ຫວຽດນາມ ສ້າງເງື່ອນໄຂໃຫ້ວິສາຫະກິດເຢຍລະມັນຂະຫຍາຍການລົງທຶນ

14:29 | 19/08/2026

ຍສໝ - ຫວຽດນາມພ້ອມອຳນວຍຄວາມສະດວກໃຫ້ບັນດາວິສາຫະກິດເຢຍລະມັນຂະຫຍາຍການລົງທຶນ ແລະ ດຳເນີນທຸລະກິດ, ໂດຍສະເພາະໃນຂົງເຂດໂຄງລ່າງພື້ນຖານ, ທ່າກຳປັ່ນອັດສະລິຍະ, ພະລັງງານທົດແທນ, ທາງລົດໄຟຄວາມໄວສູງ, ວິທະຍາສາດ - ເຕັກໂນໂລຊີ ແລະ ການຝຶກອົບຮົມຊັບພະຍາກອນມະນຸດຄຸນນະພາບສູງ.

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ຊົມເຊີຍບັນດາວິສາຫະກິດເຢຍລະມັນ ມາລົງທຶນຢູ່ຫວຽດນາມ ຫວຽດນາມ - ສະຖານທີ່ລົງທຶນທີ່ປອດໄພ ແລະດູດດື່ມຂອງບັນດາວິສາຫະກິດເຢຍລະມັນ
ຫວຽດນາມ ສ້າງເງື່ອນໄຂໃຫ້ວິສາຫະກິດເຢຍລະມັນຂະຫຍາຍການລົງທຶນ
ບັນດາວິສາຫະກິດເຢຍລະມັນຢູ່ຫວຽດນາມ ພວມໃຫ້ບຸລິມະສິດແກ່ການຫັນການຜະລິດ ແລະ ການປະດິດສ້າງໃຫ້ມີຄວາມຫຼາກຫຼາຍ, ໂດຍສຸມໃສ່ບັນດາໂຄງການລົງທຶນສີຂຽວ.

ຕອນເຊົ້າວັນທີ 18 ສິງຫາ, ຢູ່ສຳນັກງານກະຊວງການຕ່າງປະເທດ ນະຄອນຮ່າໂນ້ຍ, ທ່ານນາງ ເລ ທິ ທູ ຮັ່ງ, ຮອງລັດຖະມົນຕີການຕ່າງປະເທດ ໄດ້ຕ້ອນຮັບທ່ານ Rolf Mutzenich, ສະມາຊິກສະພາ ແລະ ກຳມະການຄະນະກຳມາທິການການຕ່າງປະເທດ ຂອງສະພາແຫ່ງຊາດສະຫະພັນເຢຍລະມັນ, ໃນໂອກາດທີ່ທ່ານເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ໃນການພົບປະ, ທ່ານນາງ ເລ ທິ ທູ ຮັ່ງ ຢືນຢັນວ່າ ຫວຽດນາມພ້ອມສ້າງເງື່ອນໄຂທີ່ເອື້ອອຳນວຍໃຫ້ວິສາຫະກິດເຢຍລະມັນເພີ່ມທະວີການລົງທຶນ ແລະ ດຳເນີນທຸລະກິດ, ໂດຍໃຫ້ຄວາມສຳຄັນແກ່ບັນດາຂົງເຂດທີ່ເຢຍລະມັນມີຈຸດແຂງ ແລະ ສອດຄ່ອງກັບທິດທາງພັດທະນາໃໝ່ຂອງຫວຽດນາມ ເຊັ່ນ ໂຄງລ່າງພື້ນຖານ, ທ່າກຳປັ່ນອັດສະລິຍະ, ພະລັງງານທົດແທນ, ທາງລົດໄຟຄວາມໄວສູງ, ວິທະຍາສາດ - ເຕັກໂນໂລຊີ ແລະ ການພັດທະນາຊັບພະຍາກອນມະນຸດຄຸນນະພາບສູງ.

