ດ່ານັ້ງສູ້ຊົນໃຫ້ກາຍເປັນນະຄອນທີ່ເປັນມິດກັບເດັກນ້ອຍໃນປີ 2030

06:17 | 17/06/2021

ຍ​ສ​ໝ - ດ່າ​ນັ້ງ​ຫາ​ກໍ່​ອະ​ນຸ​ມັັດ​ຜ່ານ​ການ​ປະ​ກ​າດ​ໃຊ້​ໂຄງ​ການ​ກະ​ທຳ​ເພື່ອ​ເດັກ​ນ້ອຍ​ ນະ​ຄອນ​ດ່າ​ນັ້ງ ໄລ​ຍະ 2021 – 2030 ດ້ວຍ​ການ​ເຄື່ອນ​ໄຫວ​ທີ່​ແທດ​ຈິງຫຼ​າຍ​ຢ່າງ.

ນະຄອນໂຮ່ຈີມິນ ວາງຄາດໝາຍມູນຄ່າສົ່ງອອກໃຫ້ໄດ້ບັນລຸ 108 ຕື້ໂດລາໃນປີ 2030 ນະຄອນໂຮ່ຈີມິນ ວາງຄາດໝາຍມູນຄ່າສົ່ງອອກໃຫ້ໄດ້ບັນລຸ 108 ຕື້ໂດລາໃນປີ 2030
ຫວຽດນາມ ໄດ້ກຳນົດເປົ້າໝາຍຈຳນວນ 17 ຂໍ້ເພື່ອພັດທະນາແບບຍືນຍົງ ຮອດປີ 2030 ຫວຽດນາມ ໄດ້ກຳນົດເປົ້າໝາຍຈຳນວນ 17 ຂໍ້ເພື່ອພັດທະນາແບບຍືນຍົງ ຮອດປີ 2030
ດ່ານັ້ງສູ້ຊົນໃຫ້ກາຍເປັນນະຄອນທີ່ເປັນມິດກັບເດັກນ້ອຍໃນປີ 2030
ພາບ​ປະ​ກອບ: TTXVN

ເປົ້າ​ໝາຍ​ຂອງ​ໂຄງ​ການ​ແມ່ນ​ຮັບ​ປະ​ກັນ​ວ່າ​ເດັກ​ນ້ອຍ​ໝົດ​ທຸກ​ຄົນ​ຈະໄດ້​ດຳ​ລົງ​ຊີ​ວິດ ແລະ ໄດ້ຮັບການພັດ​ທະ​ນາ, ໄດ້​ຮັບ​ການ​ເບິ່ງ​ແຍງ​ດູ​ດ້ານສຸ​ຂະ​ພາບ, ໂພ​ສະ​ນາ​ການ ເປັນຢ່າງດີ​ທີ່​ສຸດ, ໄດ້​ສຳ​ຜັດ, ນຳ​ໃຊ້​ການ​ບໍ​ລິ​ການ​ປິ່ນ​ປົວ, ກວດ​ພະ​ຍາດ ແລະ ບັນ​ດາ​ການ​ບໍ​ລິ​ການ​ທາງ​ສັງ​ຄົມ​ທີ່​ຈຳ​ເປັນ​ທີ່ມີຄຸນ​ນະ​ພາບ, ໄດ້​ສຳ​ຜັດ​ກັບ​ແຫຼ່ງ​ນ້ຳ​ສະ​ອາດ ແລະ ຫຼັກອະ​ນາ​ໄມໃນ​ຄອບ​ຄົວ ແລະ ໂຮງ​ຮຽນ, ໄດ້​ຮັບ​ຄວາມ​ເຄົາ​ລົບ​ນັບ​ຖື ແລະ ມີ​ການ​ປະ​ພຶດ​ຢ່າງ​​ສະ​ເໝີ​ພາບ​ໃນ​ປະ​ຊາ​ຄົມ, ມີ​ໂອ​ກາດ​ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ.

ເດັກ​ນ້ອຍ​​ທຸກ​ຄົນລ້ວນ​ໄດ້​ຮັບ​ການ​ປົກ​ປ້ອງ, ຕ້ານການ​ທຳ​ຮ້າຍ​ຮ່າງ​ກາຍ, ການ​ໃຊ້​ຄວາມ​ຮຸນ​ແຮງ, ກົດ​ຂີ່​ຂູດ​ຮີດ ແລະ ຄ້າມະນຸດ, ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ເດັກ​ນ້ອຍ​ທີ່​ມີ​ຄວາມ​ສ່ຽງ​ຖືກ​ທຳ​ຮ້າຍ​ຮ່າງ​ກາຍ, ເດັກ​ນ້ອຍຢູ່ໃນ​ບັນ​ດາ​ຄອບ​ຄົວ​ທຸກ​ຍາກ, ຊົນ​ເຜົ່າ​ສ່ວນ​ໜ້ອຍ ແລະ ເດ​ັກ​ນ້ອຍ​ໃນ​ບັນ​ດາ​ຄອບ​ຄົວເຂົ້າ​ເມືອງ​ຕັ້ງ​ຖິ່ນ​ຖານ, ປ້ອງ​ກັນ​, ຕ້ານ​ອຸ​ບັດ​ຕິ​ເຫດທີ່​ເຮັດ​ໃຫ້​ເດັກ​ຖື​ກ​ບາດ​ເຈັບ.

