ຍສໝ - ສືບຕໍ່ບັນດາການເຄື່ອນໄຫວຢູ່ ສາທາລະນະລັດ ອາຟຣິກາກາງ, ໃນຕອນບ່າຍວັນທີ 15 ເມສາ (ຕາມເວລາທ້ອງຖິ່ນ), ຄະນະຜູ້ແທນຂອງກະຊວງປ້ອງກັນຄວາມສະຫງົບ ໂດຍແມ່ນທ່ານພົນໂທ ຟ້າມເຖ໋ຕຸ້ງ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ຫົວໜ້າຄະນະຊີ້ນຳໂຄງການ 05 ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງ ສະຫະປະຊາຊາດ (GGHB LHQ) ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານນາງ ວາເລນທິນ ຣັກວາບີຊາ (Valentine Rugwabiza), ຜູ້ຕາງໜ້າພິເສດຂອງເລຂາທິການໃຫຍ່ (SRSG), ຫົວໜ້າຄະນະປະຕິບັດງານ MINUSCA.
ຍສໝ - ໃນວັນທີ 15 ເມສາ 2026, ພິທີເປີດ ຮ້ານວາງສະແດງແຫ່ງຊາດຫວຽດນາມ ຢູ່ Coffee Expo Seoul 2026 ໄດ້ຈັດຂຶ້ນຢ່າງເປັນທາງການ ທີ່ສູນກອງປະຊຸມ ແລະ ງານວາງສະແດງ COEX, ກຸງໂຊລ, ສເກົາຫຼີ. ໂດຍມີການເຂົ້າຮ່ວມຂອງບັນດາຜູ້ຕາງໜ້າຈາກສະມາຄົມ, ວິສາຫະກິດ ແລະ ຄູ່ຮ່ວມງານໃນຂະແໜງການກາເຟ ທັງຈາກ ສ.ເກົາຫຼີ ແລະ ສາກົນ ຢ່າງຫຼວງຫຼາຍ.
ຍສໝ - Trong kỷ nguyên mới, khi cạnh tranh giữa các quốc gia không chỉ giới hạn ở kinh tế hay công nghệ, mà còn mở rộng sang các lĩnh vực giá trị, bản sắc và sức mạnh mềm. Nghị ...
ຍສໝ - 93% ຂອງຜູ້ນຳວິສາຫະກິດ ເອີຣົບ ໃຫ້ຮູ້ວ່າ ພ້ອມແລ້ວທີ່ຈະແນະນຳ ຫວຽດນາມ ແມ່ນຈຸດໝາຍປາຍທາງແຫ່ງການລົງທຶນ – ເຊິ່ງແມ່ນໜຶ່ງໃນລະດັບທີ່ສູງທີ່ສຸດໃນປະຫວັດສາດການສຳຫຼວດຂອງ EuroCham.
ຍສໝ - ທ່ານຮອງນາຍົກລັດຖະມົນຕີ ໂຮ່ກວ໋ກຢຸ້ງ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຜັນຂະຫຍາຍບັນດາມາດຕະການຕ້ານການຂຸດຄົ້ນ IUU ຢ່າງເປັນເອກະພາບ ແລະ ເດັດຂາດ, ແກ້ໄຂບັນດາຈຸດຄົງຄ້າງຢ່າງຂາດຕົວ ຕາມຂໍ້ສະເໜີແນະຂອງຄະນະກຳມະການ ເອີຣົບ (EC), ສ້າງການຫັນປ່ຽນຢ່າງຈະແຈ້ງ ກ່ອນການລົງກວດກາໃນຄັ້ງຕໍ່ໜ້າ.
