ຍົກລະດັບການຮ່ວມມືດ້ານການຈັດຕັ້ງປະຕິບັດກົດໝາຍ ຫວຽດນາມ - ສາທາລະນະລັດ ເຊັກ

15:30 | 20/10/2026

ຍສໝ - ຄຽງຄູ່ກັບບັນດາມາດຕະການເພີ່ມທະວີການຮ່ວມມືຕ້ານ, ປາບປາມອາຊະຍາກຳ ແລະ ການປະຕິບັດໂທດທາງອາຊາ, ບັນຫາການຜ່ອນຜັນນະໂຍບາຍວີຊາ ແລະ ການຮັບເອົາແຮງງານຫວຽດນາມ ໄດ້ຖືກຄະນະຜູ້ແທນລະດັບສູງ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ແລະ ກະຊວງຍຸຕິທຳ ສາທາລະນະລັດ ເຊັກ ນຳມາປຶກສາຫາລືຢ່າງຕັ້ງໜ້າ ໃນກອງປະຊຸມເຮັດວຽກເມື່ອບໍ່ດົນມານີ້.

ດຳລັດໃໝ່ທີ່ຊີ້ນຳການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການປະມົງ: ການຄຸ້ມຄອງເຮືອຫາປາທີ່ເຂັ້ມງວດຂຶ້ນ ແລະ ການຕ້ານການຫາປາ IUU. ກອງທັບເຮືອປະຕິບັດກົດໝາຍທາງທະເລຫວຽດນາມ ແລະ ກຳລັງປ້ອງກັນຊາຍຝັ່ງຟີລິບປິນ ຈັດການແລກປ່ຽນນາຍທະຫານໜຸ່ມຄັ້ງທີ I

ແຕ່ວັນທີ 11-12 ຕຸລາ, ຄະນະຜູ້ແທນລະດັບສູງ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ໂດຍແມ່ນ ທ່ານ ພົນໂທ ເລ ກວົກ ຮຸ່ງ, ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ເປັນຫົວໜ້າຄະນະ, ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບ ກະຊວງຍຸຕິທຳ ສາທາລະນະລັດ ເຊັກ ເພື່ອເພີ່ມທະວີການຮ່ວມມືດ້ານການຈັດຕັ້ງປະຕິບັດກົດໝາຍ, ການຕ້ານ ແລະ ປາບປາມອາຊະຍາກຳ, ການປະຕິບັດໂທດທາງອາຊາ ແລະ ຊຸກຍູ້ການຮ່ວມມືດ້ານແຮງງານ, ວີຊາ.

ໃນກອງປະຊຸມເຮັດວຽກ, ທ່ານ ຮອງລັດຖະມົນຕີ ເລ ກວົກ ຮຸ່ງ ໄດ້ຕີລາຄາສູງຕໍ່ການຂະຫຍາຍຕົວຢ່າງຕັ້ງໜ້າ ຂອງສາຍພົວພັນຫຸ້ນສ່ວນຍຸດທະສາດສອງຝ່າຍ. ບັນດາສັນຍາກ່ຽວກັບການຮ່ວມມືຕ້ານ ແລະ ປາບປາມອາຊະຍາກຳ (2019) ແລະ ການສົ່ງມອບຜູ້ຖືກຕັດສິນໂທດຈຳຄຸກ (2017) ໄດ້ສ້າງຂອບນິຕິກຳທີ່ສໍາຄັນ ຊ່ວຍໃຫ້ສອງປະເທດປະສານສົມທົບການຕໍ່ສູ້ຕ້ານອາຊະຍາກຳຂ້າມຊາດ, ຢາເສບຕິດ, ເຕັກໂນໂລຊີສູງ ແລະ ການຕິດຕາມຈັບຕົວຜູ້ຫຼົບໜີຄະດີ ຢ່າງມີປະສິດທິຜົນ. ທ່ານຍັງໄດ້ແຈ້ງໃຫ້ຊາບວ່າ ປະຊາຄົມຄົນຫວຽດນາມ 100.000 ຄົນ ຢູ່ ເຊັກ ໂດຍທົ່ວໄປແມ່ນປະຕິບັດຕາມກົດໝາຍຂອງປະເທດເຈົ້າພາບເປັນຢ່າງດີ.