ທ່ານນາງ ເລ ທິ ທູ ຮັ່ງ ຍັງໄດ້ສະເໜີໃຫ້ສອງຝ່າຍຊຸກຍູ້ການແລກປ່ຽນປະສົບການດ້ານການສ້າງກົດໝາຍ ແລະ ການກວດກາຕິດຕາມ ລະຫວ່າງບັນດາສະມາຊິກສະພາ ແລະ ຄະນະກຳມາທິການວິຊາສະເພາະຂອງສອງປະເທດ. ພ້ອມກັນນັ້ນ, ທ່ານນາງໄດ້ສະເໜີໃຫ້ສະພາແຫ່ງຊາດເຢຍລະມັນສືບຕໍ່ເອົາໃຈໃສ່, ສະໜັບສະໜູນ ແລະ ອຳນວຍຄວາມສະດວກໃຫ້ຊຸມຊົນຄົນຫວຽດນາມຫຼາຍກວ່າ 200.000 ຄົນ ທີ່ກຳລັງດຳລົງຊີວິດ, ສຶກສາ ແລະ ເຮັດວຽກຢູ່ເຢຍລະມັນ. ທາງດ້ານທ່ານ Rolf Mutzenich ຢືນຢັນວ່າ ສາຍພົວພັນຫວຽດນາມ - ເຢຍລະມັນ ຍັງມີທ່າແຮງ ແລະ ໂອກາດອີກຫຼາຍໃນການພັດທະນາໃຫ້ກວ້າງຂວາງ ແລະ ເລິກເຊິ່ງຍິ່ງຂຶ້ນ.

ວິສາຫະກິດເຢຍລະມັນຕັ້ງຄວາມຫວັງຕໍ່ການຟື້ນຟູເສດຖະກິດໃນໄລຍະກາງຂອງຫວຽດນາມ ວິສາຫະກິດເຢຍລະມັນຕັ້ງຄວາມຫວັງຕໍ່ການຟື້ນຟູເສດຖະກິດໃນໄລຍະກາງຂອງຫວຽດນາມ
ຍສໝ - ວິສາຫະກິດເຢຍລະມັນ ໄດ້ສະແດງຄວາມວິຕົກກັງວົນ ຕໍ່ບັນດາຜົນກະທົບທີ່ຫຍໍ້ທໍ້ຂອງໂລກລະບາດທີ່ມີຕໍ່ສະພາບການຜະລິດ, ດຳເນີນທຸລະກິດຂອງເຂົາເຈົ້າ, ແຕ່ຍັງຕັ້ງຄວາມຫວັງຕໍ່ການຟື້ນຟູເສດຖະກິດໃນໄລຍະກາງຂອງຫວຽດນາມ.
ປະທານ Siemens ຮຽກຮ້ອງບັນດາວິສາຫະກິດເຢຍລະມັນມາລົງທຶນຢູ່ຫວຽດນາມ ປະທານ Siemens ຮຽກຮ້ອງບັນດາວິສາຫະກິດເຢຍລະມັນມາລົງທຶນຢູ່ຫວຽດນາມ
ຍ​ສ​ໝ - ໃນກອງປະຊຸມຄັ້ງນີ້, ທ່ານ Peter Altmaier ລັດຖະມົນຕີເສດຖະກິດເຢຍລະມັນໄດ້ຮຽກຮ້ອງໃຫ້ບັນດາບໍລິສັດຂອງປະເທດນີ້ຄວນ​ຊອ​ກ​ຫາຫຼາຍ​ວິ​ທີ​ການ​ປ່ຽນ​ແທນ​ໃນ​ການດຳເນີນທຸລະກິດເພື່ອຫັນລະບົບການສະໜອງເປັນຫຼາຍ​ຮູບ​ແບບຢູ່ພາກພື້ນ

ມິງດຶກ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