ແບ່ງປັນຂໍ້ມູນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ຫວຽດນາມ - ບຣາຊິນ ພາຍໃນ 6 ເດືອນຕົ້ນປີ 2026

ແບ່ງປັນຂໍ້ມູນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ຫວຽດນາມ - ບຣາຊິນ ພາຍໃນ 6 ເດືອນຕົ້ນປີ 2026

ຍສໝ - ເມື່ອບໍ່ດົນມານີ້, ຢູ່ທີ່ນະຄອນຫຼວງ Brasília, ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ບຣາຊິນ ໄດ້ຈັດຕັ້ງກອງປະຊຸມໂຕະມົນ “ແບ່ງປັນຂໍ້ມູນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ຫວຽດນາມ - ບຣາຊິນ ພາຍໃນ 6 ເດືອນຕົ້ນປີ 2026” ພາຍໃຕ້ຮູບແບບການພົບປະໂດຍກົງ ປະສົມປະສານກັບທາງອອນລາຍ, ແນໃສ່ອັບເດດສະພາບການຮ່ວມມືດ້ານເສດຖະກິດທະວິພາຄີ, ແລກປ່ຽນກ່ຽວກັບກາລະໂອກາດທາງດ້ານຕະຫຼາດ, ໃນຂະນະດຽວກັນກໍປຶກສາຫາລືກ່ຽວກັບບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍ ແລະ ທິດທາງຊຸກຍູ້ການຮ່ວມມືພາຍໃນໄລຍະເວລາຕໍ່ໜ້າ.

ມອບຫຼຽນໄຊມິດຕະພາບ ໃຫ້ແກ່ເອກອັກຄະລັດຖະທູດ ບຣາຊິນ ປະຈຳ ຫວຽດນາມ

ມອບຫຼຽນໄຊມິດຕະພາບ ໃຫ້ແກ່ເອກອັກຄະລັດຖະທູດ ບຣາຊິນ ປະຈຳ ຫວຽດນາມ

ຍສໝ - ວັນທີ 2 ກໍລະກົດ, ໂດຍໄດ້ຮັບການມອບສິດຈາກທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ດັ້ງຮວ່າງຢາງ ໄດ້ມອບຫຼຽນໄຊມິດຕະພາບ ໃຫ້ແກ່ທ່ານ Marco Farani, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງສາທາລະນະລັດ ສະຫະພັນ ບຣາຊິນ ປະຈຳ ຫວຽດນາມ.

ການເປີດກວ້າງຂອບເຂດການຮ່ວມມືດ້ານພະລັງງານທົດແທນ ລະຫວ່າງ ຫວຽດນາມ ແລະ ບຣາຊິນ

ການເປີດກວ້າງຂອບເຂດການຮ່ວມມືດ້ານພະລັງງານທົດແທນ ລະຫວ່າງ ຫວຽດນາມ ແລະ ບຣາຊິນ

ຍສໝ - ວັນທີ 16 ມິຖຸນາ 2026, ຢູ່ທີ່ນະຄອນຫຼວງ Brasília, ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ປະເທດ ບຣາຊິນ ໄດ້ຈັດຕັ້ງກອງປະຊຸມສໍາມະນາ ພາຍໃດຫົວຂໍ້ “ຫວຽດນາມ - ບຣາຊິນ 2026: ເພີ່ມທະວີການຮ່ວມມືພາຍໃດຂົງເຂດພະລັງງານທົດແທນ” ຢ່າງຈົບງາມ.

ຊຸກຍູ້ການຮ່ວມມືລະຫວ່າງຫວຽດນາມ ແລະ ບຣາຊິນ ໃນຂົງເຂດກະສິກຳ, ພະລັງງານຊີວະພາບ, ແລະ logistics

ຊຸກຍູ້ການຮ່ວມມືລະຫວ່າງຫວຽດນາມ ແລະ ບຣາຊິນ ໃນຂົງເຂດກະສິກຳ, ພະລັງງານຊີວະພາບ, ແລະ logistics

ຍສໝ - ແຕ່ວັນທີ 25-28 ກຸມພາ 2026, ຄະນະຜູ້ແທນຈາກສະຖານທູດຫວຽດນາມ ປະຈຳບຣາຊິນ ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ລັດ Maranhão. ການເດີນທາງຄັ້ງນີ້ມີຈຸດປະສົງເພື່ອດຳເນີນການສຳຫຼວດພາກສະໜາມ, ສົ່ງເສີມການຮ່ວມມືດ້ານການລົງທຶນ ແລະ ການຄ້າສອງຝ່າຍ, ແລະ ຄົ້ນຫາໂອກາດໃນການເຊື່ອມຕໍ່ຍຸດທະສາດລະຫວ່າງຫວຽດນາມ ແລະ ພາກພື້ນຕາເວັນອອກສຽງເໜືອຂອງບຣາຊິນ.