ຕອນເຊົ້າວັນທີ 13 ເມສາ, ຢູ່ຮ່າໂນ້ຍ, ກົມການເມືອງ, ຄະນະເລຂາສູນກາງພັກໄດ້ຈັດກອງປະຊຸມທົ່ວປະເທດຄົ້ນຄ້ວາ, ຮ່ຳຮຽນ, ເຊື່ອມຊືມ ແລະ ຜັນຂະຫຍາຍປະຕິບັດມະຕິກອງປະຊຸມຄັ້ງທີ 2 ຄະນະບໍລິຫານງານສູນກາງພັກຊຸດທີ XIV.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະເໜີໃຫ້ທະຫານເຂດ 1 ສືບຕໍ່ຊາບຊຶມແນວທາງ, ທັດສະນະຂອງພັກກ່ຽວກັບການທະຫານ, ການປ້ອງກັນຊາດ, ປົກປັກຮັກສາປະເທດຊາດໃນສະພາບການໃໝ່
ຍສໝ - ໃນຕອນແລງຂອງວັນທີ 9 ເມສາ, ໃນພິທີມອບ-ຮັບໜ້າທີ່ວຽກງານລັດຖະມົນຕີ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ສະຫາຍ ລັດຖະມົນຕີ ເລີມທິເຟືອງແອງ, ລັດຖະມົນຕີ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຜູ້ໃໝ່ ໄດ້ເນັ້ນໜັກວ່າ: ຄວາມຕ້ອງການທີ່ສະເໝີຕົ້ນສະເໝີປາຍຂອງຂະແໜງການ ແມ່ນການຮີບຮ້ອນຫັນປ່ຽນຈາກຈິນຕະນາການການຄຸ້ມຄອງ ໄປສູ່ຈິນຕະນາການແຫ່ງການສ້າງສັນ ແລະ ການພັດທະນາ; ສ້າງເງື່ອນໄຂ ແລະ ຂົງເຂດເພື່ອໃຫ້ບັນດານັກສິນລະປິນ, ວິສາຫະກິດ ແລະ ຊຸມຊົນ ເຂົ້າຮ່ວມໃນການພັດທະນາວັດທະນະທຳ.
ຍສໝ - ການທີ່ສະພາແຫ່ງຊາດ ຊຸດທີ XVI ປັບປຸງບູລະນະບັນດາຕຳແໜ່ງການນຳຫຼັກແຫຼ່ງ ແມ່ນໄດ້ຮັບການຕີລາຄາຈາກຫຼາຍອົງການຈັດຕັ້ງສາກົນ, ຄູ່ຮ່ວມມື ແລະ ຊຸມຊົນຄົນຫວຽດນາມຢູ່ຕ່າງປະເທດວ່າ ແມ່ນຂີດໝາຍທາງດ້ານການເມືອງທີ່ສຳຄັນ, ຮັບປະກັນຄວາມຕໍ່ເນື່ອງໃນການບໍລິຫານ, ຮັດແໜ້ນຄວາມເຊື່ອໝັ້ນ, ພ້ອມທັງເປີດໂອກາດໃຫ້ແກ່ການຊຸກຍູ້ການປະຕິຮູບ, ການເຊື່ອມໂຍງ ແລະ ຍົກສູງບົດບາດຂອງປະເທດຊາດ ໃນໄລຍະແຫ່ງການພັດທະນາໃໝ່.
ຍສໝ - ຫວຽດນາມມຸ່ງໝັ້ນທີ່ຈະບັນລຸການເຕີບໂຕສອງຕົວເລກໃນໄລຍະທີ່ຈະມາເຖິງ, ພ້ອມທັງສືບຕໍ່ເສີມສ້າງພື້ນຖານຂອງສະຖຽນລະພາບດ້ານເສດຖະກິດມະຫາພາກ. ບົດລາຍງານຊີ້ໃຫ້ເຫັນວ່າຮອດປີ 2025, ຕົວຊີ້ວັດເສດຖະກິດ-ສັງຄົມທີ່ສຳຄັນທັງ 15 ຢ່າງມີແນວໂນ້ມທີ່ຈະບັນລຸ ຫຼື ເກີນກວ່ານັ້ນ.
ຕອນເຊົ້າວັນທີ 08 ເມສາ, ຢູ່ທຳນຽບປະທານປະເທດ (ທີ່ ຮ່າໂນ້ຍ), ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສສ. ຫວຽດນາມ ໄດ້ເປັນປະທານກອງປະຊຸມປະກາດຂໍ້ຕົກລົງຂອງກົມການເມືອງ ບົ່ງຕົວຄະນະບໍລິຫານງານ, ຄະນະປະຈຳ, ເລຂາ, ຮອງເລຂາພັກລັດຖະບານ ແລະ ປະກາດໃຊ້ຂໍ້ຕົກລົງແຕ່ງຕັ້ງຄະນະລັດຖະບານຊຸດໃໝ່ 2026 – 2031.