ຍົກລະດັບການຮ່ວມມືດ້ານການຈັດຕັ້ງປະຕິບັດກົດໝາຍ ຫວຽດນາມ - ສາທາລະນະລັດ ເຊັກ

ຄະນະຜູ້ແທນລະດັບສູງ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ຖ່າຍຮູບເປັນທີ່ລະນຶກ ຮ່ວມກັບ ຜູ້ຕາງໜ້າ ກະຊວງຍຸຕິທຳ ສາທາລະນະລັດ ເຊັກ.

ເພື່ອຊຸກຍູ້ການຮ່ວມມືຢ່າງມີໝາກຜົນຕົວຈິງ, ທ່ານ ຮອງລັດຖະມົນຕີ ໄດ້ສະເໜີໃຫ້ເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ແບ່ງປັນບົດຮຽນການຕ້ານ ແລະ ປາບປາມອາຊະຍາກຳທີ່ມີການຈັດຕັ້ງ, ການຫັນເປັນດິຈິຕອນ ແລະ ຄວາມປອດໄພທາງໄຊເບີ. ພ້ອມດຽວກັນນັ້ນ, ສອງຝ່າຍຕ້ອງຟ້າວຊຸກຍູ້ການເຈລະຈາສັນຍາສົ່ງຜູ້ຮ້າຍຂ້າມແດນ, ຄົ້ນຄວ້າສ້າງສາຍດ່ວນ ແລະ ຮັບປະກັນຄວາມປອດໄພຢ່າງສົມບູນ ແກ່ພົນລະເມືອງ, ອົງການຕາງໜ້າຂອງສອງປະເທດ, ບໍ່ປ່ອຍໃຫ້ບັນດາອົງການຈັດຕັ້ງມີການອາໄສດິນແດນເພື່ອຕ້ານທານກັນ ແລະ ກັນ.

ທາງດ້ານຝ່າຍ ເຊັກ, ທ່ານ Adam Šimice, ຮອງລັດຖະມົນຕີ ກະຊວງຍຸຕິທຳ ໄດ້ຕີລາຄາສູງຕໍ່ຄວາມພະຍາຍາມໃນການຕ້ານ ແລະ ປາບປາມການສໍ້ລາດບັງຫຼວງຂອງ ຫວຽດນາມ ແລະ ພ້ອມທີ່ຈະແບ່ງປັນບົດຮຽນກ່ຽວກັບການເຮັດໃຫ້ນະໂຍບາຍມີຄວາມໂປ່ງໃສ. ສຳລັບບັນຫາການຮັບເອົາແຮງງານ, ຝ່າຍ ເຊັກ ໄດ້ເນັ້ນໜັກວ່າ ນະໂຍບາຍການຍົກຍ້າຍຖິ່ນຖານ ຕ້ອງຕິດພັນກັບຂໍ້ຮຽກຮ້ອງດ້ານຄວາມສະຫງົບ, ສະກັດກັ້ນຄວາມສ່ຽງໃນການປອມແປງເອກະສານຂອງອາຊະຍາກຳທີ່ມີການຈັດຕັ້ງ. ເຖິງຢ່າງໃດກໍຕາມ, ເຊັກ ຢືນຢັນວ່າຈະສ້າງເງື່ອນໄຂສະດວກໃຫ້ແກ່ຄົນຫວຽດນາມ ໃນການດຳລົງຊີວິດ, ເຮັດວຽກ ແລະ ເຊື່ອມໂຍງຢູ່ສະເໝີ.

