ຫວຽດນາມ ແລະ ຍີ່ປຸ່ນ ເປັນປະທານຮ່ວມກອງປະຊຸມອອນລາຍ AFCDM + 3

09:15 | 06/08/2020

ຍສໝ - ບັນດາທ່ານລັດຖະມົນຕີກະຊວງການເງິນ ແລະ ຮອງຜູ້ວ່າການທະນາຄານກາງຫວຽດນາມ ໄດ້ທົບທວນຄວາມຄືບໜ້າຂອງບັນດາຂໍ້ລິເລີ່ມພາຍໃຕ້ແນວທາງຍຸດທະສາດ ຂອງຂະບວນການຮ່ວມມືດ້ານການເງິນອາຊຽນ +3.

ຫວຽດນາມ ແລະ ຍ ປ ນ ເປ ນປະທານຮ ວມກອງປະຊ ມອອນລາຍ afcdm 3 ກອງປະຊຸມສຳມະນາ 50 ປີແຫ່ງວັນສ້າງຕັ້ງຄະນະກຳມະການກູບາດ້ວຍຄວາມສາມັກຄີກັບຫວຽດນາມ, ລາວ ແລະ ກຳປູເຈຍ
ຫວຽດນາມ ແລະ ຍ ປ ນ ເປ ນປະທານຮ ວມກອງປະຊ ມອອນລາຍ afcdm 3 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເປັນປະທານ ກອງປະຊຸມສະໄໝສາມັນປະຈຳເດືອນ ກໍລະກົດ

ວັນທີ 5 ສິງຫາ, ກອງປະຊຸມລັດຖະມົນຕີກະຊວງການເງິນ ແລະ ຮອງຜູ້ວ່າການທະນາຄານສູນກາງອາຊຽນ +3 (ເອີ້ນວ່າ AFCDM + 3) ໄດ້ດຳເນີນໃນຮູບແບບຖ່າຍທອດສົດ, ໂດຍທ່ານເຈີ່ນຊວນຮ່າ - ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານນາງຫງວຽນທິຮົ່ງ - ຮອງຜູ້ວ່າການທະນາຄານແຫ່ງລັດຫວຽດນາມ ເປັນປະທານຮ່ວມກອງປະຊຸມກັບບັນດາຄູ່ຮ່ວມມືຍີ່ປຸ່ນ.

ນີ້ແມ່ນກອງປະຊຸມຮ່ວມມືດ້ານການເງິນອາຊຽນ ແລະ ອາຊຽນ +3 ເຊິ່ງຫວຽດນາມເປັນເຈົ້າພາບໃນປີ 2020 ແລະ ມີຈຸດປະສົງກະກຽມເນື້ອໃນສຳຫຼັບກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານສູນກາງອາຊຽນ +3 ເຊິ່ງໄດ້ຄາດວ່າຈັດຕັ້ງໃນເດືອນກັນຍາ.

ຫວຽດນາມ ແລະ ຍ ປ ນ ເປ ນປະທານຮ ວມກອງປະຊ ມອອນລາຍ afcdm 3
ກອງປະຊຸມອອນລາຍ AFCDM + 3. (ພາບ: vietnam+)

ໃນກອງປະຊຸມ, ບັນດາຮອງລັດຖະມົນຕີການເງິນ, ຮອງຜູ້ວ່າການທະນາຄານສູນກາງຂອງບັນດາປະເທດອາຊຽນ ພ້ອມດ້ວຍຄູ່ຮ່ວມມືປະເທດຈີນ, ປະເທດ ສ.ເກົາຫຼີ ແລະ ປະເທດຍີ່ປຸ່ນໄດ້ປຶກສາຫາລືກ່ຽວກັບຂໍ້ລິເລີ່ມການຮ່ວມມືດ້ານການເງິນຂອງພາກພື້ນ, ຊົມເຊີຍຄວາມຄືບໜ້າໃນການເຮັດສົມບູນແບບສັນຍາຫຼາຍຝ່າຍ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃໝ່ຂອງຕະຫຼາດການເງິນ ແລະ ສອດຄ່ອງກັບກົນໄກການປະສານງານລະຫວ່າງ CMIM ແລະ IMF.

