ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ຫງວຽນ​ແທ່ງ​ຕິ້ງ: ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ ​ແລະ ມານະ​ພະຍາຍາມ​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ສາກົນ​ກ່ຽວ​ກັບ​ສິດທິ​ມະນຸດ.

ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ຫງວຽນ​ແທ່ງ​ຕິ້ງ: ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ ​ແລະ ມານະ​ພະຍາຍາມ​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ສາກົນ​ກ່ຽວ​ກັບ​ສິດທິ​ມະນຸດ.

ຍສໝ - ໃນລະຫວ່າງວັນທີ 7 – 8 ກໍລະກົດ, ຄະນະຜູ້ແທນຫວຽດນາມ ໂດຍມີຜູ້ຕາງໜ້າຈາກ 9 ອົງການ ລວມມີ ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ກະຊວງຍຸຕິທຳ, ກະຊວງການຕ່າງປະເທດ, ກະຊວງຕຳຫຼວດ, ກະຊວງພາຍໃນ, ກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວ, ກະຊວງຊົນເຜົ່າ ແລະສາສະໜາ, ຫ້ອງວ່າການລັດຖະບານ, ໂດຍທ່ານຮອງລັດຖະມົນຕີກະຊວງ​ຍຸຕິ​ທຳ ຫງວຽນ​ແທ່ງ​ຕິ້ງ ເປັນນຳໜ້າ ຈະເຂົ້າຮ່ວມວາລະປະ​ຊຸມສົນທະນາ​ກ່ຽວ​ກັບ​ບົດ​ລາຍ​ງານ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປະຕິບັດ​ພັນທະ​ສັນຍາ​ສາກົນ​ກ່ຽວ​ກັບ​ສິດທິ​ພົນລະ​ເມືອງ​ ແລະ ການ​ເມືອງ (ICCPR) ທີ່ວາລະປະ​ຊຸມຄັ້ງ​ທີ 144 ຂອງ​ຄະນະ​ກຳມະການ​ສິດທິ​ມະນຸດ​​ສະຫະ​ປະຊາ​ຊາດ​ທີ່ Geneve, ສະວິດ. ພວກ​ຂ້າ​ພະ​ເຈົ້າ​ໄດ້​ໃຫ້​ສຳ​ພາດ​ທ່ານຮອງລັດຖະມົນຕີກະຊວງ​ຍຸຕິ​ທຳ ຫງວຽນ​ແທ່ງ​ຕິ້ງ ກ່ຽວ​ກັບ​ເຫດ​ການ​ສຳ​ຄັນ​ນີ້.

ການປ້ອງກັນ ແລະ ຕ້ານການໃຊ້ຄວາມຮຸນແຮງພາຍໃນຄອບຄົວ: ຄວາມມານະພະຍາຍາມເພື່ອໃຫ້ຫວຽດນາມ ມີຄວາມມະນຸດສະທຳ ແລະ ພົນລະເຮືອນ.

ການປ້ອງກັນ ແລະ ຕ້ານການໃຊ້ຄວາມຮຸນແຮງພາຍໃນຄອບຄົວ: ຄວາມມານະພະຍາຍາມເພື່ອໃຫ້ຫວຽດນາມ ມີຄວາມມະນຸດສະທຳ ແລະ ພົນລະເຮືອນ.

ຍສໝ - ຄວາມ​ຮຸນ​ແຮງ​ພາຍ​ໃນຄອບຄົວ​ບໍ່​ແມ່ນ​ເລື່ອງ​ສ່ວນ​ຕົວພາຍຫຼັງ​ປະຕູວົງປິດ. ຈາກ​ບັນດາ​ກໍລະນີ​ທີ່​ໂສກ​ເສົ້າ​ດັ່ງກ່າວ, ຫວຽດນາມ ​ໄດ້​ມີ​ຄວາມ​ມານະ​ພະຍາຍາມ​ຮອບດ້ານ, ນັບ​ແຕ່​ສ້າງ​ກົດໝາຍ​ໃຫ້​ສົມບູນ​ແບບ, ຊຸກຍູ້​ການ​ສື່ສານ​ຢ່າງ​ກວ້າງຂວາງເຖິງ​ການ​ກໍ່ສ້າງ​ເຄືອ​ຂ່າຍ​ໜູນ​ຊ່ວຍເພື່ອ ​ປົກ​ປັກ​ຮັກສາ​ຜູ້​ປະສົບ​ເຄາະ​ຮ້າຍ ​ແລະ ກ້າວ​ໄປ​ສູ່​ສັງຄົມ​ປອດ​ໄພ, ມີ​ມະນຸດສະທຳ ​ແລະ ພົນລະ​ເຮືອນ.

ອາ​ຊຽນ ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ - ຊາຍ​ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ ແລະ​ ສິດ​ທິ​ມະ​ນຸດ

ອາ​ຊຽນ ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ - ຊາຍ​ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ ແລະ​ ສິດ​ທິ​ມະ​ນຸດ

ຍສໝ - ດ້ວຍຫົວຂໍ້ “ກອງປະຊຸມສໍາມະນາພາກພື້ນ ອາຊຽນ ກ່ຽວກັບທັດສະນະຄວາມສະເໝີພາບລະຫວ່າງຍິງ-ຊາຍໃນການດຳເນີນທຸລະກິດ ແລະ ສິດທິມະນຸດ”, ບັນດາຜູ້ແທນໄດ້ສຸມໃສ່ການສ້າງຂອບເຂດການແກ້ໄຂບັນດາສິ່ງທ້າທາຍກ່ຽວກັບເພດ ແລະ ການປະພຶດກ່ຽວກັບດ້ານໂຄງສ້າງ ແລະ ວັດທະນະທຳ, ພ້ອມທັງເພີ່ມທະວີການປົກປ້ອງສິດໃຫ້ແກ່ແມ່ຍິງ ແລະ ເດັກນ້ອຍ.

