ນະຄອນໂຮ່ຈີມິນ ວາງຄາດໝາຍມູນຄ່າສົ່ງອອກໃຫ້ໄດ້ບັນລຸ 108 ຕື້ໂດລາໃນປີ 2030

17:31 | 22/03/2021

ຍສໝ - ຮອດປີ 2030, ນະຄອນໂຮ່ຈີມິນ ໄດ້ພັດທະນາຍຸດທະສາດເພື່ອຍົກສູງກຳລັງຄວາມສາມາດແກ່ງແຍ້ງ ຂອງບັນດາຜະລິດຕະພັນສົ່ງອອກເປັນສັນຍະລັກ ລວມທັງ ຜະລິດຕະພັນທີ່ມີຮູບຮ່າງ ແລະ ການສົ່ງອອກການບໍລິການ.

ນະຄອນໂຮ ຈ ມ ນ ວາງຄາດໝາຍມ ນຄ າສ ງອອກໃຫ ໄດ ບ ນລ 108 ຕ ໂດລາໃນປ 2030 ຍົກສູງປະສິດທິຜົນວຽກງານຊາວຫວຽດນາມອາໄສຢູ່ຕ່າງປະເທດໃນບໍລິເວນນະຄອນໂຮ່ຈີມິນ
ນະຄອນໂຮ ຈ ມ ນ ວາງຄາດໝາຍມ ນຄ າສ ງອອກໃຫ ໄດ ບ ນລ 108 ຕ ໂດລາໃນປ 2030 ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ເປັນເຈົ້າການຮັບມືກັບໂລກລະບາດໂຄວິດ-19 ໃນສະພາບການໃໝ່

ນະຄອນໂຮ່ຈີມິນ ພະຍາຍາມບັນລຸວົງເງິນສົ່ງອອກເຖິງ 70 ຕື້ໂດລາໃນປີ 2025 ແລະ 108 ຕື້ໂດລາໃນປີ 2030; ພ້ອມກັນນັ້ນ, ຮັກສາລະດັບການເຕີບໂຕຂອງການສົ່ງອອກສະເລ່ຍໃນໄລຍະ 2026-2030 ໃນລະດັບ 9%/ປີ. ນີ້ແມ່ນເປົ້າໝາຍເຊິ່ງຄະນະກຳມະການປະຊາຊົນ ນະຄອນໂຮ່ຈີມິນ ກຳນົດໃນໂຄງການທີ່ໄດ້ຮັບການອະນຸມັດ “ພັດທະນາການສົ່ງອອກຢູ່ນະຄອນໂຮ່ຈີມິນຮອດປີ 2025, ວິໄສທັດຮອດປີ 2030”.

ນະຄອນໂຮ ຈ ມ ນ ວາງຄາດໝາຍມ ນຄ າສ ງອອກໃຫ ໄດ ບ ນລ 108 ຕ ໂດລາໃນປ 2030
ນະຄອນໂຮ່ຈີມິນ ວາງຄາດໝາຍມູນຄ່າສົ່ງອອກໃຫ້ໄດ້ບັນລຸ 108 ຕື້ໂດລາໃນປີ 2030. (ພາບປະກອບ: TTXVN)

ເພື່ອບັນລຸໄດ້ຄາດໝາຍທີ່ວາງໄວ້ຂ້າງເທິງ, ນະຄອນໂຮ່ຈີມິນ ກຳນົດແຜນການຮອດປີ 2025, ຮັກສາ ແລະ ສະໜັບສະໜູນການພັດທະນາຜະລິດຕະພັນສຳຄັນແບບດັ້ງເດີມ ດ້ວຍການສົ່ງອອກ ແລະ ການເຕີບໂຕສູງ, ສ້າງວຽກເຮັດງານທຳຫລາຍຂຶ້ນ ແລະ ມີການປະກອບສ່ວນງົບປະມານຢ່າງຫລວງຫລາຍໃຫ້ນະຄອນ.

ພ້ອມກັນນັ້ນ, ການກະກຽມເງື່ອນໄຂໃນການຍົກລະດັບອຸດສາຫະກຳ, ເຂົ້າຮ່ວມລະບົບຕ່ອງໂສ້ມູນຄ່າທົ່ວໂລກ, ເພື່ອກ້າວໄປສູ່ການຈັດຕັ້ງປະຕິບັດການບໍລິການສົ່ງອອກ ແມ່ນຍຸດທະສາດນຳໜ້າໃນການເພີ່ມມູນຄ່າຫຼາຍຂຶ້ນຕາມຄຸນປະໂຫຍດດ້ານການແຂ່ງຂັນຂອງນະຄອນ.

