ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ຊື້​ວັກ​ຊິນ​ກັ​ນໂຄວິດ - 19 ໃຫ້​ໄດ້ 150 ລ້ານ​ໂດສ ໃນ​ປີ 2021

14:56 | 03/06/2021

ຕອນ​ບ່າຍ​ວັນ​ທີ 2 ມິ​ຖຸ​ນາ, ກອງ​ປະ​ຊຸມ​ທາງ​ອອນ​ລາຍ​ລະ​ຫວ່າງ​ຄະ​ນະ​ປະ​ຈຳ​ຄະ​ນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ​ກັບການ​ນຳ​ບາງ​ກະ​ຊວງ, ຂະ​ແໜງ​ການ ແລະ ນະ​ຄອນ ໂຮ່​ຈີ​ມິນ ໄດ້​ດຳ​ເນີນ​ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫວູ​ດຶກ​ດາມ, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​.

ນັກ​ຊ່ຽວ​ຊານ​ເຢ​ຍະ​ລ​ະ​ມັນ ຕີ​ລາ​ຄາ​ຢ່າງ​ຕັ້ງ​ໜ້າ ກ່ຽວກັບສະ​ພາບ​ການ​ເສດ​ຖະ​ກິດ​ຂອງ ຫວຽດ​ນາມ ໃນ​ປີ 2021 ນັກ​ຊ່ຽວ​ຊານ​ເຢ​ຍະ​ລ​ະ​ມັນ ຕີ​ລາ​ຄາ​ຢ່າງ​ຕັ້ງ​ໜ້າ ກ່ຽວກັບສະ​ພາບ​ການ​ເສດ​ຖະ​ກິດ​ຂອງ ຫວຽດ​ນາມ ໃນ​ປີ 2021
ວັນທີ 31 ພຶດສະພາ: ສະພາບການໂລກລະບາດໂຄວິດ - 19 ຢູ່ຫວຽດນາມ ແລະ ໃນ ໂລກ ວັນທີ 31 ພຶດສະພາ: ສະພາບການໂລກລະບາດໂຄວິດ - 19 ຢູ່ຫວຽດນາມ ແລະ ໃນ ໂລກ
ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ຊື້​ວັກ​ຊິນ​ກັ​ນໂຄວິດ - 19 ໃຫ້​ໄດ້ 150 ລ້ານ​ໂດສ ໃນ​ປີ 2021
ກອງ​ປະ​ຊຸມ​ທາງ​ອອນ​ລາຍ​ລະ​ຫວ່າງ​ຄະ​ນະ​ປະ​ຈຳ​ຄະ​ນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ​ກັບການ​ນຳ​ບາງ​ກະ​ຊວງ, ຂະ​ແໜງ​ການ ແລະ ນະ​ຄອນ ໂຮ່​ຈີ​ມິນ (ພາບ: VGP)

ທີ່ກອງ​ປະ​ຊຸມ, ຄະ​ນະ​ປະ​ຈຳ​ຄະ​ນະ​ຊີ້​ນຳ​ໄດ້​ສະ​ເໜີ​ໃຫ້ ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຫວຽດ​ນາມ ຊີ້​ນຳ​ບັນ​ດາ​ທ້ອງ​ຖິ່ນ ຍູ້​ແຮງ​ຄວາມ​ຄືບ​ໜ້າ​ໃນ​ການ​ທົດ​ລອງ​ການ​ແນະ​ນຳ​ປະ​ຊາ​ຊົນ​ເອົາ​ຕົວ​ຢ່າງວິ​ໄຈ້​ຫາ​ເຊື້ອ​ເອງ, ຫຼັງ​ຈາກ​ນັ້ນ​ທະ​ວີ​ຄູນ​ໃນ​ວົງ​ກວ້າງ, ມຸ່ງ​ໄປ​ເຖິງ​ການ​ເຜີຍ​ແຜ່​ໃຫ້​ປະ​ຊາ​ຊົນ​ໝົດ​ທຸກ​ຄົນ, ຜ່ານ​ນັ້ນ, ກຽມ​ພ້ອມ​ກໍ​ລະ​ນີ​ມີຫຼາຍ​ບ່ອນ​ກໍ່​ຖືກ​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ແລະ ບັນ​ດາ​ເຂດ​ອຸດ​ສາ​ຫະ​ກຳ.

ກ່ຽວ​ຂ້ອງ​ເຖິງວັກ​ຊິນ, ຕາມ​ການ​ລາຍ​ງານ​ຂອງ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຫວຽດ​ນາມ ແລ້ວ, ຄາດ​ວ່າ ຮອດ​ທ້າຍ​ປີ 2021, ຫວຽດ​ນາມ ອາດຈະ​ມີ​ວັກ​ຊິນ​​​ເພື່ອ​ສັກ​ໃຫ້​ແກ່ 70% ປະ​ຊາ​ຊົນ (ປະ​ມານ 150 ລ້ານ​ໂດ​ສ), ເຖິງ​ຢ່າງ​ໃດ​ກໍ່​ຕາມ, ບັນ​ດາ​ນັກ​ຊ່ຽວ​ຊານ​ຖື​ວ່າ, ຕ້ອງ​ມີ​ວັກ​ຊິນ “ຍິ່ງ​ໄວ​ກໍ່​ຍິ່ງ​ດີ”, ແລະດີ​ທີ່​ສຸດ​ແມ່ນ​ກ່ອນ​ເດືອນ​ຕຸ​ລາ 2021, ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ສ້າງ​ທຸກໆ​ເງື່ອນ​ໄຂ​ເພື່ອ​ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ນຳ​ເຂົ້າ​ວັກ​ຊິນ.