World Vision International ປະຈຳ ຫວຽດນາມ ແລະ EU ໜູນຊ່ວຍເດັກອໍທິດສະຕິກ ແລະ ຄວາມພິການທີ່ສະຕິປັນຍາ ຢູ່ ດ່າໜັງ

World Vision International ປະຈຳ ຫວຽດນາມ ແລະ EU ໜູນຊ່ວຍເດັກອໍທິດສະຕິກ ແລະ ຄວາມພິການທີ່ສະຕິປັນຍາ ຢູ່ ດ່າໜັງ

ຍສໝ - ວັນທີ 12 ມິຖຸນາ ຢູ່ນະຄອນ ດ່າໜັງ, World Vision International ປະຈຳ ຫວຽດນາມ ໄດ້ສົມທົບກັບ ສະຫະພາບ ເອີຣົບ (EU) ໄດ້ໄຂໂຄງການ “ຍົກສູງຄວາມສາມາດໃນການເຊື່ອມໂຍງສັງຄົມສຳລັບເດັກອໍທິດສະຕິກ​ ​ແລະ ພິການທີ່ສະຕິປັນຍາ” (ECAID) ຢ່າງເປັນທາງການ, ມຸ່ງໄປເຖິງຊຸກຍູ້ການມີສ່ວນຮ່ວມຢ່າງສະເໝີພາບ ແລະ ຄົບຖ້ວນຂອງກຸ່ມດ້ອຍຖືກເສຍຫາຍນີ້ໃນຊີວິດຊຸມຊົນ.

ໜູນຊ່ວຍການກໍ່ສ້າງໃໝ່ ແລະ ສ້ອມແປງເຮືອນຢູ່ໃຫ້ 32 ຄອບຄົວຢູ່ແຂວງ ລາວກາຍ

ໜູນຊ່ວຍການກໍ່ສ້າງໃໝ່ ແລະ ສ້ອມແປງເຮືອນຢູ່ໃຫ້ 32 ຄອບຄົວຢູ່ແຂວງ ລາວກາຍ

ຍສໝ - ຕອນ​ເຊົ້າ​ວັນ​ທີ 3 ມິຖຸນາ 2025, ຢູ່​ຕາ​ແສງ ຊວນ​ຮ່ວາ (​ເມືອງ ​ບ໋າວ​ອ່ຽນ, ​ແຂວງ ລາວ​ກາຍ), ອົງການ​​ເຄື່ອນ​ຍ້າຍ​ຖິ່ນ​ຖານສາກົນ (IOM) ສົມທົບ​ກັບ​ອົງການ​ກາ​ແດງ ​ແລະ ຫ້ອງການ​ໄປສະນີ​ແຂວງ ລາວ​ກາຍ ​ໄດ້​ມອບ​ເງິນ​ຊ່ວຍ​ເຫຼືອເພື່ອໜູນ​ຊ່ວຍ​ກໍ່ສ້າງ ​ແລະ ສ້ອມ​ແປງ​ເຮືອນ​ຢູ່​ໄລຍະ​ທຳ​ອິດ​ໃຫ້ 32 ຄອບຄົວ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກໜ່ວງ​ຈາກ​ພາຍຸ Yagi ​ເມື່ອ​ເດືອນ​ກັນຍາ ທີ່​ຜ່ານ​ມາ.

World Vision ຊຸກຍູ້ການດູແລໂພຊະນາຫານຢ່າງຄົບຖ້ວນໃຫ້ແກ່ເດັກນ້ອຍຫວຽດນາມ

World Vision ຊຸກຍູ້ການດູແລໂພຊະນາຫານຢ່າງຄົບຖ້ວນໃຫ້ແກ່ເດັກນ້ອຍຫວຽດນາມ

ຍສໝ - ຕອນບ່າຍວັນທີ 1 ມິຖຸນາ, ຢູ່ເມືອງ ເທືອງຊ່ວນ (ແຂວງ ແທັງຮວ່າ), ອົງການ World Vision International ປະຈໍາ ຫວຽດນາມ ໄດ້ສົມທົບກັບສະຖາບັນໂພຊະນາຫານແຫ່ງຊາດ ແລະ ຄະນະກໍາມະການປະຊາຊົນເມືອງ ເທືອງຊ່ວນ ໄດ້ຈັດຕັ້ງວັນບຸນຊຸມຊົນ “ບໍາລຸງລ້ຽງດ້ວຍຄວາມຮັກ”. ກິດຈະກໍາດັ່ງກ່າວແມ່ນເພື່ອຕອບສະຫນອງເດືອນຂອງການປະຕິບັດສໍາລັບເດັກນ້ອຍ ແລະວັນທາດບຳລຸງ​ໂພ​ຊະ​ນາ​ການ.

ຊ່ວຍ​ໃຫ້​ໄວ​ໜຸ່ມ​ແຂວງ​ ເລີມດົງ ​ຮັ່ງມີ​ຢູ່​ບ້ານ​ເກີດ​ເມືອງ​ນອນ

ຊ່ວຍ​ໃຫ້​ໄວ​ໜຸ່ມ​ແຂວງ​ ເລີມດົງ ​ຮັ່ງມີ​ຢູ່​ບ້ານ​ເກີດ​ເມືອງ​ນອນ

ຍສໝ - ຈາກ​ເງິນ​ກູ້​ເລີ່​ມຕົ້ນ​ພຽງ​ແຕ່​ບໍ່​ເທົ່າ​ໃດ​ສິບ​ຫາ​ຫຼາຍ​ຮ້ອຍ​ລ້ານ​ດົ່ງ, ​ໄວ​ໜຸ່ມ​ຫຼາຍ​ຄົນ​ຢູ່​ຕາ​ແສງ ​ໂຣ​ແມນ (​ເມືອງ Dam Rong, ແຂວງ ເລີມດົງ) ​ໄດ້​ກາຍ​ເປັນ​ຄົນ​ຮັ່ງມີ ດ້ວຍ​ລາຍ​ຮັບ​ເຖິງ​ເກືອບ 1 ຕື້​ດົ່ງ​ຕໍ່​ປີ. ແຫຼ່ງນະໂຍບາຍສິນເຊື່ອບຸລິມະສິດຂອງທະນາຄານນະໂຍບາຍສັງຄົມສຳລັບຜູ້ປະກອບການໄວໜຸ່ມ ພວມກາຍເປັນ “ໄມ້ງັດ” ເພື່ອຊ່ວຍໃຫ້ໄວໜຸ່ມປ່ຽນແປງຊີວິດ ແລະ ພັດທະນາສິດທິເສດຖະກິດແບບຍືນຍົງໃນບ້ານເກີດເມືອງນອນ.

