Gavi ໜູນຊ່ວຍຕູ້​ແຊ່ເຢັນ TCW 4000 AC ໃຫ້ຫວຽດ​ນາມ ​ເພື່ອ​ເກັບຮັກ​ສາວັກ​ຊິນ

14:41 | 11/06/2021

ຍ​ສ​ໝ - ຕູ້ແຊ່​ເຢັນ TCW 4000 AC ໂດຍ​ບໍ​ລິ​ສັດ B Medical (Luxembourg) ຜະ​ລິດ​ຕາ​ມ​ມາດ​ຖານ​ເຕັກ​ໂນ​ໂລ​ຢີຂຽວ, ນຳ​ໃຊ້​ພະ​ລັງ​ງານ​ໄຟ​ຟ້າ​ໜ້ອຍ ແລະ ເປັນ​ມິດ​ກັບ​ສິ່ງ​ແວ​ດ​ລ້ອມ, ເຊິ່ງສາ​ມາດ​ຮັກ​ສາ​ເງື່ອນ​ໄຂຄວາມເຢັນເພື່ອເກັບຮັກ​ສາ​ວັກ​ຊິນ ຢູ່​ໃນ​ອຸນ​ຫະ​ພູມ​ແຕ່ +2 ອົງ​ສາ ຮອດ +8 ອົງ​ສາ, ​ທັງ​ໃນ​ກໍ​ລະ​ນີ​​ໄຟດັບໃນ​​ເວ​ລາ 8 ຊົ່ວ​ໂມງ.

ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ຮ່ວມ​ແຮງ​ຮ່ວ​ມ​ໃຈ​ສະ​ໜັບ​ສະ​ໜູນ​ໃຫ້​ແກ່ກອງ​ທຶນ​ວັກ​ຊິນ​ກັນ​ໂຄວິດ - 19 ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ຮ່ວມ​ແຮງ​ຮ່ວ​ມ​ໃຈ​ສະ​ໜັບ​ສະ​ໜູນ​ໃຫ້​ແກ່ກອງ​ທຶນ​ວັກ​ຊິນ​ກັນ​ໂຄວິດ - 19
ສ​ະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດຕັ້ງມິດ​ຕະ​ພາບ ຫວຽດ​ນາມ ປຸກ​ລະ​ດົມ​ການ​​ບໍ​ລິ​ຈາກ, ສະ​ໜັບ​ສະ​ໜູນ​ໃຫ້​ແກ່ກອງ​ທຶນ​ວັກ​ຊິນ​ກັນ​ໂຄວິດ - 19 ສ​ະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດຕັ້ງມິດ​ຕະ​ພາບ ຫວຽດ​ນາມ ປຸກ​ລະ​ດົມ​ການ​​ບໍ​ລິ​ຈາກ, ສະ​ໜັບ​ສະ​ໜູນ​ໃຫ້​ແກ່ກອງ​ທຶນ​ວັກ​ຊິນ​ກັນ​ໂຄວິດ - 19
Gavi ໜູນຊ່ວຍຕູ້​ແຊ່ເຢັນ TCW 4000 AC ໃຫ້ຫວຽດ​ນາມ ​ເພື່ອ​ເກັບຮັກ​ສາວັກ​ຊິນ
ພາບ​ປະ​ກອບ

ວັນ​ທີ 8 ມິ​ຖຸ​ນາ, ກອງ​ທຶນ​ເພື່ອ​ເດັກ​​, ສະຫະ​ປະຊາ​ຊາດ (UNICEF) ປະ​ຈຳ ຫວຽດ​ນາມ ໃຫ້​ຮູ້​ວ່າ ຕູ້​ແຊ່ເຢັນ TCW 4000 AC ເກັບຮັກ​ສາ​ວັກ​ຊິນ ​ໂດຍສ​ະ​ຫະ​ພາບທົ່ວ​ໂລກກ່ຽວ​​ກັບ​ວັນ​ຊິນ (Gavi) ອຸ​ປະ​ຖຳ ແລະ UNICEF ສະໜອງ ໄດ້​ຮັບ​ການ​ຂົນ​ສົ່ງ​ໄປ​ຍັງ​ທ່າ​ກ່ຳ​ປັ່ນ ນະ​ຄອນ ໂຮ່​ຈີ​ມິນ ໃນ​ວັນ​ທີ 30 ພຶ​ດ​ສະ​ພາ 2021.

