| ກອງທັບຫວຽດນາມ - ລາວ - ກຳປູເຈຍ ປະສານສົມທົບຝຶກຊ້ອມຮັບມືກັບພາຍຸໄຕ້ຝຸ່ນຮຸນແຮງພິເສດ ຫວຽດນາມ - ລາວ ເລັ່ງລັດການເຊື່ອມໂຍງທາງເສດຖະກິດ, ມຸ່ງສູ່ເປົ້າໝາຍມູນຄ່າການຄ້າ 5 ຕື້ໂດລາສະຫະລັດ |
ເຂົ້າຮ່ວມລາຍການມີທ່ານ ຫງວຽນ ມິງ ເຕິມ, ເອກອັກຄະລັດຖະທູດຫວຽດນາມປະຈຳລາວ ພ້ອມດ້ວຍພັນລະຍາ; ຜູ້ຕາງໜ້າບັນດາອົງການປະຈຳສະຖານທູດ; ສະມາຄົມອະດີດນັກສຶກສາລາວທີ່ເຄີຍຮ່ຳຮຽນຢູ່ຫວຽດນາມ; ບັນດາສະມາຄົມຊາວຫວຽດນາມ, ວິສາຫະກິດຂອງສອງປະເທດ ພ້ອມດ້ວຍສະມາຊິກ, ແມ່ຍິງ ແລະ ພີ່ນ້ອງໃນຊຸມຊົນຈຳນວນຫຼາຍ.
ກ່າວຄຳປາໄສເປີດງານ, ທ່ານນາງ ບຽນ ທິ ກີ, ປະທານສະໂມສອນມໍລະດົກຊຸດເສື້ອຍາວຫວຽດນາມປະຈຳລາວ ໄດ້ທົບທວນຄືນມູນເຊື້ອຂອງແມ່ຍິງຫວຽດນາມ ຜ່ານ 8 ຄຳອັນຊົງກຽດ “ວິລະຊົນ - ບໍ່ຍອມຈຳນົນ - ຊື່ສັດ ແລະ ເມດຕາ - ເກັ່ງກ້າໃນການຮັບຜິດຊອບ” ທີ່ປະທານໂຮ່ຈີມິນໄດ້ມອບໃຫ້.
![]() |
| ທ່ານ ຫງວຽນ ມິງ ເຕິມ, ເອກອັກຄະລັດຖະທູດຫວຽດນາມປະຈຳລາວ ມອບຊໍ່ດອກໄມ້ອວຍພອນສະໂມສອນມໍລະດົກຊຸດເສື້ອຍາວຫວຽດນາມປະຈຳລາວ. (ພາບ: ຊວັນ ຕູ໊/ສຳນັກຂ່າວສານຫວຽດນາມປະຈຳລາວ) |
ທ່ານນາງຢືນຢັນວ່າ ບໍ່ວ່າຈະດຳລົງຊີວິດຢູ່ແຫ່ງໃດກໍຕາມ, ແມ່ຍິງຫວຽດນາມຍັງຄົງສົ່ງເສີມຄວາມກ້າຫານ, ສະຕິປັນຍາ ແລະ ຄວາມເມດຕາ, ທະນຸຖະໜອມຄວາມສຸກຂອງຄອບຄົວ ແລະ ປະກອບສ່ວນໃຫ້ແກ່ບ້ານເກີດເມືອງນອນ ແລະ ປະເທດຊາດ. ໃນຊຸມຊົນຊາວຫວຽດນາມຢູ່ລາວ, ແມ່ຍິງມີບົດບາດສຳຄັນໃນການອະນຸລັກພາສາຫວຽດນາມ, ຮີດຄອງປະເພນີ ແລະ ວິຖີຊີວິດຄອບຄົວແບບດັ້ງເດີມ, ພ້ອມທັງເປັນເຈົ້າການປັບຕົວເຂົ້າກັບສັງຄົມທ້ອງຖິ່ນ ແລະ ສ້າງຄວາມຜູກພັນກັບປະເທດທີ່ຕົນອາໄສຢູ່.
