ເກີ່ນເທີ ຍາມໃດກໍ່ສ້າງເງື່ອນໄຂອັນສະດວກໃຫ້ແກ່ບັນດາວິສາຫະກິດ ການາດາ

12:02 | 29/07/2020

ຍສໝ - ເກີ່ນເທີ ແລະ ການາດາ ລ້ວນແຕ່ມີທ່າແຮງໃນດ້ານກະສິກຳ, ສອງຝ່າຍສາມາດແລກປ່ຽນດ້ານຊັບພະຍາກອນກະສິກຳ.

ເກ ນເທ ຍາມໃດກ ສ າງເງ ອນໄຂອ ນສະດວກໃຫ ແກ ບ ນດາວ ສາຫະກ ດ ການາດາ ລັດຖະບານ ຫວຽດນາມ ມອບຜ້າອັດປາກໃຫ້ແກ່ຊາວຫວຽດນາມ ຢູ່ ການາດາ ເພື່ອຕໍ່ສູ້ຕ້ານກັບ COVID-19
ເກ ນເທ ຍາມໃດກ ສ າງເງ ອນໄຂອ ນສະດວກໃຫ ແກ ບ ນດາວ ສາຫະກ ດ ການາດາ ສະຫະພັນອົງການຈັດຕັ້ງມິດຕະພາບນະຄອນ ເກີ່ນເທີ ໄດ້ຮັບທຸງແຂ່ງຂັນໂດຍ VUFO ມອບໃຫ້
ເກ ນເທ ຍາມໃດກ ສ າງເງ ອນໄຂອ ນສະດວກໃຫ ແກ ບ ນດາວ ສາຫະກ ດ ການາດາ
ບັນຍາກາດທີ່ການເຮັດວຽກ.

ເມື່ອບໍ່ດົນມານີ້, ທ່ານ ເຢືອງເຕີນຮຽນ ຮອງປະທານຄະນະກຳມະການປະຊາຊົນນະຄອນ ເກີ່ນເທີ ແລະ ບັນດາການນຳ ຂອງພະແນກ, ຂະແໜງການ ຈຳນວນໜຶ່ງ ໄດ້ໃຫ້ການຕ້ອນຮັບ ເທ່ານ Kyle Nuas, ຫົວໜ້າກົງສຸນໃຫຍ່ການາດາປະຈຳ ນະຄອນໂຮ່ຈີມິນ ເປັນຫົວໜ້າຄະນະມາຢ້ຽມຢາມ ແລະ ເຮັດວຽກກັບ ຄະນະກຳມະການປະຊາຊົນນະຄອນ ເກີ່ນເທີ.

ທີ່ການພົບປະ, ທ່ານ ເຢືອງເຕີນຮຽນ ຮອງປະທານຄະນະກຳມະການປະຊາຊົນນະຄອນ ເກີ່ນເທີ ໃຫ້ຮູ້ວ່າ, ໃນໄລຍະຜ່ານມາ, ນະຄອນ ເກີ່ນເທີ ໄດ້ມານະພະຍາຍາມຢ່າງບໍ່ຢຸດຢັ້ງເພື່ອເປີດກວ້າງການຮ່ວມມືກັບບັນດາຄູ່ຮ່ວມມືພາຍໃນ ແລະ ຕ່າງປະເທດ, ໃນນັ້ນການາດາແມ່ນໜຶ່ງໃນບັນດາຄູ່ຮ່ວມມືທີ່ສຳຄັນ. ທ່ານຮອງປະທານຄະນະກຳມະການປະຊາຊົນນະຄອນ ເກີ່ນເທີ ປາດຖະໜາວ່າລະຫວ່າງ ການາດາ ແລະ ນະຄອນ ເກີ່ນເທີ ຈະເພີ່ມທະວີການປະສານງານເພື່ອຈັດຕັ້ງປະຕິບັດໂຄງການສົ່ງເສີມການລົງທືນ ແລະ ໂຄງການສະໜັບສະໜູນທຸລະກິດ ເຊັ່ນ: ຈັດງານສຳມະນາ, ງານວາງສະແດງສິນຄ້າ, ການພົບປະແລກປ່ຽນ... ເພື່ອສ້າງເງື່ອນໄຂເພື່ອໃຫ້ບັນດານັກລົງທືນຂອງທັງສອງຝ່າຍເຂົ້າໃຈສະພາບແວດລ້ອມດ້ານການລົງທຶນ, ນະໂຍບາຍກ່ຽວກັບຄວາມດຶງດູດ ແລະທ່າແຮງການລົງທຶນຂອງແຕ່ລະຝ່າຍ; ໂດຍສະເພາະແມ່ນການລົງທືນໃນສະພາບແວດລ້ອມ, ການກໍາຈັດສິ່ງເສດເຫຼືອໃນອຸດສະຫະ ກຳ ແລະ ສິ່ງເສດເຫຼືອທາງການແພດ.

ເກ ນເທ ຍາມໃດກ ສ າງເງ ອນໄຂອ ນສະດວກໃຫ ແກ ບ ນດາວ ສາຫະກ ດ ການາດາ
ບັນດາຜູ້ແທນຖ່າຍຮູບເປັນທີ່ລະລຶກ.