ໃນກອງປະຊຸມ, ທ່ານ ຢືອງ ຮວາຍ ນາມ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເຊັກ ໄດ້ສະເໜີໃຫ້ ກະຊວງມະຫາໄທ ຂອງປະເທດເຈົ້າພາບ ຟ້າວເປັນເສນາທິການໃຫ້ລັດຖະບານ ພິຈາລະນາຮັບເອົາແຮງງານຫວຽດນາມ, ໂດຍສະເພາະແມ່ນໃນເວລານີ້ ເຊັກ ໄດ້ຮັບເອົາແຮງງານຫຼາຍກວ່າ 13.000 ຄົນ ຈາກ ຟີລິບປິນ ແລະ ອິນໂດເນເຊຍ ແລ້ວ. ທ່ານເອກອັກຄະລັດຖະທູດ ກໍໄດ້ສະເໜີໃຫ້ ເຊັກ ພິຈາລະນາຍົກເວັ້ນວີຊາ ສຳລັບໜັງສືຜ່ານແດນລັດຖະການຂອງ ຫວຽດນາມ ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ການແລກປ່ຽນຄະນະຜູ້ແທນ, ໂດຍຫວັງວ່າບັນດາເນື້ອໃນເຫຼົ່ານີ້ຈະບັນລຸຜົນໄດ້ຮັບຢ່າງເປັນຮູບປະທຳ ໃນການຢ້ຽມຢາມ ຫວຽດນາມ ທີ່ຈະມາເຖິງຂອງ ທ່ານ Andrej Babiš, ນາຍົກລັດຖະມົນຕີ ເຊັກ.

ຫວຽດນາມ - ລາວ ຮ່ວມມືປະຕິບັດກົດໝາຍວ່າດ້ວຍປ່າໄມ້ ຫວຽດນາມ - ລາວ ຮ່ວມມືປະຕິບັດກົດໝາຍວ່າດ້ວຍປ່າໄມ້
ຫວ່າງມໍ່ໆມານີ້, ຢູ່ນະຄອນຮ່າຕີ໋ງ, ກົມໃຫຍ່ປ່າໄມ້ (ກະຊວງກະສິກໍາ-ພັດທະນາຊົນນະບົດຫວຽນາມ) ສົມທົບກັບກົມກວດກາປ່າໄມ້ - ສປປ ລາວ ໄດ້ຈັດຕ້ັງກອງປະຊຸມຕີລາຄາສະພາບການປະຕິບັດກົດໝາຍວ່າດ້ວຍປ່າໄມ້ ລະຫວ່າງກົມໃຫຍ່ປ່າໄມ້ຫວຽດນາມ ແລະກົມກວດກາປ່າໄມ້ລາວ.
ຫວຽດນາມ: ເຫັນຄວາມສໍາຄັນຂອງການປະຕິບັດກົດໝາຍສາກົນ ແລະ ເພີ່ມທະວີການພົວພັນຄູ່ຮ່ວມມື ທົ່ວໂລກ ຫວຽດນາມ: ເຫັນຄວາມສໍາຄັນຂອງການປະຕິບັດກົດໝາຍສາກົນ ແລະ ເພີ່ມທະວີການພົວພັນຄູ່ຮ່ວມມື ທົ່ວໂລກ
ຍສໝ - ໃນຕອນເຊົ້າຂອງວັນທີ 30 ພຶດສະພາ 2019, ກອງປະຊຸມອະນາຄົດ ອາຊີ ຄັ້ງທີ 25 ໄດ້ໄຂຂຶ້ນຢູ່ນະຄອນຫຼວງ ໂຕກຽວ, ຍີ່ປຸ່ນ ພາຍໃຕ້ຫົວຂໍ້ວ່າ: “ຊອກຫາຄວາມເປັນລະບຽບຮຽບຮ້ອຍໃໝ່ໃນທົ່ວໂລກ - ຜ່ານຜ່າຄວາມຂາດສະຖຽນລະພາບ”.

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