| ຍົກອອກອຸປະສັກ ເພື່ອການພັດທະນາເສດຖະກິດ - ສັງຄົມ World Vision ສະໜັບສະໜູນຄອບຄົວລ້ຽງກຸ້ງ ເພື່ອພັດທະນາຊີວິດການເປັນຢູ່ຢ່າງຍືນຍົງ |
- ຂໍຮຽນຖາມທ່ານ ລັດຖະມົນຕີຜູ້ປະຈຳກະຊວງ, ເມື່ອຫວນຄືນນັບແຕ່ກອງປະຊຸມການທູດ ຄັ້ງທີ 32 ແລະ ກອງປະຊຸມວຽກງານການຕ່າງປະເທດທົ່ວປະເທດ ຄັ້ງທີ 21 ມາຮອດປະຈຸບັນ, ວຽກງານຊາຍແດນ ແລະ ດິນແດນ ໄດ້ປະກອບສ່ວນແນວໃດຕໍ່ຜົນສຳເລັດລວມຂອງປະເທດ?
- ວຽກງານຊາຍແດນ ແລະ ດິນແດນ ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກພັກ ແລະ ລັດຂອງພວກເຮົາສະເໝີມາ, ໂດຍຖືວ່ານີ້ແມ່ນໜ້າທີ່ສຳຄັນ ແລະ ປະຈຳ ເພື່ອປົກປ້ອງອະທິປະໄຕແຫ່ງຊາດຢ່າງໜັກແໜ້ນ, ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສ້າງແຮງຂັບເຄື່ອນໃຫ້ແກ່ການພັດທະນາປະເທດ ແລະ ເສີມສ້າງສາຍພົວພັນມິດຕະພາບກັບບັນດາປະເທດ.
![]() |
| ທ່ານ ຫງວຽນມິງຫວູ, ກຳມະການສູນກາງພັກ, ລັດຖະມົນຕີຜູ້ປະຈຳກະຊວງການຕ່າງປະເທດ. |
ນັບແຕ່ຫຼັງກອງປະຊຸມການທູດ ຄັ້ງທີ 32 ແລະ ກອງປະຊຸມວຽກງານການຕ່າງປະເທດທົ່ວປະເທດ ຄັ້ງທີ 21 (ເດືອນທັນວາ 2023), ພາຍໃຕ້ການນຳພາຂອງພັກ ແລະ ລັດ, ພ້ອມທັງການປະສານງານຢ່າງໃກ້ຊິດ ແລະ ມີປະສິດທິຜົນຂອງບັນດາຄະນະ, ກະຊວງ, ຂະແໜງການ ແລະ ທ້ອງຖິ່ນ, ກະຊວງການຕ່າງປະເທດ ໄດ້ຜັນຂະຫຍາຍວຽກງານຊາຍແດນ ແລະ ດິນແດນ ທັງຢູ່ທາງບົກ ແລະ ທາງທະເລ ຢ່າງຕັ້ງໜ້າ ແລະ ມີປະສິດທິຜົນ ພ້ອມບັນລຸຜົນສຳຄັນຫຼາຍປະການ. ຂໍ້ຜົນດັ່ງກ່າວ ສະທ້ອນໃຫ້ເຫັນຢ່າງເດັ່ນຊັດໃນ 4 ດ້ານ ຄື: (i) ສ້າງຄວາມໝັ້ນຄົງຂອງພື້ນຖານກົດໝາຍ ເພື່ອຮັບໃຊ້ການປົກປ້ອງອະທິປະໄຕ ແລະ ສິດ ກໍຄືຜົນປະໂຫຍດອັນຊອບທຳຂອງ ຫວຽດນາມ; (ii) ຄຸ້ມຄອງ ແລະ ປົກປ້ອງຊາຍແດນທາງບົກ ແລະ ທາງທະເລ ຢ່າງມີປະສິດທິຜົນ; (iii) ຊຸກຍູ້ການເຈລະຈາ, ການສົນທະນາ ແລະ ການຮ່ວມມື; (iv) ເຊື່ອມໂຍງວຽກງານຊາຍແດນ ແລະ ດິນແດນ ກັບການທູດເພື່ອຮັບໃຊ້ການພັດທະນາ ຢ່າງແໜ້ນແຟ້ນກວ່າເກົ່າ.
