Army Games 2020: ບັນດາທີມຂອງກອງທັບປະຊາຊົນຫວຽດນາມ ສ້າງຄວາມປະທັບໃຈທີ່ດີງາມໃນສາຍຕາເພື່ອນມິດສາກົນ

14:45 | 05/09/2020

ຍສໝ - ເຂົ້າຮ່ວມ Army Games 2020, ບັນດາທີມຂອງກອງທັບປະຊາຊົນຫວຽດນາມ ມີຄວາມທຸ່ນທ່ຽງ, ເຊື່ອໝັ້ນຕົນເອງ, ມານະພະຍາຍາມແຂ່ງຂັນຈົນສຸດຄວາມສາມາດຂອງຕົນ, ເສີມຂະຫຍາຍຈິດໃຈສາມັກຄີ, ປະສານສົມທົບ, ປະກອບສ່ວນໂຄສະນາເຜີຍແຜ່ກ່ຽວກັບປະເທດຊາດ, ຊາວຫວຽດນາມ ແລະແຜ່ຂະຫຍາຍຮູບພາບລຸງໂຮ່ ເຖິງເພື່ອນມິດສາກົນຢ່າງແຮງ.

army games 2020 ບ ນດາທ ມຂອງກອງທ ບປະຊາຊ ນຫວຽດນາມ ສ າງຄວາມປະທ ບໃຈທ ດ ງາມໃນສາຍຕາເພ ອນມ ດສາກ ນ ຫວຽດນາມສະແດງຄວາມຕັດສິນໃຈຢ່າງແຮງໃນການປະຕິບັດຕຳແໜ່ງປະທານ AIPA – 41
army games 2020 ບ ນດາທ ມຂອງກອງທ ບປະຊາຊ ນຫວຽດນາມ ສ າງຄວາມປະທ ບໃຈທ ດ ງາມໃນສາຍຕາເພ ອນມ ດສາກ ນ ໜູນຊ່ວຍບັນດາວິສາຫະກິດ ຫວຽດນາມ ສົ່ງອອກສິນຄ້າໄປຍັງ ລາວ
army games 2020 ບ ນດາທ ມຂອງກອງທ ບປະຊາຊ ນຫວຽດນາມ ສ າງຄວາມປະທ ບໃຈທ ດ ງາມໃນສາຍຕາເພ ອນມ ດສາກ ນ
ບັນດາທີມຂອງກອງທັບປະຊາຊົນຫວຽດນາມ ສ້າງຄວາມປະທັບໃຈທີ່ດີງາມໃນສາຍຕາເພື່ອນມິດສາກົນ. ພາບ: qdnd.vn.

ໃນຂອບເຂດໄລຍະທີ 3 ຂອງການແຂ່ງຂັນ “ເຂດຂັ້ນຜູ້ຍິງປືນ” ທີ່ Army Games 2020, ທີ່ລາຍການແຂ່ງຂັນ “ໄລ່ຕິດຕາມ” ດໍາເນີນໃນວັນທີ 1 ກັນຍາ (ຕາມເວລາທ້ອງຖິ່ນ), ເປັນຄັ້ງທຳອິດທີມຍິງບັ່ນທອນກອງທັບປະຊາຊົນຫວຽດນາມ ຖືກຈັດອັນດັບທີ 1. ຜ່ານນັ້ນ, ຜົນການແຂ່ງຂັນໄລຍະທີ 3 ຂອງທີມແມ່ນຢືນອັນດັບທີ 2. ທີມເຮືອນຄົວກາງສະໜາມກອງທັບປະຊາຊົນຫວຽດນາມ ໄດ້ສິ້ນສຸດການແຂ່ງຂັນທີ່ Army Games 2020 ດ້ວຍຜົນງານແມ່ນຢືນອັນດັບທີ 5.

