ບັນດາ “ມື້ບຸນແຫ່ງການສານສາຍສຳພັນ”

21:14 | 13/09/2026

ຍສໝ - ບັນດາກິດຈະກຳການຕ່າງປະເທດປະຊາຊົນໃນປັດຈຸບັນ ໄດ້ກາຍເປັນ “ມື້ບຸນ” ເພື່ອ “ສານສາຍສຳພັນ” ໃຫ້ແກ່ບັນດາອົງການ, ວິສາຫະກິດ, ທ້ອງຖິ່ນ, ໂຄງການ... ຂອງຫວຽດນາມ ໄດ້ລົງນາມ ແລະ ຮ່ວມມືກັບບັນດາຄູ່ຮ່ວມສາກົນ, ສ້າງຜົນສຳເລັດທີ່ເປັນຮູບປະທຳ ແລະ ສະເພາະເຈາະຈົງ ໃຫ້ແກ່ແຕ່ລະໜ້າທີ່ຂອງຕົນ.

ຂ້າພະເຈົ້າຢາກຮ່ວມກັບຫວຽດນາມ “ປຸກຕື່ນ” ບັນດາທ່າແຮງອັນລ້ຳຄ່າ “ຈົດໝາຍຮັກ” ສົ່ງເຖິງຫວຽດນາມ

ໂຮງໝໍ, ໂຮງຮຽນ ໄດ້ພົບຄູ່ຮ່ວມທີ່ເໝາະສົມ

ໃນທ້າຍເດືອນກັນຍາ 2025, ທີ່ເວທີປາໄສປະຊາຊົນ ຫວຽດນາມ - ຣັດເຊຍ ຄັ້ງທີໜຶ່ງ ຢູ່ຮ່າໂນ້ຍ, ໂຮງໝໍມິດຕະພາບ (ຫວຽດນາມ) ແລະ ສູນມະເຮັງ Napalkov (ສະຫະພັນຣັດເຊຍ) ໄດ້ລົງນາມຂໍ້ຕົກລົງຮ່ວມມືດ້ານການຄົ້ນຄວ້າ ແລະ ການປິ່ນປົວ. ສອງຫົວໜ່ວຍໄດ້ເຫັນດີເພີ່ມທະວີການແລກປ່ຽນວິຊາສະເພາະ, ຈັດກອງປະຊຸມວິທະຍາສາດ, ປຶກສາຫາລືກໍລະນີຄົນເຈັບມະເຮັງ ແລະ ແລກປ່ຽນແພດໜຸ່ມ.

ບັນດາ “ມື້ບຸນແຫ່ງການສານສາຍສຳພັນ”
ພິທີລົງນາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມື ລະຫວ່າງໂຮງໝໍມິດຕະພາບ (ຫວຽດນາມ) ແລະ ສູນມະເຮັງ Napalkov (ສະຫະພັນຣັດເຊຍ) ໃນຂອບເຂດເວທີປາໄສປະຊາຊົນ ຫວຽດນາມ - ຣັດເຊຍ ຄັ້ງທີໜຶ່ງ, ເດືອນກັນຍາ 2025.

ພາຍຫຼັງເວທີປາໄສ, ໂຮງໝໍມິດຕະພາບ ໄດ້ຈັດກອງປະຊຸມວິທະຍາສາດສາກົນ 2 ຄັ້ງ ໂດຍມີບັນດາຊ່ຽວຊານຣັດເຊຍເຂົ້າຮ່ວມ ໃນເດືອນຕຸລາ 2025 ແລະ ເດືອນມີນາ 2026. ບັນດາຊ່ຽວຊານຂອງສູນມະເຮັງ Napalkov ໄດ້ເຂົ້າຮ່ວມການປຶກສາຫາລືດ້ານການແພດ, ແລກປ່ຽນໂດຍກົງກັບແພດຫວຽດນາມ ກ່ຽວກັບການວິນິດໄສ, ການປິ່ນປົວ ແລະ ການດູແລຄົນເຈັບ. ວັນທີ 27/3/2026, ການນຳຂອງສອງຫົວໜ່ວຍໄດ້ສືບຕໍ່ເຮັດວຽກຮ່ວມກັນ ກ່ຽວກັບການຝຶກອົບຮົມຊັບພະຍາກອນມະນຸດ, ວິທີການໃໝ່ໃນການປິ່ນປົວດ້ວຍເຄມີ ແລະ ລັງສີ, ການແບ່ງປັນວິຊາສະເພາະ ແລະ ຄວາມສາມາດໃນການຖ່າຍທອດເຕັກໂນໂລຊີລັງສີບຳບັດ.

