ຫົວໜ້າຄະນະຜູ້ແທນພັກກອມມູນິດ ຫວຽດນາມ ໄດ້ແບ່ງປັນໃນກອງປະຊຸມກ່ຽວກັບບັນດາທັດສະນະ, ນະໂຍບາຍຂອງພັກໃນຂົງເຂດວັດທະນະທຳ.

ສ້າງ ແລະ ພັດທະນາວັດທະນະທຳ, ຊາວຫວຽດນາມເພື່ອຕ້ອງສະໜອງໄດ້ຄວາມຮຽກຮ້ອງໃນການພັດທະນາປະເທດຊາດ ສ້າງ ແລະ ພັດທະນາວັດທະນະທຳ, ຊາວຫວຽດນາມເພື່ອຕ້ອງສະໜອງໄດ້ຄວາມຮຽກຮ້ອງໃນການພັດທະນາປະເທດຊາດ

ຍ​ສ​ໝ - ບັນດາອົງການ, ກົມກອງແລະສາຂາກໍ່ສ້າງລະບົບການເມືອງໂປງ​ໃສ ແລະ ເຂັ້ມແຂງ; ປະຕິບັດຕາມລະບຽບການກ່ຽວກັບການຍົກຕົວຢ່າງໃຫ້ແກ່ພະນັກງານ ແລະສະມາຊິກພັກຢ່າງເຂັ້ມງວດ, ໂດຍສະເພາະແມ່ນຜູ້ນຳ, ຖັນ​ແຖວ​ບັນ​ດາ​ຜູ້​ປະ​ຕິ​ບັດ​ວຽກ​ງານ​ການ​ສຶກ​ສາ, ນັກສິລະປິນ ແລະ ຜູ້ທີ່ມີອິດທິພົນສູງໃນຊຸມຊົນແລະສັງຄົມ.

ນັກຖ່າຍຮູບ 745 ຄົນ ໄດ້ເຂົ້າຮ່ວມການເສັງຮູບຖ່າຍ ນັກຖ່າຍຮູບ 745 ຄົນ ໄດ້ເຂົ້າຮ່ວມການເສັງຮູບຖ່າຍ "ຄວາມພາກພູມໃຈໃນເຂດຊາຍແດນ"

ຍສໝ - ໃນວັນທີ 7 ທັນວາ, ຄະນະໂຄສະນາສຶກສາສູນກາງ ໄດ້ກຳກັບບັນຊາ ແລະ ປະສານງານກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ; ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ; ສະມາຄົມນັກຖ່າຍຮູບຫວຽດນາມ ໃນການຈັດຕັ້ງມອບລາງວັນ ແລະ ງານວາງສະແດງການເສັງ ຮູບພາບສິລະປະ ດ້ວຍຫົວຂໍ້ ຄວາມພາກພູມໃຈໃນເຂດຊາຍແດນ".

tapchicongsan.org.vn

ເຫດການ
302 Found

Found

The document has moved here.