ຄວາມໄວ້ວາງໃຈ ແລະ ການເສີມຈຸດແຂງໃຫ້ແກ່ກັນ ຊຸກຍູ້ສາຍພົວພັນຫວຽດນາມ - ສະວິດ

15:11 | 19/10/2026

ຍສໝ - ຕາມທ່ານ Ivo Sieber, ສະມາຊິກເວທີປາໄສເສດຖະກິດສະວິດ - ຫວຽດນາມ (SVEF) ແລ້ວ, ຄວາມໄວ້ວາງໃຈ ແລະ ລັກສະນະການເສີມຈຸດແຂງໃຫ້ແກ່ກັນລະຫວ່າງສອງເສດຖະກິດ ແມ່ນພື້ນຖານສຳຄັນໃນການຊຸກຍູ້ສາຍພົວພັນສອງຝ່າຍ. ການລົງນາມໃນສັນຍາການຄ້າເສລີຫວຽດນາມ - EFTA ຖືກຄາດຫວັງວ່າຈະຂະຫຍາຍໂອກາດດ້ານການຄ້າ, ການລົງທຶນ ແລະ ການຮ່ວມມືໃນຂົງເຂດເຕັກໂນໂລຊີ, ການເງິນ ແລະ ນະວັດຕະກຳ.

ຍົກລະດັບການຮ່ວມມືດ້ານການຈັດຕັ້ງປະຕິບັດກົດໝາຍ ຫວຽດນາມ - ສາທາລະນະລັດ ເຊັກ ຫວຽດນາມລົງນາມສັນຍາການຄ້າເສລີກັບ 4 ປະເທດເອີຣົບ

ໃນການປະເມີນກ່ຽວກັບການຢ້ຽມຢາມຫວຽດນາມຢ່າງເປັນທາງການຂອງທ່ານ Guy Parmelin, ປະທານປະເທດສະວິດ, ທ່ານ Ivo Sieber ເຫັນວ່າ ການຢ້ຽມຢາມຄັ້ງນີ້ຕິດພັນກັບສອງຂີດໝາຍສຳຄັນ ຄື ການສະເຫຼີມສະຫຼອງຄົບຮອບ 55 ປີແຫ່ງການສ້າງຕັ້ງສາຍພົວພັນການທູດຫວຽດນາມ - ສະວິດ ແລະ ການລົງນາມໃນສັນຍາການຄ້າເສລີ (FTA) ລະຫວ່າງຫວຽດນາມກັບ 4 ປະເທດສະມາຊິກສະມາຄົມການຄ້າເສລີເອີຣົບ (EFTA), ປະກອບມີ ສະວິດ, ນອກແວ, ລິກເຕນສະໄຕ ແລະ ໄອສແລນ.

ຄວາມໄວ້ວາງໃຈ ແລະ ການເສີມຈຸດແຂງໃຫ້ແກ່ກັນ ຊຸກຍູ້ສາຍພົວພັນຫວຽດນາມ - ສະວິດ
ທ່ານ ໂຕ ເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແລະ ທ່ານ Guy Parmelin, ປະທານປະເທດສະວິດເຊີແລນ ເປັນສັກຂີພິຍານໃນພິທີມອບ-ຮັບບັນດາເອກະສານການຮ່ວມມືລະຫວ່າງສອງປະເທດ ໃນຕອນບ່າຍວັນທີ 17/10. (ພາບ: ແທງ ລອງ/ໜັງສືພິມລັດຖະບານ)

ຕາມທ່ານ Ivo Sieber ແລ້ວ, ສັນຍາດັ່ງກ່າວຈະສ້າງຂອບກົດໝາຍທີ່ມີຄວາມໝັ້ນຄົງ, ໂປ່ງໃສ ແລະ ເອື້ອອຳນວຍຄວາມສະດວກໃຫ້ແກ່ວິສາຫະກິດ ແລະ ນັກລົງທຶນຂອງສອງຝ່າຍ. ນອກຈາກການຄ້າ ແລະ ການລົງທຶນແລ້ວ, FTA ຍັງກວມເອົາເນື້ອໃນກ່ຽວກັບຊັບສິນທາງປັນຍາ, ກົດລະບຽບວ່າດ້ວຍແຫຼ່ງກຳເນີດສິນຄ້າ, ການຈັດຊື້ຈັດຈ້າງພາກລັດ ແລະ ການພັດທະນາທີ່ຍືນຍົງ, ຜ່ານນັ້ນສ້າງແຮງຂັບເຄື່ອນເພີ່ມເຕີມໃຫ້ແກ່ການຄົ້ນຄວ້າ, ນະວັດຕະກຳ ແລະ ການເງິນ.

