ເອກອັກຄະລັດຖະທູດຍີ່ປຸ່ນ: ຫວຽດນາມແມ່ນປະເທດທີ່ປະສົບຜົນສຳເລັດທີ່ສຸດໃນການຄວບຄຸມການລະບາດຂອງ Covid-19

15:45 | 05/06/2020

ຍສໝ - ທ່ານ Yamada Takio  ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງຍີ່ປຸ່ນປະຈຳ ຫວຽດນາມ ໃຫ້ຄຳເຫັນວ່າຫວຽດນາມແມ່ນປະເທດທີ່ປະສົບຜົນສຳເລັດທີ່ສຸດໃນການຄວບຄຸມການລະບາດຂອງ Covid-19; ສະແດງຄວາມຂອບໃຈຕໍ່ຫວຽດນາມທີ່ໄດ້ໃຫ້ການຮ່ວມມືຢ່າງ ແໜ້ນແຟ້ນກັບຍີ່ປຸ່ນໃນໄລຍະທີ່ຜ່ານມາພ້ອມທັງສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ບັນດາຜູ້ຄຸ້ມຄອງ ແລະ ນັກຊ່ຽວຊານຂອງວິສາຫະກິດຍີ່ປຸ່ນກັບຄືນມາເຮັດວຽກຢູ່ຫວຽດນາມ.    

ເອກອ ກຄະລ ດຖະທ ດຍ ປ ນ ຫວຽດນາມແມ ນປະເທດທ ປະສ ບຜ ນສຳເລ ດທ ສ ດໃນການຄວບຄ ມການລະບາດຂອງ covid 19 ຫວຽດນາມໄດ້ຍົກສູງທີ່ຕັ້ງບົດບາດເປັນປະທານອາຊຽນ 2020, ເຖິງວ່າຈະມີສິ່ງທ້າທາຍຈາກ Covid-19
ເອກອ ກຄະລ ດຖະທ ດຍ ປ ນ ຫວຽດນາມແມ ນປະເທດທ ປະສ ບຜ ນສຳເລ ດທ ສ ດໃນການຄວບຄ ມການລະບາດຂອງ covid 19 ລັດຖະບານຫວຽດນາມ ມອບຜ້າອັດປາກ 18.000 ອັນໃຫ້ແກ່ຊຸມຊົນຊາວຫວຽດນາມຢູ່ພາກກາງຂອງລັດເຊຍ
ເອກອ ກຄະລ ດຖະທ ດຍ ປ ນ ຫວຽດນາມແມ ນປະເທດທ ປະສ ບຜ ນສຳເລ ດທ ສ ດໃນການຄວບຄ ມການລະບາດຂອງ covid 19
ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Yamada Takio - ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງຍີ່ປຸ່ນປະຈຳ ຫວຽດນາມ.(ພາບ:vnmedia.vn)

ທ່ານເອກອັກຄະລັດຖະທູດ Yamada Takio ໃຫ້ຮູ້ວ່າທ່ານມີຄວາມເປັນກຽດທີ່ໄດ້ຮັບການແຕ່ງຕັ້ງເປັນເອກອັກຄະລັດຖະທູດຢູ່ຫວຽດນາມ, ຕີລາຄາສູງໝາກຜົນຂອງການທູດຫວຽດນາມໃນຫຼາຍປີຜ່ານມາ, ປະກອບສ່ວນສຳຄັນເຂົ້າໃນການຍົກສູງຖານະຕຳ ແໜ່ງ ຂອງຫວຽດນາມໃນພາກພື້ນ ແລະ ໃນໂລກ. ທ່ານເອກອັກຄະລັດຖະທູດ Yamada Takio ໃຫ້ຄຳເຫັນວ່າ, ຫວຽດນາມແມ່ນປະເທດທີ່ປະສົບຜົນສຳເລັດທີ່ສຸດໃນການຄວບຄຸມໂລກລະບາດ Covid-19; ສະແດງຄວາມຂອບໃຈຕໍ່ຫວຽດນາມທີ່ໄດ້ໃຫ້ການຮ່ວມມືຢ່າງ ແໜ້ນແຟ້ນກັບຍີ່ປຸ່ນໃນໄລຍະທີ່ຜ່ານມາພ້ອມທັງສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ບັນດາຜູ້ຄຸ້ມຄອງແລະ ນັກຊ່ຽວຊານຂອງວິສາຫະກິດຍີ່ປຸ່ນກັບຄືນມາເຮັດວຽກຢູ່ຫວຽດນາມ.