ໂດຍພື້ນຖານແລ້ວ, ຊາຍແດນທາງບົກ ສືບຕໍ່ຮັກສາສັນຕິພາບ ແລະ ສະຖຽນລະພາບ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ ຢ່າງຍືນຍົງ ໃນເຂດຊາຍແດນ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ, ຊຸກຍູ້ການແລກປ່ຽນລະຫວ່າງປະຊາຊົນ ແລະ ການຮ່ວມມືລະຫວ່າງບັນດາທ້ອງຖິ່ນ, ແຂວງຊາຍແດນຂອງ ຫວຽດນາມ ກັບບັນດາປະເທດເພື່ອນບ້ານ. ຢູ່ທະເລ, ຍຶດໝັ້ນແນວທາງ ແລະ ນະໂຍບາຍຂອງພັກ ແລະ ລັດ, ກະຊວງການຕ່າງປະເທດ ພ້ອມກັບບັນດາຄະນະ, ກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ໄດ້ຜັນຂະຫຍາຍບັນດາມາດຕະການດ້ານການເມືອງ, ການທູດ, ກົດໝາຍ, ຂໍ້ມູນ ແລະ ສາທາລະນະຄວາມຄິດເຫັນ... ຢ່າງຕັ້ງໜ້າ ແລະ ຢືດຢຸ່ນ, ເພື່ອປົກປ້ອງອະທິປະໄຕ, ສິດອະທິປະໄຕ ແລະ ສິດອຳນາດຕຸລາການຂອງ ຫວຽດນາມ ໃນເຂດທະເລທີ່ຖືກກຳນົດຕາມອະນຸສັນຍາສະຫະປະຊາຊາດວ່າດ້ວຍກົດໝາຍທະເລ ປີ 1982.
ສາມາດເວົ້າໄດ້ວ່າ ວຽກງານຊາຍແດນ ແລະ ດິນແດນ ໄດ້ປະກອບສ່ວນສຳຄັນ ໃນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ພັກຄັ້ງທີ XIII ໃຫ້ປະສົບຜົນສຳເລັດ ແລະ ສ້າງພື້ນຖານໃຫ້ແກ່ການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ພັກຄັ້ງທີ XIV, ຈາກນັ້ນ ປະກອບສ່ວນເສີມສ້າງສັນຕິພາບ, ສະຖຽນລະພາບ ແລະ ຂະຫຍາຍພື້ນທີ່ການຮ່ວມມື ແລະ ການພັດທະນາຂອງປະເທດ.
- ຂໍຮຽນຖາມທ່ານ ລັດຖະມົນຕີຜູ້ປະຈຳກະຊວງ ວ່າ ບັນດາຜົນງານທີ່ໂດດເດັ່ນໃນວຽກງານຊາຍແດນ ແລະ ດິນແດນ ໃນໄລຍະຜ່ານມາ ມີຫຍັງແດ່?
