| ກອງທັບເຮືອປະຕິບັດກົດໝາຍທາງທະເລຫວຽດນາມ ແລະ ກຳລັງປ້ອງກັນຊາຍຝັ່ງຟີລິບປິນ ຈັດການແລກປ່ຽນນາຍທະຫານໜຸ່ມຄັ້ງທີ I | |
| ການແລກປ່ຽນລະຫວ່າງປະຊາຊົນ ສືບຕໍ່ຖະນຸຖະໜອມສາຍພົວພັນ ຫວຽດນາມ - ຝຣັ່ງ |
ພາສາຫວຽດເປັນດັ່ງຈິດວິນຍານຂອງຊາດ, ເປັນສິ່ງທີ່ບັນທຶກ ແລະ ສືບທອດປະຫວັດສາດ, ຮີດຄອງປະເພນີ, ພູມປັນຍາ ແລະ ເອກະລັກວັດທະນະທຳຫວຽດນາມມາຕະຫຼອດຫຼາຍພັນປີ. ສຳລັບຊາວຫວຽດນາມທຸກຄົນ, ໂດຍສະເພາະຄົນຮຸ່ນໃໝ່ທີ່ເກີດ ແລະ ເຕີບໃຫຍ່ທ່າມກາງກະແສການເຊື່ອມໂຍງສາກົນ ຫຼື ອາໄສຢູ່ຕ່າງປະເທດ, ພາສາແມ່ຍັງເປັນສາຍໃຍທີ່ຜູກພັນພວກເຂົາກັບຄອບຄົວ, ຮາກເຫງົ້າ ແລະ ປິຕຸພູມ ນອກເໜືອຈາກບົດບາດໃນການສື່ສານ.
![]() |
| ພາສາຫວຽດ ບໍ່ພຽງແຕ່ແມ່ນພາຫະນະໃນການສື່ສານເທົ່ານັ້ນ ແຕ່ຍັງແມ່ນຮາກເຫງົ້າຂອງເອກະລັກ, ແມ່ນຄວາມຊົງຈຳທາງວັດທະນະທຳ ແລະ ແມ່ນສາຍໃຍຮັດແໜ້ນຄວາມສະໜິດແໜ້ນ ຂອງຊາວຫວຽດນາມຫຼາຍລ້ານຄົນ ຢູ່ທົ່ວທຸກມຸມໂລກ. |
ພາສາຫວຽດ ມໍລະດົກທີ່ຜູກພັນຄົນຫຼາຍຮຸ່ນ
ຄຸນຄ່າຂອງພາສາຫວຽດບໍ່ໄດ້ຈຳກັດຢູ່ພຽງການໃຊ້ຕິດຕໍ່ສື່ສານ. ໃນພາສານີ້ຍັງມີທັງລະບົບຄຸນຄ່າທາງວັດທະນະທຳ, ຈັນຍາທຳ, ວິຖີຊີວິດ, ວິທີຄິດ ແລະ ຈິດໃຈຂອງຄົນຫວຽດນາມ. ຄຳສັບແຕ່ລະຄຳລ້ວນມີຮ່ອງຮອຍແຫ່ງປະຫວັດສາດ; ຄຳສຸພາສິດ ແລະ ຄຳພັງເພີຍແຕ່ລະບົດໄດ້ຮັກສາພູມປັນຍາທີ່ບັນພະບຸລຸດສະສົມມາຫຼາຍຊົ່ວຄົນ. ແມ່ນແຕ່ວິທີເອີ້ນຂານ ແລະ ການໃຊ້ຄຳສັບພະນາມ ກໍສະທ້ອນໃຫ້ເຫັນຄວາມລະອຽດອ່ອນຂອງວັດທະນະທຳການປະພຶດປະຕິບັດຂອງຊາວຫວຽດນາມ.