ເດັກ​ນ້ອຍ​ໝົດ​ທຸກ​ຄົນ​ໄດ້​ສຳ​ຜັດ​ກັນ​ການ​ສຶກ​ສາ​ທີ່​ມີ​ຄຸນ​ນະ​ພາບ ແລະ ເງື່ອນ​ໄຂ​ລະຫຼິ​້ນ, ບັນ​ເທິງ, ວັດ​ທະ​ນະ​ທຳ, ສິ​ລະ​ປະ, ກິ​ລາ, ການ​ທ່ອງ​ທ່​ຽວ​ທີ່​ປອດ​ໄສ ແລະ ເໝາະ​ສົມ​ກັບ​ເງື່ອນ​ໄຂ​ພຶດ​ຕິ​ກຳ​ຕົວ​ຈິງ​ຂ​ອງ​ແຕ່​ລະ​ທ້ອງ​ຖິ່ນ.

ເດັກ​ນ້ອຍ​ໝົດ​ທຸກ​ຄົນໄດ້​ເຂົ້າ​ຮ່ວມ​ບັນ​ດາ​ບັນ​ຫາ​ກ່ຽວ​ກັບ​ເດັກ​ນ້ອຍ​ທີ່ເໝາະ​ສົມ​ກັບ​ເກນ​ອາ​ຍຸ ແລະ ຄວາມ​ສາ​ມາດ​ຂອງ​ເດັກ​ນ້ອຍ, ສຽງເວົ້າ, ຄວາມ​ຕ້ອງ​ການ ແລະ ບຸ​ລິ​ມະ​ສິດ​ຂອງ​ເດັກ​ນ້ອຍ​ແຕ່​ລະ​ຄົນ ໄດ້​ຮັບການຮັບ​ຟັງ ແລະ ພິ​ຈາ​ລະ​ນາ​ໃນ​ບັນ​ດາ​ນະ​ໂຍ​ບາຍ ແລະ ຄຳຂໍ້ຕົກລົງ​ທີ່​ມີ​ຜົນ​ສະ​ທ້ອນ​ຕໍ່​ເດັກ​ນ້ອຍ ຂອງ​ອຳ​ນາດ​ການ​ປົກ​ຄອງ​ນະ​ຄອນ​ທຸກ​ຂັ້ນ.

ນະຄອນໂຮ່ຈີມິນ ວາງຄາດໝາຍມູນຄ່າສົ່ງອອກໃຫ້ໄດ້ບັນລຸ 108 ຕື້ໂດລາໃນປີ 2030 ນະຄອນໂຮ່ຈີມິນ ວາງຄາດໝາຍມູນຄ່າສົ່ງອອກໃຫ້ໄດ້ບັນລຸ 108 ຕື້ໂດລາໃນປີ 2030

ຍສໝ - ຮອດປີ 2030, ນະຄອນໂຮ່ຈີມິນ ໄດ້ພັດທະນາຍຸດທະສາດເພື່ອຍົກສູງກຳລັງຄວາມສາມາດແກ່ງແຍ້ງ ຂອງບັນດາຜະລິດຕະພັນສົ່ງອອກເປັນສັນຍະລັກ ລວມທັງ ຜະລິດຕະພັນທີ່ມີຮູບຮ່າງ ແລະ ການສົ່ງອອກການບໍລິການ.

ລັດຖະບານປະເທດລາວ ໄດ້ຄາດຈະອອກໃບຕາດິນໃຫ້ໄດ້ຫລາຍກວ່າ 600.000 ຕອນໃນປີ 2030 ລັດຖະບານປະເທດລາວ ໄດ້ຄາດຈະອອກໃບຕາດິນໃຫ້ໄດ້ຫລາຍກວ່າ 600.000 ຕອນໃນປີ 2030

ທ່ານ ສອນໄຊ ສີພັນດອນ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ລາຍງານໃນກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ XIII ວ່າ ເປົ້າໝາຍດ້ານສິ່ງແວດລ້ອມ ໄດ້ສຳເລັດການສ້າງ ແລະ ປັບປຸງນິຕິກຳ ຫລາຍສະບັບເພື່ອຄຸ້ມຄອງ ແລະ ປົກປັກຮັກສາ ຊັບພະຍາກອນທຳມະຊາດ ໃຫ້ມີຄວາມຍືນຍົງ ...

ຫວຽດນາມ ໄດ້ກຳນົດເປົ້າໝາຍຈຳນວນ 17 ຂໍ້ເພື່ອພັດທະນາແບບຍືນຍົງ ຮອດປີ 2030 ຫວຽດນາມ ໄດ້ກຳນົດເປົ້າໝາຍຈຳນວນ 17 ຂໍ້ເພື່ອພັດທະນາແບບຍືນຍົງ ຮອດປີ 2030

ຍສໝ - ຢຸດຕິຄວາມທຸກຍາກທຸກຮູບແບບຢູ່ທຸກບ່ອນ; ຮັບປະກັນຄຸນນະພາບ ແລະ ຄວາມສະເໝີພາບ ຂອງການສຶກສາ ແລະ ສົ່ງເສີມໂອກາດການຮຽນຮູ້ຕະຫຼອດຊີວິດ ສຳລັບທຸກຄົນ; ບັນລຸຄວາມສະເໝີພາບລະຫວ່າງຍິງ - ຊາຍ, ສ້າງຄວາມສິດທິອຳນາດ ແລະ ສ້າງກາລະໂອກາດ ໃຫ້ແມ່ຍິງ ແລະ ເດັກຍິງແມ່ນ 3 ໃນ 17 ເປົ້າໝາຍ ພັດທະນາແບບຍືນຍົງຂອງຫວຽດນາມ ຮອດປີ ...

​ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.