ຕາມທ່ານນາງ ບຽນ ທິ ກີ ແລ້ວ, ສະໂມສອນມໍລະດົກຊຸດເສື້ອຍາວຫວຽດນາມປະຈຳລາວ ໄດ້ຖືກສ້າງຕັ້ງຂຶ້ນເພື່ອເຕົ້າໂຮມຜູ້ທີ່ຮັກ ແລະ ຊື່ນຊອບຊຸດເສື້ອຍາວ, ແນະນຳຄວາມງາມຂອງເຄື່ອງນຸ່ງຖືປະເພນີຫວຽດນາມຢູ່ດິນແດນລ້ານຊ້າງ. ນີ້ຍັງເປັນສະຖານທີ່ໃຫ້ບັນດາສະມາຊິກໄດ້ພົບປະ, ແບ່ງປັນ ແລະ ຊ່ວຍເຫຼືອກັນໃນວຽກງານ ແລະ ຊີວິດ, ຜ່ານນັ້ນປະກອບສ່ວນທະນຸຖະໜອມສາຍສຳພັນມິດຕະພາບພິເສດລະຫວ່າງສອງຊາດ.
ກ່າວຄຳອວຍພອນໃນລາຍການ, ທ່ານ ຫງວຽນ ມິງ ເຕິມ, ເອກອັກຄະລັດຖະທູດ ໄດ້ຕີລາຄາສູງຕໍ່ຂໍ້ລິເລີ່ມຈັດລາຍການຂອງສະໂມສອນ, ພ້ອມທັງຮັບຮູ້ບັນດາການປະກອບສ່ວນອັນສຳຄັນຂອງແມ່ຍິງຫວຽດນາມໃນປະຫວັດສາດການສ້າງຊາດ ແລະ ປົກປັກຮັກສາຊາດ.
ທ່ານເອກອັກຄະລັດຖະທູດເນັ້ນໜັກວ່າ ແມ່ຍິງຫວຽດນາມຢູ່ລາວ ບໍ່ພຽງແຕ່ເບິ່ງແຍງຄອບຄົວ ແລະ ຮັກສາມູນເຊື້ອປະເພນີເທົ່ານັ້ນ, ແຕ່ຍັງເປັນເຈົ້າການໃນການອອກແຮງງານ, ການຜະລິດ, ການດຳເນີນທຸລະກິດ, ເຂົ້າຮ່ວມກິດຈະກຳການກຸສົນ ແລະ ເສີມສ້າງຄວາມຜູກພັນກັບປະຊາຊົນລາວ.
ທ່ານເອກອັກຄະລັດຖະທູດປາຖະໜາຢາກໃຫ້ສະໂມສອນສືບຕໍ່ປະສົມປະສານກິດຈະກຳຍ້ອງຍໍຊຸດເສື້ອຍາວກັບການອະນຸລັກພາສາຫວຽດນາມ ແລະ ໂຄສະນາເຜີຍແຜ່ວັດທະນະທຳຂອງຊາດ; ພ້ອມທັງດຶງດູດການເຂົ້າຮ່ວມຂອງຄົນຮຸ່ນໜຸ່ມ ແລະ ແມ່ຍິງລາວ, ປະກອບສ່ວນເສີມສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຄວາມຜູກພັນທາງຍຸດທະສາດຫວຽດນາມ - ລາວ.
ຕາງໜ້າສະມາຄົມອະດີດນັກສຶກສາລາວທີ່ເຄີຍຮ່ຳຮຽນຢູ່ຫວຽດນາມ, ທ່ານນາງ ສີສຸກ ວົງວິຈິດ (Sisouk Vongvichit), ອະດີດຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາລາວ ໄດ້ສົ່ງຄຳອວຍພອນເຖິງແມ່ຍິງຫວຽດນາມເນື່ອງໃນວັນທີ 20/10, ພ້ອມທັງສະແດງຄວາມຮັກແພງ ແລະ ຄວາມຮູ້ບຸນຄຸນຕໍ່ບັນດາແມ່ຍິງຫວຽດນາມທີ່ໄດ້ເບິ່ງແຍງ ແລະ ຊ່ວຍເຫຼືອນັກສຶກສາລາວຫຼາຍຮຸ່ນຄົນ.
ທ່ານນາງໄດ້ແບ່ງປັນດ້ວຍຄວາມຊາບຊຶ້ງໃຈວ່າ: “ພວກເຮົາ, ບັນດາລູກຫຼານຂອງປະເທດລາວ ໄດ້ເຕີບໃຫຍ່ຂຶ້ນໃນອ້ອມແຂນແຫ່ງຄວາມຮັກແພງຂອງປະເທດຫວຽດນາມ. ປະເທດລາວໄດ້ມອບສາຍເລືອດໃຫ້ພວກເຮົາ, ແຕ່ບັນດາແມ່ຍິງຫວຽດນາມນັ້ນເອງທີ່ໄດ້ມອບນ້ຳນົມອັນຫວານຊື່ນແຫ່ງຄວາມຮັກເພື່ອນມະນຸດ ແລະ ຄວາມເມດຕາໃຫ້ພວກເຮົາ. ບຸນຄຸນອັນນັ້ນ, ບັນດາອະດີດນັກສຶກສາລາວຈະບໍ່ມີວັນລືມຕະຫຼອດຊີວິດ”.