ໃນ​ເຫດ​ການ​ທີ່​ກ່ຽວ​ຂ້ອງ, ຕາມ​ແຫຼ່ງ​ຂ່າວ​ຈາກ​ຄະ​ນະ​ກຳ​ມະ​ການ​ຄຸ້ມ​ຄອງ ທຶນ​ແຫ່ງ​ລັດ ຢູ່​ວິ​ສາ​ຫະ​ກິດ​ແລ້ວ, ໂດຍ​ຕອບ​ສະ​ໜອງ​ຕາມ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ການ​ນຳ​ພັກ, ລັດ, ຄະ​ນະ​ກຳ​ມະ​ການ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ, ພາຍຫຼັງ​ການ​ປຸກ​ລະ​ດົມ​ມາ​ເປັນ​ເວ​ລາ 3 ວັນ, ນັບ​ແຕ່​ເວ​ລາ 17 ໂມງ​ຂອງວັນ​ທີ 2 ມິ​ຖຸ​ນາ, ຈຳ​ນວນ​ເງິນ​ຈາກ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ, ບໍ​ລິ​ສັດ​ໃຫຍ່​ຂຶ້ນ​ກັບ​ຄະ​ນະ​ກຳ​ມະ​ການ ທີ່​ບໍ​ລິ​ຈາກ, ສະ​ໜັບ​ສະ​ໜູນ​ໃຫ້​ແກ່ກອງ​ທຶນ​ວັກ​ຊິນ​ກັນ​ໂຄວິດ - 19 ໄດ້​ຂຶ້ນ​ເຖິງ ກ່​ວາ 2,3 ພັນ​ຕື້​ດົ່ງ. ຈຳ​ນວນ​ເງິນ​ບໍ​ລິ​ຈາກ, ສະ​ໜັບ​ສະ​ໜູນ ຈາກ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ, ບໍ​ລິ​ສັດ​ໃຫຍ່​​ຄະ​ນະ​ຄຸ້ມ​ຄອງ​ທຶນ​ແຫ່ງ​ລັດ ຢູ່ ວິ​ສາ​ຫະ​ກິດ​ສົ່ງ​ໄປ​ຍັງ​ກອງ​ທຶນ​ວັກ​ຊິນ​ກັນ​ໂຄວິດ - 19 ໂດຍ​ຄັງເງິນແຫ່ງ​ລັດ​ຄວ​ບ​ຄຸມ, ຢູ່​ພິ​ທີ​ເປີດ​ຕົວ​ກອງ​ທຶນ ທີ່​ຈະ​ໄດ້​ຈັດ​ຕັ້ງ​ໃນ​ 2 – 3 ວັນ​ຈະ​ມາ​ເຖິງ.

ຫວຽດນາມປ່ຽນແປງໃໝ່ຮູບແບບການເຕີບໂຕ,ສ້າງໂຄງປະກອບພື້ນຖານເສດຖະກິດຕິດພັນກັບການພັດທະນາຂຽວ ຫວຽດນາມປ່ຽນແປງໃໝ່ຮູບແບບການເຕີບໂຕ,ສ້າງໂຄງປະກອບພື້ນຖານເສດຖະກິດຕິດພັນກັບການພັດທະນາຂຽວ

ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ເຂົ້າຮ່ວມເວທີປາໄສສຸດຍອດຄູ່ຮ່ວມມືເພື່ອການເຕີບໂຕຂຽວ ແລະ ເປົ້າໝາຍທົ່ວໂລກ (P4G) 2030 ທາງອອນລາຍ.

ແກ້ໄຂ, ຟື້ນຟູ, ຊຸກຍູ້ການພັດທະນາຜະລິດ ແລະ ການເຄື່ອນໄຫວດ້ານການຄ້າຢູ່ທ້ອງຖິ່ນ ແກ້ໄຂ, ຟື້ນຟູ, ຊຸກຍູ້ການພັດທະນາຜະລິດ ແລະ ການເຄື່ອນໄຫວດ້ານການຄ້າຢູ່ທ້ອງຖິ່ນ

ບັນດາກະຊວງຮີບເຮັ່ງລວບລວມສະພາບການຜະລິດອຸດສາຫະກຳ, ກະສິກຳ, ການເຄື່ອນໄຫວດ້ານການຄ້າ, ຈຳໜ່າຍຜະລິດຕະພັນກະເສດໃນທົ່ວປະເທດ.

ປົກ​ປ້ອງ​ເດັກ​ນ້ອຍ​ຕໍ່​ໜ້າ​ໄພ​ທຳ​ມະ​ຊາດ, ໂລກ​ລະ​ບາດ ປົກ​ປ້ອງ​ເດັກ​ນ້ອຍ​ຕໍ່​ໜ້າ​ໄພ​ທຳ​ມະ​ຊາດ, ໂລກ​ລະ​ບາດ

ວັນທີ 1 ມິຖຸນາ ແມ່ນວັນເດັກນ້ອຍສາກົນ ແລະ ກໍ່ແມ່ນວັນທຳອິດຂອງເດືອນກະທຳເພື່ອເດັກ 2021 ຂອງ ຫວຽດນາມ. ຫົວເລື່ອງຂອງເດືອນກະທຳເພື່ອເດັກປີນີ້ແມ່ນ “ຮ່ວມແຮງຮ່ວມໃຈຮັບປະກັນການປະຕິບັດສິດທິເດັກ, ປົກປ້ອງເດັກນ້ອຍຕໍ່ໜ້າໄພທຳມະຊາດ, ໂລກລະບາດ”.

​vovworld.vn

ເຫດການ
302 Found

Found

The document has moved here.