ບັນດາ “ມື້ບຸນແຫ່ງການສານສາຍສຳພັນ”
ບັນດາຊ່ຽວຊານຂອງສູນມະເຮັງ Napalkov ເຮັດວຽກກັບບັນດາແພດໝໍຂອງໂຮງໝໍມິດຕະພາບ ກ່ຽວກັບບັນດາກໍລະນີຄົນເຈັບສະເພາະ, ເດືອນຕຸລາ 2025.

ເວທີປາໄສປະຊາຊົນ ຫວຽດນາມ - ຣັດເຊຍ ຈັດຂຶ້ນໂດຍສະຫະພັນບັນດາອົງການມິດຕະພາບຫວຽດນາມ ປະສານສົມທົບກັບຄະນະກຳມະການຕ່າງປະເທດ Saint Petersburg (ສະຫະພັນຣັດເຊຍ) ແລະ ບັນດາຄູ່ຮ່ວມ, ໂດຍມີໂຮງໝໍ, ມະຫາວິທະຍາໄລ, ວິສາຫະກິດ, ນັກຄົ້ນຄວ້າ, ທ້ອງຖິ່ນ ແລະ ບັນດາອົງການປະຊາຊົນຂອງສອງປະເທດເຂົ້າຮ່ວມ. ໜຶ່ງໃນບັນດາເປົ້າໝາຍທີ່ທ່ານ ຟານແອັງເຊີນ, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຍົກຂຶ້ນທີ່ເວທີປາໄສ ແມ່ນການສ້າງຕັ້ງການຮ່ວມມືລະຫວ່າງບັນດາອົງການ, ວິສາຫະກິດ, ສະມາຄົມ ແລະ ປຶກສາຫາລືບັນດາຂົງເຂດທີ່ມີທ່າແຮງຮ່ວມມື ໂດຍມີການເຊື່ອມຕໍ່ຂອງການຕ່າງປະເທດປະຊາຊົນ.

ຢູ່ເກິ່ນເທີ, ວັນທີ 26/6/2024, ໃນກອງປະຊຸມສະຫຼຸບກາງໄລຍະວຽກງານການຕ່າງປະເທດປະຊາຊົນຂອງນະຄອນ, ອົງການ ASSIST/ຟີລິບປິນ ໄດ້ລົງນາມຮ່ວມມືປະຕິບັດໂຄງການ “ສູນຝຶກອົບຮົມຄວາມເປັນເລີດ” ກັບສະຫະພັນບັນດາອົງການມິດຕະພາບນະຄອນເກິ່ນເທີ ແລະ 3 ສະຖາບັນການສຶກສາ ຄື: ໂຮງຮຽນໂປລີເຕັກນິກ - ມະຫາວິທະຍາໄລເກິ່ນເທີ, ມະຫາວິທະຍາໄລເຕັກນິກ - ເຕັກໂນໂລຊີເກິ່ນເທີ ແລະ ວິທະຍາໄລອາຊີວະສຶກສາເກິ່ນເທີ.