ຍສໝ - ໃນວັນທີ 8 ເມສາ, ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງໄດ້ຈັດກອງປະຊຸມທົ່ວປະເທດເພື່ອໃນຕອນເຊົ້າມື້ດຽວ, ດ້ວຍຈິດໃຈອັນຮີບດ່ວນ, ຈິງຈັງ ແລະ ມີຄວາມຮັບຜິດຊອບ, ກອງປະຊຸມທົ່ວປະເທດກ່ຽວກັບການຄົ້ນຄ້ວາ, ສຶກສາ, ເຊື່ອມຊຶມ ແລະ ຜັນຂະຫຍາຍປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກສຳລັບນັກຂ່າວ, ຜູ້ຈັດພິມ, ແລະ ຜູ້ແທນນັກສິລະປິນ ແລະ ປັນຍາຊົນ ໄດ້ສຳເລັດວາລະກອງປະຊຸມຂອງຕົນຢ່າງສຳເລັດຜົນ. ໂດຍຮັບການແບ່ງງານຂອງສະຫາຍຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງ ແລະ ສະຫາຍຮອງຫົວໜ້າຄະນະປະຈຳ, ຕາງໜ້າໃຫ້ຜູ້ນຳຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງ , ຂ້າພະເຈົ້າຂໍສົ່ງຄຳອວຍພອນອັນປະເສີດມາຍັງສະຫາຍ, ຜູ້ແທນ ແລະ ທີມງານນັກຂ່າວ, ຜູ້ຈັດພິມ, ນັກປັນຍາຊົນ ...
ຍສໝ - ການເຕີບໂຕຂອງ GDP ໃນໄຕມາດທຳອິດຂອງປີ 2026 ບັນລຸຫຼາຍກວ່າ 7.83%, ເຊິ່ງສະແດງໃຫ້ເຫັນວ່າເສດຖະກິດຫວຽດນາມກຳລັງຟື້ນຕົວໃນທາງບວກ ແລະ ຄ່ອຍໆກັບຄືນສູ່ສະພາບປົກກະຕິທ່າມກາງຄວາມບໍ່ແນ່ນອນຂອງໂລກ. ເຖິງແມ່ນວ່າຍັງບໍ່ທັນບັນລຸຄວາມຄາດຫວັງສູງສຸດ, ແຕ່ຜົນໄດ້ຮັບນີ້ຍັງເປັນພື້ນຖານທີ່ສຳຄັນສຳລັບການບັນລຸການເຕີບໂຕສອງຕົວເລກຕະຫຼອດປີ.
ເມື່ອກ່າວຄຳເຫັນໃນວາລະໄຂກອງປະຊຸມຄັ້ງປະຖົມມະລຶກ, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XVI, ໃນຕອນເຊົ້າວັນທີ 06 ເມສາ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ຢັ້ງຢືນວ່າ ຄຳຮຽກຮ້ອງຕ້ອງການຂອງໄລຍະພັດທະນາໃໝ່ຮຽກຮ້ອງໃຫ້ສະພາແຫ່ງຊາດ ຕ້ອງມີການປ່ຽນແປງໃໝ່ຢ່າງແຮງກວ່າ, ແທດຈິງກວ່າ, ມີປະສິດທິຜົນກວ່າ ເພື່ອປະຕິບັດຢ່າງຄົບຖ້ວນ ແລະ ສົມກັບ ພາລະສຳຄັນເຊິ່ງລັດຖະທຳມະນູນໄດ້ກຳນົດ.
ທ່ານນາງ ຫວໍທິແອັງຊວັນເກີດວັນທີ 8 ມັງກອນ 1970, ບ້ານເກີດຢູ່ຕາແສງ ເທີ້ຍເຊີນ, ແຂວງອານຢາງ, ທ່ານແມ່ນເລຂາສູນກາງພັກສະໄໝທີ XIV, ກຳມະການທາງການສູນກາງພັກສະໄໝທີ XII, XIII, XIV;ກຳມະການສຳຮອງສູນກາງພັກຊຸດທີ XI, ສະມາຊິກສະພາແຫ່ງຊ່າດສະໄໝທີ XIV, XV, XVI.
ສະພາແຫ່ງຊາດຊຸດທີ XVI ຮັບຮອງເອົາມະຕິເລືອກຕັ້ງນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ອາຍຸການ 2026 – 2031 ສຳລັບທ່ານເລມິຮຶງ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງ, ສະມາຊິກສະພາແຫ່ງຊາດຊຸດທີ XVI.