ໃນວັນທີ 4 ກັນຍາ (ຕາມເວລາທ້ອງຖິ່ນ), ຮອບຊີງຊະນະເລີດ ສາຍ 2 ລາຍການແຂ່ງຂັນ “ລົດຕັງເຄື່ອນທີ່” ລະຫວ່າງບັນດາທີມລົດຕັງຫວຽດນາມ, ລາວ, ມຽນມາ ແລະຕາຈີກິດສະຖານ ໄດ້ດໍາເນີນຢ່າງເປັນທາງການ. ໝາກຜົນສຸດທ້າຍຂອງຮອບຊີງຊະນະເລີດ ສາຍ 2 ໂດຍຄະນະຈັດຕັ້ງ ແລະຄະນະກໍາມະການປະກາດພາຍຫຼັງການແຂ່ງຂັນສິ້ນສຸດວ່າ: ລົດຕັງກອງທັບປະຊາຊົນຫວຽດນາມ ໄດ້ເຂົ້າສູ່ເສັ້ນໄຊເປັນທີມທໍາອິດດ້ວຍເວລາແຂ່ງຂັນຂອງທັງ 3 ຈຸລົດແມ່ນ 2 ຊົ່ວໂມງ 12 ນາທີ 42 ວິນາທີ.

ໃນເວັບໄຊ Mil.ru ຂອງກະຊວງປ້ອງກັນປະເທດລັດເຊຍ, ໄດ້ຕີລາຄາວ່າ ບັນດານັກຍິງຂອງຫວຽດນາມ ໄດ້ສະແດງໃຫ້ເຫັນທັກສະຍິງບັ່ນທອນຢ່າງດີເລີດ, ທີມຍິງບັ່ນທອນຂອງກອງທັບປະຊາຊົນຫວຽດນາມ ແມ່ນທີມໜຶ່ງດຽວທີ່ຍິງຖືກເປົ້າໝາຍທັງໝົດໃນການແຂ່ງຂັນຄັ້ງນ້ີ.

army games 2020 ບ ນດາທ ມຂອງກອງທ ບປະຊາຊ ນຫວຽດນາມ ສ າງຄວາມປະທ ບໃຈທ ດ ງາມໃນສາຍຕາເພ ອນມ ດສາກ ນ
ທີມລົດຕັງກອງທັບປະຊາຊົນຫວຽດນາມ ສະຫຼອງໄຊຊະນະພາຍຫຼັງສິ້ນສຸດການແຂ່ງຂັນ. ພາບ: qdnd.vn.

ທ່ານພົນຕີ Mikhail Matveyevsky, ຜູ້ບັນຊາການກຳລັງລູກສອນໄຟ ແລະປືນໃຫຍ່ຂຶ້ນກັບບັນດາກຳລັງປະກອບອາວຸດສະຫະພັນລັດເຊຍ ເນັ້ນໜັກວ່າ ກອງທັບປະຊາຊົນຫວຽດນາມ ໄດ້ຈັດສົ່ງທີມປືນໃຫຍ່ມາເຂົ້າຮ່ວມການແຂ່ງຂັນເປັນຄັ້ງທຳອິດ. ບັນດານັກຍິງປືນທີ່ມາຈາກຫວຽດນາມ ໄດ້ເຂົ້າຮ່ວມແຂ່ງຂັນຢູ່ໃນລາຍການແຂ່ງຂັນໝູ່ປືນໃຫຍ່ແມ່ນ “ນັກຍິງປືນໃຫຍ່ເກັ່ງ”.

ຕາມເວັບໄຊ Mil.ru ແລ້ວ, ທ່ານພັນເອກ ເລແມັງເຫືອງ, ຫົວໜ້າທີມຝຶກແອບໝາວິຊາສະເພາະຂອງກອງທັບປະຊາຊົນຫວຽດນາມ ເນັ້ນໜັກວ່າ ການເຂົ້າຮ່ວມແຂ່ງຂັນຄັ້ງນີ້ແມ່ນກາລະໂອກາດດີງາມທີ່ສຸດເພື່ອແລກປ່ຽນບົດຮຽນລະຫວ່າງກອງທັບປະຊາຊົນຫວຽດນາມ ແລະກອງທັບລັດເຊຍ ກໍ່ຄືກອງທັບປະເທດຕ່າງໆ.