Da Rsal - ຕາແສງທີ່ທຸກຍາກທີ່ໄດ້

Da Rsal - ຕາແສງທີ່ທຸກຍາກທີ່ໄດ້ "ປ່ຽນເນື້ອແປງຕົວ" ຍ້ອນການຫັນປ່ຽນດິຈິຕອນ

ຍສໝ - ການໝູນໃຊ້ເຕັກໂນໂລຢີອັດສະລິຍະ ເພື່ອຫົດແບບອັດຕະໂນມັດໃຫ້ໝາກທຸລຽນ (ຄວບຄຸມໄລຍະໄກດ້ວຍ Remot); ການນໍາໃຊ້ເວທີ, ເຕັກໂນໂລຢີດິຈິຕອນເຊັ່ນ Zalo, Facebook ... ເພື່ອຄ້າຂາຍບັນດາຜະລິດຕະພັນ, ສິນຄ້າທີ່ສໍາຄັນໃນທ້ອງຖິ່ນ; ການ​ນຳ​ໃຊ້​ເວ​ທີ​ອອນ​ໄລ ​ເພື່ອພົວພັນແລກປ່ຽນກັບ​ອຳນາດການປົກຄອງ... ນັ້ນແມ່ນບັນດາການໝູນໃຊ້ທີ່​ປະ​ຊາ​ຊົນ​ຢູ່​ຕາ​ແສງ Da Rsal, ເມືອງ​ Dam Rong, ແຂວງ​ ເລີມດົງ ໄດ້ ແລະ ພວມປະ​ຕິ​ບັດ. ດ້ວຍ​ທິດ​ທາງ​ໃໝ່​ນີ້, Da Rsal ​ໄດ້​ປ່ຽນ​ແປງ​ຢ່າງ​ວ່ອງ​ໄວ​ໃນ​ການ​ກໍ່ສ້າງ ​ແລະ ພັດທະນາ​ທ້ອງ​ຖິ່ນ.

ອົງການ Oxfam ໜູນຊ່ວຍຂໍ້ລິເລີ່ມຫັນເປັນສີຂຽວທີ່ນຳພາໂດຍແມ່ຍິງ

ອົງການ Oxfam ໜູນຊ່ວຍຂໍ້ລິເລີ່ມຫັນເປັນສີຂຽວທີ່ນຳພາໂດຍແມ່ຍິງ

ຍສໝ - ວັນທີ 22 ເມສາ, ຢູ່ຮ່າໂນ້ຍ, ອົງການ Oxfam ໄດ້ຈັດຕັ້ງການສຳມະນາ “ເລີ່ມຕົ້ນ ແລະ ແບ່ງປັນຂໍ້ມູນກ່ຽວກັບການຮຽກຮ້ອງມອບບັດສະເໜີຂໍອຸປະຖຳຄັ້ງທຳອິດ, ໂຄງການໜູນຊ່ວຍບັນດາຂໍ້ລິເລີ່ມກ່ຽວກັບການຫັນເປັນສີຂຽວທີ່​ນຳພາໂດຍແມ່ຍິງ (PWG)”. ການສຳມະນາໄດ້​ສະໜອງ​ຂໍ້​ມູນ, ມາດຖານ ​ແລະ ວິທີ​ຂຽນ​ຂໍ້​ສະ​ເໜີ​ ​ເພື່ອ​ເຊື່ອມ​ຕໍ່​ບັນດາ​ຂໍ້​ລິ​ເລີ່​ມການ​ຫັນປ່ຽນ​ສີຂຽວ​ທີ່​ນຳພາ​ໂດຍ​ແມ່ຍິງ ດ້ວຍ​ແຫຼ່ງກຳລັງ​ໜູນ​ຈາກ Oxfam.

ອົງການຊ່ວຍເຫຼືອເດັກນ້ອຍ: ປັບປຸງສຸຂະພາບຈະເລີນພັນ, ເປີດອະນາຄົດແບບຍືນຍົງ

ອົງການຊ່ວຍເຫຼືອເດັກນ້ອຍ: ປັບປຸງສຸຂະພາບຈະເລີນພັນ, ເປີດອະນາຄົດແບບຍືນຍົງ

ຍສໝ - ສຸຂະພາບເກີດຈະເລີນພັນບໍ່ພຽງແຕ່ເປັນບັນຫາສ່ວນຕົວເທົ່ານັ້ນ ຫາກຍັງເປັນພື້ນຖານໃຫ້ແກ່ການພັດທະນາສັງຄົມແບບຍືນຍົງ. ຢູ່​ຫວຽດນາມ, ອົງການອະນຸເຄາະເດັກນ້ອຍ ​ໄດ້​ນຳ​ເອົາ​ການ​ປ່ຽນ​ແປງ​ໃນ​ທາງ​ບວກ​ຜ່ານ​ບັນດາ​ໂຄງການ​ເພື່ອ​ຍົກ​ສູງ​ຄວາມ​ຮັບ​ຮູ້, ​​ຄວາມ​ຮູ້, ປ່ຽນ​ແປງ​ພຶດຕິ​ກຳ ​ແລະ ປັບປຸງ​ການ​ບໍລິການ​ຮັກສາ​ສຸຂະພາບເກີດແມ່ແຜ່ລູກ. ດ້ວຍ​ເຫດ​ນີ້​ຈຶ່ງ​ສ້າງ​ພື້ນ​ຖານ​ໃຫ້​ແກ່​ການ​ສ້າງ​ເດັກ​ນ້ອຍ​ທີ່​ມີ​ສຸ​ຂະ​ພາບ​ແຂງ​ແຮງ ແລະ ​ມີ​ຄວາມ​ໝັ້ນ​ໃຈ​ຫຼາຍ​ຂຶ້ນ.