ຕູ້ແຊ່​ເຢັນ TCW 4000 AC ໂດຍ​ບໍ​ລິ​ສັດ B Medical (Luxembourg) ຜະ​ລິດ​ຕາ​ມ​ມາດ​ຖານ​ເຕັກ​ໂນ​ໂລ​ຢີຂຽວ, ນຳ​ໃຊ້​ພະ​ລັງ​ງານ​ໄຟ​ຟ້າ​ໜ້ອຍ ແລະ ເປັນ​ມິດ​ກັບ​ສິ່ງ​ແວ​ດ​ລ້ອມ, ເຊິ່ງສາ​ມາດ​ຮັກ​ສາ​ເງື່ອນ​ໄຂຄວາມເຢັນເພື່ອເກັບຮັກ​ສາ​ວັກ​ຊິນ ຢູ່​ໃນ​ອຸນ​ຫະ​ພູມ​ແຕ່ +2 ອົງ​ສາ ຮອດ +8 ອົງ​ສາ, ​ທັງ​ໃນ​ກໍ​ລະ​ນີ​​ໄຟດັບໃນ​​ເວ​ລາ 8 ຊົ່ວ​ໂມງ.

ຕູ້​ເຢັນ TCW 4000 AC ຍັງ​ໄດ້​ຕິດ​ຕັ້ງ​ຊຸດຄວບຄຸມແຮງ​ໄຟ ແລະ ອຸ​ປະ​ກອນ​ຕິດ​ຕາມ​ອຸນ​ຫະ​ພູມ​ແບບ​ອັດ​ຕະ​ໂນ​ມັດ ເພື່ອເກັບ​ຮັກ​ສາ​ວັກ​ຊິນ​ຊະ​ນິດ​ທີ່​ມີປະຕິກິລິຍາ​ໄວ​ກັບ​ອຸນ​ຫະ​ພູມ. ອຸນ​ຫະ​ພູມ​ໃນ​ຕູ້​ສາ​ມາດ​ຕິດ​ຕາມ​ຈາກ​ທາງ​ໄກໂດຍ​ຜ່ານ​ເວັ​ບ​ໄຊ.

ຈຳນວນ​ຕູ້​ເຢັນ​ນີ້​ຈະ​ໄດ້​ສົ່ງ​ໄປ​ຍັງ​ບັນ​ດາ​ຮາກຖານ​ສາ​ທາ​ລະ​ນະ​ສຸກ​ຂັ້ນ​ເມືອງ ຢູ່ 23 ແຂວງ ເຂດ​ໄຕງວຽນ ແລະ ພາກ​ໃຕ້ ຫວຽດ​ນາມ ເພື່ອ​ເກັບຮັກ​ສາວັກ​ຊິນ, ໃນ​ນັ້ນ​ມີ​ວັກ​ຊິນ​ກັນ​ໂຄວິດ - 19. ຈຳ​ນວນ​ຕູ້​ແຊ່ຢັນ​ນີ້​ຈະປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການເກັບ​ຮັກ​ສາ​ວັກ​ຊິນ​ຢູ່​ບັນ​ດາ​ຮາກ​ຖານ​ການ​ແພດ​ຂັ້ນ​ເມືອງ.

ນີ້​ແມ່ນ​ການ​ເຄື່ອ​ນ​ໄຫວ​ໜູນ​ຊ່ວຍ​ທີ່​ໄດ້​ຈັດ​ຕັ້ງຢ່າງ​ເປັນ​ປະ​ຈຳ ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ກຳ​ລັງ​ຄວາມ​ສາ​ມາດ​ໃຫ້​ແກ່​ລະ​ບົບ​ສາ​ທາ​ລະ​ນະ​ສຸກ​ຂັ້ນ​ຮ​າກ​ຖານ, ພິ​ເສດ​ແມ່ນ​ໂຄງ​ການ​ສັກ​ວັກ​ຊິນ​ໃນ​ວົງ​ກ້​ວາງ. ບັນ​ດາ​ຕູ້​ແຊ່ເຢັນ​ນີ້ ຈະ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການຮັບປະກັນລະ​ບົບ​ຄວາມເຢັນ ຊຶ່ງ​ສາ​ມາດເກັບ​ຮັກ​ສາ​ວັກ​ຊິນ​ຢ່າງ​ປອດ​ໄພ​ຢູ່ລະດັບ​ອຸນ​ຫະ​ພູມ​ທີ່​ຖືກ​ຕ້ອງ​ໃນ​ທົ່ວ​ໂລກ.