ຮອດປີ 2030, ນະຄອນໂຮ່ຈີມິນ ພັດທະນາຍຸດທະສາດເພື່ອຍົກສູງກຳລັງຄວາມສາມາດແກ່ງແຍ້ງ ຂອງບັນດາຜະລິດຕະພັນສົ່ງອອກເປັນສັນຍະລັກ, ໃນນັ້ນມີຜະລິດຕະພັນທີ່ເຫັນໄດ້ຊັດເຈນ, ເຊັ່ນ: ເຄື່ອງເອເລັກໂຕຣນິກ, ກົນຈັກປະກອບ, ການຜະລິດ, ເຄື່ອງຈັກອັດຕະໂນມັດ, ແລະ ເຄື່ອງໃຊ້ໄຟຟ້າໂດຍສະເພາະຜະລິດຕະພັນຊອບແວ - ເນື້ອຫາດີຈີຕອນ ແລະ ການບໍລິການສົ່ງອອກລວມທັງການເງິນ, ການທ່ອງທ່ຽວ, ແລະ ການຂົນສົ່ງlogistics ຍ້ອນວ່າ ນີ້ແມ່ນກຳລັງຂັບເຄື່ອນໃໝ່ຂອງການສົ່ງອອກໃນໄລຍະຍາວ.

ນະຄອນໂຮ ຈ ມ ນ ວາງຄາດໝາຍມ ນຄ າສ ງອອກໃຫ ໄດ ບ ນລ 108 ຕ ໂດລາໃນປ 2030
(ພາບປະກອບ: TTXVN)

ຄຽງຄູ່ກັນນັ້ນ, ນະຄອນໂຮ່ຈີມິນ ໄດ້ພັດທະນາຍຸດທະສາດເພື່ອຝຶກອົບຮົມ ແລະ ພັດທະນາຊັບພະຍາກອນມະນຸດ ໃນການສະໜອງການບໍລິການສະໜັບສະໜູນການສົ່ງອອກ ແລະ ແຮງງານທີ່ມີສີມື, ການບໍລິການສົ່ງອອກ... ຮອດປີ 2020, ວົງເງິນສົ່ງອອກຂອງນະຄອນໂຮ່ຈີມິນ ບັນລຸກ່ວາ 40 ຕື້ຕື້ໂດລາ; ໃນນັ້ນ, ມີ 5 ກຸ່ມສິນຄ້າທີ່ມີມູນຄ່າການສົ່ງອອກຫຼາຍກວ່າ 1 ຕື້ໂດລາສະຫະລັດ, ກວມເອົາ 83,5% ຂອງວົງເງິນສົ່ງອອກທັງໝົດ.

ນະຄອນໂຮ ຈ ມ ນ ວາງຄາດໝາຍມ ນຄ າສ ງອອກໃຫ ໄດ ບ ນລ 108 ຕ ໂດລາໃນປ 2030 ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ເປັນເຈົ້າການຮັບມືກັບໂລກລະບາດໂຄວິດ-19 ໃນສະພາບການໃໝ່

ຕອນບ່າຍວັນທີ 08 ມີນາ, ນະຄອນຮ່າໂນ້ຍ ໄດ້ຈັດກອງປະຊຸມປຶກສາຫາລືບັນດາມາດຕະການເພື່ອຮັບມືກັບໂລກລະບາດໂຄວິດ-19 ໃນສະພາບການໃໝ່ ຂະນະທີ່ເປັນມື້ທີ 21 ບໍ່ໄດ້ກວດພົບກໍລະນີຕິດເຊື້ອພະຍາດໂຄວິດ-19 ໃນຊຸມຊົນ.

ນະຄອນໂຮ ຈ ມ ນ ວາງຄາດໝາຍມ ນຄ າສ ງອອກໃຫ ໄດ ບ ນລ 108 ຕ ໂດລາໃນປ 2030 ສະເຫຼີມສະຫຼອງ 65 ປີແຫ່ງການພົວພັນທາງການທູດລະຫວ່າງຫວຽດນາມ ແລະ ອິນໂດເນເຊຍ ຢູ່ນະຄອນໂຮ່ຈີມິນ

ຍສໝ - ກ່າວຄຳເຫັນທີ່ພິທີ, ທ່ານຫງວຽນແອງຫງອກ - ຮອງປະທານສະມາຄົມມິດຕະພາບຫວຽດນາມ - ອິນໂດເນເຊຍ ຢູ່ ນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ ໃນໄລຍະ 65 ປີທີ່ຜ່ານມາ, ສາຍພົວພັນຫວຽດນາມ - ອິນໂດເນເຊຍນັບມື້ນັບໄດ້ຮັບການເພີ່ມທະວີ ແລະ ພັດທະນາ.

ນະຄອນໂຮ ຈ ມ ນ ວາງຄາດໝາຍມ ນຄ າສ ງອອກໃຫ ໄດ ບ ນລ 108 ຕ ໂດລາໃນປ 2030 ເພີ່ມທະວີການຮ່ວມມືລະຫວ່າງນະຄອນໂຮ່ຈີມິນ ແລະ ສະຫະພາບເອີຣົບ

ຍ​ສ​ໝ - ທ່ານຫງວຽນແທ່ງຟອງໃຫ້ຮູ້ວ່າ: ນະຄອນໂຮ່ຈີມິນຍາມໃດກໍ່ພ້ອມແລ້ວທີ່ຈະສະໜັບສະໜູນ ແລະເຊື້ອເຊີນບັນດາວິສາຫະກິດເອີຣົບມາລົງທຶນຢູ່ນະຄອນ, ພິເສດແມ່ນໃນບັນດາຂົງເຂດທີ່​ເປັນ​ທ່າ​ແຮງ​ຂອງເອີຣົບ ແລະ ນະຄອນໂຮ່ຈີມິນ ສຸມໃສ່ການພັດທະນາ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.