ທີມຊ່າງແສງກອງທັບປະຊາຊົນຫວຽດນາມ ໄດ້ຮັບຫຼຽນທອງພາຍຫຼັງສຳເລັດການແຂ່ງຂັນຈຸລົດຊ່າງແສງ “ເສັ້ນທາງແຫ່ງຄວາມປອດໄພ” ດ້ວຍເວລາ 46 ນາທີ. ນອກຈາກນັ້ນ, ໝູ່ທະຫານຊ່າງແສງປະຈັນບານຂອງກອງທັບປະຊາຊົນຫວຽດນາມ ກໍ່ໄດ້ຮັບນາມມະຍົດ “ໝູ່ທະຫານຊ່າງແສງປະຈັນບານດີເດັ່ນທີ່ສຸດໃນການແຂ່ງຂັນ”.

army games 2020 ບ ນດາທ ມຂອງກອງທ ບປະຊາຊ ນຫວຽດນາມ ສ າງຄວາມປະທ ບໃຈທ ດ ງາມໃນສາຍຕາເພ ອນມ ດສາກ ນ ສະຖານທູດຫວຽດນາມ ປະຈຳຣັດເຊຍ ໄດ້ຈັດພິທີສະເຫຼີມສະຫຼອງວັນຊາດທີ 2 ກັນຍາ

ຍສໝ - ພະນັກງານຫຼາຍຄົນຂອງສະຖານທູດ, ບັນດາອົງການໃກ້ຄຽງ ແລະ ຜູ້ຕາງໜ້າສະມາຄົມຊາວຫວຽດນາມຢູ່ສະຫະພັນລັດເຊຍ ໄດ້ເຂົ້າຮ່ວມມິດຕິງສະເຫຼີມສະຫຼອງວັນຊາດທີ 2 ກັນຍາ.

army games 2020 ບ ນດາທ ມຂອງກອງທ ບປະຊາຊ ນຫວຽດນາມ ສ າງຄວາມປະທ ບໃຈທ ດ ງາມໃນສາຍຕາເພ ອນມ ດສາກ ນ ນຳສົ່ງພົນລະເມືອງຫວຽດນາມ ຫລາຍກວ່າ 340 ຄົນຈາກປະເທດໄທ ກັບຄືນບ້ານ

ຍສໝ - ວັນທີ 3 ກັນຍາ, ບັນດາອົງການທີ່ມີໜ້າທີ່ຫວຽດນາມ, ສະຖານທູດຫວຽດນາມ ປະຈຳປະເທດໄທ ແລະ ສາຍການບິນແຫ່ງຊາດຫວຽດນາມ ໄດ້ສົມທົບກັບ ບັນດາອົງການທີ່ມີໜ້າທີ່ທ້ອງຖິ່ນ ເພື່ອນຳເອົາພົນລະເມືອງຫວຽດນາມ ຈຳນວນຫລາຍກວ່າຫລາຍກວ່າ 340 ຄົນໄດ້ກັບຄືນບ້ານຢ່າງປອດໄພ.

army games 2020 ບ ນດາທ ມຂອງກອງທ ບປະຊາຊ ນຫວຽດນາມ ສ າງຄວາມປະທ ບໃຈທ ດ ງາມໃນສາຍຕາເພ ອນມ ດສາກ ນ ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ຫຼາຍກວ່າ 26 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ 872.498 ຄົນ

ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ, ດ້ວຍຜູ້ຕິດເຊື້ອພະຍາດໂຄວິດ- 19 ຈຳນວນກວ່າ 6,33 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດແມ່ນ 191.052 ຄົນ.

ໄຊພອນ

ເຫດການ
302 Found

Found

The document has moved here.