ຕອນເຊົ້າວັນທີ 15 ມີນາ, ບັນດາຜູ້ອາສາສະໝັກ ທຳອິດ ໄດ້ຮັບການສັກວັກຊິນ COVIVAC - ເຊິ່ງແມ່ນວັນຊິນກັນພະຍາດໂຄວິດ - 19 ຊະນິດທີ 2 ທີ່ໄດ້ຮັບການຄົ້ນຄ້ວາ ແລະ ຜະລິດຢູ່ ຫວຽດນາມ. ກຸ່ມ 6 ຄົນທຳອິດເຂົ້າຮ່ວມການສັກວັກຊິນມີທັງຍິງ ແລະ ຊາຍ. ການສັກວັກຊິນກັນໂຄວິດ - 19 ໄດ້ປະຕິບັດຢູ່ມະຫາວິທະຍາໄລແພດສາດ ຮ່າໂນ້ຍ, ໂດຍສະຖາບັນອະນາໄມລະບາດວິທະຍາສູນກາງ ສວມບົດບາດທົດລອງຕົ້ນຕໍ.
![]() |
| ພາບປະກອບ |
ປັດຈຸບັນ, ກຸ່ມຄົ້ນຄ້ວາ ໄດ້ຮັບສະໝັກຜູ້ເຂົ້າຮ່ວມການທົດລອງສັກວັກຊິນ COVIVAC ຄົບ 120 ຄົນ ໃຫ້ແກ່ໄລຍະທຳອິດ, ລວມມີ 30 ຄົນໃນແຕ່ລະເກນອາຍຸ (18 – 30 ປີ ແລະ 40 – 59 ປີ) ແລະ ມີທັງຊາຍ ແລະ ຍິງ.
ຄາດວ່າ, ພາຍຫຼັງສຳເລັດການສັກທົດລອງໃຫ້ແກ່ກຸ່ມຄົນທຳອິດນີ້, ກຸ່ມຄົ້ນຄ້ວາຈະສັກໃຫ້ແກ່ກຸ່ມທີ 2 ໃນວັນທີ 24 ມີນາ. ບັນດານັກຊ່ຽວຊານຈະຕິດຕາມອາການຄວາມປອດໄພໃນເວລາ 8 ມື້ ພາຍຫຼັງສັກວັກຊິນເຂັມທີ 1 ສຳລັບກຸ່ມຄົນທຳອິດເພື່ອຕີລາຄາ, ພິຈາລະນາ ການທົດລອງມີບັນຫາໃດທີ່ເປັນໜ້າກັງວົນຫຼືບໍ່. ຖ້າຫາກວ່າທຸກສິ່ງທຸກຢ່າງລ້ວນແຕ່ຢູ່ໃນຂອບເຂດການຄວບຄຸມ, ວັກຊິນຊະນິດໃໝ່ນີ້ຈະໄດ້ນຳໃຊ້ສຳລັບກຸ່ມຄົນຕໍ່ໄປ.
