| ມອບຫຼຽນໄຊມິດຕະພາບ ໃຫ້ແກ່ເອກອັກຄະລັດຖະທູດ ບຣາຊິນ ປະຈຳ ຫວຽດນາມ | |
| ການເປີດກວ້າງຂອບເຂດການຮ່ວມມືດ້ານພະລັງງານທົດແທນ ລະຫວ່າງ ຫວຽດນາມ ແລະ ບຣາຊິນ |
ເມື່ອບໍ່ດົນມານີ້, ທີ່ນະຄອນຫຼວງ Brasília, ສະຖານເອກອັກຄະລັດຖະທູດຫວຽດນາມປະຈຳບຣາຊິນ ໄດ້ຈັດກອງປະຊຸມໂຕະມົນພາຍໃຕ້ຫົວຂໍ້ “ແບ່ງປັນຂໍ້ມູນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ຫວຽດນາມ - ບຣາຊິນ ໃນ 6 ເດືອນຕົ້ນປີ 2026”. ກອງປະຊຸມຈັດຂຶ້ນໃນຮູບແບບພົບປະໂດຍກົງຄວບຄູ່ກັບທາງອອນລາຍ, ແນໃສ່ປັບປຸງຂໍ້ມູນກ່ຽວກັບສະພາບການຮ່ວມມືທາງເສດຖະກິດສອງຝ່າຍ, ແລກປ່ຽນກ່ຽວກັບໂອກາດທາງຕະຫຼາດ, ພ້ອມທັງປຶກສາຫາລືບັນດາຂໍ້ຫຍຸ້ງຍາກ, ສິ່ງທ້າທາຍ ແລະ ມາດຕະການຊຸກຍູ້ການຮ່ວມມືໃນອະນາຄົດ.
ກ່າວຄຳປາໄສທີ່ກອງປະຊຸມ, ທ່ານ ບຸຍ ວັນ ຫງິ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມປະຈຳບຣາຊິນ, ໃຫ້ຮູ້ວ່າ ຕາມສະຖິຕິຂອງບຣາຊິນ, ມູນຄ່າການຄ້າສອງຝ່າຍໃນ 6 ເດືອນຕົ້ນປີ 2026 ບັນລຸປະມານ 4,22 ຕື້ USD, ສູງກວ່າໄລຍະດຽວກັນຂອງປີ 2025 ປະມານ 16,8%.
![]() |
| ທ່ານ ບຸຍວັນຫງິ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ປະຈຳ ບຣາຊິນ ກ່າວຄຳປາໄສຢູ່ທີ່ກອງປະຊຸມໂຕະມົນ. |
ໃນນັ້ນ, ມູນຄ່າການສົ່ງອອກຂອງບຣາຊິນໄປຫວຽດນາມບັນລຸປະມານ 2,104 ຕື້ USD, ເພີ່ມຂຶ້ນ 16,6%; ສ່ວນມູນຄ່າການນຳເຂົ້າຂອງບຣາຊິນຈາກຫວຽດນາມບັນລຸປະມານ 2,114 ຕື້ USD, ເພີ່ມຂຶ້ນ 17%. ບຣາຊິນຍັງຄົງເປັນແຫຼ່ງສະໜອງສຳຄັນຂອງຫວຽດນາມ ໃນບັນດາສິນຄ້າກະສິກຳ, ວັດຖຸດິບ ແລະ ສິນຄ້າຍຸດທະສາດບາງປະເພດ ເຊັ່ນ ຖົ່ວເຫຼືອງ, ສາລີ, ຝ້າຍ, ຊີ້ນ, ທາດແປ້ງ, ແຮ່ທາດ ແລະ ເຄິ່ງແຮ່ທາດ.