Sunflower Mission ມອບ​ທຶນ​ການ​ສຶກ​ສາ 355 ທຶນ​ໃຫ້​ນັກ​ສຶກ​ສາ​ທຸກ​ຍາກ​ແຕ່​ຮຽນ​ເກັ່ງ​ຢູ່ ຝູ​ອຽນ ແລະ ກຽນ​ຢາງ

Sunflower Mission ມອບ​ທຶນ​ການ​ສຶກ​ສາ 355 ທຶນ​ໃຫ້​ນັກ​ສຶກ​ສາ​ທຸກ​ຍາກ​ແຕ່​ຮຽນ​ເກັ່ງ​ຢູ່ ຝູ​ອຽນ ແລະ ກຽນ​ຢາງ

ຍສໝ - ອົງການ Sunflower Mission (ອາ​ເມ​ລິ​ກາ) ຫາ​ກໍ່​ມອບ​ທຶນ​ສຶກສາ 355 ທຶນ​ໃຫ້​ນັກຮຽນ​ທຸກ​ຍາກ​ແຕ່​ຮຽນ​ເກັ່ງ​ຢູ່​ແຂວງ ຝູ​ອຽນ ແລະ ກຽນ​ຢາງ ​ໃນ​ເດືອນ ມີນາ ແລະ ຕົ້ນເດືອນ ເມສາ 2025..

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Knapper: ອາ​ເມ​ລິ​ກາ​ສືບ​ຕໍ່​ສະ​ຫນັບ​ສະ​ຫນູນ ກວາງຈີ້ ໃນ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງ​ຄາມ

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Knapper: ອາ​ເມ​ລິ​ກາ​ສືບ​ຕໍ່​ສະ​ຫນັບ​ສະ​ຫນູນ ກວາງຈີ້ ໃນ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງ​ຄາມ

ຍສໝ - ວັນທີ 2 ເມສາ, ຄະນະປະຕິບັດງານກະຊວງການຕ່າງປະເທດ ໂດຍທ່ານຮອງລັດຖະມົນຕີ ໂງ່ຫວຽດຮຸ່ງ ເປັນນຳໜ້າ ພ້ອມກັບທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Marc E. Knapper ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງ ເຮື໋ອງຮວ໋າ (ແຂວງ ກວາງຈີ້). ກ່າວ​ຄຳປາໄສທີ່​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ Marc E. Knapper ​ໃຫ້​ຮູ້​ວ່າ: ອາ​ເມ​ລິ​ກາ ຈະ​ສືບ​ຕໍ່​ໜູນ​ຊ່ວຍ ຫວຽດນາມ, ພິ​ເສດ​ແມ່ນ​ແຂວງ ກວາງຈີ້ ​ເພື່ອ​ຜ່ານ​ຜ່າ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງຄາມ.

ຫວຽດນາມ ປະກອບສ່ວນຢ່າງ​ແທດ​ຈິງ, ພົ້ນ​ເດັ່ນ​ໃນ​ບັນດາ​ບັນຫາ​ສິດທິ​ມະນຸດ

ຫວຽດນາມ ປະກອບສ່ວນຢ່າງ​ແທດ​ຈິງ, ພົ້ນ​ເດັ່ນ​ໃນ​ບັນດາ​ບັນຫາ​ສິດທິ​ມະນຸດ

ຍສໝ - ວັນ​ທີ 4 ​ເມສາ​ນີ້ (ຕາມ​ເວລາ​ທ້ອງ​ຖິ່ນ), ກອງ​ປະຊຸມ​ປະຈຳ​ປີ​ຄັ້ງ​ທີ 58 ຂອງ​ສະພາ​ສິດທິ​ມະນຸດ​ສະຫະ​ປະຊາ​ຊາດ ​ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ຢູ່​ນະຄອນ Geneva (ສະວິດ) ພາຍຫຼັງ 6 ອາທິດ​ໄດ້​ດຳ​ເນີນ​ວຽກ​ງານ​ຢ່າງ​ບໍ່​ຢຸດ​ຢັ້ງ. ດ້ວຍ​ຄວາມ​ຮັບ​ຜິດ​ຊອບ ​ແລະ ຂໍ້​ລິ​ເລີ່​ມ, ຄະນະ​ຜູ້​ແທນ​ຫວຽດນາມ ​ໄດ້​ປະກອບສ່ວນຢ່າງ​ແທດ​ຈິງ, ພົ້ນ​ເດັ່ນເຂົ້າ​ໃນ​ບັນດາ​ບັນຫາ​ສິດທິ​ມະນຸດ​ທີ່​ເປັນ​ຫ່ວງ​ຂອງ​ປະຊາ​ຄົມ​ໂລກ.

ໂລກ​ຮ່ວມແຮງຮ່ວມໃຈ​ຊ່ວຍ​ເຫຼືອ​ມຽນມາ ​ແລະ ​ໄທ ​ຫຼັງ​ເຫດ​ແຜ່ນ​ດິນ​ໄຫວ

ໂລກ​ຮ່ວມແຮງຮ່ວມໃຈ​ຊ່ວຍ​ເຫຼືອ​ມຽນມາ ​ແລະ ​ໄທ ​ຫຼັງ​ເຫດ​ແຜ່ນ​ດິນ​ໄຫວ

ຍສໝ - ພາຍຫຼັງເຫດ​ແຜ່ນດິນ​ໄຫວ​ຄັ້ງ​ຮ້າຍ​ແຮງ​ທີ່​ເກີດ​ຂຶ້ນ​ຢູ່​ມຽນມາ ​ແລະ​ ໄທ​ໃນ​ວັນ​ທີ 28 ມີນາ​ນີ້, ຫຼາຍ​ປະ​ເທດ​ໃນ​ໂລກ​ໄດ້​ສົ່ງ​ຄວາມ​ເສົ້າ​ສະຫຼົດ​ໃຈ​ແລະ​ສະ​ແດງ​ຄວາມ​ພ້ອມ​ທີ່​ຈະ​ສະໜັບສະໜູນ​ສອງ​ປະ​ເທດ​ຜ່ານ​ຜ່າ​ຜົນ​ຮ້າຍ​ຢ້ອນ​ຫຼັງ.