- ນັບແຕ່ທ້າຍປີ 2023 ມາຮອດປະຈຸບັນ, ຫວຽດນາມ ແລະ ບັນດາປະເທດເພື່ອນບ້ານ ໄດ້ຈັດຂຶ້ນ 16 ກອງປະຊຸມຂອງຄະນະກຳມະການຮ່ວມ ແລະ ກົນໄກວິຊາສະເພາະ; ປະສານງານໃນການຄຸ້ມຄອງເສັ້ນຊາຍແດນ ແລະ ຫຼັກໝາຍ ຕາມບັນດາເອກະສານທີ່ໄດ້ລົງນາມ, ແກ້ໄຂບັນຫາທີ່ເກີດຂຶ້ນຢ່າງທັນການ ແລະ ເສີມສ້າງຄວາມເຂົ້າໃຈ ກໍຄືຄວາມເຊື່ອໝັ້ນເຊິ່ງກັນ ແລະ ກັນ, ສ້າງພື້ນຖານທາງສັງຄົມທີ່ໝັ້ນຄົງ ສຳລັບການຄຸ້ມຄອງ ແລະ ປົກປ້ອງຊາຍແດນດ້ວຍມາດຕະການສັນຕິ. ການທູດເພື່ອຮັບໃຊ້ການພັດທະນາ ຢູ່ເຂດຊາຍແດນ ບັນລຸຜົນຢ່າງເປັນຮູບປະທຳ. ເຂດທັດສະນີຍະພາບນ້ຳຕົກ ບ້ານຢົກ (ຫວຽດນາມ) - ເຕີກທຽນ (ຈີນ) ໄດ້ເປີດດຳເນີນການຢ່າງເປັນທາງການ; ຮູບແບບດ່ານຊາຍແດນອັດສະລິຍະ ຫືວຫງິ - ຫືວຫງິກວານ ກຳລັງຖືກທົດລອງ. ນັບແຕ່ປີ 2024 ມາຮອດປະຈຸບັນ, ຫວຽດນາມ ໄດ້ປະສານງານໃນການເປີດນຳໃຊ້ດ່ານຊາຍແດນສາກົນ ແລະ ດ່ານຊາຍແດນສອງຝ່າຍ ຈຳນວນ 6 ຄູ່ ພ້ອມຟື້ນຟູບາງຊ່ອງທາງຂ້າມຊາຍແດນແບບດັ້ງເດີມ. ກະຊວງການຕ່າງປະເທດ ຍັງໄດ້ສະໜັບສະໜູນແກ້ໄຂບັນຫາໃນການຈັດລຽງໜ່ວຍບໍລິຫານຂອງທ້ອງຖິ່ນ, ເຊື່ອມໂຍງວຽກງານການຕ່າງປະເທດກັບການຄຸ້ມຄອງຊາຍແດນ ແລະ ການພັດທະນາໃນພື້ນທີ່. ຜົນງານເຫຼົ່ານີ້ ໄດ້ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ ໃນເຂດຊາຍແດນ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ, ເສີມສ້າງ “ແນວໂຮມໃຈປະຊາຊົນ” ແລະ ສ້າງພື້ນຖານທີ່ໝັ້ນຄົງ ໃນການປົກປ້ອງອະທິປະໄຕ.
ຢູ່ທະເລ, ສອງຜົນງານດ້ານກົດໝາຍທີ່ໂດດເດັ່ນ ຄື ການທີ່ ຫວຽດນາມ ຍື່ນເອກະສານສະເໜີຂອບເຂດໄຫຼ່ທະວີບຂະຫຍາຍນອກເຂດ 200 ໄມທະເລ ໃນເຂດກາງທະເລຕາເວັນອອກ ໃນວັນທີ 17 ກໍລະກົດ 2024 ແລະ ການທີ່ລັດຖະບານ ປະກາດຖະແຫຼງການວ່າດ້ວຍເສັ້ນຖານ ທີ່ນຳໃຊ້ຄິດໄລ່ຄວາມກວ້າງຂອງທະເລອານາເຂດ ຂອງ ຫວຽດນາມ ໃນອ່າວຕົ່ງກີງ ໃນວັນທີ 21 ກຸມພາ 2025. ໃນເດືອນມີນາ 2025, ຫວຽດນາມ ໄດ້ນຳສະເໜີພື້ນຖານທາງກົດໝາຍ ແລະ ດ້ານວິຊາການ ຂອງເອກະສານສະເໜີ ຕໍ່ຄະນະກຳມະການຂອບເຂດໄຫຼ່ທະວີບ ຂອງສະຫະປະຊາຊາດ, ສຳເລັດການນຳສະເໜີບັນດາເອກະສານທີ່ໄດ້ຍື່ນໄປ. ບັນດາບາດກ້າວເຫຼົ່ານີ້ ບໍ່ພຽງແຕ່ເຮັດໃຫ້ພື້ນຖານທາງກົດໝາຍ ມີຄວາມຈະແຈ້ງຍິ່ງຂຶ້ນ ແລະ ຮັບປະກັນສິດ ກໍຄືຜົນປະໂຫຍດອັນຊອບທຳຂອງ ຫວຽດນາມ ຕາມ UNCLOS 1982 ເທົ່ານັ້ນ, ແຕ່ຍັງຢືນຢັນແນວທາງສັນຕິ ແລະ ມີຄວາມຮັບຜິດຊອບ ຂອງ ຫວຽດນາມ ອີກດ້ວຍ.