ດ້ວຍເຫດນີ້, ສຳລັບຜູ້ທີ່ຈາກບ້ານເກີດເມືອງນອນໄປຢູ່ແດນໄກ, ຄວາມຄິດຮອດບ້ານເກີດບໍ່ໄດ້ມີພຽງພາບເຮືອນຊານ, ສາຍນ້ຳ ຫຼື ເສັ້ນທາງໃນຄວາມຊົງຈຳໄວເດັກ. ສຽງພາສາແມ່ກໍເປັນສິ່ງທີ່ພວກເຂົາຫວນຄິດເຖິງ, ເພາະໃນພາສານັ້ນມີຮາກເຫງົ້າ ແລະ ຄວາມຜູກພັນກັບປິຕຸພູມ.
ການອະນຸລັກ ແລະ ສືບທອດພາສາຫວຽດໃນປັດຈຸບັນ ຈຶ່ງບໍ່ແມ່ນພາລະໜ້າທີ່ຂອງຂະແໜງການສຶກສາ, ວົງການພາສາສາດ ຫຼື ອົງການຄຸ້ມຄອງລັດພຽງຝ່າຍດຽວ, ຫາກເປັນຄວາມຮັບຜິດຊອບຮ່ວມກັນຂອງທຸກພາກສ່ວນໃນສັງຄົມ.
ນັກຂ່າວ ໂດທິມິງຫງອກ, ຮອງປະທານປະຈຳການສະໂມສອນມໍລະດົກວັດທະນະທຳພາສາຫວຽດ ໃຫ້ຮູ້ວ່າ:
“ພາສາຫວຽດ ບໍ່ພຽງແຕ່ແມ່ນພາຫະນະໃນການສື່ສານເທົ່ານັ້ນ ແຕ່ຍັງແມ່ນຮາກເຫງົ້າຂອງເອກະລັກ, ແມ່ນຄວາມຊົງຈຳທາງວັດທະນະທຳ ແລະ ແມ່ນສາຍໃຍຮັດແໜ້ນຄວາມສະໜິດແໜ້ນ ຂອງຊາວຫວຽດນາມຫຼາຍລ້ານຄົນ ຢູ່ທົ່ວທຸກມຸມໂລກ.
ການສ້າງຕັ້ງສະໂມສອນມໍລະດົກວັດທະນະທຳພາສາຫວຽດ ບໍ່ພຽງແຕ່ແນໃສ່ຮັກສາຄວາມບໍລິສຸດຜຸດຜ່ອງຂອງພາສາຫວຽດເທົ່ານັ້ນ, ແຕ່ຍັງມຸ່ງໄປເຖິງການສ້າງສາຊຸມຊົນໜຶ່ງ ທີ່ຮ່ວມແຮງຮ່ວມໃຈກັນກະຈາຍຄວາມຮັກຕໍ່ກັບພາສາຫວຽດ, ບຳລຸງສ້າງຄວາມພາກພູມໃຈໃນປະຊາຊາດ ແລະ ເຊື່ອມຕໍ່ບັນດາຄົນຮຸ່ນຊາວຫວຽດນາມ ກັບບ້ານເກີດເມືອງນອນ.
ພວກຂ້າພະເຈົ້າມີຄວາມມຸ່ງມາດປາດຖະໜາເປັນພິເສດ ທີ່ຈະໄດ້ຮ່ວມເດີນທາງໄປພ້ອມກັບລູກຫຼານຊາວຫວຽດນາມອາໄສຢູ່ຕ່າງປະເທດ, ນັກຮຽນຢູ່ຕາມບັນດາໂຮງຮຽນສາກົນ ຢູ່ຫວຽດນາມ ແລະ ຊຸມຊົນຊາວຕ່າງປະເທດ ທີ່ຮັກແພງວັດທະນະທຳຫວຽດນາມ, ເພື່ອໃຫ້ພາສາຫວຽດ ກາຍເປັນຂົວຕໍ່ແຫ່ງຄວາມເຂົ້າອົກເຂົ້າໃຈ, ມິດຕະພາບ ແລະ ການຮ່ວມມື ລະຫວ່າງ ບັນດາພື້ນຖານວັດທະນະທຳ. ແຕ່ລະຄົນທີ່ຮັກແພງພາສາຫວຽດ ຕ່າງກໍສາມາດກາຍເປັນ 'ທູດວັດທະນະທຳ' ຜູ້ໜຶ່ງ, ປະກອບສ່ວນນຳເອົາບັນດາຄຸນຄ່າອັນດີງາມຂອງຫວຽດນາມ ກະຈາຍໄປສູ່ເພື່ອນມິດສາກົນ”, ນັກຂ່າວ ໂດທິມິງຫງອກ ເນັ້ນໜັກ.
