ການຮັກສາຄວາມບໍລິສຸດຜຸດຜ່ອງຂອງພາສາຫວຽດ - ເຊື່ອມຕໍ່ຊຸມຊົນ, ກະຈາຍຄຸນຄ່າວັດທະນະທຳຫວຽດນາມ
ຍສໝ - ພາສາຫວຽດ ແມ່ນຈິດວິນຍານຂອງປະຊາຊາດ, ແມ່ນພາຫະນະຮັກສາປະຫວັດສາດ, ຮີດຄອງປະເພນີ, ຄວາມຮູ້ ແລະ ເອກະລັກວັດທະນະທຳຫວຽດນາມ ຜ່ານຫຼາຍພັນປີ. ສຳລັບຊາວຫວຽດນາມແຕ່ລະຄົນ, ເປັນພິເສດແມ່ນຄົນຮຸ່ນໜຸ່ມທີ່ເກີດ ແລະ ເຕີບໃຫຍ່ພາຍໃຕ້ສະພາບແວດລ້ອມແຫ່ງການເຊື່ອມໂຍງ ຫຼື ຢູ່ຕ່າງປະເທດ, ພາສາຫວຽດ ບໍ່ພຽງແຕ່ແມ່ນພາສາໃນການສື່ສານເທົ່ານັ້ນ ແຕ່ຍັງແມ່ນສາຍໃຍເຊື່ອມຕໍ່ກັບຮາກເຫງົ້າ, ຄອບຄົວ ແລະ ບ້ານເກີດເມືອງນອນອີກດ້ວຍ.