ເພື່ອບໍ່ໃຫ້ຕົກຢູ່ໃນສະພາບຕັ້ງຮັບຕໍ່ທຸກສະຖານະການ, ບັນດາກຳລັງທີ່ມີໜ້າທີ່ຂອງ ຫວຽດນາມ ໄດ້ຕິດຕາມສະຖານະການຢ່າງໃກ້ຊິດ, ຜັນຂະຫຍາຍບັນດາມາດຕະການສັນຕິ ທີ່ສອດຄ່ອງກັບກົດໝາຍສາກົນ ເພື່ອປົກປ້ອງອະທິປະໄຕ, ສິດອະທິປະໄຕ, ສິດອຳນາດຕຸລາການ ແລະ ສິດ ກໍຄືຜົນປະໂຫຍດອັນຊອບທຳຢ່າງໜັກແໜ້ນ; ສືບຕໍ່ການສົນທະນາ, ຄວບຄຸມຄວາມເຫັນຕ່າງ ແລະ ປ້ອງກັນການປະທະກັນ. ພ້ອມກັນນັ້ນ, ຫວຽດນາມ ຍັງສືບຕໍ່ຜັນຂະຫຍາຍບັນດາສັນຍາການກຳນົດເຂດແດນ ແລະ ການຮ່ວມມືທີ່ໄດ້ລົງນາມ, ຮັກສາການເຈລະຈາກັບບັນດາປະເທດທີ່ກ່ຽວຂ້ອງ; ປະສານງານຜັນຂະຫຍາຍຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍໃນທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ; ປະກອບສ່ວນຢ່າງຕັ້ງໜ້າ ໃນການສ້າງສາລະບານຫຼັກການປະພຶດໃນທະເລຕາເວັນອອກ (COC) ໃຫ້ມີເນື້ອໃນແທ້ຈິງ, ມີປະສິດທິຜົນ ແລະ ສອດຄ່ອງກັບກົດໝາຍສາກົນ, ໂດຍສະເພາະ UNCLOS 1982. ການຮ່ວມມືສາກົນດ້ານນ້ຳມັນ ແລະ ອາຍແກັສ, ປະມົງ, ການຄົ້ນຄວ້າວິທະຍາສາດ, ການປົກປ້ອງສິ່ງແວດລ້ອມ, ການຮັບມືກັບການປ່ຽນແປງສະພາບອາກາດ ແລະ ພະລັງງານທົດແທນ ໄດ້ຮັບການຂະຫຍາຍ, ປະກອບສ່ວນຍົກສູງຂີດຄວາມສາມາດທາງທະເລ, ເພີ່ມຜົນປະໂຫຍດຮ່ວມ ແລະ ສ້າງຄວາມເຊື່ອໝັ້ນລະຫວ່າງກັນ.
![]() |
| ກອງປະຊຸມສຳມະນາ ພາຍໃຕ້ຫົວຂໍ້ “ການແກ້ໄຂຂໍ້ຂັດແຍ່ງຊາຍແດນ ແລະ ດິນແດນ ໃນໂລກທີ່ມີຄວາມຜັນຜວນ” ຈັດຂຶ້ນຢູ່ ຮ່າໂນ້ຍ ໃນວັນທີ 21 ຕຸລາ 2025. |
- ຂໍຮຽນຖາມທ່ານ ລັດຖະມົນຕີ, ໃນສະພາບການໃໝ່ ວຽກງານຊາຍແດນ ແລະ ດິນແດນ ກຳລັງປະເຊີນກັບຄວາມຮຽກຮ້ອງ ແລະ ສິ່ງທ້າທາຍໃດແດ່ ແລະ ຫວຽດນາມ ຄວນສຸມໃສ່ບັນດາບູລິມະສິດໃດໃນໄລຍະຈະມາເຖິງ?
