| ໄວ້ອາໄລ ທ່ານ ໂອນາກາ ຊິນອິຈິ: ຕະຫຼອດຊີວິດ ແນ່ໃສ່ການສະໝານບາດແຜສົງຄາມ ຫວຽດນາມ - ຍີ່ປຸ່ນ ຄວາມໄວ້ວາງໃຈ ສ້າງພື້ນຖານໃຫ້ສາຍພົວພັນ ຫວຽດນາມ - ຍີ່ປຸ່ນ ພັດທະນາຢ່າງເລິກເຊິ່ງ ແລະ ກວ້າງຂວາງ |
ກອງສຳມະນາໄດ້ເຕົ້າໂຮມຜູ້ຕາງໜ້າຈາກບັນດາອົງການຄຸ້ມຄອງ, ມະຫາວິທະຍາໄລ, ສະຖາບັນຄົ້ນຄວ້າ, ຊ່ຽວຊານ ແລະ ວິສາຫະກິດຂອງສອງປະເທດ, ສຸມໃສ່ແລກປ່ຽນກ່ຽວກັບທ່າແຮງຮ່ວມມືໃນການພັດທະນາອຸດສາຫະກຳເຄິ່ງຊັກນຳໄຟຟ້າ.
ກ່າວຄຳປາໄສທີ່ກອງສຳມະນາ, ທ່ານ ເລຊວັນດິ້ງ, ລັດຖະມົນຕີຊ່ວຍວ່າການກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເນັ້ນໜັກວ່າ ເຄິ່ງຊັກນຳໄຟຟ້າຕິດພັນໂດຍກົງກັບຂີດຄວາມສາມາດແຂ່ງຂັນ, ຄວາມເປັນເຈົ້າການດ້ານເຕັກໂນໂລຊີ ແລະ ຄວາມໝັ້ນຄົງຂອງແຕ່ລະປະເທດ. ຫວຽດນາມກຳນົດວ່າ ການພັດທະນາຂີດຄວາມສາມາດພາຍໃນປະເທດ ຕ້ອງດຳເນີນຄຽງຄູ່ກັບການເປີດກວ້າງການຮ່ວມມືສາກົນ.
ຕາມທິດທາງຮອດປີ 2030, ຫວຽດນາມວາງເປົ້າໝາຍຝຶກອົບຮົມບຸກຄະລາກອນດ້ານເຄິ່ງຊັກນຳໄຟຟ້າ ຢ່າງໜ້ອຍ 50.000 ຄົນ ທີ່ມີລະດັບມະຫາວິທະຍາໄລຂຶ້ນໄປ, ໃນນັ້ນ ມີ 15.000 ຄົນ ເຮັດວຽກໃນຂົງເຂດອອກແບບ ແລະ 35.000 ຄົນ ຮັບໃຊ້ການຜະລິດ, ການບັນຈຸ ແລະ ການທົດສອບ. ກິດຈະກຳຝຶກອົບຮົມຖືກກຳນົດທິດໃຫ້ຕິດພັນກັບວິສາຫະກິດ, ຫ້ອງທົດລອງ ແລະ ບັນດາໂຈດຕົວຈິງ.
ຄຽງຄູ່ກັບການພັດທະນາຊັບພະຍາກອນມະນຸດ, ຫວຽດນາມໃຫ້ບຸລິມະສິດແກ່ການຄົ້ນຄວ້າຊິບສະເພາະທາງ ສຳລັບປັນຍາປະດິດ, ອິນເຕີເນັດຂອງສັບພະສິ່ງ, ໂທລະຄົມ, ຄວາມໝັ້ນຄົງໄຊເບີ, ການແພດ, ພະລັງງານ ແລະ ລົດຍົນ; ພ້ອມທັງເພີ່ມທະວີຂີດຄວາມສາມາດອອກແບບລະບົບ, ການບັນຈຸ ແລະ ການທົດສອບ.