ທີ່ກອງປະຊຸມ, ເພື່ອຍົກສູງສະຖຽນລະພາບທາງດ້ານເສດຖະກິດ ແລະ ການເງິນໃນພາກພື້ນ, ບັນດາທ່ານຮອງລັດຖະມົນຕີການເງິນ ແລະ ຮອງຜູ້ວ່າການທະນາຄານສູນກາງ ໄດ້ພິຈາລະນາເຖິງລະດັບຄວາມຄືບໜ້າຂອງການຈັດຕັ້ງປະຕິບັດຂໍ້ລິເລີ່ມໃໝ່, ເຊັ່ນ: ສົ່ງເສີມການນຳໃຊ້ເງິນຕາທ້ອງຖິ່ນ ໃນການຊຳລະການຄ້າ ແລະ ການລົງທຶນ, ການເຊື່ອມຕໍ່ການຊຳລະເງິນ; ພັດທະນາຂໍ້ລິເລີ່ມທີ່ສົມບູນແບບກ່ຽວກັບການເງິນພື້ນຖານໂຄງລ່າງ; ເພີ່ມທະວີການປະສານງານດ້ານນະໂຍບາຍ ເພື່ອນຳໃຊ້ຜົນປະໂຫຍດຈາກຄວາມກ້າວໜ້າທາງເຕັກໂນໂລຢີ ໃນການຫຼຸດຜ່ອນຄວາມສ່ຽງດ້ານການເງິນ...

ບັນດາທ່ານລັດຖະມົນຕີກະຊວງການເງິນ ແລະ ທ່ານຮອງຜູ້ວ່າການທະນາຄານແຫ່ງລັດ ໄດ້ມີການສົນທະນາພິເສດກ່ຽວກັບ "ຍຸດທະສາດ, ການຈັດຕັ້ງປະຕິບັດນະໂຍບາຍປ້ອງກັນ ແລະ ຕ້ານໂລກລະບາດ COVID-19" ເພື່ອແລກປ່ຽນກ່ຽວກັບມາດຕະການນະໂຍບາຍຕ່າງໆ ເຊິ່ງຕອບສະໜອງຜົນກະທົບຂອງການແຜ່ລະບາດພະຍາດ COVID-19, ປະເທດໃນພາກພື້ນ, ປັບປຸງສະຖານະການ ແລະ ປະເມີນຄວາມສົດໃສດ້ານເສດຖະກິດມະຫາພາກຂອງບັນດາປະເທດໃນພາກພື້ນ.

ຫວຽດນາມ ແລະ ຍ ປ ນ ເປ ນປະທານຮ ວມກອງປະຊ ມອອນລາຍ afcdm 3 ຫວຽດນາມ ປາດຖະໜາວ່າອົງການ UNRCCA ສືບຕໍ່ສະໜັບສະໜູນບັນດາປະເທດອາຊີກາງ

ຍສໝ - ຜູ້ຕາງໜ້າຄະນະຜູ້ແທນຫວຽດນາມ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມອອນລາຍຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ເພື່ອປຶກສາຫາລືກ່ຽວກັບສູນການທູດປ້ອງກັນສະຫະປະຊາຊາດຢູ່ອາຊີກາງ (UNRCCA).

ຫວຽດນາມ ແລະ ຍ ປ ນ ເປ ນປະທານຮ ວມກອງປະຊ ມອອນລາຍ afcdm 3 ບັນ​ດາ​ປະ​ເທດ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ລົງ​ນາມ RCEP ໃນ​ປີນີ້

ຍສໝ - ບັນດາຄູ່ຮ່ວມມືເຈລະຈາຂອງ ອາຊຽນຍັງຄົງໃຫ້ຄຳໝັ້ນສັນຍາວ່າຈະລົງນາມໃນ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໃນທ້າຍປີນີ້ຕາມແຜນການ.

ຫວຽດນາມ ແລະ ຍ ປ ນ ເປ ນປະທານຮ ວມກອງປະຊ ມອອນລາຍ afcdm 3 ບັນດາປະເທດ ອາຊຽນ ຕີລາຄາສູງການກະກຽມໃຫ້ແກ່ກອງປະຊຸມສຸດຍອດ ອາຊຽນ ຂອງຫວຽດນາມ

ຍສໝ - ບັນດາປະເທດ ອາຊຽນ ຕີລາຄາສູງການກະກຽມໃຫ້ແກ່ກອງປະຊຸມສຸດຍອດ ອາຊຽນ ຂອງຫວຽດນາມໂດຍພື້ນຖານ, ເຫັນດີເປັນເອກະພາບກ່ຽວກັບເອກະສານ, ວາລະກອງປະຊຸມ ແລະ ໂຄງການປະຕິບັດງານຂອງກອງປະຊຸມສຸດຍອດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.