ເອກອັກຄະລັດຖະທູດ ສປປ ລາວ ຍື່ນສານແຕ່ງຕັ້ງ ຕໍ່ປະທານາທິບໍດີບັງກະລາເທດ

19:52 | 13/08/2019

ໃນທ້າຍອາທິດທີ່ຜ່ານມາ, ທີ່ທໍານຽບປະທານາທິບໍດີ ນະຄອນຫລວງດາກາ, ສາທາລະນະລັດ ປະຊາຊົນ ບັງກະລາເທດ, ທ່ານ ບຸນແນມ ຈວງຫອມ ໄດ້ຍື່ນສານຕາຕັ້ງຕໍ່ ທ່ານ ເອັມ ອັບດູລ ຮາມິດ (M Abdul Hamid), ປະທານາທິບໍດີ ແຫ່ງ ສາທາລະນະລັດ ປະຊາຊົນ ບັງກະລາເທດ, ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາ ສາທາລະນະລັດ ປະຊາຊົນ ບັງກະລາເທດ, ໂດຍມີສໍານັກງານຕັ້ງຢູ່ ນະຄອນ ຫລວງນິວເດນລີ, ປະເທດອິນເດຍ.

ເອກອັກຄະລັດຖະທູດ ສປປ ລາວ ຍື່ນສານແຕ່ງຕັ້ງ ຕໍ່ປະທານາທິບໍດີບັງກະລາເທດ

ທ່ານ ບຸນແນມ ຈວງຫອມ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາ ສາທາລະນະລັດ ປະຊາຊົນ ບັງກະລາເທດ.(ພາບ: ຂປລ)

ໃນໂອກາດດັ່ງກ່າວ, ທ່ານເອກອັກຄະລັດຖະທູດ ໄດ້ສະແດງຄວາມຂອບໃຈຢ່າງສູງ ແລະ ຖືເປັນກຽດຢ່າງຍິ່ງ ທີ່ ທ່ານປະທານາທິບໍດີໄດ້ໃຫ້ກຽດຮັບສານຕາຕັ້ງດັ່ງກ່າວ ແລະ ໄດ້ໃຫ້ຄໍາໝັ້ນສັນຍາວ່າ ໃນໄລຍະເວລາການປະຕິບັດໜ້າທີ່ການທູດ ຢູ່ບັງກະລາເທດນີ້, ທ່ານຈະພະຍາຍາມເຮັດສຸດຄວາມສາມາດຂອງຕົນ ເພື່ອຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບທີ່ມີມູນເຊື້ອດີງາມ ແລະ ການຮ່ວມມືສອງຝ່າຍໃຫ້ຂະ ຫຍາຍຕົວຂຶ້ນໄປເລື້ອຍໆ. ພ້ອມນີ້, ທ່ານເອກອັກຄະລັດຖະທູດລາວ ກໍໄດ້ນໍາເອົາຄໍາອວຍພອນໄຊອັນປະສີດຂອງ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ຝາກ ເຖິງ ປະທານາທິບໍດີ ເອັມ ອັບດູລ ຮາມິດ (M Abdul Hamid) ຈົ່ງມີພະລານາໄມແຂງແຮງ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ, ໄດ້ຮັບຜົນສໍາລັດໃນໜ້າທີ່ ແລະ ຝາກເຊື້ອເຊີນ ທ່ານປະທານາທິບໍດີບັງກະລາເທດ ມາຢ້ຽມຢາມ ສປປ ລາວ ໃນເວລາທີ່ ທ່ານສະດວກ.

ສປປ ລາວ ແລະ ບັງກະລາເທດ ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນໃນ ປີ 1988, ເຖິງວ່າ ການພົວພັນຮ່ວມມືທາງດ້ານເສດຖະກິດ ຍັງມີຂອບເຂດຈໍາກັດ, ແຕ່ສອງຝ່າຍກໍໄດ້ມີການແລກປ່ຽນການຢ້ຽມຢາມຊຶ່ງກັນ ແລະ ກັນ ຂອງຄະນະຜູ້ແທນໃນລະດັບຕ່າງໆ ຢ່າງເປັນປົກກະຕິ ແລະ ໄດ້ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນໃນເວພາກພື້ນ ແລະ ສາກົນ.

ສາທາລະນະລັດ ປະຊາຊົນບັງກະລາເທດ ມີເນື້ອທີ່ທັງໝົດ 147.570 ຕາຕະລາງກິໂລແມັດ ແລະ ມີປະຊາກອນທັງໝົດປະມານ 163 ລ້ານຄົນ (ຄາດກະໃນປີ 2019). ບັງກະລາເທດ ເປັນໜຶ່ງໃນບັນດາປະເທດອາຊີໃຕ້ ທີ່ມີປະຊາກອນ ແໜ້ນໜາທີ່ສຸດໃນໂລກ, ສະເລ່ຍ 1,106 ຄົນຕໍ່ຕາຕະລາງກິໂລ ແມັດ, ເປັນໜຶ່ງໃນບັນດາປະເທດອາຊີໃຕ້ ທີ່ມີເສດຖະກິດຂະຫຍາຍຕົວໄວ ໃນລະດັບ 8,8% (2017) ແລະ ລາຍຮັບຕໍ່ຫົວຄົນຕໍ່ປີ ປະມານ 1.888 USD. ບັງກະລາເທດເປັນສູນກາງທາງດ້ານທຸລະກິດໃນອາຊີໃຕ້ ແລະ ເປັນປະເທດທີ່ມີສູນກາງເສດຖະກິດໃຫຍ່ທີ່ສຸດ ໃນທິດຕາເວັນອອກຂອງອາຊີໃຕ້ ໂດຍມີການຜະລິດເຄື່ອງນຸ່ງຫົ່ມ ແລະ ແຜ່ນແພທີ່ໃຫຍ່ໃນອາຊີໃຕ້ ເພື່ອຈໍາໜ່າຍທັງພາຍໃນ ແລະ ຕ່າງປະເທດ ຊຶ່ງເປັນຂະແໜງການທີ່ນໍາລາຍໄດ້ຫລັກມາສູ່ປະເທດ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.