ທ່ານ ເລຊວັນດິ້ງ ສະເໜີໃຫ້ສອງປະເທດຊຸກຍູ້ການຮ່ວມມືໄລຍະຍາວ ໃນດ້ານການຝຶກອົບຮົມ, ການຄົ້ນຄວ້າຮ່ວມ, ການກໍ່ສ້າງຫ້ອງທົດລອງ, ການຖ່າຍທອດເຕັກໂນໂລຊີ ແລະ ດຶງດູດການລົງທຶນຄຸນນະພາບສູງ. ຕາມທ່ານ, ປະສິດທິຜົນຂອງການຮ່ວມມື ຕ້ອງສະແດງອອກຢ່າງສະເພາະຜ່ານຈຳນວນບຸກຄະລາກອນທີ່ໄດ້ຮັບການຝຶກອົບຮົມ, ເຕັກໂນໂລຊີທີ່ໄດ້ຮັບການຖ່າຍທອດ ແລະ ບັນດາຜະລິດຕະພັນທີ່ໄດ້ຮັບການຄ້າຂາຍໃນຕະຫຼາດ.
![]() |
| ທ່ານ ເລຊວັນດິ້ງ, ລັດຖະມົນຕີຊ່ວຍວ່າການກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເນັ້ນໜັກວ່າ ເຄິ່ງຊັກນຳໄຟຟ້າຕິດພັນໂດຍກົງກັບຂີດຄວາມສາມາດແຂ່ງຂັນ, ຄວາມເປັນເຈົ້າການດ້ານເຕັກໂນໂລຊີ ແລະ ຄວາມໝັ້ນຄົງຂອງແຕ່ລະປະເທດ. |
ເຊື່ອມໂຍງການຝຶກອົບຮົມ, ການຄົ້ນຄວ້າກັບວິສາຫະກິດ
ທ່ານ ບຸ່ຍເທຢຸຍ, ຜູ້ອຳນວຍການມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ໃຫ້ຮູ້ວ່າ ເຄິ່ງຊັກນຳໄຟຟ້າແມ່ນໜຶ່ງໃນບັນດາຂົງເຂດເຕັກໂນໂລຊີຍຸດທະສາດ ທີ່ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍໃຫ້ບຸລິມະສິດລົງທຶນ, ໂດຍມີບັນດາກິດຈະກຳຄອບຄຸມຕັ້ງແຕ່ການຄົ້ນຄວ້າວັດສະດຸ, ການອອກແບບວົງຈອນລວມ ຈົນເຖິງການຜະລິດ, ການບັນຈຸ ແລະ ການທົດສອບ.
ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ພວມພັດທະນາສູນແຫ່ງຊາດຊ່ວຍໜູນການອອກແບບ, ຜະລິດ ແລະ ທົດສອບວົງຈອນລວມ, ມຸ່ງໄປສູ່ການສ້າງແພລດຟອມໃຊ້ຮ່ວມ ເພື່ອຮັບໃຊ້ການຝຶກອົບຮົມ, ການຄົ້ນຄວ້າ, ການພັດທະນາເຕັກໂນໂລຊີ ແລະ ການຮ່ວມມືກັບວິສາຫະກິດ.
ໃນລະບົບນິເວດນີ້, ມະຫາວິທະຍາໄລ ຫວຽດນາມ - ຍີ່ປຸ່ນ ຖືກຄາດຫວັງໃຫ້ກາຍເປັນຈຸດປະສານງານເຊື່ອມໂຍງລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ ໃນການຝຶກອົບຮົມ ແລະ ຄົ້ນຄວ້າດ້ານເຄິ່ງຊັກນຳໄຟຟ້າ, ພ້ອມທັງເປີດກວ້າງການຮ່ວມມືລະຫວ່າງບັນດາມະຫາວິທະຍາໄລ, ສະຖາບັນຄົ້ນຄວ້າ, ຊ່ຽວຊານ ແລະ ວິສາຫະກິດຂອງສອງປະເທດ.
ເຂົ້າເຖິງບັນດາເຕັກໂນໂລຊີເຄິ່ງຊັກນຳໄຟຟ້າລຸ້ນໃໝ່
ທີ່ກອງສຳມະນາ, ບັນດານັກວິທະຍາສາດຍີ່ປຸ່ນ ໄດ້ແນະນຳຫຼາຍທິດທາງຄົ້ນຄວ້າໃໝ່ ກ່ຽວກັບການອອກແບບຊິບ, ວັດສະດຸເຄິ່ງຊັກນຳໄຟຟ້າ ແລະ ເຕັກໂນໂລຊີລຸ້ນຕໍ່ໄປ.