ຫວຽດນາມໃຫ້ຄຳໝັ້ນສັນຍາຜັນຂະຫຍາຍໂຄງການດຳເນີນງານກ່ຽວກັບແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ

ຫວຽດນາມໃຫ້ຄຳໝັ້ນສັນຍາຜັນຂະຫຍາຍໂຄງການດຳເນີນງານກ່ຽວກັບແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ

ຍສໝ - ວັນ​ທີ 25 ມີນາ 2025, ຢູ່​ນະຄອນ ​ໂຮ່ຈິ​ມິນ, ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ໄດ້​ສົມທົບ​ກັບ ອົດສະຕາລີ ​ແລະ ກາ​ນາ​ດາ ຈັດ​ຕັ້ງ​ການ​ສຳ​ມະ​ນາ​ເວທີ​ປາ​ໄສ​ພາກ​ພື້ນ​ ອາ​ຊຽນ (ARF) ກ່ຽວ​ກັບຫົວຂໍ້​ແມ່ຍິງ, ສັນຕິພາບ ​ແລະ ຄວາມ​ໝັ້ນຄົງ ຄັ້ງ​ທີ 2 ດ້ວຍ​ຮູບ​ແບບ​ໂດຍກົງສົມທົບກັບທາງ​ອອນ​ລາຍ.

ການ​ເດີນ​ທາງ

ການ​ເດີນ​ທາງ "ຫົວ​ໃຈເພື່ອຫົວ​ໃຈ" ຢູ່ ດານັງ ຂອງ​ຜົວເມຍສາດສະດາຈານຊາວເຢຍ​ລະ​ມັນ

ຍສໝ - ເກືອບ 20 ປີທີ່ຜ່ານມານີ້, ​ຜົວເມຍທ່ານສາດສະດາຈານ Erich Johann Lejeune ໄດ້ຮ່ວມເດີນທາງພ້ອມກັບຂະແໜງແພດສາດ ດານັງ ຢ່າງຕໍ່ເນື່ອງ, ນຳມາເຊິ່ງໂອກາດຊີວິດໃຫ້ແກ່ເດັກນ້ອຍນັບພັນຄົນທີ່ເປັນພະຍາດຫົວໃຈມາແຕ່ກຳເນີດ. ​ໂດຍ​ໄດ້​ຮັບ​ຮູ້​ບັນດາ​ການ​ປະກອບສ່ວນ​ຢ່າງ​ບໍ່​ຢຸດ​ຢັ້ງ, ນະຄອນ ດານັງ ໄດ້​ມອບ​ລາງວັນ “ອຸທິດ​ຕົນ​ໃຫ້​ນະຄອນ ດານັງ” ​ໃນ​ວັນ​ທີ 18 ມີນາ.

NUOY - ນຳອະພິນິຫານທາງການແພດມາປິ່ນປົວເດັກພິການຢູ່ຫວຽດນາມ

NUOY - ນຳອະພິນິຫານທາງການແພດມາປິ່ນປົວເດັກພິການຢູ່ຫວຽດນາມ

ຍສໝ - ເມື່ອ 25 ປີກ່ອນ, ຄະນະແພດອາສາສະໝັກຈາກ NUOY (USA) ໄດ້ມາຫວຽດນາມ ດ້ວຍຄວາມປາຖະຫນາທີ່ຈະປ່ຽນແປງຊະຕາກໍາຂອງເດັກນ້ອຍທີ່ມີຄວາມພິການແຕ່ກໍາເນີດ. ປະຈຸ​ບັນ, ​ເຂົາ​ເຈົ້າ​ບໍ່​ພຽງ​ແຕ່​ຟື້ນ​ຟູ​ຊີວິດ​ນັບ​ພັນ​ຄົນ​ເທົ່າ​ນັ້ນ, ຫາກ​ຍັງ​ປະກອບສ່ວນ​ຍົກ​ສູງ​ກຳລັງ​ການ​ແພດ​ຂອງ​ຫວຽດນາມ, ເພື່ອໃຫ້ບັນດາອະພິນິຫານທາງ​ການ​ແພດ​ບໍ່​ພຽງ​ແຕ່​ແມ່ນ​ໂຊກ​ດີ​ເທົ່າ​ນັ້ນ ຫາກ​ຍັງກາຍເປັນສິ່ງທີ່ຈຳເປັນຢ່າງເດັດຂາດ.