- ໃນສະພາບການປັດຈຸບັນ, ສະຖານະການຊາຍແດນທາງບົກກັບບັນດາປະເທດເພື່ອນບ້ານ ຄາດວ່າຈະຮັກສາຄວາມໝັ້ນຄົງໂດຍພື້ນຖານ, ແຕ່ຍັງຄົງມີບາງບັນຫາທີ່ຍັງຄ້າງຄາ ເຊັ່ນ ການປ່ຽນແປງສະພາບພູມີປະເທດ, ການເຈື່ອນເຊາະຂອງດິນ, ອາຊະຍາກຳຂ້າມຊາຍແດນ ແລະ ຄວາມຈຳເປັນໃນການພັດທະນາໂຄງລ່າງພື້ນຖານ ກໍຄືຍົກລະດັບດ່ານຊາຍແດນ. ສ່ວນຢູ່ທະເລ, ການອ້າງສິດທີ່ຂັດກັບກົດໝາຍສາກົນ, ການແຂ່ງຂັນຍຸດທະສາດລະຫວ່າງບັນດາມະຫາອຳນາດ ພ້ອມທັງສິ່ງທ້າທາຍດ້ານຄວາມປອດໄພຮູບແບບໃໝ່ ໄດ້ກໍ່ໃຫ້ເກີດຄວາມຮຽກຮ້ອງໃໝ່ ໃນການປົກປ້ອງອະທິປະໄຕທະເລ ແລະ ໝູ່ເກາະຂອງປະເທດ.
ໃນບໍລິບົດດັ່ງກ່າວ, ວຽກງານຊາຍແດນ ແລະ ດິນແດນ ຈຳເປັນຕ້ອງຍົກສູງຂີດຄວາມສາມາດໃນການຄາດຄະເນ, ກະກຽມແຜນຮັບມືຢ່າງຕັ້ງໜ້າແຕ່ເນີ່ນໆ ແລະ ແຕ່ໄກ; ບໍ່ປ່ອຍໃຫ້ຄວາມເຫັນຕ່າງພັດທະນາເປັນຄວາມຂັດແຍ່ງ, ບໍ່ປ່ອຍໃຫ້ສັນຕິພາບ ແລະ ສະຖຽນລະພາບ ຕ້ອງຖືກແລກປ່ຽນດ້ວຍການຫຼຸດທອນສິດ ແລະ ຜົນປະໂຫຍດອັນຊອບທຳຂອງ ຫວຽດນາມ. ເພື່ອປະຕິບັດບັນດາໜ້າທີ່ສຳຄັນເຫຼົ່ານີ້, ວຽກງານຊາຍແດນ ແລະ ດິນແດນ ຈຳເປັນຕ້ອງສຸມໃສ່ບັນດາກຸ່ມໜ້າທີ່ສຳຄັນດັ່ງນີ້:
ອັນທີໜຶ່ງ, ຢືນຢັດຢ່າງໜັກແໜ້ນ ແລະ ອົດທົນ ໃນການປົກປ້ອງອະທິປະໄຕ ແລະ ຄວາມຄົບຖ້ວນແຫ່ງດິນແດນ; ຄຸ້ມຄອງຊາຍແດນຢ່າງເຂັ້ມງວດ ແລະ ແກ້ໄຂບັນດາບັນຫາທີ່ຍັງຄ້າງຄາດ້ວຍສັນຕິວິທີ. ຫວຽດນາມ ຮ່ວມມືກັບ ຈີນ ຜັນຂະຫຍາຍສາມເອກະສານນິຕິກຳໃຫ້ມີປະສິດທິຜົນ, ແກ້ໄຂບັນຫາທີ່ເກີດຂຶ້ນຢ່າງເໝາະສົມ; ຮ່ວມກັບ ລາວ ເສີມສ້າງ ແລະ ປົກປ້ອງຫຼັກໝາຍທີ່ເສຍຫາຍ ຫຼື ຖືກດິນເຈື່ອນ; ຮ່ວມກັບ ກຳປູເຈຍ ຊຸກຍູ້ການແກ້ໄຂປະມານ 16% ຂອງເສັ້ນຊາຍແດນທີ່ຍັງບໍ່ສຳເລັດການປັກປັນ ແລະ ປັກຫຼັກໝາຍ ພ້ອມທັງສຳເລັດບັນດາເອກະສານກ່ຽວກັບການຄຸ້ມຄອງດ່ານຊາຍແດນ ແລະ ຊາຍແດນ. ຢູ່ທະເລ, ຈຳເປັນຕ້ອງຕິດຕາມສະຖານະການຢ່າງໃກ້ຊິດ, ຜັນຂະຫຍາຍມາດຕະການຕໍ່ສູ້ຢ່າງທັນການ; ສົ່ງເສີມການເຈລະຈາ ແລະ ການສົນທະນາ ເພື່ອຄວບຄຸມຄວາມເຫັນຕ່າງ, ຊຸກຍູ້ການກຳນົດເຂດແດນ ແລະ ການຮ່ວມມືທີ່ເໝາະສົມ. ຫວຽດນາມ ສືບຕໍ່ປະກອບສ່ວນກໍ່ສ້າງ COC ໃຫ້ມີເນື້ອໃນແທ້ຈິງ, ມີປະສິດທິຜົນ ແລະ ສອດຄ່ອງກັບກົດໝາຍສາກົນ, ໂດຍສະເພາະ UNCLOS 1982.
