ປື້ມບັນທຶກການຂຸດຄົ້ນສັດນ້ຳແບບເອເລັກໂຕຣນິກ: ບາດກ້າວບຸກທະລຸໃນການຫັນເປັນທັນສະໄໝຂະແໜງການປະມົງ ຢູ່ ນະຄອນ ໂຮ່ຈີມິນ

ປື້ມບັນທຶກການຂຸດຄົ້ນສັດນ້ຳແບບເອເລັກໂຕຣນິກ: ບາດກ້າວບຸກທະລຸໃນການຫັນເປັນທັນສະໄໝຂະແໜງການປະມົງ ຢູ່ ນະຄອນ ໂຮ່ຈີມິນ

ຍສໝ - ພາຍຫຼັງການຈັດຕັ້ງປະຕິບັດທົດລອງເປັນເວລາ 3 ປີກວ່າ, ການນຳໃຊ້ປື້ມບັນທຶກການຂຸດຄົ້ນສັດນ້ຳແບບເອເລັກໂຕຣນິກ ຢູ່ເທິງກຳປັ່ນຫາປາທາງໄກ ຢູ່ ນະຄອນ ໂຮ່ຈີມິນ ແມ່ນພວມຄ່ອຍໆສ້າງປະສິດທິຜົນໃຫ້ເຫັນຢ່າງຈະແຈ້ງ, ປະກອບສ່ວນເຂົ້າໃນການຫັນເປັນທັນສະໄໝວຽກງານຄຸ້ມຄອງຂະແໜງການປະມົງ, ຍົກສູງຄວາມໂປ່ງໃສຂອງຂໍ້ມູນ ແລະ ກວດກາການເຄື່ອນໄຫວຂຸດຄົ້ນຕາມລະບຽບການທີ່ວາງອອກ.

ລາວ ຈຳໜ່າຍພັນທະບັດເອເລັກໂຕຣນິກ ງວດທີ 2 ມູນຄ່າ 1,000 ຕື້ກີບ

ລາວ ຈຳໜ່າຍພັນທະບັດເອເລັກໂຕຣນິກ ງວດທີ 2 ມູນຄ່າ 1,000 ຕື້ກີບ

ຍສໝ - ທະນາຄານແຫ່ງ ສປປ ລາວ ປະກາດສືບຕໍ່ຈຳໜ່າຍພັນທະບັດ​ເອ​ເລັກ​ໂຕຣນິກມີມູນຄ່າ 1.000 ຕື້ກີບ, ອາຍຸພັນທະບັດ 6 ເດືອນ ອັດຕາດອກເບ້ຍ 15%/ປີ. ນີ້​ແມ່ນ​ພັນທະບັດ​ເອ​ເລັກ​ໂຕຣນິກງວດ​ທີ 2 ທີ່ຈຳໜ່າຍໂດຍປະເທດ​ລາວ​.

ຊາວກະສິກອນປະຕິບັດການຊົມໃຊ້ຜະລິດຕະພັນກະເສດໃນຕະຫຼາດການຄ້າເອເລັກໂຕຣນິກ Sendo

ຊາວກະສິກອນປະຕິບັດການຊົມໃຊ້ຜະລິດຕະພັນກະເສດໃນຕະຫຼາດການຄ້າເອເລັກໂຕຣນິກ Sendo

ຍສໝ - ກົມການຄ້າເອເລັກໂຕຣນິກ ແລະເສດຖະກິດດີຈີຕອນ (ກະຊວງອຸດສາຫະກຳ ແລະການຄ້າ) ໃຫ້ຮູ້ວ່າ: ແຕ່ວັນທີ 21 ມິຖຸນາ, ບັນດາສະຫະກອນ, ຄອບຄົວຊາວກະສິກອນຢູ່ບັກຢາງ, ຫາຍເຢືອງ, ຫວິງລອງ, ດັກລັກ ແລະເຊີນລາ ໄດ້ພ້ອມກັນນຳ ເອົາຜະລິດຕະພັນກະເສດ, ຜະລິດພັນພິເສດຂອງທ້ອງຖິ່ນ ວາງຂາຍໃນ "ຕະຫລາດຊາວກະສິກອນອອນລາຍ" ໃນຕະຫຼາດການຄ້າເອເລັກໂຕຣນິກ Sendo.

ລັດ ຂະຫຍາຍການນໍາໃຊ້ລະບົບເອເລັກໂຕຣນິກ ຢູ່ດ່ານສາກົນ ຄຸ້ມຄອງລາຍຮັບ

ລັດ ຂະຫຍາຍການນໍາໃຊ້ລະບົບເອເລັກໂຕຣນິກ ຢູ່ດ່ານສາກົນ ຄຸ້ມຄອງລາຍຮັບ

ກະຊວງການເງິນ ໄດ້​ເປີດການນໍາໃຊ້ລະບົບເອເລັກໂຕຣນິກ ບໍ53 ເຂົ້າໃນຈັດເກັບຄ່າທຳນຽມ ແລະ ຄ່າບໍລິການ (Easy Pass), ນັບທັງລະບົບຄຸ້ມຄອງ ພາຫະນະທ່ອງທ່ຽວ ຢ້ຽມຢາມ ແລະ ພາຫະນະຂົນສົ່ງສິນຄ້າ ຜ່ານ​ລະ​ບົບ​ທະ​ນາ​ຄານ​ພັດ​ທະ​ນາ​ລາວ (ທ​ພ​ລ) ຢູ່ດ່ານພາສີສາກົນບໍ່ເຕ່ນ ແຂວງຫລວງນໍ້າທາ ໃນວັນທີ 30 ມັງກອນ 2020 ຫລັງຈາກກ່ອນນໜ້ານີ້ ໄດ້ເປີດນຳໃຊ້ລະບົບດັ່ງກ່າວ ຢູ່ ດ່ານສາກົນ ຂົວມິດຕະພາບ ລາວໄທ ແຫ່ງທີ 1 ວຽງຈັນ-ໜອງຄາຍ.