ເວລາຜ່ານມາ, ທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມກັບຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາທິການ ໄດ້ຊີ້ນຳນຳພາ, ປະກາດໃຊ້ຫຼາຍນະໂຍບາຍຊີ້ຂາດໃຫຍ່, ວາງເປົ້າໝາຍຮອດປີ 2030 ຫວຽດນາມ ກາຍເປັນປະເທດພວມພັດທະນາ ມີອຸດສາຫະກຳທັນສະໄໝ, ມີລາຍຮັບປານກາງສູງ; ຮອດປີ 2045 ກາຍເປັນປະເທດພັດທະນາ, ມີລາຍຮັບສູງ.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແບ່ງປັນວ່າ ເລື່ອງດຳລົງຕຳແໜ່ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແມ່ນຄວາມເປັນກຽດອັນຍິ່ງໃຫຍ່, ແມ່ນຄວາມຮັບຜິດຊອບ ແລະ ພັນທະອັນສັກສິດ, ສູງສົ່ງ.
ຍສໝ - ໃນການໂອ້ລົມກັບນັກຂ່າວຈາກໜັງສືພິມອອນໄລຂອງລັດຖະບານ, ຕົວແທນຂອງທຸລະກິດ ແລະ ສະມາຄົມຕ່າງໆ ໄດ້ກ່າວວ່າ ມະຕິເລກທີ 79 ໄດ້ປັບປ່ຽນບົດບາດຂອງລັດວິສາຫະກິດຈາກ "ເສົາຄໍ້າ" ໄປສູ່ "ແກນກາງໃນການສ້າງລະບົບນິເວດ," ດັ່ງນັ້ນຈຶ່ງປົດລັອກຊັບພະຍາກອນ, ນຳພາລະບົບຕ່ອງໂສ້ມູນຄ່າ, ແລະ ສ້າງພື້ນທີ່ການພັດທະນາໃໝ່ສຳລັບພາກເອກະຊົນ, ໂດຍສະເພາະວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ.
ໝາກຜົນການເລືອກຕັ້ງສືບຕໍ່ຢືນຢັນຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ພັກ, ລັດ.
ຕອນເຊົ້າວັນທີ 7 ເມສາ, ທີ່ກອງປະຊຸມຄັ້ງປະຖົມມະເລີກ, ສະພາແຫ່ງຊາດ ຊຸດທີ XVI, ສະພາແຫ່ງຊາດ ເລືອກຕັ້ງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໃຫ້ດຳລົງຕຳແໜ່ງປະທານປະເທດ ອາຍຸການ 2026-2031.
ຍສໝ - ກະຊວງການຕ່າງປະເທດປັບປຸງຂໍ້ມູນກ່ຽວກັບການພັດທະນາ ແລະ ການປັບປຸງນະໂຍບາຍໃນປະເທດອື່ນໆເປັນປະຈຳເພື່ອໃຫ້ຄຳແນະນຳລັດຖະບານຢ່າງທັນການກ່ຽວກັບການຕອບສະໜອງທີ່ເໝາະສົມໃນການຄຸ້ມຄອງເສດຖະກິດມະຫາພາກ ແລະ ການຄຸ້ມຄອງພະລັງງານ.
ຍສໝ - ໃນວັນທີ 2 ເມສາ ທີ່ຮ່າໂນ້ຍ, ສະຫະພັນອົງການມິດຕະພາບຫວຽດນາມ ໄດ້ປະສານງານກັບຄະນະກຳມະການອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ ໄດ້ຈັດກອງປະຊຸມແບ່ງປັນຂໍ້ມູນຂ່າວສານປີ 2026 ກັບອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ, ເພື່ອແນໃສ່ໃຫ້ຂໍ້ມູນ ແລະ ຄຳແນະນຳຢ່າງທັນການສຳລັບອົງການຈັດຕັ້ງທີ່ດຳເນີນທຸລະກິດຢູ່ຫວຽດນາມ.
ຍສໝ - ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວຫວຽດນາມ ພວມຮັບເອົາຄໍາຄິດເຫັນກ່ຽວກັບຮ່າງມະຕິຂອງສະພາແຫ່ງຊາດກ່ຽວກັບກົນໄກ ແລະ ນະໂຍບາຍທີ່ກ້າວໜ້າບາງຢ່າງສໍາລັບການພັດທະນາວັດທະນະທໍາຫວຽດນາມ.
ຍສໝ - ຕອນບ່າຍວັນທີ 30 ມີນາ, ທີ່ສຳນັກງານໃຫຍ່ຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ທ່ານນາງ ຫງວຽນມິງຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ບຸ່ຍຮວ່າງເຟືອງ ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ເປັນປະທານຮ່ວມກອງປະຊຸມກ່ຽວກັບການຈັດຕັ້ງປະຕິບັດວຽກງານການຫັນເປັນດີຈີຕອນ ຕາມມະຕິເລກທີ 57-NQ/TW ຂອງກົມການເມືອງ.