ອັນທີສອງ, ຍູ້ແຮງການທູດເພື່ອຮັບໃຊ້ການພັດທະນາ. ຫວຽດນາມ ຈະຮ່ວມກັບບັນດາປະເທດເພື່ອນບ້ານ ປະຕິບັດບັນດາຂໍ້ຕົກລົງໃຫ້ມີປະສິດທິຜົນ; ເຊື່ອມຕໍ່ໂຄງລ່າງພື້ນຖານ, ເປີດ ແລະ ຍົກລະດັບດ່ານຊາຍແດນ, ພັດທະນາດ່ານຊາຍແດນອັດສະລິຍະ, ຊຸກຍູ້ການຄ້າ, ການທ່ອງທ່ຽວ ແລະ ການແລກປ່ຽນປະຊາຊົນ; ປ່ຽນເຂດຊາຍແດນໃຫ້ກາຍເປັນພື້ນທີ່ເຊື່ອມຕໍ່ ແລະ ພັດທະນາໃໝ່. ພ້ອມກັນນັ້ນ ຈຳເປັນຕ້ອງຊຸກຍູ້ເສດຖະກິດທະເລສີຂຽວ, ທັນສະໄໝ ແລະ ຍືນຍົງ ຄວບຄູ່ກັບການປົກປ້ອງສິ່ງແວດລ້ອມ, ການປ້ອງກັນຊາດ - ຄວາມໝັ້ນຄົງ ແລະ ຄວາມໝັ້ນຄົງດ້ານພະລັງງານ; ຂະຫຍາຍການຮ່ວມມືດ້ານພະລັງງານລົມນອກຝັ່ງ, ວິທະຍາສາດ-ເຕັກໂນໂລຢີທະເລ, ການອະນຸລັກຄວາມຫຼາກຫຼາຍທາງຊີວະນານາພັນ ແລະ ການຮັບມືກັບການປ່ຽນແປງສະພາບອາກາດ ບົນພື້ນຖານຂອງກົດໝາຍສາກົນ ແລະ ການເຄົາລົບສິດ ແລະ ຜົນປະໂຫຍດອັນຊອບທຳຂອງ ຫວຽດນາມ.
ອັນທີສາມ, ປັບປຸງວຽກງານຄຸ້ມຄອງ ແລະ ໃຫ້ຄຳປຶກສາດ້ານຊາຍແດນ ແລະ ດິນແດນ ໃຫ້ທັນສະໄໝ; ກໍ່ສ້າງຖານຂໍ້ມູນແຫ່ງຊາດທີ່ເປັນເອກະພາບ, ນຳໃຊ້ເຕັກໂນໂລຢີດິຈິຕອນໃນການຄຸ້ມຄອງ, ການຄາດຄະເນ ແລະ ການກຳນົດນະໂຍບາຍ; ປັບປຸງວຽກງານສື່ສານ, ໂຄສະນາ ແລະ ການຕໍ່ສູ້ເພື່ອປົກປ້ອງອະທິປະໄຕແຫ່ງດິນແດນ.