ທຸກຄັ້ງທີ່ເດັກນ້ອຍຊາວຫວຽດນາມຢູ່ແດນໄກຍັງເວົ້າພາສາແມ່ໄດ້, ນັກຮຽນໂຮງຮຽນສາກົນມີຄວາມສົນໃຈຮຽນພາສາຫວຽດ ຫຼື ເພື່ອນມິດຊາວຕ່າງປະເທດເຂົ້າໃຈວັດທະນະທຳຫວຽດນາມຫຼາຍຂຶ້ນຜ່ານພາສາ, ນັ້ນກໍເປັນອີກຜົນສຳເລັດໜຶ່ງຂອງການຮັກສາ ແລະ ເຜີຍແຜ່ມໍລະດົກວັດທະນະທຳຫວຽດນາມ. ສະໂມສອນມໍລະດົກວັດທະນະທຳພາສາຫວຽດ ປາດຖະໜາຈະເປັນບ້ານຮ່ວມຂອງຜູ້ທີ່ຮັກແພງພາສາຫວຽດຢູ່ທົ່ວໂລກ.
![]() |
| ການສ້າງຕັ້ງສະໂມສອນມໍລະດົກວັດທະນະທຳພາສາຫວຽດ ບໍ່ພຽງແຕ່ແນໃສ່ຮັກສາຄວາມບໍລິສຸດຜຸດຜ່ອງຂອງພາສາຫວຽດເທົ່ານັ້ນ, ແຕ່ຍັງມຸ່ງໄປເຖິງການສ້າງສາຊຸມຊົນໜຶ່ງ ທີ່ຮ່ວມແຮງຮ່ວມໃຈກັນກະຈາຍຄວາມຮັກຕໍ່ກັບພາສາຫວຽດ, ບຳລຸງສ້າງຄວາມພາກພູມໃຈໃນປະຊາຊາດ ແລະ ເຊື່ອມຕໍ່ບັນດາຄົນຮຸ່ນຊາວຫວຽດນາມ ກັບບ້ານເກີດເມືອງນອນ. |
ສະໂມສອນພາສາຫວຽດ ເປີດກວ້າງການຮ່ວມມືທາງວັດທະນະທຳ
ສະໂມສອນມໍລະດົກວັດທະນະທຳພາສາຫວຽດ ເປັນອົງການທີ່ຂຶ້ນກັບກອງທຶນສະໜັບສະໜູນການອະນຸລັກມໍລະດົກວັດທະນະທຳຫວຽດນາມ. ສະໂມສອນດຳເນີນງານດ້ວຍຈິດໃຈສະໝັກໃຈ, ບໍ່ຫວັງຜົນກຳໄລ ແລະ ມີເປົ້າໝາຍລວມຕົວຜູ້ຄົນໃຫ້ເປັນຊຸມຊົນທີ່ສາມັກຄີ, ສ້າງສັນ ແລະ ມີຈິດສຳນຶກຮັບຜິດຊອບຕໍ່ການອະນຸລັກ ແລະ ສົ່ງເສີມພາສາຫວຽດ.
ສະມາຊິກ ແລະ ຜູ້ເຂົ້າຮ່ວມຂອງສະໂມສອນປະກອບມີ ນັກຄົ້ນຄວ້າ, ຜູ້ຊ່ຽວຊານດ້ານພາສາ, ການສຶກສາ ແລະ ວັດທະນະທຳ; ຄູອາຈານ, ນັກຂຽນ, ສິລະປິນ, ນັກຂ່າວ, ນັກທຸລະກິດ, ຜູ້ເຄື່ອນໄຫວວຽກງານວັດທະນະທຳ; ພົນລະເມືອງຫວຽດນາມພາຍໃນປະເທດ ແລະ ຊຸມຊົນຊາວຫວຽດນາມຢູ່ຕ່າງປະເທດ.