ໂດຍ​ໄດ້​ຮູ້​ວ່າ, Gavi ແມ່ນຄູ່​ຮ່ວມ​ມື​ທົ່ວ​ໂລກທີ່ດົນ​ນານ​ຂອງ UNICEF ຊຶ່ງ​ມີ​ການ​ເຄື່ອນ​ໄຫວ​ເພື່ອໃຫ້​ການ​ສຳ​ຜັດ​ກັບ​ວັກ​ຊິນ​ຢ່າງ​ມີ​ຄວາມ​ສະ​ເໝີ​ພາບ​ໃຫ້​ແກ່ເດັກ​ນ້ອຍ, ເປັນ​ຕົ້ນ​ແມ່ນ​ເດັກ​ນ້ອຍ​ຢູ່​ບັນ​ດາ​ປະ​ເທດ​ທຸກ​ຍາກ. Gavi ແມ່ນ​ອົງ​ການ​ຈັດ​ຕັ້ງ​ແຖ​ວ​ໜ້າ ແລະ ແມ່ນ​ເສົາຫຼັກ​ສຳ​ຄັນ​ໃນ​ກົນ​ໄກ COVAX ທີ່​ພວມ​ດຳ​ເນີນ​ການ​ສ້າງກອ​ງທຶນ ແລະ ໜູນ​ຊ່ວຍ​ການ​ພັດ​ທະ​ນາ, ຜະ​ລິດ, ແຈກ​ຢາຍ​ວັກ​ຊິນ.

ທ່ານ​ນາງ Véronique maeva Fages, ຜູ້​ຕາງ​ໜ້າ Gavi ໃຫ້​ຮູ້​ວ່າ: ພວກ​ຂ້າ​ພະ​ເຈົ້າ​ມີ​ຄວາມ​ຫວັງ​ວ່າ ບັນ​ດາ​ອຸ​ປະ​ກອນນີ້​ຈະ​ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ໂຄງ​ການ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ໃນ​ວົງ​ກ້​ວາງ, ພິ​ເສດ​ແມ່ນ​ຢູ່​ບັນ​ດາ​ເຂດ​ທີ່​ມີ​ອັດ​ຕາ​ສັກ​ວັກ​ຊິນ​ຕ່ຳ, ໜູນ​ຊ່ວຍ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ ຜັນ​ຂະ​ຫຍາຍ​ການ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ຢູ່ ຫວຽດ​ນາມ. ບັນ​ດາ​ອຸ​ປະ​ກອນ​ຕ່າງໆ​ໂດຍ COVAX ໜູນ​ຊ່ວຍ ຕາມ​ແຜນ​ການຈະ​ມາຮອດ​ຫວຽດ​ນາມ ໃນ​ທ້າຍ​ປີນີ້.

ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ຮ່ວມ​ແຮງ​ຮ່ວ​ມ​ໃຈ​ສະ​ໜັບ​ສະ​ໜູນ​ໃຫ້​ແກ່ກອງ​ທຶນ​ວັກ​ຊິນ​ກັນ​ໂຄວິດ - 19 ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ຮ່ວມ​ແຮງ​ຮ່ວ​ມ​ໃຈ​ສະ​ໜັບ​ສະ​ໜູນ​ໃຫ້​ແກ່ກອງ​ທຶນ​ວັກ​ຊິນ​ກັນ​ໂຄວິດ - 19

ສະຖານທູດ ຫວຽດນາມ ປະຈຳ ສິງກະໂປ ໄດ້ຮຽກຮ້ອງໃຫ້ ພະນັກງານ, ພາລະກອນສະຖານທູດໝົດທຸກຄົນ, ບັນດາອົງການ, ວິສາຫະກິດ, ອົງການຈັດຕັ້ງ, ພໍ່ແມ່ປະຊາຊົນ ຊາວຫວຽດນາມ ພວມເຮັດວຽກ ແລະ ດຳລົງຊີວິດຢູ່ ສິງກະໂປ ສະໜັບສະໜູນໃຫ້ແກ່ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.