ປະກາດຜົນການຄົ້ນຄວ້າແຫ່ງຊາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ

ປະກາດຜົນການຄົ້ນຄວ້າແຫ່ງຊາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ

ຍສໝ - ວັນທີ 11 ມີນາ, ຢູ່ຮ່າໂນ້ຍ, ສະພາມະຫາບັນດິດວິທະຍາສາດສັງຄົມຫວຽດນາມ ໄດ້ຈັດຕັ້ງການສຳມະນາວິທະຍາສາດ ເພື່ອປະກາດໝາກຜົນແຫ່ງຊາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ. ການສຳມະນາ ເພື່ອແບ່ງປັນ​ໝາກຜົນ​ຂອງຫົວຂໍ້ “ຄົ້ນຄວ້າ, ຕີ​ລາຄາສັງລວມກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ​ຊາຍ ​ເພື່ອ​ຮັບໃຊ້​ການ​ພັດທະນາ​ແບບ​ຍືນ​ຍົງ” ​ໂດຍ​ສະພາມະຫາບັນດິດວິທະຍາສາດ​ສັງຄົມ ຫວຽດນາມ ປະຕິບັດ; ຜ່ານ​ນັ້ນ​ ວິ​ເຄາະ​ສະພາບ​ການ​ໃນ​ປະຈຸ​ບັນ ​ແລະ ບັນຫາ​ທີ່​ໄດ້​ຍົກ​ອອກ​ມາ​ໃນ 7 ຂົງ​ເຂດ​ສຳຄັນ​ຄື: ດ້ານ​ການ​ເມືອງ, ການ​ນຳ, ການ​ຄຸ້ມ​ຄອງ; ການສຶກສາ, ການບຳລຸງສ້າງ, ວິທະຍາສາດ ແລະ ເຕັກໂນໂລຢີ; ເສດຖະກິດ, ແຮງງານ-ວຽກເຮັດງານທຳ; ການດູແລສຸຂະພາບ; ຄອບຄົວ; ການ​ປ້ອງ​ກັນ ​ແລະ ການ​ຕອບ​ໂຕ້​ຕໍ່​ຄວາມ​ຮຸນ​ແຮງ​ທາງ​ເພດ; ຕອບ​ໂຕ້​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ໄພ​ທຳ​ມະ​ຊາດ, ...

ຫວຽດນາມ ໃຫ້ຄຳໝັ້ນສັນຍາຢ່າງໜັກແໜ້ນໃນການປະຕິບັດສິດທິຂອງຄົນພິການ

ຫວຽດນາມ ໃຫ້ຄຳໝັ້ນສັນຍາຢ່າງໜັກແໜ້ນໃນການປະຕິບັດສິດທິຂອງຄົນພິການ

ຍສໝ - ປະເທດຫວຽດນາມໄດ້ສະແດງຄຳໝັ້ນສັນຍາຢ່າງໜັກແໜ້ນໃນການຮັບປະກັນສິດທິຂອງຄົນພິການ ຜ່ານການເຄື່ອນໄຫວພາຍໃນ ແລະ ຕ່າງປະເທດຢ່າງຫຼວງຫຼາຍ. ບໍ່ພຽງແຕ່ເຂົ້າຮ່ວມຢ່າງຕັ້ງໜ້າເຂົ້າໃນເວທີປາໄສສາກົນເທົ່ານັ້ນ, ປະເທດຫວຽດນາມ ຫາກຍັງສ້າງລະບົບກົດໝາຍຄົບຊຸດ, ຜັນຂະຫຍາຍຫຼາຍໂຄງການສະໜັບສະໜູນຕົວຈິງ, ເພື່ອຊຸກຍູ້ສິດທິຂອງຄົນພິການໃນທຸກຂົງເຂດ.

ChildFund ຫນູນຊ່ວຍການຟື້ນຟູຫຼັງພາຍຸຢູ່ ກາວບັ່ງ

ChildFund ຫນູນຊ່ວຍການຟື້ນຟູຫຼັງພາຍຸຢູ່ ກາວບັ່ງ

ຍສໝ - ​ໃນ​ວັນ​ທີ 26 ແລະ 27 ກຸມພາ, ອົງການ ChildFund ​ໄດ້​ຜັນຂະຫຍາຍໂຄງການ “ໜູນ​ຊ່ວຍ​ການ​ຟື້ນ​ຟູ​ຫຼັງ​ພາຍຸ Yagi” ຢູ່ສອງ​ເມືອງ ຫງວຽນ​ບິ່ງ ​ແລະ ຮ່າ​ກວາງ (​ແຂວງ ກາວ​ບັ່ງ). ໂຄງການດັ່ງກ່າວແມ່ນໄດ້ຮັບການປະຕິບັດດ້ວຍແຫຼ່ງທຶນຈາກກະຊວງການຕ່າງປະເທດ ແລະ ການຄ້າ ນິວຊີແລນ ຜ່ານ ChildFund New Zealand.

ຫວຽດນາມໃຫ້ຄຳໝັ້ນສັນຍາຊຸກຍູ້ ແລະ ປົກປ້ອງສິດທິມະນຸດ

ຫວຽດນາມໃຫ້ຄຳໝັ້ນສັນຍາຊຸກຍູ້ ແລະ ປົກປ້ອງສິດທິມະນຸດ

ຍາໝ - ​ໃນ​ປີ 2025, ຫວຽດນາມ ​ຈະ​ດຳ​ເນີນ​ບັນດາການ​ສົນທະນາ​ກ່ຽວ​ກັບ​ບົດ​ລາຍ​ງານ​ແຫ່ງ​ຊາດ​ກ່ຽວ​ກັບ​ການຜັນຂະຫຍາຍ​ປະຕິບັດ​ບັນດາສົນທິສັນຍາ​ສາກົນ​ທີ່​ສຳຄັນ​ກ່ຽວ​ຂ້ອງກັບ​ສິດທິ​ມະນຸດ​ຄື CRPD, ICCPR, CEDAW.

Plan International ນຳ​​ຫ້ອງ​ຮຽນ​ຖາວອນ​ໃຫ້​ນັກຮຽນ​ທີ່​ດ້ອຍ​ໂອກາດ​ຢູ່​ ກວາງ​ຈີ້

Plan International ນຳ​​ຫ້ອງ​ຮຽນ​ຖາວອນ​ໃຫ້​ນັກຮຽນ​ທີ່​ດ້ອຍ​ໂອກາດ​ຢູ່​ ກວາງ​ຈີ້

ຍສໝ - ວັນ​ທີ 27 ກຸມພາ 2025, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ຕາ​ແສງ ທ້ວນ ໄດ້​ສົມທົບ​ກັບ​ອົງການ Plan International ຫວຽດນາມ ​ແລະ ວິ​ສາ​ຫະກິດ ຍີ່​ປຸ່ນ ແຫ່ງໜຶ່ງ ເພື່ອຈັດ​ຕັ້ງ​ພິທີ​ເປີດສະຫຼອງຕົວແບບໂຮງ​ຮຽນ​ປະຖົມ ທ້ວນ 1. ຕົວແບບໂຮງ​ຮຽນ​ໃໝ່ ໄດ້ນຳພື້ນທີ່ຮຳຮ່ຽນແຫ່ງໜຶ່ງທີ່​ປອດ​ໄພ ​ແລະ ໝັ້ນຄົງ​ໃຫ້​ແກ່​ນັກຮຽນ​ປະຖົມຢູ່​ເຂດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຂອງ​ເມືອງ ເຮື໋ອງຮວ໋າ, ແຂວງ ກວາງ​ຈີ້.

