ກະຊວງການຕ່າງປະເທດຫວຽດນາມ ໄດ້ປະກາດຜົນສຳເລັດກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ | |
ເພື່ອນມິດສາກົນຕີລາຄາສູງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ເປີດໄລຍະໃໝ່ໃຫ້ແກ່ການພັດທະນາຂອງຫວຽດນາມ |
ຕາມທ່ານ ເຈິ່ນດຶກກວັນ, ເລຂາຄະນະພັກແຂວງ ເລິມດົ່ງແລ້ວ, ແຂວງເລິມດົ່ງໄດ້ຍູ້ແຮງການໂຄສະນາ, ເຜີຍແຜ່ບັນດາເນື້ອໃນພື້ນຖານ, ຫຼັກແຫຼ່ງໃນບັນດາເອກະພສານກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ໄປຍັງໝຸ່ຄະນະ, ພະນັກງານ, ສະມາຊິກພັກ ແລະ ປະຊາຊົນໃນແຂວງຢ່າງເລິກເຊິ່ງກວາງຂວາງ. ຜ່ານນັ້ນ, ລະດົມການເຂົ້າຮ່ວມຢ່າງຕັ້ງໜ້າຂອງທຸກຂັ້ນ, ທຸກຂະແໜງການ, ບັນດາພາກສ່ວນເສດຖະກິດ ແລະ ປະຊາຊົນທຸກຊັ້ນວັນນະ. ຄຽງຄູ່ກັນນັ້ນ ແມ່ນຍູ້ແຮງບັນດາຂະບວນການແຂ່ງຂັນຮັກຊາດ ຢູ່ທຸກຂັ້ນ, ທຸກຂະແໜງການ, ອົງການ, ຫົວໜ່ວຍ, ວິສາຫະກິດ, ບັນດາເຂດຊຸມຊົນ, ສ້າງບັນຍາກາດແຂ່ງຂັນກັນໃນທຸກຂົງເຂດ ເສດຖະກິດ - ສັງຄົມ.
![]() |
ພາບປະກອບ: TTXVN |
ສ່ວນຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນ ຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ໄດ້ຕັດສິນໃຈປະຕິບັດມະຕິດຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກໃຫ້ເປັນຢ່າງດີ, ທ່ານນາງ ເລຮົ່ງດ່າວ, ຮອງປະທານຄະນະກຳມະການແນວໂຮມປະເທດຊາດ ແຂວງ ວິງລອງ ໃຫ້ຮູ້ວ່າ:
ແນວໂຮມປະເທດຊາດ ຫວຽດນາມ ແຂວງ ວິງລອງ ຈະຄົ້ນຄ້ວາເອກະສານຂອງກອງປະຊຸມໃຫຍ່ ຢ່າງລະອຽດເພື່ອກຫັນເປັນລະອຽດ, ຕິດພັນກັບພຶດຕິກຳຕົວຈິງ ແລະ ມີລັກສະນະເປັນໄປໄດ້ສູງ. ເພີ່ມທະວີວຽກງານໂຄສະນາຮັບປະກັນບັນດາພະນັກງານຂອງແນວໂຮມປະເທດຊາດ ເຂົ້າໃຈ ແລະ ກຳແໜ້ນບັນດາຈິດໃຈ ແລະ ເນື້ອໃນຂອງກອງປະຊຸມໃຫຍ່ ເພື່ອໂຄສະນາໃຫ້ແກ່ປະຊາຊົນ ພ້ອມກັນຈັດຕັ້ງປະຕິບັດມະຕິ.
ໃນເຫດການທີ່ກ່ຽວຂ້ອງ, ອົງຄະນະພັກສະຖານທູດ ຫວຽດນາມ ປະຈຳອິນເດຍ ຫາກໍ່ຈັດຕັ້ງກອງປະຊຸມຮ່ຳຮຽນ, ເຊື່ອມຊື່ມ ແລະ ຜັນຂະຫຍາຍມະຕິຂອງກອງປະຊຸມໃຫຍ່ຄັ້ງທີ 31 ຂອງພັກຕາມຮູບການທາງອອນລາຍ ສົມທົບກັບໂດຍກົງ.
![]() | ສໍາເລັດການດຳເນີນກອງປະຊຸມທາບທາມເນື້ອໃນ ແລະ ບຸກຄະລາກອນ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ບັ້ນດໍາເນີນກອງປະຊຸມ ທາບທາມເນື້ອໃນ ແລະ ບຸກຄະລາກອນ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຢູ່ຈຸດທີ 4 ທີ່ແຂວງວຽງຈັນ ໄດ້ສໍາເລັດລົງໃນວັນທີ 5 ມັງກອນ 2021 ພາຍຫລັງດໍາເນີນມາເປັນເວລາ 2 ວັນ (4-5 ມັງກອນ 2021) ທີ່ສະໂມສອນ ຫ້ອງວ່າການປົກຄອງ ແຂວງວຽງຈັນ ພາຍໃຕ້ການເປັນ ປະທານນໍາພາ-ຊີ້ນໍາ ຂອງ ... |
![]() | ຄຳມ່ວນສະເຫລີມສະຫລອງວັນສ້າງຕັ້ງແນວລາວສ້າງຊາດຄົບຮອບ 69 ປີ ( 13 ສິງຫາ 1950 – 13 ສິງຫາ 2019 ) ໃນວັນທີ 13 ສິງຫາ 2019 ຄະນະພັກຄະນະນຳແຂວງຄຳມ່ວນນຳໂດຍ ທ່ານ ແສງທອງ ພະຄຸນທອງ ຄະນະປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງ ພ້ອມດ້ວຍບັນດາທ່ານໃນຄະນະປະຈຳພັກແຂວງ, ກຳມະການພັກແຂວງ ໄດ້ພ້ອມກັນເຂົ້າວາງກະຕາດອກໄມ້ຢູ່ອານຸສາວະລີປະທານ ໄກສອນ ພົມວິຫານ ແລະ ອານຸສອນສະຖານປະທານສຸພານຸວົງ. |
![]() | ສະພາແຫ່ງຊາດສະຫລຸບວຽກງານ 6 ເດືອນຕົ້ນປີ ແລະ ເຊື່ອມຊືມ ມະຕິ 8 ສະໄໝທີ X ຂອງພັກ ຄະນະບໍລິຫານງານພັກ ສະພາແຫ່ງຊາດ ໄດ້ຈັດກອງປະຊຸມສະຫລຸບການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ແຜນການເຄື່ອນໄຫວ 6 ເດືອນທ້າຍປີ 2019 ພ້ອມທັງຈັດຕັ້ງເຊື່ອມຊຶມມະຕິ ກອງປະຊຸມ ຄົບຄະນະບໍລິຫານງານ ສູນກາງພັກ ຄັ້ງທີ 8 ສະໄໝທີ X ຂອງພັກປະຊາຊົນປະຕິວັດລາວ ຈັດຂຶ້ນໃນວັນທີ 5 ສິງຫາ 2019, ທີ່ສະພາແຫ່ງຊາດ (ຫລັກ6), ... |
vovworld.vn