ຜ່ານການຢ້ຽມຢາມ ແລະ ເຮັດວຽກກັບນະຄອນ ເກີ່ນເທີ, ທ່ານ Kyle Nuas ໃຫ້ຮູ້ວ່າ, ການາດາ ແລະ ເກີ່ນເທີ ຈະມີຫລາຍກາລະໂອກາດໃນການຮ່ວມມື. ເກີ່ນເທີ ແລະ ການາດາ ລ້ວນແຕ່ມີທ່າແຮງໃນດ້ານກະສິກຳ, ສອງຝ່າຍສາມາດແລກປ່ຽນດ້ານຊັບພະຍາກອນກະສິກຳ. ໂດຍສະເພາະ, ການາດາ ມີບໍລິສັດຫຼາຍແຫ່ງທີ່ລົງທືນໃນດ້ານເຕັກນິກ - ເຕັກໂນໂລຢີກະສິກຳ ເພື່ອຊ່ວຍເພີ່ມມູນຄ່າການຜະລິດ ແລະ ຫຼຸດຕົ້ນທຶນການຜະລິດ. ນອກຈາກນີ້, ການາດາ ຍັງມີ ບໍລິສັດຫຼາຍແຫ່ງທີ່ມີຄວາມຊໍາຊານໃນດ້ານເຕັກໂນໂລຢີສະອາດສິ່ງແວດລ້ອມ, ການກໍາຈັດສິ່ງເສດເຫຼືອອຸດສາຫະກຳ, ສິ່ງເສດເຫຼືອທາງການແພດ... ທ່ານ Kyle Nuas ຫວັງວ່າຫລັງໂລກລະບາດ Covid-19, ເກີ່ນເທີ ຈະສ້າງໂອກາດເພື່ອໃຫ້ບັນດາວິສາຫະກິດເຫຼົ່ານີ້ມາ ເກີ່ນເທີ ເພື່ອການຮ່ວມມື, ຖ່າຍທອດເຕັກນິກ ແລະ ເຕັກໂນໂລຢີ.

ເກ ນເທ ຍາມໃດກ ສ າງເງ ອນໄຂອ ນສະດວກໃຫ ແກ ບ ນດາວ ສາຫະກ ດ ການາດາ ເກີ່ນເທີ ເພີ່ມພຸນຄູນສ້າງຄວາມສາມັກຄີ ຫວຽດນາມ - ກໍາປູເຈຍ

ຍສໝ - ຄາດວ່າທ້າຍປີ 2020, ສະມາຄົມມິດຕະພາບຫວຽດນາມ - ກໍາປູເຈຍ ນະຄອນ ເກີ່ນເທີ ຈະສະໜັບສະໜູນການໃຫ້ທຶນການສຶກສາແກ່ນັກສຶກສາກຳປູເຈຍ ທີ່ກຳລັງສຶກສາຢູ່ມະຫາວິທະຍາໄລ ເກີ່ນເທີ ແລະ ມະຫາວິທະຍາໄລການແພດ ແລະ ການຢາ ເກີ່ນເທີ; ຮັກສາການຈັດຕັ້ງການພົບປະແລກປ່ຽນມິດຕະພາບລະຫວ່າງຊາວໜຸ່ມ ສອງປະເທດ...

ເກ ນເທ ຍາມໃດກ ສ າງເງ ອນໄຂອ ນສະດວກໃຫ ແກ ບ ນດາວ ສາຫະກ ດ ການາດາ ທ່ານເອກອັກຄະລັດຖະທູດ Ivo Sieber: ປະເທດສະວິດເຊີແລນຈະສືບຕໍ່ສະໜັບສະໜູນ ເກີ່ນເທີ ໃນຫຼາຍຂົງເຂດ

ຍສໝ - ປະຈຸບັນ, ປະເທດສະວິດເຊີແລນ ພວມສົມທົບກັບທະນາຄານໂລກ ເພື່ອສະໜັບສະໜູນ ນະຄອນ ເກີ່ນເທີ ເພື່ອເພີ່ມຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດໂດຍຜ່ານໂຄງການພັດທະນານະຄອນ ເກີ່ນເທີ ແລະ ເສີມຂະຫຍາຍການປັບຕົວຂອງຕົວເມືອງ.

ເກ ນເທ ຍາມໃດກ ສ າງເງ ອນໄຂອ ນສະດວກໃຫ ແກ ບ ນດາວ ສາຫະກ ດ ການາດາ ສະຫະພັນບັນດາອົງການມິດຕະພາບ ເກີ່ນເທີ ໄດ້ລະດົມເງິນຊ່ວຍເຫຼືອ ຈຳນວນ 3 ລ້ານໂດລາສະຫະລັດໃຫ້ແກ່ແຂວງໃນໄລຍະ 5 ປີ

ຍສໝ - ສະຫະພັນ ເກີ່ນເທີ ໄດ້ຮ່ວມມືກັບຫຼາຍກວ່າ 40 ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ ເພື່ອຈັດຕັ້ງປະຕິບັດປະມານ 45 ໂຄງການ, ໂຄງການ ດ້ວຍການລະດົມທຶນທັງໝົດ 3 ລ້ານໂດລາສະຫະລັດ.

ໄຊພອນ

ເຫດການ
302 Found

Found

The document has moved here.