ອາຊຽນ ແລະ ການາດາ ເພີ່ມທະວີການຮ່ວມມືຢ່າງຮອບດ້ານ

16:10 | 25/03/2021

ຍສໝ - ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແລະ ການາດາ ໄດ້ສ້າງຕັ້ງການພົວພັນຄູ່ເຈລະຈາໃນປີ 1977. ນັບແຕ່ນັ້ນມາ, ການຮ່ວມມືລະຫວ່າງສອງຝ່າຍ ນັບມື້ນັບໄດ້ຮັບການຂະຫຍາຍຕົວ ແລະ ບັນລຸການພັດທະນາຢ່າງຕັ້ງໜ້າ.

ອາຊຽນ ແລະ ການາດາ ເພ ມທະວ ການຮ ວມມ ຢ າງຮອບດ ານ ການາດາ ຢັ້ງຢືນການພົວພັນດ້ານການຄ້າຢ່າງແໜ້ນແຟ້ນກັບ ຫວຽດນາມ
ອາຊຽນ ແລະ ການາດາ ເພ ມທະວ ການຮ ວມມ ຢ າງຮອບດ ານ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມທາງອອນລາຍ ອາຊຽນ - ການາດາ ຄັ້ງທີ 17

ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແລະ ການາດາ ໄດ້ສ້າງຕັ້ງການພົວພັນຄູ່ເຈລະຈາໃນປີ 1977. ນັບແຕ່ນັ້ນມາ, ການຮ່ວມມືລະຫວ່າງສອງຝ່າຍ ນັບມື້ນັບໄດ້ຮັບການຂະຫຍາຍຕົວ ແລະ ບັນລຸການພັດທະນາຢ່າງຕັ້ງໜ້າ. ເມື່ອບໍ່ດົນມານີ້, ສອງຝ່າຍໄດ້ທົບທວນການເດີນທາງຂອງການຮ່ວມມືໃນຊຸມປີທີ່ຜ່ານມາ, ພ້ອມທັງຢືນຢັນຄວາມປາດຖະໜາ ຢາກສືບຕໍ່ຮັກສາທ່າແຮງຂອງການຮ່ວມມືໃນໄລຍະໃໝ່.

ໃນກອງປະຊຸມຄັ້ງທີ 9 ຂອງຄະນະກຳມະການຮ່ວມມືອາຊຽນ - ການາດາ, ເຊິ່ງໄດ້ຈັດຂຶ້ນດ້ວຍທາງຫ່າງໄກ, ສອງຝ່າຍໄດ້ທົບທວນຄືນໝາກຜົນທີ່ບັນລຸໄດ້ໃນການຈັດຕັ້ງປະຕິບັດແຜນປະຕິບັດງານ ໄລຍະປີ 2016-2020, ກໍ່ຄືກັບໃນໄລຍະທີ່ຜ່ານມາ.

ອາຊຽນ ແລະ ການາດາ ເພ ມທະວ ການຮ ວມມ ຢ າງຮອບດ ານ
ການາດາ ສະໜັບສະໜູນອຸປະກອນການແພດໃຫ້ແກ່ອາຊຽນ ເພື່ອການປ້ອງກັນ ແລະ ຄວບຄຸມການລະບາດຂອງ COVID-19. (ພາບ: Asean.org)

ໃນໂອກາດນີ້, ອາຊຽນ ໄດ້ຍົກຍ້ອງການສະໜັບສະໜູນຂອງ ການາດາ ສຳລັບຄວາມພະຍາຍາມໃນການສ້າງ ແລະ ເຊື່ອມໂຍງປະຊາຄົມອາຊຽນໃນຫລາຍປີຜ່ານມາ, ໂດຍຜ່ານບັນດາແຜນງານການຮ່ວມມື,ເຊັ່ນ: ໂຄງການການສຶກສາ ແລະ ການພັດທະນາການສຶກສາປ່ຽນແປງ (SEED); ໂຄງການຮ່ວມມືລະຫວ່າງການາດາ ແລະ ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) ກ່ຽວກັບວິສາຫະກິດຂະໜາດນ້ອຍ ແລະ ກາງໃນອາຊຽນ (COPAS); ແຜນງານສາມຫລ່ຽມຄຳໃນພາກພື້ນອາຊຽນ.