ທ່ານເອກອັກຄະລັດຖະທູດ Yamada Takio ຢືນຢັນວ່າລັດຖະບານຍີ່ປຸ່ນຍາມໃດກໍ່ຖືເປັນສຳຄັນການພົວພັນກັບຫວຽດນາມ, ພ້ອມແລ້ວທີ່ຈະສືບຕໍ່ສະໜັບສະໜູນຫວຽດນາມໃນການພັດທະນາເສດຖະກິດ - ສັງຄົມ, ຮ່ວມມືຢ່າງ ແໜ້ນແຟ້ນໃນບັນດາເວທີປາໄສສາກົນ ແລະ ພາກພື້ນ. , ໃນສະພາບການທີ່ຫວຽດນາມຮັບບົດບາດເປັນປະທານອາຊຽນ 2020 ແລະ ເປັນສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020-2021. ທ່ານເອກອັກຄະລັດຖະທູດ Yamada Takio ແບ່ງປັນວ່າບັນດາວິສາຫະກິດຍີ່ປຸ່ນມີຄວາມສົນໃຈຫຼາຍຕໍ່ຫວຽດນາມ, ສະແດງຄວາມເຊື່ອໝັ້ນວ່າການລົງທຶນຂອງຍີ່ປຸ່ນຢູ່ຫວຽດນາມຈະສືບຕໍ່ເພີ່ມຂື້ນໃນໄລຍະຈະມາເຖິງ.

ວັນທີ 1 ມິຖຸນາ, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານ Motegi Toshimitsu ລັດຖະມົນຕີການຕ່າງປະເທດຍີ່ປຸ່ນ. ນີ້ແມ່ນຄັ້ງທີ 2 ທີ່ລັດຖະມົນຕີການຕ່າງປະເທດສອງປະເທດໄດ້ມີການໂອ້ລົມທາງໂທລະສັບນຳກັນໃນສອງເດືອນຜ່ານມາ.

ສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການ ແລະໝາກຜົນການປ້ອງກັນ, ຕ້ານພະຍາດໂຄວິດ-19 ຢູ່ແຕ່ລະປະເທດ; ເຫັນດີເປັນເອກະພາບສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນ ເພື່ອເພີ່ມທະວີການພົບປະແລກປ່ຽນ, ຊຸກຍູ້ການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດ. ທ່ານ ຟ້າມບິ່ງມິງ ຕີລາຄາສູງໝາກຜົນຕັ້ງໜ້າໃນການປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງລັດຖະບານຍີ່ປຸ່ນ; ສະແດງຄວາມຂອບໃຈຕໍ່ການໜູນຊ່ວຍຂອງລັດຖະບານ ແລະປະຊາຊົນຍີ່ປຸ່ນ ທີ່ສະຫງວນໃຫ້ຫວຽດນາມ ໃນການປ້ອງກັນ, ຕ້ານພະຍາດໂຄວິດ-19, ພິເສດແມ່ນບ້ວງເງິນໜູນຊ່ວຍນັກຮຽນຫວຽດນາມທີ່ພວມດໍາລົງຊີວິດຢູ່ຍີ່ປຸ່ນ.