ອັນທີສີ່, ຍົກສູງຄຸນນະພາບຂອງຊັບພະຍາກອນມະນຸດ, ສ້າງທີມງານພະນັກງານທີ່ມີ “ແນວທາງຖືກຕ້ອງ, ມີວິໄນເຂັ້ມງວດ ແລະ ຊຳນານວິຊາສະເພາະ”. ພ້ອມກັນນັ້ນ ຕ້ອງເສີມສ້າງການປະສານງານລະຫວ່າງສູນກາງ ແລະ ທ້ອງຖິ່ນ, ລະຫວ່າງບັນດາອົງການພາຍໃນປະເທດ ກັບ ບັນດາສຳນັກງານຜູ້ແທນຂອງ ຫວຽດນາມ ຢູ່ຕ່າງປະເທດ, ໂດຍສະເພາະໃນການຄົ້ນຄວ້າ, ການຄາດຄະເນ ແລະ ການລະດົມແຫຼ່ງກຳລັງສາກົນ.
ດ້ວຍພື້ນຖານທີ່ໄດ້ສ້າງຂຶ້ນ, ພາຍໃຕ້ການນຳພາ ແລະ ການຊີ້ນຳຢ່າງໃກ້ຊິດຂອງການນຳພັກ ແລະ ລັດ, ພ້ອມກັບການປະສານງານຢ່າງເປັນເອກະພາບ ແລະ ຄວາມຕັດສິນໃຈສູງຂອງລະບົບການເມືອງທັງໝົດ, ວຽກງານຊາຍແດນ ແລະ ດິນແດນ ໃນໄລຍະຈະມາເຖິງ ຈະສືບຕໍ່ປະກອບສ່ວນປົກປ້ອງອະທິປະໄຕ ແລະ ຄວາມຄົບຖ້ວນແຫ່ງດິນແດນຢ່າງໜັກແໜ້ນ, ຊຸກຍູ້ຜົນປະໂຫຍດແຫ່ງຊາດ, ເສີມສ້າງສັນຕິພາບ ແລະ ສະຖຽນລະພາບ, ຂະຫຍາຍພື້ນທີ່ການຮ່ວມມື ແລະ ການພັດທະນາ; ຈາກນັ້ນ ປະກອບສ່ວນຢ່າງແທດຈິງ ໃນການປະຕິບັດມະຕິກອງປະຊຸມໃຫຍ່ພັກຄັ້ງທີ XIV ແລະ ບັນລຸບັນດາເປົ້າໝາຍການພັດທະນາປະເທດ ໃນໄລຍະພັດທະນາໃໝ່ຂອງຊາດ.
- ຂໍຂອບໃຈທ່ານ!
ຍສໝ - ນະຄອນໂຮ່ຈີມິນກຳລັງຜັນຂະຫຍາຍບັນດາມາດຕະການຢ່າງຮອບດ້ານ ເພື່ອສ້າງຕ່ອງໂສ້ການສະໜອງແບບຍືນຍົງ, ຊຸກຍູ້ການຜະລິດສະອາດ ແລະ ເສດຖະກິດໝູນວຽນ. ນີ້ຖືກຖືວ່າເປັນແຮງຂັບເຄື່ອນສຳຄັນ ທີ່ຊ່ວຍນຳຜະລິດຕະພັນສີຂຽວເຂົ້າໃກ້ຜູ້ບໍລິໂພກຫຼາຍຂຶ້ນ, ພ້ອມທັງເພີ່ມຂີດຄວາມສາມາດແຂ່ງຂັນໃຫ້ແກ່ວິສາຫະກິດທ້ອງຖິ່ນ. |
ຍສໝ - ວາລະສານ ຍຸກສະໄໝ ຂໍນຳສະເໜີບົດຂຽນ “ເສີມຂະຫຍາຍແຫຼ່ງກຳລັງຂອງຊາວຫວຽດນາມຢູ່ຕ່າງປະເທດ ຈາກບົດບາດບຸກເບີກຂອງວຽກງານການຕ່າງປະເທດ ສູ່ແຮງຂັບເຄື່ອນການພັດທະນາທ້ອງຖິ່ນ” ຂອງ ທ່ານນາງ ເລທິທູຮັ່ງ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ. |
ມິງດຶກ