ໃນທາງກັບກັນ, ຫວຽດນາມສົ່ງອອກສິນຄ້າທີ່ມີທ່າແຮງໄປຍັງຕະຫຼາດບຣາຊິນ ປະກອບມີ ໂທລະສັບ ແລະ ຊິ້ນສ່ວນ, ຄອມພິວເຕີ, ອຸປະກອນເອເລັກໂຕຣນິກ, ເຄື່ອງຈັກ, ເຄື່ອງນຸ່ງຫົ່ມ, ເກີບໜັງ, ເຟີນີເຈີໄມ້, ສິນຄ້າສັດນ້ຳ ແລະ ຜະລິດຕະພັນອາຫານບາງຊະນິດ. ພື້ນຖານດັ່ງກ່າວເປີດໂອກາດໃຫ້ສອງປະເທດບໍ່ພຽງແຕ່ຂະຫຍາຍການຄ້າສິນຄ້າ, ແຕ່ຍັງສາມາດຍົກລະດັບການຮ່ວມມືໃນດ້ານການລົງທຶນ, ການປຸງແຕ່ງ, ໂລຈິສຕິກ, ການກະຈາຍສິນຄ້າ, ເຕັກໂນໂລຊີ ແລະ ຕ່ອງໂສ້ມູນຄ່າ.
ທ່ານເອກອັກຄະລັດຖະທູດຊີ້ໃຫ້ເຫັນວ່າ ໂຄງສ້າງເສດຖະກິດຂອງຫວຽດນາມ ແລະ ບຣາຊິນ ມີຈຸດແຂງທີ່ສາມາດເກື້ອກູນກັນໄດ້. ບຣາຊິນມີຄວາມໄດ້ປຽບໃນການສະໜອງຜະລິດຕະພັນກະສິກຳ, ວັດຖຸດິບ, ຊີ້ນ, ຜະລິດຕະພັນໄມ້ ແລະ ແຮ່ທາດ; ຂະນະທີ່ຫວຽດນາມມີຈຸດແຂງດ້ານການສົ່ງອອກສິນຄ້າອຸດສາຫະກຳ, ອຸປະກອນເອເລັກໂຕຣນິກ, ເຄື່ອງຈັກ, ເຄື່ອງນຸ່ງຫົ່ມ, ເກີບໜັງ, ຜະລິດຕະພັນໄມ້, ສິນຄ້າສັດທະເລ ແລະ ອາຫານປຸງແຕ່ງ.
ແນວໃດກໍຕາມ, ທ່ານ ບຸຍ ວັນ ຫງິ ຍັງໄດ້ຊີ້ແຈງເຖິງບັນດາຂໍ້ຈຳກັດທີ່ສອງປະເທດຕ້ອງຮ່ວມກັນແກ້ໄຂ. ໃນນັ້ນມີ ມູນຄ່າການລົງທຶນໂດຍກົງທີ່ຍັງຕ່ຳ, ໂຄງສ້າງສິນຄ້າທີ່ຍັງກະຈຸກຕົວຢູ່ໃນບາງກຸ່ມສິນຄ້າ, ຕົ້ນທຶນໂລຈິສຕິກທີ່ສູງ, ການຂາດແຄນເສັ້ນທາງຂົນສົ່ງໂດຍກົງ, ຄວາມຈຳເປັນໃນການເພີ່ມການແລກປ່ຽນຂໍ້ມູນລະຫວ່າງວິສາຫະກິດ ຕະຫຼອດຈົນການປັບປຸງການເຈລະຈາກ່ຽວກັບຂໍ້ກຳນົດການກວດກາພະຍາດ ແລະ ລະບຽບກົດໝາຍທີ່ກ່ຽວຂ້ອງ.
ສຳລັບບັນດາບຸລິມະສິດໃນໄລຍະຕໍ່ໜ້າ, ທ່ານເອກອັກຄະລັດຖະທູດເຫັນວ່າ ຄວນສ້າງກົນໄກແລກປ່ຽນຂໍ້ມູນຢ່າງເປັນປະຈຳລະຫວ່າງລັດຖະບານ ແລະ ວິສາຫະກິດ, ເສີມສ້າງການຮ່ວມມືລະຫວ່າງບັນດາລັດຂອງບຣາຊິນ ແລະ ບັນດາແຂວງຂອງຫວຽດນາມ, ພ້ອມທັງຂະຫຍາຍການຮ່ວມມືໃນດ້ານພະລັງງານທົດແທນ, ເຊື້ອໄຟຊີວະພາບ, ໂລຈິສຕິກ, ການຫັນປ່ຽນດິຈິຕອນ, ເຕັກໂນໂລຊີຊີວະພາບ ແລະ ອຸດສາຫະກຳສີຂຽວ. ຄຽງຄູ່ກັນນັ້ນ, ທ່ານຍັງສະເໜີໃຫ້ເລັ່ງການເຈລະຈາຂໍ້ຕົກລົງການຄ້າລະຫວ່າງຫວຽດນາມ ແລະ ກຸ່ມຕະຫຼາດຮ່ວມ Mercosur.