Pedro da Oliveira: ຈາກຫ້ອງບັນຍາຍ Sao Paulo ຫາ​ຂົວ​ເຊື່ອມ​ຕໍ່​ ຫວຽດ​ນາມ - ບຣາຊິນ

Pedro da Oliveira: ຈາກຫ້ອງບັນຍາຍ Sao Paulo ຫາ​ຂົວ​ເຊື່ອມ​ຕໍ່​ ຫວຽດ​ນາມ - ບຣາຊິນ

ຍສໝ - ປີ 1968, ຢູ່ຫ້ອງບັນຍາຍມະຫາວິທະຍາ​ໄລ Sao Paulo (ບຣາຊິນ), ການ​ສາຍ​ຮູບ​ເງົາ​ກ່ຽວ​ກັບ​ສົງຄາມ​ຫວຽດນາມ ​ໄດ້​ເປີດ​ຈຸດ​ຫັນປ່ຽນ​ຊີວິດ​ຂອງ​ຜູ້ບ່າວນັກສຶກສາໃໝ່ Pedro de Oliveira. ຈາກ​ເວລາ​ນັ້ນ, ທ່ານ​ໄດ້​ເລີ່​ມຕົ້ນ​ການ​ເດີນທາງ​ຂອງ​ຕົນ​ໄປ​ຍັງ​ປະ​ເທດ​ໜຶ່ງ​ໃນ​ອີກ​ດ້ານ​ໜຶ່ງ​ຂອງ​ໂລກ. ເປັນເວລາກວ່າເຄິ່ງສະຕະວັດ, ທ່ານ Pedro de Oliveira ແມ່ນທັງນັກຂ່າວ ແລະ ນັກປະຫວັດສາດທີ່ດຸໝັ່ນຄົ້ນຄວ້າຫວຽດນາມ, ແລະແມ່ນ “ຂົວ” ທີ່ຕິດພັນກັບປະຊາຊົນສອງປະເທດຢ່າງບໍ່ຢຸດຢັ້ງ, ປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບລະຫວ່າງ ຫວຽດນາມ ແລະ ບຣາຊິນ.

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນຮ່ວາງຮ້ຽບ ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ຫວຽດ​ນາມ - ບຣາ​ຊິນ ​ອາຍຸການ 2025-2030.

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນຮ່ວາງຮ້ຽບ ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ຫວຽດ​ນາມ - ບຣາ​ຊິນ ​ອາຍຸການ 2025-2030.

ຍສໝ -​ ວັນ​ທີ 15 ກໍລະກົດ​ນີ້, ຢູ່​ຮ່າ​ໂນ້ຍ, ສະມາຄົມ​ມິດຕະພາບ ​ແລະ ການ​ຮ່ວມ​ມື ຫວຽດນາມ - ບຣາຊິນ ​ໄດ້​ຈັດ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 3 ​ອາຍຸການ​ 2025-2030. ທ່ານ ຫງວຽນ​ຮ່ວາງຮ້ຽບ, ຮອງ​ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ສິ່ງ​ແວດ​ລ້ອມ ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທານ​ສະມາຄົມ​ອາຍຸການ​ໃໝ່.

​ໂຄສະນາ​ບັນດາ​ຜະລິດ​ຕະພັນ​ຫວຽດນາມ ຢູ່​ງານຕະຫຼາດນັດສາກົນ ອາຫານ​ - ວັດທະນະທຳ​ຢູ່ ບຣາຊິນ

​ໂຄສະນາ​ບັນດາ​ຜະລິດ​ຕະພັນ​ຫວຽດນາມ ຢູ່​ງານຕະຫຼາດນັດສາກົນ ອາຫານ​ - ວັດທະນະທຳ​ຢູ່ ບຣາຊິນ

ຍສໝ - ວັນ​ທີ 31 ພຶດສະພາ​ນີ້, ສະຖານທູດ​ຫວຽດນາມ ປະຈຳ ບຣາຊິນ ໄດ້​ເຂົ້າ​ຮ່ວມງານຕະຫຼາດນັດສາກົນ ອາຫານ​ - ວັດທະນະທຳ​2025, ​ແມ່ນ​ເຫດການ​ປະຈຳ​ປີ​ຂອງ​ຄະນະ​ປະຕິບັດງານການທູດ ໄດ້ຈັດ​ຕັ້ງ​ຢູ່​ຫໍພິພິທະ​ພັນ​ສິລະ​ປະ Brasília.