ຮອດເວລາ 6 ໂມງຂອງວັນທີ 05 ມິຖຸນາ, ເປັນມື້ທີ 50 ທີ່ ຫວຽດນາມ ບໍ່ມີກໍລະນີຕິດໂລກລະບາດໂຄວິດ-19 ໃນຊຸມຊົນ. ມີ 188 ກໍລະນີຕິດໂລກລະບາດແມ່ນມາຈາກຕ່າງປະເທດ, ພາຍຫຼັງເຂົ້າມາຫວຽດນາມ ໄດ້ແຍກຕົວໂດຍທັນທີ. ມາຮອດປະຈຸບັນ, ມີ 302/328 ກໍລະນີຕິດໂລກລະບາດໄດ້ຮັບການປິ່ນປົວຫາຍດີ ແລະ ບໍ່ມີກໍລະນີເສຍຊີວິດ. ໃນຂະນະນັ້ນ, ໃນໂລກມີ 6.692.653 ກໍລະນີຕິດໂລກລະບາດໂຄວິດ-19, ໃນນັ້ນມີ 392.286 ກໍລະນີເສຍຊີວິດ. ອາເມລິກາ ຍັງແມ່ນປະເທດມີກໍລະນີຕິດໂລກລະບາດຫຼາຍກວ່າໝູ່ໃນໂລກ.

ເອກອ ກຄະລ ດຖະທ ດຍ ປ ນ ຫວຽດນາມແມ ນປະເທດທ ປະສ ບຜ ນສຳເລ ດທ ສ ດໃນການຄວບຄ ມການລະບາດຂອງ covid 19 ພົນລະເມືອງຫວຽດນາມເກືອບ 350 ຄົນຈາກອົດສະຕາລີ ແລະ ນິວຊີແລນໄດ້ກັບຄືນປະເທດຢ່າງປອດໄພ

ຍສໝ - ຜູ້ໂດຍສານໃນຖ້ຽວບິນແມ່ນຜູ້ປະສົບກັບຄວາມຫຍຸ້ງຍາກພິເສດຄືນັກຮຽນມີອາຍຸຕ່ຳກ່ວາ 18 ປີ, ຜູ້ໄປກວດປິ່ນປົວພະຍາດ, ນັກທ່ອງທ່ຽວ, ຜູ້ໄປຢ້ຽມຢາມພີ່ນ້ອງ, ຜູ້ໄປປະຕິບັດງານແຕ່ວີຊາໝົດເວລາກຳນົດ...

ເອກອ ກຄະລ ດຖະທ ດຍ ປ ນ ຫວຽດນາມແມ ນປະເທດທ ປະສ ບຜ ນສຳເລ ດທ ສ ດໃນການຄວບຄ ມການລະບາດຂອງ covid 19 ຫວຽດນາມ ເປັນກຳກັບບັນຊາກອງປະຊຸມຄະນະປະຕິບັດງານ ຂອງສະພາຄວາມໝັ້ນຄົງ ກ່ຽວກັບບັນດາສານສາກົນ

ຍສໝ - ວັນທີ 3 ມິຖຸນາ, ທ່ານດັ້ງດິງກ້ວຍ - ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳສະຫະປະຊາຊາດ, ປະທານຄະນະປະຕິບັດງານບໍ່ເປັນທາງການ ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ກ່ຽວກັບສານສາກົນ, ໄດ້ກຳກັບບັນຊາກອງປະຊຸມຄັ້ງທຳອິດໃນປີ 2020 ຂອງຄະນະປະຕິບັດງານນີ້.

ເອກອ ກຄະລ ດຖະທ ດຍ ປ ນ ຫວຽດນາມແມ ນປະເທດທ ປະສ ບຜ ນສຳເລ ດທ ສ ດໃນການຄວບຄ ມການລະບາດຂອງ covid 19 ຊຸກຍູ້ການຜັນຂະຫຍາຍບັນດາໂຄງການຮ່ວມມືຫວຽດນາມ - ລາວ

ຍສໝ - ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆ ຕ້ອງເປັນເຈົ້າການເພີ່ມທະວີການຮ່ວມມືກັບບັນດາຄູ່ຮ່ວມມືລາວຢ່າງແທດຈິງ ແລະ ປະສິດທິຜົນ.

ໄຊພອນ

ເຫດການ
302 Found

Found

The document has moved here.