ສຈ. Makoto Ikeda, ມະຫາວິທະຍາໄລ Tokyo, ໄດ້ແນະນຳແພລດຟອມອອກແບບ ແລະ ຜະລິດຊິບ Agile-X, ທີ່ສາມາດຫຼຸດເວລາຢ່າງຫຼວງຫຼາຍ ນັບແຕ່ຂັ້ນຕອນອອກແບບຈົນເຖິງການຜະລິດທົດລອງ. ໃນເງື່ອນໄຂທີ່ເໝາະສົມທີ່ສຸດ, ຂະບວນການຜະລິດສາມາດສຳເລັດໄດ້ພາຍໃນປະມານ 30 ນາທີ, ຜ່ານນັ້ນ ສ້າງເງື່ອນໄຂໃຫ້ຜູ້ຮຽນເຂົ້າຮ່ວມໂດຍກົງໃນການອອກແບບ ແລະ ທົດສອບຜະລິດຕະພັນ.
ສຈ. Tsutomu Araki, ມະຫາວິທະຍາໄລ Ritsumeikan, ໄດ້ວິເຄາະທ່າແຮງຂອງບັນດາວັດສະດຸເຄິ່ງຊັກນຳໄຟຟ້າປະສົມ ເຊັ່ນ gallium nitride (GaN) ໃນຂົງເຂດໂຟໂຕເອເລັກໂຕຣນິກ ແລະ ເອເລັກໂຕຣນິກກຳລັງ, ໂດຍສະເພາະ ສຳລັບບັນດາອຸປະກອນທີ່ຕ້ອງການສະມັດຖະນະສູງ ແລະ ປະຢັດພະລັງງານ.
ກອງສຳມະນາຖືກຄາດຫວັງວ່າ ຈະເພີ່ມທະວີການເຊື່ອມໂຍງລະຫວ່າງບັນດາອົງການຄຸ້ມຄອງ, ມະຫາວິທະຍາໄລ, ສະຖາບັນຄົ້ນຄວ້າ ແລະ ວິສາຫະກິດ ຫວຽດນາມ - ຍີ່ປຸ່ນ, ຜ່ານນັ້ນ ຊຸກຍູ້ບັນດາໂຄງການສະເພາະດ້ານການຝຶກອົບຮົມບຸກຄະລາກອນ, ການຄົ້ນຄວ້າ, ການຖ່າຍທອດເຕັກໂນໂລຊີ ແລະ ການພັດທະນາຜະລິດຕະພັນເຄິ່ງຊັກນຳໄຟຟ້າ.
ຍສໝ - ວັນທີ 3/9, ຢູ່ຫໍສະພາແຫ່ງຊາດ (ຮ່າໂນ້ຍ), ທ່ານນາງ ຫງວຽນທິແທງ, ຮອງປະທານສະພາແຫ່ງຊາດ ໄດ້ຕ້ອນຮັບທ່ານ Saito Hiroaki, ສະມາຊິກສະພາຕ່ຳ, ປະທານຄະນະກຳມະການສຶກສາ, ວັດທະນະທຳ, ກິລາ, ວິທະຍາສາດ ແລະ ເຕັກໂນໂລຊີ ຂອງສະພາຕ່ຳຍີ່ປຸ່ນ, ພ້ອມດ້ວຍບັນດາສະມາຊິກສະພາຜູ້ແທນພັກເສລີປະຊາທິປະໄຕ ແລະ ພັກພັນທະມິດປະຕິຮູບສາຍກາງຍີ່ປຸ່ນ. ສອງຝ່າຍໄດ້ແລກປ່ຽນບັນດາມາດຕະການເພື່ອເພີ່ມທະວີການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ພັດທະນາຊັບພະຍາກອນມະນຸດ. |
ຍສໝ - ເຫດການງານບຸນ ຫວຽດນາມ – ຮອກໄກໂດ ປີ 2026 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 5 ກັນຍາ ຢູ່ທີເມືອງ ອາຊາຮິກາວະ. ນີ້ແມ່ນຄັ້ງທຳອິດທີ່ໂຄງການໄດ້ຖືກຈັດຂຶ້ນຢູ່ເຂດນີ້, ສ້າງບາດກ້າວຂະຫຍາຍຕົວໃໝ່ ໃນກິດຈະກຳການເຊື່ອມໂຍງວັດທະນະທຳ, ການທ່ອງທ່ຽວ ແລະ ການຮ່ວມມືທາງດ້ານເສດຖະກິດ ລະຫວ່າງ ຫວຽດນາມ ກັບ ແຂວງ ຮອກໄກໂດ. |
ດວງດີ