ພ້ອມກັນນັ້ນ, ສະໂມສອນຍັງເປີດກວ້າງໃຫ້ນັກຮຽນ, ນັກສຶກສາ ແລະ ໄວໜຸ່ມທີ່ຮັກພາສາຫວຽດ; ບັນດາໂຮງຮຽນ, ສະຖາບັນການສຶກສາ ແລະ ສູນຝຶກອົບຮົມພາສາຫວຽດ; ລວມເຖິງຊາວຕ່າງປະເທດທີ່ກຳລັງອາໄສ, ຮ່ຳຮຽນ ຫຼື ເຮັດວຽກຢູ່ຫວຽດນາມ ແລະ ມີຄວາມສົນໃຈຄົ້ນຄວ້າພາສາກັບວັດທະນະທຳຫວຽດນາມ.
ສຳລັບຊາວຫວຽດນາມ, ໂດຍສະເພາະຄົນຮຸ່ນໜຸ່ມທີ່ເຕີບໃຫຍ່ຢູ່ຕ່າງແດນ ຫຼື ໃນສະພາບແວດລ້ອມທີ່ມີຫຼາຍພາສາ ແລະ ຫຼາຍວັດທະນະທຳ, ພາສາຫວຽດເປັນສາຍສຳພັນທີ່ຊ່ວຍໃຫ້ພວກເຂົາບໍ່ຫ່າງເຫີນຈາກຄອບຄົວ, ຮາກເຫງົ້າ ແລະ ຊາດກຳເນີດ.
ທ່ານນາງ ໂດທິມິງຫງອກ ໃຫ້ຮູ້ຕື່ມວ່າ:
“ທັນທີພາຍຫຼັງການສ້າງຕັ້ງ, ສະໂມສອນຈະຜັນຂະຫຍາຍຫຼາຍແຜນງານຈຸດສຸມ: ຈັດຕັ້ງວັນບຸນມໍລະດົກພາສາຫວຽດ ແລະ ບັນດາເຫດການປະຈຳປີເພື່ອເຊີດຊູພາສາຫວຽດ; ຈັດຕັ້ງເວທີປາໄສ, ກອງປະຊຸມສຳມະນາ, ການໂອ້ລົມສົນທະນາກ່ຽວກັບການອະນຸລັກ ແລະ ເສີມຂະຫຍາຍພາສາຫວຽດ ພາຍໃຕ້ສະພາບແວດລ້ອມແຫ່ງການເຊື່ອມໂຍງສາກົນ.
ຄຽງຄູ່ກັນນັ້ນ, ສ້າງບັນດາແຜນງານທັດສະນະສຶກສາ ແລະ ປະສົບການຕົວຈິງກ່ຽວກັບພາສາຫວຽດ ແລະ ວັດທະນະທຳຫວຽດນາມ ໃຫ້ແກ່ເດັກນ້ອຍ, ຊາວຫວຽດນາມທີ່ອາໄສຢູ່ຕ່າງປະເທດ ແລະ ຊາວຕ່າງປະເທດທີ່ຮັກແພງພາສາຫວຽດ ແລະ ວັດທະນະທຳຫວຽດ. ປະສານງານກັບບັນດາໂຮງຮຽນ, ສະຖາບັນຄົ້ນຄວ້າ, ອົງການຈັດຕັ້ງການສຶກສາ ແລະ ວັດທະນະທຳ ທັງພາຍໃນປະເທດ ແລະ ສາກົນ ເພື່ອຂະຫຍາຍບັນດາແຜນງານການຮຽນ-ການສອນພາສາຫວຽດ.
ໃນຂະນະດຽວກັນ, ຈັດຕັ້ງບັນດາການແຂ່ງຂັນ, ແຜນງານແລກປ່ຽນວັດທະນະທຳ, ສິລະປະ ແລະ ການທັດສະນະສຶກສາມໍລະດົກ ໃຫ້ແກ່ໄວໜຸ່ມ, ເຍົາວະຊົນ ແລະ ຊຸມຊົນສາກົນ. ສ້າງຕັ້ງບັນດາສະໂມສອນສະມາຊິກ, ສາຂາ ແລະ ເຄືອຂ່າຍຜູ້ຕາງໜ້າຢູ່ຕາມບັນດາທ້ອງຖິ່ນ, ພ້ອມທັງຂະຫຍາຍການເຊື່ອມຕໍ່ກັບຊຸມຊົນຊາວຫວຽດນາມຢູ່ຕ່າງປະເທດ”.