ທ່ານ​ປະທານ​ປະ​ເທດ ເລືອງ​ເກື່ອງ ​ພົບປະເຈລະຈາກັບທ່ານ ​ປະທານາທິບໍດີ ບຣາຊິນ

ທ່ານ​ປະທານ​ປະ​ເທດ ເລືອງ​ເກື່ອງ ​ພົບປະເຈລະຈາກັບທ່ານ ​ປະທານາທິບໍດີ ບຣາຊິນ

ຍສໝ - ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ປະ​ເທດ ເລືອງ​ເກື່ອງ, ທ່ານ​ປະທານນາທິບໍດີ ສາທາລະນະລັດສະຫະພັນ ​ບຣາ​ຊິນ Luiz Inácio Lula da Silva ເປັນນຳໜ້າຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ປະເທດສາທາລະນະລັດສະຫະພັນ ​ບຣາ​ຊິນ ປະຕິບັດການໄປ​ຢ້ຽມ​ຢາມ​ທາງລັດໄປຍັງ ​ຫວຽດ​ນາມ ແຕ່​ວັນ​ທີ 27 – 29 ມີນາ 2025.

ຫວຽດນາມ ​ແລະ ບຣາຊິນ ຍົກ​ລະດັບ​ການ​ພົວພັນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ

ຫວຽດນາມ ​ແລະ ບຣາຊິນ ຍົກ​ລະດັບ​ການ​ພົວພັນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ

ຍສໝ​ - ​ໃນ​ຂອບ​ເຂດ​ການ​ໄປປະຕິບັດງານຢູ່ ບຣາຊິນ, ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ G20 ຢູ່​ນະຄອນ Rio de Janeiro, ວັນ​ທີ 17 ພະຈິກ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້​ມີ​ການ​ພົບ​ປະ​ກັບທ່ານ​ປະທານາທິບໍດີ ບຣາຊິນ Luiz Inácio Lula da Silva. 2 ຝ່າຍ​ໄດ້​ເຫັນ​ດີເປັນເອກະພາບຍົກ​ລະດັບ​ການ​ພົວພັນ ​ຫວຽດນາມ - ບຣາຊິນ ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ.

ທ່ານເອກອັກຄະລັດຖະທູດ ບຸຍວັນຫງີ້ ໄດ້ມີການເຮັດວຽກກັບອະດີດສະມາຊິກສະພາສູງ, ຮອງລັດຖະມົນຕີຜູ້ປະຈຳການ ກະຊວງວິທະຍາສາດ, ເຕັກໂນໂລຊີ ແລະ ການປ່ຽນແປງໃໝ່ ບຣາຊິນ.

ທ່ານເອກອັກຄະລັດຖະທູດ ບຸຍວັນຫງີ້ ໄດ້ມີການເຮັດວຽກກັບອະດີດສະມາຊິກສະພາສູງ, ຮອງລັດຖະມົນຕີຜູ້ປະຈຳການ ກະຊວງວິທະຍາສາດ, ເຕັກໂນໂລຊີ ແລະ ການປ່ຽນແປງໃໝ່ ບຣາຊິນ.

ຍສໝ - ວັນ​ທີ 21 ພະຈິກ​ນີ້ (ຕາມ​ເວລາ​ທ້ອງ​ຖິ່ນ), ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ບຣາຊິນ ບຸຍວັນຫງີ້ ​ໄດ້​ມີ​ການ​ປຶກສາ​ຫາລື ​ແລະ ​ເຮັດ​ວຽກ​ກັບ​ທ່ານ Inácio Arruda, ອະດີດ​ສະມາຊິກ​ສະພາ​ສູງ, ຮອງ​ລັດຖະມົນຕີຜູ້​ປະຈຳການ ກະຊວງ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ ​ແລະ ການປ່ຽນແປງໃໝ່ ບຣາຊິນ (MCTI), ພ້ອມທັງ​ເປັນ​ປະທານ​ສະມາຄົມມິດຕະພາບ ບຣາຊິນ - ຫວຽດນາມ ແລະ ທ່ານ Pedro de Oliveira, ເລຂາທິການສະມາຄົມມິດຕະພາບ ບຣາຊິນ - ຫວຽດນາມ (ABRAVIET).

ABRAVIET ຈະສົມທົບກັບສະຖານທູດ ຫວຽດນາມ ປະຈຳ ບຣາຊິນ ເພື່ອຜັນຂະຫຍາຍບັນດາການເຄື່ອນໄຫວທີ່ແທດຈິງ ແລະ ມີປະສິດທິຜົນ

ABRAVIET ຈະສົມທົບກັບສະຖານທູດ ຫວຽດນາມ ປະຈຳ ບຣາຊິນ ເພື່ອຜັນຂະຫຍາຍບັນດາການເຄື່ອນໄຫວທີ່ແທດຈິງ ແລະ ມີປະສິດທິຜົນ