ໂຄງການໄດ້ຖືກຜັນຂະຫຍາຍດ້ວຍການສະໜັບສະໜູນຂອງ Schneider Electric ຢູ່ຫວຽດນາມ ຜ່ານ ASSIST, ແນໃສ່ປະກອບຫ້ອງຝຶກປະຕິບັດດ້ານໄຟຟ້າສີຂຽວ ຫຼື ລະບົບອັດຕະໂນມັດ, ຝຶກອົບຮົມອາຈານ ແລະ ນັກສຶກສາກ່ຽວກັບໄຟຟ້າສີຂຽວ ແລະ ອຸດສາຫະກຳ 4.0. ໂຄງການໄດ້ດຳເນີນການຮັບ ແລະ ຕິດຕັ້ງອຸປະກອນຢູ່ບັນດາສະຖາບັນການສຶກສາ; ສະເພາະຢູ່ມະຫາວິທະຍາໄລເຕັກນິກ - ເຕັກໂນໂລຊີເກິ່ນເທີ, ຮອດເດືອນກຸມພາ 2026, ໂຮງຮຽນ ແລະ ASSIST ຍັງສືບຕໍ່ເຮັດວຽກຮ່ວມກັນ ກ່ຽວກັບແຜນການປະມູນ, ມອບຮັບ, ຮັບເອົາ ແລະ ຕິດຕັ້ງອຸປະກອນ.

ບັນດາ “ມື້ບຸນແຫ່ງການສານສາຍສຳພັນ”
ຜູ້ຕາງໜ້າບັນດາຝ່າຍລົງນາມບົດບັນທຶກການຮ່ວມມື ເພື່ອຜັນຂະຫຍາຍໂຄງການ “ສູນຝຶກອົບຮົມຄວາມເປັນເລີດ” ຢູ່ເກິ່ນເທີ, ວັນທີ 26/6/2024.

ທຶນການສຶກສາ, ນ້ຳສະອາດ, ວຽກເຮັດງານທຳຫຼັງການພົບປະ

ວັນທີ 25/11/2025, ສະຫະພັນບັນດາອົງການມິດຕະພາບນະຄອນດ່ານັງ (ສະຫະພັນດ່ານັງ) ໄດ້ປະສານສົມທົບກັບອົງການ Children of Vietnam (COV/ສະຫະລັດອາເມລິກາ) ແລະ ຄະນະກຳມະການປະຊາຊົນຕາແສງເກວເຊີນຈຸງ ມອບທຶນການສຶກສາ 200 ທຶນ ໃຫ້ແກ່ນັກຮຽນທີ່ມີສະພາບຄອບຄົວຫຍຸ້ງຍາກ. ງົບປະມານລວມ 200 ລ້ານດົ່ງ ແມ່ນສະຫະພັນດ່ານັງຂົນຂວາຍ COV ໃຫ້ການອຸປະຖຳ.

ເດືອນພຶດສະພາ 2026, ແຫຼ່ງການຊ່ວຍເຫຼືອຈາກ COV ສືບຕໍ່ມາເຖິງບັນດາໂຮງຮຽນ. ສະຫະພັນດ່ານັງ ແລະ ບັນດາຫົວໜ່ວຍທີ່ກ່ຽວຂ້ອງ ໄດ້ມອບຮັບ, ກວດຮັບ ແລະ ນຳເຂົ້າໃຊ້ງານລະບົບກອງນ້ຳດື່ມບໍລິສຸດທີ່ COV ໃຫ້ການອຸປະຖຳ ຢູ່ໂຮງຮຽນມັດທະຍົມຕອນຕົ້ນ ຫວໍທິເສົາ ແລະ ໂຮງຮຽນອະນຸບານ ບິ່ງມິງ (ຕາແສງຕຽນເຟືອກ). ລະບົບນຳໃຊ້ເຕັກໂນໂລຊີ RO, ມີກຳລັງຜະລິດ 180 ລິດ/ຊົ່ວໂມງ, ສະໜອງນ້ຳດື່ມໃຫ້ແກ່ນັກຮຽນ, ຄູອາຈານ ແລະ ພະນັກງານໂຮງຮຽນ.