| ຫວຽດນາມ ເລີ່ມສັກວັກຊິນກັນພະຍາດໂຄວິດ - 19 ນັບແຕ່ວັນທີ 8 ມີນາ 2021, ຫວຽດນາມ ເລີ່ມສັກວັກຊິນກັນພະຍາດໂຄວິດ - 19 ຢູ່ 13 ແຂວງ, ນະຄອນ ໃນນັ້ນ ມີນະຄອນໂຮ່ຈີມິນ, ນະຄອນຫຼວງຮ່າໂນ້ຍ ແລະ ແຂວງ ຫາຍເຢືອງ. |
| ປະທານາທິບໍດີ ຢູແກຼນ ສະແດງຄວາມປະທັບໃຈຕໍ່ບັນດາຜົນງານຂອງ ຫວຽດນາມ ຍສໝ - ພາຍຫຼັງພິທີຍືນສານຕະຕັ້ງ, ທ່ານເອກອັກຄະລັດຖະທູດໄດ້ມີການພົບປະກັບທ່ານປະທານາທິບໍດີ Volodymyr Zelensky. ທີ່ການພົບປະ, ທ່ານ Volodymyr Zelensky ໄດ້ເຊື້ອເຊີນຢ່າງທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ມາຢ້ຽມຢາມ ຢູແກຼນໃນເດືອນສິງຫາ 2021 ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນເອກະລາດຢູແກຼນ. |
| ເວທີປາໄສການທ່ອງທ່ຽວສາກົນ St. Petersburg - ຫວຽດນາມ ຄັ້ງທີ 2 ຍສໝ - ເຂົ້າຮ່ວມເຫດການມີທ່ານ ຫງວຽນເລຟຸກ ຮອງຫົວໜ້າກົມໃຫຍ່ການທ່ອງທ່ຽວ ຫວຽດນາມ, ທ່ານ Demyan O. Smilevets ຫົວໜ້າຫ້ອງການຮ່ວມມືສາກົນກົມໃຫຍ່ການທ່ອງທ່ຽວສະຫະພັນລັດເຊຍ, ທ່ານນາງ Nana M. Gvichia ຮອງຫົວໜ້າຄະນະກຳມະການພັດທະນາການທ່ອງທ່ຽວ St. Petersburg, ທ່ານ Vyacheslav G. Kalganov ຮອງຫົວໜ້າຄະນະກຳມະການພົວພັນຕ່າງປະເທດ St. Petersburg, ພ້ອມກັບຜູ້ຕາງໆທີ່ມາຈາກບັນດາວິສາຫະກິດການທ່ອງທ່ຽວ ... |
vovworld.vn
ຂ່າວທີ່ກ່ຽວຂ້ອງ
ມະຕິເລກທີ 79 ຈາກທັດສະນະຂອງວິສາຫະກິດເອກະຊົນ: ການເດີນທາງຮ່ວມກັນເພື່ອບັນລຸໃຫ້ໄດ້ໄກກວ່າ
ຫວຽດນາມ ຜັນຂະຫຍາຍບັນດາການເຄື່ອນໄຫວການທູດລະດັບສູງຢ່າງຕັ້ງໜ້າ
ການແຂ່ງຂັນ "ເລື່ອງລາວຫວຽດນາມຂອງຂາ້ພະເຈົ້າ" - ເຜີຍແຜ່ພາສາ ແລະ ວັດທະນະທໍາຫວຽດນາມໃນປະເທດໄທ
ທ່ານອາດຈະມັກ
ຮ່ວມແຮງຮ່ວມໃຈສ້າງອະນາຄົດຮຸ່ງເຮືອງເຫຼືອງເຫຼື້ອມໃຫ້ແກ່ປະເທດຊາດ
ບັນດາຜູ້ນຳພັກ, ລັດ ເຂົ້າວາງພວງມາລາ ຢ້ຽມຂໍ່ານັບ ສຸສານ ປະທານ ໂຮ່ຈີມິນ ເນື່ອງໃນໂອກາດສະເຫຼີມສະຫຼອງ ຄົບຮອບ 51 ປີ ວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ.
ພິທີເອົາທຸງຂຶ້ນເສົາ “ທ້ອນໂຮມປະເທດຊາດເປັນເອກະພາບ” ຢູ່ແຂວງ ກວາງຈິ
ການນຳພັກ, ລັດ ເຂົ້າວາງພວງມາລາ ແລະ ໄປຖະຫວາຍທູບທຽນ ປະທານ ໂຮ່ຈີມິນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ ຄົບຮອບ 51 ປີ
ວັນປົດປ່ອຍພາກໃຕ້ (30 ເມສາ): ວັນແຫ່ງໄຊຊະນະອັນສົມບູນ – ຈຸດຢືນທາງດ້ານຈິດໃຈໃຫ້ແກ່ຄວາມມຸ່ງມາດປາດຖະໜາຂອງ ຫວຽດນາມ