ເມື່ອຫວນຄືນໄລຍະ 55 ປີແຫ່ງສາຍພົວພັນການທູດນັບແຕ່ປີ 1971, ທ່ານ Sieber ປະເມີນວ່າ ການຮ່ວມມືຫວຽດນາມ - ສະວິດ ໄດ້ພັດທະນາຢ່າງກວ້າງຂວາງ ແລະ ເລິກເຊິ່ງ, ຕິດພັນກັບບັນດາຜົນສຳເລັດດ້ານເສດຖະກິດ - ສັງຄົມ ແລະ ຖານະບົດບາດໃນເວທີສາກົນຂອງຫວຽດນາມທີ່ນັບມື້ນັບສູງຂຶ້ນ. ການທີ່ສອງປະເທດສ້າງຕັ້ງສາຍພົວພັນຄູ່ຮ່ວມມືຮອບດ້ານໃນປີ 2025 ໄດ້ສືບຕໍ່ສ້າງພື້ນຖານສຳລັບການຂະຫຍາຍການຮ່ວມມື.

ຫຼັງຈາກຫວຽດນາມ ແລະ EFTA ປະກາດສິ້ນສຸດການເຈລະຈາ FTA ໃນວັນທີ 2/7/2026, ການລົງນາມໃນສັນຍາໄດ້ເປັນຂີດໝາຍແຫ່ງບາດກ້າວສຳຄັນ. ແນວໃດກໍຕາມ, ທ່ານ Sieber ໃຫ້ຂໍ້ສັງເກດວ່າ ບັນດາປະເທດຍັງຕ້ອງສຳເລັດຂັ້ນຕອນການໃຫ້ສັດຕະຍາບັນ, ດັ່ງນັ້ນ ສັນຍາອາດຈະມີຜົນບັງຄັບໃຊ້ໃນປີ 2028 ແທນທີ່ຈະເປັນປີ 2027.

ທ່ານປະເມີນວ່າ ໄລຍະເວລາດັ່ງກ່າວເປັນໂອກາດໃຫ້ບັນດາລັດຖະບານ, ສະມາຄົມວິສາຫະກິດ ແລະ ບໍລິສັດ ໄດ້ສຶກສາເນື້ອໃນຂໍ້ຜູກພັນຕ່າງໆ ແລະ ກະກຽມແຜນການເພື່ອນຳໃຊ້ຜົນປະໂຫຍດເມື່ອສັນຍາມີຜົນບັງຄັບໃຊ້.

ເມື່ອກ່າວເຖິງແນວໂນ້ມການຮ່ວມມື, ທ່ານ Sieber ເຫັນວ່າ ສະວິດ ເປັນຕະຫຼາດທີ່ມີກຳລັງຊື້ສູງ, ມີທ່າແຮງຫຼາຍສຳລັບສິນຄ້າອຸປະໂພກບໍລິໂພກ, ຜະລິດຕະພັນອຸດສາຫະກຳ ແລະ ການບໍລິການຂອງຫວຽດນາມ, ໂດຍສະເພາະສຳລັບບັນດາວິສາຫະກິດສົ່ງອອກຂະໜາດນ້ອຍ ແລະ ກາງ.

ພ້ອມກັນນັ້ນ, ສະວິດ ຍັງສາມາດກາຍເປັນຈຸດໝາຍປາຍທາງດ້ານການລົງທຶນ ແລະ ປະຕູສູ່ຕະຫຼາດສະຫະພາບເອີຣົບ (EU) ສຳລັບບັນດາວິສາຫະກິດຫວຽດນາມ, ໂດຍສະເພາະໃນຂົງເຂດການເງິນ, ເຕັກໂນໂລຊີຊີວະພາບ, ກົນຈັກຄວາມແມ່ນຍຳສູງ, ຢາປົວພະຍາດ, ການສຶກສາ ແລະ ການບໍລິການໂຮງແຮມ.