ໃນກະແສໂລກາພິວັດ ແລະ ການເຊື່ອມໂຍງສາກົນ, ພາສາຫວຽດມີໂອກາດໄດ້ຮັບການເຜີຍແຜ່ໃຫ້ກວ້າງຂວາງຂຶ້ນ, ແຕ່ຂະນະດຽວກັນກໍປະເຊີນກັບຄວາມສ່ຽງທີ່ຄົນຮຸ່ນໃໝ່ອາດຫ່າງເຫີນຈາກພາສາແມ່ ຫາກຂາດການສືບທອດຢ່າງຕັ້ງໃຈ. ການຮັກສາຄວາມບໍລິສຸດຜຸດຜ່ອງຂອງພາສາຫວຽດຈຶ່ງບໍ່ແມ່ນເລື່ອງໄກຕົວ, ຫາກເລີ່ມໄດ້ຈາກວິທີເວົ້າ, ການຂຽນ ແລະ ການປະພຶດປະຕິບັດໃນຊີວິດປະຈຳວັນ. ຄຳເວົ້າທີ່ໃຊ້ຢ່າງຖືກຕ້ອງ ແລະ ຕົວອັກສອນທີ່ຂຽນດ້ວຍຄວາມໃສ່ໃຈ ລ້ວນເປັນການປະກອບສ່ວນອະນຸລັກມໍລະດົກພາສາຂອງຊາດ.
ຍິ່ງໃນຍຸກທີ່ບັນດາວັດທະນະທຳມີການແລກປ່ຽນ ແລະ ປະສົມປະສານກັນຢ່າງກວ້າງຂວາງ, ພາສາຫວຽດຍິ່ງຕ້ອງໄດ້ຮັບການທະນຸຖະໜອມໃຫ້ເປັນດັ່ງ “ບັດປະຈຳຕົວທາງວັດທະນະທຳ” ອັນບໍ່ອາດມີສິ່ງໃດມາທົດແທນໄດ້.
| ຍົກສູງບົດບາດ ຫວຽດນາມ ພາຍໃນການຮ່ວມມື ວັດທະນະທຳ - ສັງຄົມ ASEAN ຍສໝ - ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫາກຊົງປະກາດໃຊ້ ຂໍ້ຕົກລົງສະບັບເລກທີ 1541/QĐ-BVHTTDL ກ່ຽວກັບ ແຜນການເຄື່ອນໄຫວ ໄລຍະປີ 2026-2030 ຜັນຂະຫຍາຍ ແຜນງານເຄື່ອນໄຫວ ປະຕິບັດແຜນການຍຸດທະສາດ ປະຊາຄົມວັດທະນະທຳ - ສັງຄົມ ASEAN ຢູ່ ຫວຽດນາມ ໄລຍະປີ 2026-2035. |
| ລະດົມທົ່ວປວງຊົນເຂົ້າຮ່ວມວຽກງານຊອກຫາ, ເກັບໂຮມອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ ຍສໝ - ກຳແໜ້ນຄຳຊີ້ນຳຂອງທ່ານນາຍົກລັດຖະມົນຕີ ເລມິງຮຶງ ຢູ່ທີ່ພິທີ “ເດັດຂາດບໍ່ຢຸດເຊົາ ໃນເວລາທີ່ອັດຖິຂອງບັນດາທະຫານເສຍສະຫຼະຊີວິດເພື່ອຊາດ ຍັງບໍ່ທັນໄດ້ຮັບການເກັບໂຮມຢ່າງຄົບຖ້ວນ”, ສູ້ຊົນບັນລຸ ແລະ ລື່ນກາຍຄາດໝາຍທີ່ວາງໄວ້ ຢູ່ທີ່ບັ້ນຮົບ 500 ວັນແລະຄືນ. |
ມີງດຶກ