ບັນດາ “ມື້ບຸນແຫ່ງການສານສາຍສຳພັນ”
ນັກຮຽນ ແລະ ຜູ້ຕາງໜ້າບັນດາຫົວໜ່ວຍ ຢູ່ຂ້າງລະບົບກອງນ້ຳດື່ມບໍລິສຸດ ທີ່ອົງການ Children of Vietnam ໃຫ້ການອຸປະຖຳ ຢູ່ຕາແສງຕຽນເຟືອກ (ດ່ານັງ), ເດືອນພຶດສະພາ 2026.

ໃນປີ 2019, ສະມາຄົມມິດຕະພາບ ຫວຽດນາມ - ສ.ເກົາຫຼີ ໄດ້ຊ່ວຍເຊື່ອມຕໍ່ແຂວງຮ່າຢາງ (ປັດຈຸບັນຂຶ້ນກັບແຂວງຕວຽນກວາງ) ກັບເມືອງ Boeun, ແຂວງ Chungcheongbuk (ສ.ເກົາຫຼີ). ຫຼັງຈາກນັ້ນ, ສອງທ້ອງຖິ່ນໄດ້ສ້າງຕັ້ງສາຍພົວພັນຮ່ວມມື. ວັນທີ 24/11/2022, ຄະນະກຳມະການປະຊາຊົນແຂວງຮ່າຢາງ ແລະ ອຳນາດການປົກຄອງເມືອງ Boeun ໄດ້ລົງນາມຂໍ້ຕົກລົງກ່ຽວກັບການສົ່ງແຮງງານໄປເຮັດວຽກຕາມລະດູການຢູ່ ສ.ເກົາຫຼີ. ຈາກນັ້ນ, ບັນດາອົງການວິຊາສະເພາະຂອງຮ່າຢາງ ໄດ້ຈັດການຄັດເລືອກ, ຮຽນພາສາ, ສຶກສາແນະນຳທິດທາງ ແລະ ປະກອບເອກະສານໃຫ້ແກ່ຜູ້ອອກແຮງງານໃຫ້ຄົບຖ້ວນ. ໃນປີ 2023, ແຮງງານ 49 ຄົນຂອງແຂວງ ໄດ້ຖືກສົ່ງໄປ Boeun ເພື່ອເຮັດວຽກຕາມລະດູການຕາມຂໍ້ຕົກລົງ.

ບັນດາ “ມື້ບຸນແຫ່ງການສານສາຍສຳພັນ”
ການນຳແຂວງຮ່າຢາງ (ປັດຈຸບັນຂຶ້ນກັບແຂວງຕວຽນກວາງ) ພ້ອມດ້ວຍບັນດາພະແນກ, ຂະແໜງການ ມອບຂອງຂວັນໃຫ້ແກ່ຜູ້ອອກແຮງງານ ກ່ອນເດີນທາງໄປເຮັດວຽກຕາມລະດູການ ຢູ່ເມືອງ Boeun (ສ.ເກົາຫຼີ), ເດືອນພຶດສະພາ 2023.

ທີ່ກອງສຳມະນາ “ທ່າອ່ຽງການພັດທະນາຂອງການຕ່າງປະເທດປະຊາຊົນໃນໂລກ ແລະ ຜົນກະທົບຕໍ່ຫວຽດນາມ” ໃນເດືອນມີນາ 2026, ທ່ານນາງ ຫງວຽນເຟືອງງາ, ເອກອັກຄະລັດຖະທູດ, ອະດີດປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ສະເໜີໃຫ້ສົ່ງເສີມບົດບາດເປັນຂົວເຊື່ອມ, ຂະຫຍາຍສາຍພົວພັນກັບບັນດາສະຖາບັນຄົ້ນຄວ້າ, ນັກວິຊາການ, ສະມາຄົມ, ສະຫະສະມາຄົມຂະແໜງອາຊີບ ແລະ ວິສາຫະກິດ; ເຊື່ອມໂຍງກິດຈະກຳມິດຕະພາບກັບບັນດາເປົ້າໝາຍຮ່ວມມືທີ່ສະເພາະ ເພື່ອດຶງດູດແຫຼ່ງກຳລັງດ້ານທຶນ, ຄວາມຮູ້ ແລະ ເຕັກໂນໂລຊີ.