ໝູ່ເພື່ອນຊາວສະວິດ ແລະ ເລື່ອງຂອງທຸງສັນຕິພາບຢູ່ເທິງສຸດຂອງຈອມວິຫານ Notre Dame Cathedral Paris ໝູ່ເພື່ອນຊາວສະວິດ ແລະ ເລື່ອງຂອງທຸງສັນຕິພາບຢູ່ເທິງສຸດຂອງຈອມວິຫານ Notre Dame Cathedral Paris
ຍສໝ - ນັບແຕ່ວັນທີ 15 – 19 ພະຈິກ, ຢູ່ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບ 2 ເພື່ອນມິດສະວິດ ທີ່ພິເສດຢ່າງສົມກຽດຄື: ທ່ານ Olivier Parriaux ແລະ ທ່ານ Bernard Bachelard. ຫຼາຍກວ່າເຄິ່ງສະຕະວັດກ່ອນ (ປີ 1969), ພ້ອມກັບທ່ານ Noé Graff, ເຂົາເຈົ້າໄດ້ປະຕິບັດຢ່າງກ້າຫານ ແລະ ເປັນສັນຍາລັກຄື: ແຂວນທຸງຊາດຂອງກອງທັບປົດປ່ອຍພາກໃຕ້ ຫວຽດນາມ ຢູ່ເທິງຈອມຂອງ Notre Dame Cathedral Paris (ຝຣັ່ງ). ເຖິງ​ວ່າ​ທ່ານ Noé Graff ບໍ່​ສາມາດ​ເຂົ້າ​ຮ່ວມ​ການ​ຢ້ຽມຢາມ​ຍ້ອນ​ເຫດຜົນ​ດ້ານ​ສຸຂະພາບ​ກໍ່ຕາມ, ​ແຕ່​ທ່ານ Olivier Parriaux ​ແລະ Bernard Bachelard ຍັງ​ສືບ​ຕໍ່ການ​ເດີນທາງເພື່ອຕິດພັນການ​ພົວພັນ​ມິດຕະພາບ​ກັບ​ຫວຽດນາມ ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍນີ້.
ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ສະ​ວິດ - ຫວຽດ​ນາມ: ຄວາມ​ພາກ​ພູມ​ໃຈ​ທີ່​ໄດ້​ເຫັນ​ການ​ເຕີບ​ໂຕ​ຂອງ​ຫວຽດ​ນາມ ພາຍຫຼັງ 80 ປີ​ແຫ່ງ​ວັນ​ຊາດ ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ສະ​ວິດ - ຫວຽດ​ນາມ: ຄວາມ​ພາກ​ພູມ​ໃຈ​ທີ່​ໄດ້​ເຫັນ​ການ​ເຕີບ​ໂຕ​ຂອງ​ຫວຽດ​ນາມ ພາຍຫຼັງ 80 ປີ​ແຫ່ງ​ວັນ​ຊາດ
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ (2 ກັນຍາ 1945 – 2 ກັນຍາ 2025), ທ່ານນາງ Anjuska Marija Weil, ປະທານສະມາຄົມມິດຕະພາບສະວິດ - ຫວຽດນາມ ໄດ້ແບ່ງປັນຄວາມຕື້ນຕັນໃຈ​ເມື່ອໄດ້ເຫັນປະເທດ ເຊິ່ງນາງເຄີຍຕໍ່ສູ້ເພື່ອສັນຕິພາບ ແລະ ເອກະລາດກັບເພື່ອນມິດສາກົນ, ປະຈຸບັນໄດ້ພັດທະນາຢ່າງເຂັ້ມແຂງ ແລະ ເຊື່ອມຕໍ່ນັບມື້ນັບເລີກເຊິ່ງກັບສະວິດ.

ຄຳສີ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