ໃນກອງປະຊຸມ, ທ່ານ ຍື ວັນ ເກິນ, ຮອງຫົວໜ້າກົມສຸຂະພາບ ແລະ ການກວດກາການປະມົງ ສັງກັດກະຊວງກະສິກຳ ແລະ ສິ່ງແວດລ້ອມຫວຽດນາມ, ໄດ້ນຳສະເໜີກ່ຽວກັບລະບົບຄຸ້ມຄອງຂອງລັດ ໃນການລ້ຽງສັດນ້ຳ, ການກວດກາພະຍາດ, ການຮັບປະກັນຄວາມປອດໄພດ້ານອາຫານ, ການຕິດຕາມແຫຼ່ງກຳເນີດ ແລະ ການຄວບຄຸມຄຸນນະພາບສິນຄ້າສັດນ້ຳສົ່ງອອກຂອງຫວຽດນາມ.
![]() |
| ບັນດາຜູ້ແທນທີ່ເຂົ້າຮ່ວມຢູ່ທີ່ກອງປະຊຸມໂຕະມົນ. |
ບົດລາຍງານໄດ້ຊີ້ໃຫ້ເຫັນວ່າ ຫວຽດນາມໄດ້ສ້າງລະບົບຄຸ້ມຄອງທີ່ຂ້ອນຂ້າງຄົບຖ້ວນ, ກວມເອົາການຄຸ້ມຄອງແນວພັນສັດນ້ຳ, ອາຫານສັດ ແລະ ຜະລິດຕະພັນປັບປຸງສະພາບແວດລ້ອມການລ້ຽງ, ເງື່ອນໄຂຂອງສະຖານທີ່ລ້ຽງ, ການຢັ້ງຢືນຄວາມປອດໄພດ້ານອາຫານ, ການບັນທຶກຂໍ້ມູນການຜະລິດ ແລະ ການຕິດຕາມແຫຼ່ງກຳເນີດ. ນອກຈາກນັ້ນ, ຫວຽດນາມຍັງສົ່ງເສີມການນຳໃຊ້ມາດຕະຖານ VietGAP, GlobalGAP, ASC ແລະ BAP ໃນການຜະລິດ.
ຈາກຝ່າຍບຣາຊິນ, ທ່ານນາງ Thamires Quinhões, ຜູ້ອຳນວຍການບໍລິຫານສະມາຄົມພັດທະນາການປະມົງ ABRAPES, ໄດ້ແບ່ງປັນຂໍ້ມູນກ່ຽວກັບສະພາບການນຳເຂົ້າສັດນ້ຳຈາກຫວຽດນາມສູ່ບຣາຊິນ, ສະພາບຕະຫຼາດ ແລະ ບັນດາອຸປະສັກທີ່ກິດຈະກຳນຳເຂົ້າພວມປະເຊີນ. ທ່ານນາງໃຫ້ຮູ້ວ່າ ຫວຽດນາມໄດ້ກາຍເປັນແຫຼ່ງສະໜອງສິນຄ້າສັດນ້ຳທີ່ສຳຄັນສຳລັບຕະຫຼາດບຣາຊິນ.
ເຖິງຢ່າງນັ້ນກໍຕາມ, ການນຳເຂົ້າສັດນ້ຳ, ໂດຍສະເພາະປານິນ, ຍັງປະເຊີນກັບອຸປະສັກທາງກົດໝາຍ ແລະ ນະໂຍບາຍບາງປະການ. ໃນນັ້ນມີຮ່າງກົດໝາຍເລກທີ 6.331/2025 ທີ່ສະເໜີຫ້າມນຳເຂົ້າປານິນ, ພ້ອມກັບບາງມາດຕະການໃນລະດັບລັດຂອງບຣາຊິນ ທີ່ອາດກໍ່ໃຫ້ເກີດຄວາມກັງວົນໃນຊຸມຊົນວິສາຫະກິດ.
