ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ ໃຫ້ສົມຄູ່ກັບສາຍພົວພັນ ຫວຽດນາມ - ອົດສະຕາລີ

13:52 | 15/08/2026

ຍສໝ - ຢູ່ທີ່ ນະຄອນຫຼວງ ແຄນເບີຣາ, ທ່ານ ພົນເອກ ຟານວັນຢາງ ໄດ້ເຈລະຈາຮ່ວມກັບ ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຊາດ ອົດສະຕຣາລີ Richard Marles, ເພື່ອຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ອົດສະຕຣາລີ.

ຫວຽດນາມ - ອົດສະຕາລີ ຊຸກຍູ້ເຕັກໂນໂລຊີ RNA ຊີວະການແພດ ຫວຽດນາມ - ອິດສະຣາແອນ ຊຸກຍູ້ການຮ່ວມມືດ້ານນະວັດຕະກຳ

ໃນຂອບເຂດການຢ້ຽມຢາມຄະນະຜູ້ແທນລະດັບລັດ ຢູ່ ອົດສະຕຣາລີ ຂອງ ທ່ານ ເລຂາທິການໃຫຍ່, ປະທານປະເທດ ໂຕ ລຳ ພ້ອມດ້ວຍຄະນະຜູ້ແທນລະດັບສູງ ຫວຽດນາມ, ໃນເຊົ້າວັນທີ 12 ເດືອນ 8 (ຕາມເວລາທ້ອງຖິ່ນ), ຢູ່ທີ່ ສຳນັກງານກະຊວງປ້ອງກັນຊາດ ອົດສະຕຣາລີ ຢູ່ ນະຄອນຫຼວງ ແຄນເບີຣາ, ທ່ານ ພົນເອກ ຟານວັນຢາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຊາດ ໄດ້ເຈລະຈາຮ່ວມກັບ ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຊາດ ອົດສະຕຣາລີ Richard Marles. ໃນການເຈລະຈາ, ທ່ານ ພົນເອກ ຟານວັນຢາງ ໄດ້ຢືນຢັນວ່າ ການຢ້ຽມຢາມໃນຄັ້ງນີ້ຂອງ ທ່ານ ເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ແມ່ນກິດຈະກຳທີ່ມີຄວາມໝາຍການເມືອງສຳຄັນ, ສ້າງພະລັງຂັບເຄື່ອນຢ່າງແຂງແຮງ ເພື່ອນຳເອົາສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງ ສອງປະເທດ ກ້າວເຂົ້າສູ່ຮູບແບບເລິກເຊິ່ງ ແລະ ເປີດໄລຍະການພັດທະນາໃໝ່ ໃນສາຍພົວພັນທະວີພາຄີ.

ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ ໃຫ້ສົມຄູ່ກັບສາຍພົວພັນ ຫວຽດນາມ - ອົດສະຕາລີ

ທ່ານ ພົນເອກ ຟານວັນຢາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຊາດ ເຈລະຈາຮ່ວມກັບ ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຊາດ ອົດສະຕຣາລີ Richard Marles. ພາບໂດຍ: ກະຊວງປ້ອງກັນຊາດ

ທ່ານ ພົນເອກ ຟານວັນຢາງ ມຸ່ງມາດປາດຖະໜາທີ່ຈະຄຽງຄູ່ກັບ ກະຊວງປ້ອງກັນຊາດ ອົດສະຕຣາລີ ໃນການຜັນຂະຫຍາຍຄວາມຮັບຮູ້ຮ່ວມກັນ ຂອງການນຳລະດັບສູງຂອງສອງປະເທດ ກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ; ເພີ່ມທະວີສາຍພົວພັນມິດຕະພາບ, ຄວາມໄວ້ເນື້ອເຊື່ອໃຈ ແລະ ເປັນຮູບປະທຳ ລະຫວ່າງ ສອງກະຊວງປ້ອງກັນຊາດ, ສອງກອງທັບ; ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດທະວີພາຄີ ໃຫ້ພັດທະນາຂຶ້ນເລື້ອຍໆ, ສົມຄູ່ກັບສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອົດສະຕຣາລີ.

ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ ໃຫ້ສົມຄູ່ກັບສາຍພົວພັນ ຫວຽດນາມ - ອົດສະຕາລີ