ສະມາຄົມອາຊຽນ ຍັງຍິນດີໃຫ້ການຮ່ວມມື ແລະ ການປະກອບສ່ວນຂອງການາດາ ເຂົ້າໃນກອງທຶນອາຊຽນ ເພື່ອຕອບໂຕ້ກັບ COVID-19, ກອບການກອບກູ້ອາຊຽນທີ່ສັງລວມ.

ໃນໄລຍະຈະມາເຖິງ, ອາຊຽນ ແລະ ການາດາ ໄດ້ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາຂອງຕົນ ໃນການເພີ່ມທະວີການຮ່ວມມືໃນບັນດາຂົງເຂດ ທີ່ຕ່າງຝ່າຍມີຜົນປະໂຫຍດລວມ ພາຍໃຕ້ແຜນປະຕິບັດງານໄລຍະ 2021 - 2025, ໄດ້ຮັບຮອງເອົາໃນກອງປະຊຸມລັດຖະມົນຕີອາຊຽນ ໃນເດືອນກັນຍາ 2020. ສອງຝ່າຍເຫັນດີສືບຕໍ່ຮ່ວມມືກັນຕື່ມອີກ ໃນຂົງເຂດການຄ້າ ແລະ ການລົງທຶນ; ພັດທະນາວິສາຫະກິດຂະໜາດນ້ອຍ, ຂະໜາດກາງ; ສຸຂະພາບຊຸມຊົນ; ການເລີ່ມສ້າງຕົວ ແລະ ການປະດິດສ້າງ; ເສດຖະກິດດີຈີຕອນ; ການສຶກສາ; ຄວາມສະເໝີພາບລະຫວ່າງຍິງ - ຊາຍ; ແມ່ຍິງ, ສັນຕິພາບ - ຄວາມໝັ້ນຄົງ; ການເຊື່ອມຕໍ່.

ອາຊຽນ ແລະ ການາດາ ເພ ມທະວ ການຮ ວມມ ຢ າງຮອບດ ານ IAMM: ຫວຽດນາມຮ່ວມມືກັບບັນດາປະເທດອື່ນ ເພື່ອປ້ອງກັນ ແລະ ຕ້ານການລະບາດຂອງ COVID-19

ຍສໝ - ທ່ານຮອງນາຍົກລັດຖະມົນຕີຟ້າມບິ່ງມິງ ໄດ້ຢືນຢັນວ່າ, ຫວຽດນາມ ຈະສະໜັບສະໜູນ, ໜູນຊ່ວຍປະທານອາຊຽນ 2021 ໃນການປະຕິບັດສຳເລັດໜ້າທີ່, ສືບຕໍ່ຊຸກຍູ້ການກໍ່ສ້າງປະຊາຄົມອາຊຽນ, ຄວບຄຸມ ແລະ ຕ້ານໂລກລະບາດ COVID-19 ຢ່າງມີປະສິດທິຜົນ.

ອາຊຽນ ແລະ ການາດາ ເພ ມທະວ ການຮ ວມມ ຢ າງຮອບດ ານ ເກີ່ນເທີ ຍາມໃດກໍ່ສ້າງເງື່ອນໄຂອັນສະດວກໃຫ້ແກ່ບັນດາວິສາຫະກິດ ການາດາ

ຍສໝ - ເກີ່ນເທີ ແລະ ການາດາ ລ້ວນແຕ່ມີທ່າແຮງໃນດ້ານກະສິກຳ, ສອງຝ່າຍສາມາດແລກປ່ຽນດ້ານຊັບພະຍາກອນກະສິກຳ.

ອາຊຽນ ແລະ ການາດາ ເພ ມທະວ ການຮ ວມມ ຢ າງຮອບດ ານ ລັດຖະບານ ຫວຽດນາມ ມອບຜ້າອັດປາກໃຫ້ແກ່ຊາວຫວຽດນາມ ຢູ່ ການາດາ ເພື່ອຕໍ່ສູ້ຕ້ານກັບ COVID-19

ຍສໝ - ຫວ່າງມໍ່ໆມານີ້, ສະຖານກົງສຸນໃຫຍ່ຫວຽດນາມປະຈຳ Vancouver, ການາດາໄດ້ຈັດພິທີມອບຜ້າອັດປາກຂອງລັດຖະບານໃຫ້ແກ່ຊາວຫວຽດນາມ ຢູ່ ບັນດາແຂວງທາງທິດຕາເວັນຕົກຂອງການາດາ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.