ທ່ານນາງ Thamires Quinhões ຢືນຢັນວ່າ ບັນດາວິສາຫະກິດນຳເຂົ້າສັດນ້ຳຂອງບຣາຊິນ ສະໜັບສະໜູນລະບົບຄຸ້ມຄອງທີ່ໂປ່ງໃສ, ມີຄວາມໝັ້ນຄົງ, ສາມາດຄາດຄະເນໄດ້ ແລະ ອີງໃສ່ຫຼັກຖານທາງວິທະຍາສາດ. ພ້ອມກັນນັ້ນ, ພວກເຂົາຍັງປາດຖະໜາຢາກເສີມສ້າງການປະສານງານກັບບັນດາສະມາຄົມ, ວິສາຫະກິດ ແລະ ອົງການທີ່ກ່ຽວຂ້ອງຂອງຫວຽດນາມ ເພື່ອແບ່ງປັນຂໍ້ມູນທາງເຕັກນິກ, ຊຸກຍູ້ການຫາລືລະຫວ່າງສະຖາບັນ ແລະ ຢືນຢັນບົດບາດຂອງສິນຄ້າສັດນ້ຳຫວຽດນາມ ໃນຖານະແຫຼ່ງສະໜອງທີ່ຊ່ວຍເສີມຕະຫຼາດບຣາຊິນ.
ທ່ານ Robson Cardoch Valdez, ນັກເສດຖະສາດ, ດອກເຕີດ້ານການສຶກສາຍຸດທະສາດສາກົນຈາກມະຫາວິທະຍາໄລລັດ Rio Grande do Sul, ນັກຄົ້ນຄວ້າຂອງສູນຄົ້ນຄວ້າອາເມລິກາລາຕິນ ສັງກັດສະຖາບັນການພົວພັນສາກົນ ມະຫາວິທະຍາໄລ Brasília, ພ້ອມທັງເປັນອາຈານດ້ານການພົວພັນສາກົນຢູ່ສະຖາບັນການສຶກສາ, ພັດທະນາ ແລະ ຄົ້ນຄວ້າບຣາຊິນ ທີ່ Brasília, ໄດ້ຕີລາຄາວ່າ ສາຍພົວພັນເສດຖະກິດຫວຽດນາມ - ບຣາຊິນ ພວມກ້າວຈາກໄລຍະທີ່ມີທ່າແຮງບົ່ມຊ້ອນ ໄປສູ່ການຮ່ວມມືທີ່ຂະຫຍາຍຕົວ, ມີຄວາມເຕີບໃຫຍ່ ແລະ ມີຄວາມໝາຍທາງຍຸດທະສາດຫຼາຍຂຶ້ນ.
ຕາມທ່ານ Robson C. Valdez ແລ້ວ, ໃນໄລຍະ 2016-2025, ມູນຄ່າການຄ້າສອງຝ່າຍເພີ່ມຂຶ້ນເກືອບ 3 ເທົ່າ, ຈາກປະມານ 3 ຕື້ USD ຂຶ້ນເປັນຫຼາຍກວ່າ 7,4 ຕື້ USD. ໂຄງສ້າງການຄ້າສອງຝ່າຍມີລັກສະນະເກື້ອກູນກັນຢ່າງຊັດເຈນ. ບຣາຊິນສະໜອງອາຫານ, ວັດຖຸດິບກະສິກຳ, ແຮ່ທາດ ແລະ ຜະລິດຕະພັນພື້ນຖານ; ສ່ວນຫວຽດນາມສະໜອງສິນຄ້າປຸງແຕ່ງ, ອຸປະກອນອຸດສາຫະກຳ, ຊິ້ນສ່ວນເອເລັກໂຕຣນິກ ແລະ ສິນຄ້າບໍລິໂພກທີ່ມີເນື້ອໃນເຕັກໂນໂລຊີ.
ບັນດານັກຊ່ຽວຊານບຣາຊິນເຫັນວ່າ ໃນໄລຍະຕໍ່ໜ້າ, ສອງປະເທດຍັງມີໂອກາດຮ່ວມມືອີກຫຼາຍໃນຂົງເຂດກະສິກຳ ແລະ ການປຸງແຕ່ງອາຫານ, ຄວາມໝັ້ນຄົງດ້ານອາຫານ, ການຫັນປ່ຽນພະລັງງານ ແລະ ເຊື້ອໄຟຊີວະພາບ, ເສດຖະກິດດິຈິຕອນ, ເຄິ່ງຊັກນຳໄຟຟ້າ ແລະ ເອເລັກໂຕຣນິກ, ໂລຈິສຕິກ ແລະ ໂຄງລ່າງພື້ນຖານ, ແຮ່ທາດຍຸດທະສາດ, ນະວັດຕະກຳ ແລະ ເສດຖະກິດສີຂຽວ.
ຂອບສາຍພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ບຣາຊິນ ໄດ້ຮັບການຕີລາຄາວ່າ ເປັນພື້ນຖານສຳຄັນໃນການຫັນໂອກາດເຫຼົ່ານີ້ໃຫ້ກາຍເປັນໂຄງການຮ່ວມມືທີ່ເປັນຮູບປະທຳດ້ານການລົງທຶນ, ນະວັດຕະກຳ ແລະ ການເຊື່ອມໂຍງການຜະລິດ.
ກອງປະຊຸມໂຕະມົນໄດ້ສິ້ນສຸດລົງດ້ວຍຜົນສຳເລັດອັນຈົບງາມ.
ນີ້ເປັນອີກໜຶ່ງກິດຈະກຳການທູດເສດຖະກິດທີ່ມີຄວາມໝາຍໃນພາກປະຕິບັດ ຂອງສະຖານທູດຫວຽດນາມປະຈຳບຣາຊິນໃນປີ 2026. ກິດຈະກຳດັ່ງກ່າວມຸ່ງເນັ້ນການຍົກສູງຄວາມເຂົ້າໃຈກ່ຽວກັບຕະຫຼາດ, ເສີມສ້າງຄວາມໄວ້ເນື້ອເຊື່ອໃຈລະຫວ່າງວິສາຫະກິດ ແລະ ທ້ອງຖິ່ນຂອງສອງປະເທດ, ຊຸກຍູ້ການຮ່ວມມືໃຫ້ເລິກເຊິ່ງ, ມີປະສິດທິຜົນ, ສົມດຸນ ແລະ ຍືນຍົງຍິ່ງຂຶ້ນ. ພ້ອມກັນນັ້ນ, ຍັງປະກອບສ່ວນຜັນຂະຫຍາຍຂອບສາຍພົວພັນຄູ່ຮ່ວມມືຍຸດທະສາດ ແລະ ແຜນປະຕິບັດງານສອງຝ່າຍຫວຽດນາມ - ບຣາຊິນ ໄລຍະ 2025-2030 ໃຫ້ເກີດຜົນຢ່າງແທ້ຈິງ.
| ດາບປະທັບຂອງປະທານ ໂຮ່ຈີມິນ ໃນສາຍພົວພັນມິດຕະພາບ ຫວຽດນາມ – ບຣາຊິນ ຍສໝ - ຄະນະປະຕິບັດງານຂອງສະຖານທູດ ຫວຽດນາມ ປະຈຳ ບຣາຊິນ ໄດ້ເຂົ້າຮ່ວມກອງປະຊຸມເສວະນາ ພາຍໃຕ້ຫົວຂໍ້ “ບຣາຊິນ - ຫວຽດນາມ: ການເຈລະຈາກ່ຽວກັບມໍລະດົກ ໂຮ່ຈີມິນ” ໂດຍສະພາຜະລິດຕະກຳລັດ ຣີໂອ ເດ ຈາເນໂຣ ຈັດຕັ້ງຂຶ້ນ. |
| ຊຸກຍູ້ການຮ່ວມມືລະຫວ່າງຫວຽດນາມ ແລະ ບຣາຊິນ ໃນຂົງເຂດກະສິກຳ, ພະລັງງານຊີວະພາບ, ແລະ logistics ຍສໝ - ແຕ່ວັນທີ 25-28 ກຸມພາ 2026, ຄະນະຜູ້ແທນຈາກສະຖານທູດຫວຽດນາມ ປະຈຳບຣາຊິນ ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ລັດ Maranhão. ການເດີນທາງຄັ້ງນີ້ມີຈຸດປະສົງເພື່ອດຳເນີນການສຳຫຼວດພາກສະໜາມ, ສົ່ງເສີມການຮ່ວມມືດ້ານການລົງທຶນ ແລະ ການຄ້າສອງຝ່າຍ, ແລະ ຄົ້ນຫາໂອກາດໃນການເຊື່ອມຕໍ່ຍຸດທະສາດລະຫວ່າງຫວຽດນາມ ແລະ ພາກພື້ນຕາເວັນອອກສຽງເໜືອຂອງບຣາຊິນ. |
ຄຳສີ