ທ່ານ ພົນເອກ ຟານວັນຢາງ ໃນການເຈລະຈາ. ພາບໂດຍ: ກະຊວງປ້ອງກັນຊາດ

ສ່ວນທາງດ້ານ ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຊາດ Richard Marles ໄດ້ຢືນຢັນຄວາມພ້ອມທີ່ຈະຄຽງຄູ່ກັບ ທ່ານ ພົນເອກ ຟານວັນຢາງ ແລະ ການນຳກະຊວງປ້ອງກັນຊາດ ຫວຽດນາມ ໃນການພະຍາຍາມຊຸກຍູ້, ຍົກຮ່າງປະສິດທິພາບຂອງບັນດາກິດຈະກຳການຮ່ວມມືດ້ານປ້ອງກັນຊາດທະວີພາຄີ, ປະກອບສ່ວນນຳເອົາສາຍພົວພັນຂອງສອງປະເທດ ໃຫ້ພັດທະນາຢ່າງແຂງແຮງ ແລະ ໝັ້ນຄົງ ບົນພື້ນຖານການເຄົາລົບເຊິ່ງກັນແລະກັນ, ເພື່ອຜົນປະໂຫຍດຂອງແຕ່ລະປະເທດ ກໍ່ຄືສັນຕິພາບ, ຄວາມສະຫງົບ, ການຮ່ວມມື ແລະ ການພັດທະນາ ໃນພື້ນທີ່.

ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ ໃຫ້ສົມຄູ່ກັບສາຍພົວພັນ ຫວຽດນາມ - ອົດສະຕາລີ

ທັງສອງຝ່າຍ ໄດ້ລົງນາມໃນເອກະສານ ປັບປຸງຖະແຫຼງການວິໄສທັດຮ່ວມ ກ່ຽວກັບການຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ ລະຫວ່າງ ກະຊວງປ້ອງກັນຊາດຂອງສອງປະເທດ. ພາບໂດຍ: ກະຊວງປ້ອງກັນຊາດ

ກໍ່ໃນການເຈລະຈາ, ທັງສອງຝ່າຍ ໄດ້ແລກປ່ຽນກ່ຽວກັບສະພາບການທົ່ວໂລກ, ພື້ນທີ່ ແລະ ບັນດາປະເດັນທີ່ໃຫ້ຄວາມສົນໃຈຮ່ວມກັນ. ອັດທ້າຍການເຈລະຈາ, ທັງສອງຝ່າຍ ໄດ້ລົງນາມໃນເອກະສານ ປັບປຸງຖະແຫຼງການວິໄສທັດຮ່ວມ ກ່ຽວກັບການຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ ລະຫວ່າງ ກະຊວງປ້ອງກັນຊາດຂອງສອງປະເທດ. ໃນຂອບເຂດບັນດາກິດຈະກຳຂອງ ທ່ານ ພົນເອກ ຟານວັນຢາງ ຢູ່ ອົດສະຕຣາລີ, ທັງສອງຝ່າຍ ຍັງໄດ້ມອບ-ຮັບ ເອກະສານການຮ່ວມມື 3 ສະບັບ ກ່ຽວກັບການຄົ້ນຫາ ແລະ ກູ້ໄພ, ທະຫານຊາຍແດນ ແລະ ຕຳຫຼວດເຝົ້າຝັ່ງ.

ຊຸກຍູ້ການຮ່ວມມືຮອບດ້ານ ແລະ ແທ້ຈິງ ລະຫວ່າງ ຫວຽດນາມ ແລະ ໂມຣິຕານີ ຊຸກຍູ້ການຮ່ວມມືຮອບດ້ານ ແລະ ແທ້ຈິງ ລະຫວ່າງ ຫວຽດນາມ ແລະ ໂມຣິຕານີ
ຍສໝ - ຫວຽດນາມ ປາດຖະໜາຢາກໃຫ້ ໂມຣິຕານີ ເປັນຂົວຕໍ່ຊຸກຍູ້ການຮ່ວມມືຢ່າງແທ້ຈິງ ລະຫວ່າງ ຫວຽດນາມ ແລະ ສະຫະພາບອາຟຣິກາ.
ຫວຽດນາມ - ເກຣັກ ຊຸກຍູ້ການຮ່ວມມືໃຫ້ນັບມື້ນັບມີຄວາມແທດຕົວຈິງ ແລະ ມີປະສິດທິຜົນ ຫວຽດນາມ - ເກຣັກ ຊຸກຍູ້ການຮ່ວມມືໃຫ້ນັບມື້ນັບມີຄວາມແທດຕົວຈິງ ແລະ ມີປະສິດທິຜົນ
ຍສໝ - ຕອນບ່າຍວັນທີ 17 ກໍລະກົດ, ຢູ່ທີ່ສຳນັກງານກະຊວງການຕ່າງປະເທດ, ທ່ານ ເລຮວາຍຈຸງ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ພົບເຈລະຈາກັບ ທ່ານ George Gerapetritis, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເກຣັກ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປ ຫວຽດນາມ ຢ່າງເປັນທາງການ. ສອງຝ່າຍໄດ້ຮ່ວມແລກປ່ຽນບັນດາມາດຕະການ ແນໃສ່ນຳພາສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ຫວຽດນາມ - ເກຣັກ ໃຫ້ນັບມື້ນັບໄດ້ຮັບການພັດທະນາເຂົ້າສູ່ລວງເລິກ, ມີຄວາມແທດຕົວຈິງ ແລະ ມີປະສິດທິຜົນສູງຍິ່ງຂຶ້ນ.

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