ສ​ະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດຕັ້ງມິດ​ຕະ​ພາບ ຫວຽດ​ນາມ ປຸກ​ລະ​ດົມ​ການ​​ບໍ​ລິ​ຈາກ, ສະ​ໜັບ​ສະ​ໜູນ​ໃຫ້​ແກ່ກອງ​ທຶນ​ວັກ​ຊິນ​ກັນ​ໂຄວິດ - 19 ສ​ະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດຕັ້ງມິດ​ຕະ​ພາບ ຫວຽດ​ນາມ ປຸກ​ລະ​ດົມ​ການ​​ບໍ​ລິ​ຈາກ, ສະ​ໜັບ​ສະ​ໜູນ​ໃຫ້​ແກ່ກອງ​ທຶນ​ວັກ​ຊິນ​ກັນ​ໂຄວິດ - 19

ຍ​ສໝ - ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ປຸກ​ລະ​ດົມ, ທ່ານ​ນາງ ຫງວຽນ​ທິ​ທູ​ຢາງ - ປະ​ທານ​ກຳ​ມະ​ບານສ​ະ​ຫ​ະ​ພັນ​ບັນ​ດາ​ອົງ​ການຈັດຕັ້ງ​ມິດ​ຕະ​ພາບ ຫວຽດ​ນາມ ໃຫ້​ຮູ້​ວ່າ: ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ຮຽກ​ຮ້ອງ​ຂອງ​ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ, ພະ​ນັກ​ງານ, ລັດ​ຖະ​ບານ, ຜູ້​ອອກ​ແຮງ​ງານຂອງສ​ະ​ຫ​ະ​ພັນ​ບັນ​ດາ​ອົງ​ການ​ຈັດຕັ້ງມິດ​ຕະ​ພາບ ຫວຽດ​ນາມ ໄດ້​ປະ​ກອບ​ສ່ວນ​ສະ​ໜັບ​ສະ​ໜູນກອງ​ທຶນ​ ໂຄວິດ - 19, ພ້ອມ​ກັບ​ປະ​ຊາ​ຊົນ​ແບບ​ຫາບ​ໜ້າ​ທີ່​ເພື່ອ​ປະ​ເທດ​ຊາດ.

ຫວຽດ​ນາມ​ມອບ​ຜ້າ​ອັດ​ປາກ​ດັງ10.000 ອັນ​ໃຫ້​ແກ່​ສະ​ພາ​ຕຳ​ ບ​ຣາ​ຊິນ ຫວຽດ​ນາມ​ມອບ​ຜ້າ​ອັດ​ປາກ​ດັງ10.000 ອັນ​ໃຫ້​ແກ່​ສະ​ພາ​ຕຳ​ ບ​ຣາ​ຊິນ

ຍ​ສ​ໝ - ຕາມ​ຂໍ້​ມູນ​ຈາກ​ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ ບ​ຣາ​ຊິນ, ກ່າວ​ຄຳ​ເຫັນ​ທີ່​ເຫດ​ການ, ທ່ານ​ນາງ ພ້າມ​ທິ​ກິມ​ຮ​ວາ​ຢັ້ງ​ຢືນ​ວ່າ, ຫວຽດ​ນາມ​ຕີ​ລາ​ຄາ​ສູງ​ບົດ​ບາ, ທີ່​ຕັ້ງ​ນັບ​ມື້​ນັບ​ເພີ່​ມ​ຂຶ້ນ​ຂອງ ບ​ຣາ​ຊິນ​ບົນ​ເວ​ທີ​ສາ​ກົນ, ຖື​ການ​ເພີ່ມ​ທະ​ວີ​ເປີດ​ກ້​ວາງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດໃນ​ຕະຫຼອດ​ໄລ​ຍະ 30 ປີ​ຜ່ານ​ມາ, ນັບ​ແຕ່​ເວ​ລາ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ໃນ​ວັນ​ທີ 8 ພຶດ​ສະ​ພາ 1989 ​ເປັນ​ສຳ​ຄັນ.

​ບຸນ​ຄົງ

302 Found

Found

The document has moved here.