ຍສໝ - ຫວ່າງ​ມໍ່ໆ​ມາ​ນີ້, ຢູ່​ສຳນັກງານ​ສະຖານທູດ​ຫວຽດນາມ ປະຈຳ ບຣາຊິນ, ທ່ານ​ເອກ​ອັກຄະ​ລັດຖະທູດ ບຸ່ຍ​ວັນ​ງິ ​ໄດ້​ຕ້ອນຮັບ​ທ່ານ Pedro Da Oliveira, ​ເລຂາທິການ​ສະມາຄົມ​ມິດຕະພາບ ບຣາຊິນ - ຫວຽດນາມ (ABRAVIET), ​ເພື່ອ​ຢື້ຢາມຖາມຂ່າວ ​ແລະ ສະແດງຄວາມຍິນດີນຳ​ທ່ານ​ເອກ​ອັກຄະ​ລັດຖະທູດ ​ແລະ ພັນ​ລະ​ຍາ ທີ່​ໄດ້​ຮັບ​ວາລະການ​ເຮັດ​ວຽກ​ຢູ່ ບຣາຊິນ (2023-2026).

ສະຖານທູດຫວຽດນາມ ປະຈຳບຣາຊິນ ສະເຫຼີມສະຫຼອງວັນຊາດທີ 2 ກັນຍາ ຄົບຮອບ 76 ປີ

ສະຖານທູດຫວຽດນາມ ປະຈຳບຣາຊິນ ສະເຫຼີມສະຫຼອງວັນຊາດທີ 2 ກັນຍາ ຄົບຮອບ 76 ປີ

ຍສໝ - ຫວ່າງແລ້ວນີ້, ຢູ່ ບຣາຊິນ, ສະຖານທູດຫວຽດນາມ ປະຈຳບຣາຊິນ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 76 ປີແຫ່ງວັນຊາດຫວຽດນາມ (2/9/1945 - 2/9/2021).

ປີ 2020 ແມ່ນປີທີ່ດີສຳລັບການພົວພັນສອງຝ່າຍລະຫວ່າງບຣາຊິນ ແລະຫວຽດນາມ

ປີ 2020 ແມ່ນປີທີ່ດີສຳລັບການພົວພັນສອງຝ່າຍລະຫວ່າງບຣາຊິນ ແລະຫວຽດນາມ

ຍສໝ - ປີ 2020 ແມ່ນປີທີ່ດີສຳລັບການພົວພັນສອງຝ່າຍລະຫວ່າງບຣາຊິນ ແລະຫວຽດນາມ, ບຣາຊິນ ແລະຫວຽດນາມ ໄດ້ຈັດຕັ້ງການປຶກສາຫາລືດ້ານການເມືອງຄັ້ງທີ 7 ຜ່ານລະບົບທາງໄກ, ປຶກສາຫາລືບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ຜ່ານນັ້ນຊ່ວຍສອງຝ່າຍກໍານົດມາດຕະການເພີ່ມທະວີການຮ່ວມມືສອງຝ່າຍ.

ສະເໜີສ້າງຕັ້ງສູນເຊື່ອມຕໍ່ການຄ້າສາກົນ ລະຫວ່າງ ຫວຽດນາມ ແລະ ບຣາຊິນ ແລະ ບັນດາປະເທດທະວີບອາເມລິກາ

ສະເໜີສ້າງຕັ້ງສູນເຊື່ອມຕໍ່ການຄ້າສາກົນ ລະຫວ່າງ ຫວຽດນາມ ແລະ ບຣາຊິນ ແລະ ບັນດາປະເທດທະວີບອາເມລິກາ

ຍສໝ - ການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ບຣາຊິນ ພັດທະນາຢ່າງໝັ້ນຄົງ. ບຣາຊິນ ແມ່ນຄູ່ການຄ້າໃຫຍ່ທີສອງຂອງຫວຽດນາມໃນພາກພື້ນທະວີບອາເມລິກາ (ຫລັງຈາກສະຫະລັດອາເມລິກາ).

ຮູບແບບການຄຸ້ມຄອງພະຍາດ COVID-19 ຂອງຫວຽດນາມ ແມ່ນແບບຢ່າງເພື່ອໃຫ້ປະເທດບຣາຊິນຮຽນຮູ້

ຮູບແບບການຄຸ້ມຄອງພະຍາດ COVID-19 ຂອງຫວຽດນາມ ແມ່ນແບບຢ່າງເພື່ອໃຫ້ປະເທດບຣາຊິນຮຽນຮູ້

ຍສໝ - ທ່ານ Jair Bolsonaro - ປະທານາທິບໍດີປະເທດບຣາຊິນ ໃຫ້ຮູ້ວ່າ ຮູບແບບການຄຸ້ມຄອງພະຍາດ COVID-19 ຂອງຫວຽດນາມ ແມ່ນແບບຢ່າງເພື່ອໃຫ້ປະເທດບຣາຊິນຮຽນຮູ້.