ຈຸດເດັ່ນຂອງລາຍການແມ່ນກິດຈະກຳມອບຊຸດເສື້ອຍາວ 50 ຊຸດໃຫ້ແກ່ບັນດາສະມາຊິກຍິງຂອງສະມາຄົມອະດີດນັກສຶກສາລາວທີ່ເຄີຍຮ່ຳຮຽນຢູ່ຫວຽດນາມ. ຂອງຂວັນເຫຼົ່ານີ້ສະແດງເຖິງຄວາມຮັກແພງ ແລະ ຄວາມເຄົາລົບນັບຖື, ປຸກຄວາມຊົງຈຳກ່ຽວກັບຊ່ວງເວລາທີ່ຜູກພັນກັບປະເທດ ແລະ ຜູ້ຄົນຫວຽດນາມ, ປະກອບສ່ວນເຮັດໃຫ້ຄວາມຮັກແພງຕໍ່ “ບ້ານເກີດເມືອງນອນແຫ່ງທີສອງ” ຂອງບັນດາອະດີດນັກສຶກສາລາວເລິກເຊິ່ງຍິ່ງຂຶ້ນ.
ລາຍການໄດ້ປິດທ້າຍດ້ວຍບັນດາການສະແດງສິລະປະວັນນະຄະດີທີ່ສັນລະເສີນບ້ານເກີດເມືອງນອນ, ປະເທດຊາດ, ແມ່ຍິງ ແລະ ສາຍສຳພັນມິດຕະພາບພິເສດຫວຽດນາມ - ລາວ, ເຊິ່ງໄດ້ສ້າງຄວາມປະທັບໃຈອັນດີງາມໃຫ້ແກ່ບັນດາຜູ້ແທນ ແລະ ຊຸມຊົນຊາວຫວຽດນາມທີ່ເຂົ້າຮ່ວມ.
ຍສໝ - ຕອນບ່າຍວັນທີ 14/10, ທີ່ສຳນັກງານລັດຖະບານ, ທ່ານ ເລ ມິງ ຮຶງ, ນາຍົກລັດຖະມົນຕີ ໄດ້ຕ້ອນຮັບສະຫາຍ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງລາວ ທີ່ພວມຢ້ຽມຢາມຫວຽດນາມຢ່າງເປັນທາງການ. ສອງຝ່າຍໄດ້ຢືນຢັນຄວາມຕັ້ງໃຈທີ່ຈະເສີມຂະຫຍາຍສາຍພົວພັນພິເສດຫວຽດນາມ - ລາວ, ເລັ່ງລັດບັນດາໂຄງການເຊື່ອມຕໍ່ໂຄງລ່າງພື້ນຖານ, ຊຸກຍູ້ການຮ່ວມມືດ້ານເສດຖະກິດ ແລະ ກະກຽມບັນດາກິດຈະກຳລະນຶກເຖິງສາຍພົວພັນລະຫວ່າງສອງປະເທດໃນປີ 2027. |
ຍສໝ - ຕອນບ່າຍວັນທີ 14/10, ທີ່ຮ່າໂນ້ຍ, ການພົບປະປະຈຳປີລະຫວ່າງລັດຖະມົນຕີກະຊວງປ້ອງກັນຊາດສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ ໄດ້ຈັດຂຶ້ນ ເພື່ອແລກປ່ຽນກ່ຽວກັບສະພາບການໂລກ ແລະ ພາກພື້ນ, ຕີລາຄາຜົນການຮ່ວມມືໃນໄລຍະຜ່ານມາ ແລະ ເອກະພາບບັນດາທິດທາງການປະສານສົມທົບໃນໄລຍະຕໍ່ໄປ. ບັນດາຝ່າຍໄດ້ເນັ້ນໜັກເຖິງບົດບາດຂອງການຮ່ວມມືດ້ານປ້ອງກັນຊາດ ໃນການເສີມຂະຫຍາຍຄວາມໄວ້ວາງໃຈທາງການເມືອງ, ເພີ່ມທະວີຄວາມສາມັກຄີ ແລະ ປະກອບສ່ວນຮັກສາສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພື້ນ. |
ມິງດຶກ
