ໂລກພະຍາດ Covid-19: ກະຊວງການຕ່າງປະເທດຫວຽດນາມ ຕັກເຕື່ອນວ່າ, ພົນລະເມືອງຫວຽດນາມ ບໍ່ຄວນໄປສິງກະໂປ ຖ້າຫາກບໍ່ມີຄວາມຈຳເປັນ

17:22 | 16/03/2020

ຍສໝ - ກະຊວງການຕ່າງປະເທດຫວຽດນາມ ຕັກເຕື່ອນວ່າ, ພົນລະເມືອງຫວຽດນາມ ບໍ່ຄວນໄປສິງກະໂປ ຖ້າຫາກບໍ່ມີຄວາມຈຳເປັນ ແລະ ຖ້າຫາກມີແຜນການໄປສິງກະໂປ ຫຼື ໄປຕ່າງປະເທດຄວນອັບເດັດຂໍ້ກຳນົດຂອງປະເທດນັ້ນໆ ແລະ ບັນດາບໍລິສັດການບິນ...

ໂລກພະຍາດ Covid-19: ກະຊວງການຕ່າງປະເທດຫວຽດນາມ ຕັກເຕື່ອນວ່າ, ພົນລະເມືອງຫວຽດນາມ ບໍ່ຄວນໄປສິງກະໂປ ຖ້າຫາກບໍ່ມີຄວາມຈຳເປັນ

ພາບປະກອບ

ຍ້ອນການແຜ່ລະບາດຢ່າງວ່ອງໄວຂອງໂລກພະຍາດ Covid-19 ໃນທົ່ວໂລກ, ນັບແຕ່ເວລາ 23 ໂມງ 59 ນາທີ, ວັນທີ 16 ມີນາ 2020 (ຕາມເວລາ ສິງກະໂປ), ຜູ້ເຂົ້າເມືອງສິງກະໂປ ທັງໝົດທີ່ເດີນທາງມາຈາກ ແລະ ໄປຜ່ານບັນດາປະເທດອາຊຽນ (ໃນນັ້ນມີຫວຽດນາມ), ຍີ່ປຸ່ນ, ສະວິດ, ລາຊະອານາຈັກອັງກິດ ແລະ ອຽກລັງເໜືອ ໃນເວລາ 14 ວັນກ່ອນໜ້ານັ້ນຈະຖືກຮຽກຮ້ອງໃຫ້ແຍກຕົວຢູ່ເຂດພັກອາໄສຢູ່ສິງກະໂປ.

ວັນທີ 15 ມີນາ, ເຢຍລະມັນໄດ້ອອກຄຳສັ່ງປິດປະຕູດ່ານຊາຍແດນ ກັບບັນດາປະເທດຄືຝລັ່ງ, ສະວິດ, ແດນມາກ, ໂອຕາລິດ ແລະ ລຸກຊຳບວກ ເພື່ອແນໃສ່ສະກັດກັ້ນການແຜ່ລະບາດຂອງໂລກລະບາດ Covid 19 ໃນສະພາບການຈຳນວນຜູ້ຕິດເຊື້ອໄວຣັດ Covid – 19 ຢູ່ປະເທດນີ້ໄດ້ເພີ່ມຂຶ້ນເກືອບ 5000 ຄົນ ໃນນັ້ນມີຜູ້ເສຍຊີວິດ 10 ຄົນ. ຢູ່ ເອີລົບມີ 2 ປະເທດທີ່ເກີດມີໂລກລະບາດ Covid – 19 ຮ້າຍແຮງທີ່ສຸດນັ້ນແມ່ນ ອີຕາລີ ແລະ ແອັດສະປາຍ ໂດຍສືບຕໍ່ກວດພົບຜູ້ຕິດເຊື້ອໃໝ່ ແລະ ເສຍຊີວິດຕື່ມອີກໃນວັນທີ 15 ມີນາ, ໂດຍບໍ່ຫົວຊາຕໍ່ເລື່ອງໄດ້ປະຕິບັດມາດຕະການປິດລ້ອມເຂດໃນທົ່ວປະເທດແລ້ວ.

(ໄຊພອນ)

ເຫດການ
302 Found

Found

The document has moved here.