| ປ່ຽນ “ຄວາມໃກ້ຊິດທາງດ້ານພູມສາດ” ໃຫ້ກາຍເປັນ “ທ່າແຮງແຫ່ງການຮັດແໜ້ນຍຸດທະສາດ” ລະຫວ່າງ 3 ປະເທດ ຫວຽດນາມ, ກຳປູເຈຍ ແລະ ລາວ | |
| ຖະແຫຼງການຮ່ວມ ວ່າດ້ວຍການສ້າງຕັ້ງສາຍພົວພັນຄູ່ຮ່ວມຍຸດທະສາດ ລະຫວ່າງ ຫວຽດນາມ ແລະ ສະໂລວາກີ |
ຕອນແລງວັນທີ 3 ມິຖຸນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ເລ ມິງ ຮຶງ ໄດ້ພົບປະກັບທ່ານ ເຕເຕ ອັນໂຕນີໂອ ໃນໂອກາດທີ່ທ່ານເດີນທາງມາຢ້ຽມຢາມຫວຽດນາມຢ່າງເປັນທາງການ. ໃນການພົບປະ, ຜູ້ນຳລັດຖະບານຫວຽດນາມໄດ້ສະແດງຄວາມປາດຖະໜາທີ່ຈະໃຫ້ສອງປະເທດເປັນຂົວຕໍ່ເຊື່ອມໂຍງການຮ່ວມມືລະຫວ່າງອາຊຽນ ແລະ ສະຫະພາບອາຟຣິກາ, ສ້າງໂອກາດໃໝ່ໃຫ້ແກ່ການພັດທະນາຮ່ວມກັນ.
![]() |
| ທ່ານນາຍົກລັດຖະມົນຕີ ເລມິງຮຶງ ແລະ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອັງໂກລາ ເຕເຕ ອັນໂຕນີໂອ. |
ເພື່ອເຮັດໃຫ້ການຮ່ວມມືທາງເສດຖະກິດເກີດຜົນເປັນຮູບປະທຳ, ທ່ານນາຍົກລັດຖະມົນຕີໄດ້ສະເໜີໃຫ້ອັງໂກລາສືບຕໍ່ສ້າງເງື່ອນໄຂອັນສະດວກໃຫ້ແກ່ກຸ່ມບໍລິສັດອຸດສາຫະກຳ - ພະລັງງານແຫ່ງຊາດຫວຽດນາມ (PVN) ແລະ ບັນດາວິສາຫະກິດຫວຽດນາມ ໃນການລົງທຶນ ແລະ ດຳເນີນທຸລະກິດຢູ່ອັງໂກລາ. ພ້ອມກັນນັ້ນ, ສອງຝ່າຍຄວນເລັ່ງລັດການເຈລະຈາ ແລະ ລົງນາມບັນດາເອກະສານສຳຄັນ, ໃນນັ້ນມີສັນຍາສົ່ງເສີມ ແລະ ປົກປ້ອງການລົງທຶນ, ສັນຍາຫຼີກເວັ້ນການເກັບພາສີຊ້ອນ ເພື່ອສ້າງພື້ນຖານຂະຫຍາຍປະເພດສິນຄ້າສົ່ງອອກ ແລະ ນຳເຂົ້າລະຫວ່າງສອງປະເທດ.
ນອກຈາກການລົງທຶນ ແລະ ການຄ້າ, ທ່ານ ເລ ມິງ ຮຶງ ຍັງສະເໜີໃຫ້ສອງຝ່າຍຄົ້ນຄວ້າຟື້ນຟູບັນດາໂຄງການຮ່ວມມືທີ່ມີມາແຕ່ເດີມ ໃນຂົງເຂດການສຶກສາ, ສາທາລະນະສຸກ ແລະ ກະສິກຳ. ທ່ານໄດ້ຮຽກຮ້ອງໃຫ້ລັດຖະບານອັງໂກລາສືບຕໍ່ເອົາໃຈໃສ່, ຊ່ວຍເຫຼືອ ແລະ ອຳນວຍຄວາມສະດວກໃຫ້ຊຸມຊົນຊາວຫວຽດນາມ ກໍຄືບັນດາວິສາຫະກິດທີ່ກຳລັງດຳເນີນກິດຈະການຢູ່ອັງໂກລາ ສາມາດດຳລົງຊີວິດ ແລະ ເຮັດວຽກຢ່າງໝັ້ນຄົງ, ປະກອບສ່ວນຕໍ່ການພັດທະນາຂອງທັງສອງປະເທດ.
ທາງດ້ານທ່ານ ເຕເຕ ອັນໂຕນີໂອ ໄດ້ສະແດງຄວາມເຫັນດີຢ່າງສູງຕໍ່ບັນດາທິດທາງຮ່ວມມືທີ່ທ່ານນາຍົກລັດຖະມົນຕີ ເລ ມິງ ຮຶງ ໄດ້ສະເໜີ. ທ່ານຢືນຢັນຄວາມປາດຖະໜາໃຫ້ຫວຽດນາມສືບຕໍ່ຄຽງຂ້າງອັງໂກລາໃນໄລຍະພັດທະນາໃໝ່ ແລະ ຂະຫຍາຍການຮ່ວມມືຢ່າງຮອບດ້ານ, ໂດຍສະເພາະໃນຂົງເຂດກະສິກຳ, ການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ.
| ຊຸກຍູ້ການຮ່ວມມືລັດຖະສະພາລະຫວ່າງຫວຽດນາມ ແລະ ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ຍສໝ - ທ່ານຮອງລັດຖະມົນຕີການຕ່າງປະເທດ ເລແອງຕ໋ວນ ໄດ້ຕອບຄຳສຳພາດຕໍ່ນັກຂ່າວໃນໂອກາດການໄປປະຕິບັດງານຂອງທ່ານປະທານສະພາແຫ່ງຊາດ ເຈີ່ນແທງເໝີນ ໄດ້ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ລະຫວ່າງລັດຖະສະພາ ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ຄັ້ງທີ 46 (AIPA-46) ແລະ ການຢ້ຽມຢາມມາເລເຊຍ ຢ່າງເປັນທາງການແຕ່ວັນທີ 16-20 ກັນຍາ 2025. |
| ອົງການ LDSC - ຂົວທາງມະນຸດສະທຳລະຫວ່າງຊາວອາເມລິກາ ແລະ ຫວຽດນາມ ຍສໝ - ໃນໄລຍະ 20 ປີຜ່ານມາ, ອົງການ LDSC (ອາເມລິກາ) ໄດ້ຜັນຂະຫຍາຍກ່ວາ 450 ໂຄງການຢູ່ຫວຽດນາມ ດ້ວຍມູນຄ່າການອຸປະຖຳກວ່າ 12 ລ້ານ USD, ປະກອບສ່ວນປັບປຸງຊີວິດການເປັນຢູ່ຂອງປະຊາຊົນນັບແສນຄົນ. |
ແທັງຮັ່ງ