ໜູນ​ຊ່ວຍ​ປະຊາຊົນ 10.000 ກວ່າ​ຄົນ​ຢູ່ ນິງທ້ວນ ​ແລະ ກ່າ​ເມົາ ​ໄດ້ເຂົ້າເຖິງ​ນ້ຳ​ສະອາດ ​ແລະ ການຫາລ້ຽງຊີບ

ໜູນ​ຊ່ວຍ​ປະຊາຊົນ 10.000 ກວ່າ​ຄົນ​ຢູ່ ນິງທ້ວນ ​ແລະ ກ່າ​ເມົາ ​ໄດ້ເຂົ້າເຖິງ​ນ້ຳ​ສະອາດ ​ແລະ ການຫາລ້ຽງຊີບ

ຍສໝ - ປະຊາຊົນຫຼາຍກວ່າ 10.000 ຄົນ, ພິເສດແມ່ນແມ່ນແມ່ຍິງ ແລະ ເດັກນ້ອຍໃນບັນດາເຂດທີ່ໄດ້ຮັບຜົນກະທົບຈາກໄພແຫ້ງແລ້ງ ແລະ ທະເລຊຶມເຂົ້າຢູ່ແຂວງ ນິງທ້ວນ ແລະ ກ່າເມົາ ໄດ້ເຂົ້າເຖິງແຫຼ່ງນໍ້າສະອາດທີ່ດີກ່ວາ ແລະ ປັບປຸງການຫາລ້ຽງຊີບຍ້ອນມີໂຄງການ “ນໍ້າຄືການມີຊີວິດ”.

Campaign for Tobacco-Free Kids (ອາເມລິກາ) ຊ່ວຍໃຫ້ເດັກນ້ອຍ 2.400 ຄົນ ໄດ້ຮຽນລອຍນໍ້າຢ່າງປອດໄພ

Campaign for Tobacco-Free Kids (ອາເມລິກາ) ຊ່ວຍໃຫ້ເດັກນ້ອຍ 2.400 ຄົນ ໄດ້ຮຽນລອຍນໍ້າຢ່າງປອດໄພ

ຍສໝ - ໂຄງການ “ໜູນຊ່ວຍການ​ຜັນ​ຂະຫຍາຍ​ບັນດາການຍື່ນມືຊ່ວຍຢ່າງມີປະສິດທິຜົນ ແລະ ຍືນຍົງ ເພື່ອປ້ອງກັນ, ຕ້ານເດັກນ້ອຍຈົມນ້ຳ” ໂດຍອົງການ Campaign for Tobacco-Free Kids, ອາເມລິກາ ໄດ້ອຸປະຖຳ ຈະຊ່ວຍໃຫ້ເດັກນ້ອຍ 2.400 ຄົນຢູ່ ຮ່າໂນ້ຍ ໄດ້ຮຽນລອຍນ້ຳຢ່າງປອດໄພ.

​ເປີດສະຫຼອງແບບຢ່າງໂຮງ​ຮຽນອະ​ນຸ​ບານສອງ​ແຫ່ງ​ຢູ່​ຕາ​ແສງ ຈິ້ງເຕື່ອງ ເມືອງ​  ບາດຊາດ (ລາວ​ກາຍ)

​ເປີດສະຫຼອງແບບຢ່າງໂຮງ​ຮຽນອະ​ນຸ​ບານສອງ​ແຫ່ງ​ຢູ່​ຕາ​ແສງ ຈິ້ງເຕື່ອງ ເມືອງ​ ບາດຊາດ (ລາວ​ກາຍ)

ຍສໝ - ວັນ​ທີ 19 ກຸມພາ, ແບບຢ່າງໂຮງ​ຮຽນອະ​ນຸ​ບານສອງ​ແຫ່ງ​ຢູ່​ຕາ​ແສງ​ ຈິ້ງເຕື່ອງ ເມືອງ​ ບາດຊາດ (ລາວ​ກາຍ) ​ໄດ້​​ເປີດສະຫຼອງຢ່າງ​ເປັນ​ທາງ​ການ​ພາຍຫຼັງຂະບວນການປັບປຸງ,​ ຍົກ​ລະດັບ. ໂຄງການ​ດັ່ງກ່າວ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ສະຖານທູດ ອິດສະຣາແອນ ປະຈຳ ຫວຽດນາມ ​ແລະ ວິສາຫະກິດຈຳນວນໜຶ່ງ, ເພື່ອ​ຊ່ວຍ​ແກ້​ໄຂ​ຜົນ​ສະທ້ອນ​ຈາກ​ໄພ​ທຳ​ມະ​ຊາດ​ທີ່​ເກີດ​ຈາກ​ພະຍຸ​ເລກທີ 3 (Yagi).

ຫວຽດນາມ ເລີ່ມດຳເນີນອາຍຸການເປັນສະມາຊິກສະພາບໍລິຫານງານ UN Women ອາຍຸການ 2025-2027

ຫວຽດນາມ ເລີ່ມດຳເນີນອາຍຸການເປັນສະມາຊິກສະພາບໍລິຫານງານ UN Women ອາຍຸການ 2025-2027

ຍສໝ - ວັນ​ທີ 10 ກຸມພາ 2025, ທ່ານ​ເອກ​ອັກຄະ​ລັດຖະທູດ ດັ້ງ​ຮວ່າງ​ຢາງ, ຫົວໜ້າ​ຄະນະຜູ້ແທນ ຫວຽດນາມ ປະຈຳ ​ນິວຢອກ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ປະຈຳ​ປີ​ຂອງ​ສະພາບໍລິຫານ​ງານ ອົງການເພື່ອຄວາມສະເໝີພາບລະຫວ່າງຍິິງ - ຊາຍ ແລະ ການສ້າງຄວາມເຂັ້ມແຂງໃຫັແກ່ແມ່່ຍິິງຂອງສະຫະປະຊາຊາດ (UN Women) ​ໃນ​ຖານະ​ເປັນ​ສະມາຊິກ​ສະພາ​ບໍລິຫານ​ງານອາຍຸ​ການ 2025-2027.