ໃນອາຍຸການ 2026 - 2031, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ວາງເປົ້າໝາຍໃນແຕ່ລະປີ ເຊື່ອມຕໍ່ສຳເລັດຢ່າງໜ້ອຍ 2-3 ຄູ່ທ້ອງຖິ່ນ ແລະ 20-30 ຄູ່ຮ່ວມຕ່າງປະເທດ ກັບບັນດາພາກສ່ວນພາຍໃນປະເທດ.

ການຈັບມືຂອງຫຸ່ນຍົນ ການຈັບມືຂອງຫຸ່ນຍົນ
ຍສໝ - ໃນເດືອນພຶດສະພາ 2026, ໃນເວທີປາໄສສຸດຍອດການພັດທະນາອຸດສາຫະກຳປັນຍາປະດິດ ຈີນ - ອາຊຽນ ຄັ້ງທີ II, ສຽງ “ແຕກ” ເບົາໆຂອງຂໍ້ຕໍ່ກົນຈັກໄດ້ດັງຂຶ້ນ ເມື່ອແຂນຂອງຫຸ່ນຍົນທີ່ຖືກສ້າງຂຶ້ນຈາກຈິງໄດ້ຄ່ອຍໆຍື່ນອອກມາ ແລະ ວາງລົງໃນຝາມືຂອງທ່ານ ຫງວຽນກວັນ – ອະດີດລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ. ຊ່ວງເວລານັ້ນເກີດຂຶ້ນພຽງບໍ່ກີ່ວິນາທີ, ແຕ່ສຳລັບຂ້າພະເຈົ້າ, ມັນແມ່ນຈຸດຈົບທີ່ສົມບູນຂອງເສັ້ນທາງອັນຍາວນານ ແລະ ກໍເປັນການເລີ່ມຕົ້ນຂອງຄວາມຝັນໃໝ່ທີ່ຂ້າພະເຈົ້າບົ່ມເພາະປູກຝັງມາຕະຫຼອດ 2 ທົດສະວັດຢູ່ເທິງຜືນແຜ່ນດິນຮູບຮ່າງຄ້າຍຕົວ S ແຫ່ງນີ້.
ຂ້າພະເຈົ້າຢາກຮ່ວມກັບຫວຽດນາມ “ປຸກຕື່ນ” ບັນດາທ່າແຮງອັນລ້ຳຄ່າ ຂ້າພະເຈົ້າຢາກຮ່ວມກັບຫວຽດນາມ “ປຸກຕື່ນ” ບັນດາທ່າແຮງອັນລ້ຳຄ່າ
ຍສໝ - ແຫຼ່ງກຳລັງການຜະລິດຂອງຫວຽດນາມມີຄວາມຫຼາກຫຼາຍຢ່າງຫຼວງຫຼາຍ. ແຕ່ທ່າແຮງຫຼາຍຢ່າງຍັງຄົງ “ຫຼັບຢູ່” ໃນສ່ວນລຸ່ມຂອງຕ່ອງໂສ້ມູນຄ່າ. ໃນການສຳພາດກັບວາລະສານ ຍຸກສະໄໝ, ທ່ານນາງ ຫຼິວ ຢິດົງ (ຜູ້ອຳນວຍການບໍລິຫານສະຖາບັນຄົ້ນຄວ້າເສດຖະກິດສາກົນ Vista, ຈີນ) ເຫັນວ່າ, ເພື່ອປະກອບສ່ວນແກ້ໄຂບັນຫານີ້, ຫວຽດນາມ ແລະ ຈີນຈຳເປັນຕ້ອງມີການເຊື່ອມໂຍງທີ່ເລິກເຊິ່ງ ແລະ ຫຼາກຫຼາຍຫຼາຍຂຶ້ນ.

ດວງດີ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