ຄອບຄົວທຸກຍາກ ແລະ ໃກ້ຂັ້ນທຸກຍາກກວ່າ 1,48 ລ້ານຄອບຄົວ ມີຂອງຂວັນບຸນປີໃໝ່ ດ້ວຍຍອດມູນຄ່າກວ່າ 786 ຕື້ດົ່ງ

ຄອບຄົວທຸກຍາກ ແລະ ໃກ້ຂັ້ນທຸກຍາກກວ່າ 1,48 ລ້ານຄອບຄົວ ມີຂອງຂວັນບຸນປີໃໝ່ ດ້ວຍຍອດມູນຄ່າກວ່າ 786 ຕື້ດົ່ງ

ຍສໝ - ວັນທີ 3 ກຸມພາ, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການຮັບປະກັນຊີວິດສັງຄົມໃນຊ່ວງເວລາບຸນປີ​ໃໝ່​ປະຈຳ​ຊາດ ປີມະເສັງ 2025. ຕາມນັ້ນແລ້ວ, ຄອບຄົວທຸກຍາກ ແລະ ໃກ້ຂັ້ນ​ທຸກ​ຍາກກວ່າ 1,48 ລ້ານຄອບຄົວ ໄດ້ຮັບການໜູນຊ່ວຍ, ມອບຂອງຂວັນ ດ້ວຍ​ມູນ​ຄ່າ​ກວ່າ 786 ຕື້​ດົ່ງ.

ນັກຮຽນຢູ່ເຂດຫຍຸ້ງຍາກຢູ່ແຂວງ ຮວ່າບິ່ງ ໄດ້ຮັບການອຸປະຖຳອຸປະກອນການສຶກສາ

ນັກຮຽນຢູ່ເຂດຫຍຸ້ງຍາກຢູ່ແຂວງ ຮວ່າບິ່ງ ໄດ້ຮັບການອຸປະຖຳອຸປະກອນການສຶກສາ

ຍສໝ - ChildFund ຫວຽດນາມ ສົມທົບກັບບໍລິສັດ Beiersdorf ແລະ ຄະນະຄຸ້ມຄອງບັນດາໂຄງການບໍ່ຂຶ້ນກັບລັດຖະບານ ຢູ່ເມືອງ ເຕີນຫຼາກ (ແຂວງ ຮວ່າບິ່ງ) ໄດ້ມອບອຸປະກອນການສຶກສາ ແລະ ຂອງຂວັນໃຫ້ນັກຮຽນຢູ່ບັນດາໂຮງຮຽນເຂດຫຍຸ້ງຍາກຢູ່ທ້ອງຖິ່ນ.

ປີໃໝ່ອົບອຸ່ນມາໃຫ້ເດັກນ້ອຍຢູ່ເຂດພູດອຍ ກວາງຈີ ແລະ ກວາງຫງາຍ

ປີໃໝ່ອົບອຸ່ນມາໃຫ້ເດັກນ້ອຍຢູ່ເຂດພູດອຍ ກວາງຈີ ແລະ ກວາງຫງາຍ

ຍສໝ - ໃນ 2 ມື້ວັນ​ທີ 21 ແລະ 24 ມັງກອນ​, ອົງການ Zhi Shan Foundation ​ໄດ້​ສົມທົບ​ກັບ​ກອງ​ທຶນ​ໜູນ​ຊ່ວຍ​ເດັກ​ຂອງສອງ​ແຂວງ ກວາງ​ຈີ ​ແລະ ກວາງ​ຫງາຍ ​ຈັດ​ຕັ້ງ​ລາຍການ “ລະດູບານ​ໃໝ່​ແຫ່ງ​ຄວາມ​ຮັກແພງ” ​ໃຫ້​ເດັກນ້ອຍ​ເຂດ​ພູດ​ອຍ 3.000 ຄົນ ຢູ່​ເມືອງ ດັກ​ກຣົງ (​ກວາງ​ຈີ) ​ແລະ ​ເມືອງ ຈ່າບົງ (ກວາງ​ຫງາຍ).

250 ຄອບຄົວທຸກຍາກຢູ່ ຈ່າວິງ ໄດ້ຮັບຂອງຂວັນບຸນເຕັດຈາກອົງການ Tzu Chi

250 ຄອບຄົວທຸກຍາກຢູ່ ຈ່າວິງ ໄດ້ຮັບຂອງຂວັນບຸນເຕັດຈາກອົງການ Tzu Chi

ຍສໝ - ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ​ຈ່າ​ວິງ ສົມທົບ​ກັບ​ອົງການ Tzu Chi (​ໄຕ້​ຫວັນ, ຈີນ) ​ແລະ ຄະນະ​ກຳມະການ​ປະຊາຊົນ​ເມືອງ ​ຈ່າ​ວິງ ​ໄດ້​ຈັດ​ຕັ້ງ​ລາຍການ​ມອບ​ຂອງຂວັນປີ​ໃໝ່​ປະຈຳ​ຊາດ ປີມະເສັງ ​ໃຫ້​ແກ່ບັນດາ​ຄອບຄົວໃກ້ຂັ້ນທຸກຍາກ, ຄອບຄົວ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຢູ່​ຕາ​ແສງ ຫງາຍຊວຽນ, ​ເຕີນ​ເຊີນ ​ແລະ ຮ່າມ​ຢາງ.

|< < 1 2 3 4 5 > >|
ເຫດການ
ອ່ານຫຼາຍທີ່ສຸດ