ຍສໝ - ຕອນເຊົ້າວັນທີ 30 ມີນາ, ທີ່ຮ່າໂນ້ຍ, ສະຫະພັນອົງການມິດຕະພາບຫວຽດນາມ ໄດ້ຈັດກອງປະຊຸມທາງອອນລາຍກັບສະຫະພັນອົງການມິດຕະພາບລະດັບແຂວງ ແລະ ນະຄອນ 30 ແຫ່ງ ເພື່ອຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກກອມມູນິດຫວຽດນາມ ກ່ຽວກັບການທູດປະຊາຊົນ.
ຍສໝ - ຕອນບ່າຍວັນທີ 25 ມີນາ, ທ່ານ ເລຮວ່າຍຈຸງ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໂອ້ລົມທາງໂທລະສັບກັບທ່ານນາງ Maria Theresa Lazaro, ລັດຖະມົນຕີກະຊວງການຕ່າງປະເທດ ຟີລິບປິນ ເພື່ອປຶກສາຫາລືກ່ຽວກັບການພົວພັນສອງຝ່າຍລະຫວ່າງຫວຽດນາມ ແລະ ຟີລິບປິນ ແລະ ບັນຫາພາກພື້ນຈຳນວນໜຶ່ງທີ່ທັງສອງຝ່າຍມີຄວາມສົນໃຈ.
ຍສໝ - ເມື່ອບໍ່ດົນມານີ້, ເວທີປາໄສທຸລະກິດ ແລະ ການລົງທຶນລະຫວ່າງສະຫະພາບເອີຣົບ ແລະ ຫວຽດນາມ, ພາຍໃຕ້ຫົວຂໍ້ “ຍຸດທະສາດປະຕູທາງໂລກ: ການຮ່ວມມືລົງທຶນສູ່ອະນາຄົດທີ່ຍືນຍົງ” ໄດ້ຈັດຂຶ້ນທີ່ຮ່າໂນ້ຍ. ງານດັ່ງກ່າວໄດ້ດຶງດູດຜູ້ແທນຫຼາຍກວ່າ 800 ຄົນ, ລວມທັງຜູ້ນຳອາວຸໂສ, ຕົວແທນທຸລະກິດ ແລະ ອົງການຈັດຕັ້ງສາກົນ, ເພື່ອແນໃສ່ສົ່ງເສີມການຮ່ວມມືລົງທຶນ ແລະ ການພັດທະນາແບບຍືນຍົງລະຫວ່າງຫວຽດນາມ ແລະ ສະຫະພາບເອີຣົບ (EU).
ຍສໝ - ການໂຈມຕີທີ່ແຂວງດັກລັກໃນວັນທີ 11 ມິຖຸນາ 2023 ສະແດງໃຫ້ເຫັນເຖິງສັນຍານຂອງເຄືອຂ່າຍທີ່ມີການຈັດຕັ້ງ, ໂດຍມີການເຊື່ອມໂຍງລະຫວ່າງ "ກຸ່ມ Montagnards for Justice" (MSFJ), "ຄະນະກຳມະການກູ້ໄພຄົນຂ້າມເຮືອ" (BPSOS), ແລະ ກິດຈະກຳສະໜັບສະໜູນ ແລະ ສະໜັບສະໜູນຈາກພາຍນອກ.
ຍສໝ - ທີ່ການປະຊຸມຂ່າວປະກາດຜົນຂອງການເລືອກຕັ້ງສະພາແຫ່ງຊາດຊຸດທີ 16, ປະທານຄະນະກຳມະການກ່ຽວກັບວຽກງານຜູ້ແທນສະພາແຫ່ງຊາດ ແລະ ຮອງຫົວໜ້າອະນຸກຳມະການພະນັກງານຂອງສະພາເລືອກຕັ້ງແຫ່ງຊາດ, ທ່ານ ຫງວຽນຫືວດົງ ໄດ້ຢືນຢັນວ່າ ການເລືອກຕັ້ງຄັ້ງນີ້ປະສົບຜົນສຳເລັດຢ່າງຈົບງາມ, ໂດຍສະເພາະແມ່ນໂດດເດັ່ນໃນດ້ານຄຸນນະພາບ ແລະ ໂຄງສ້າງຂອງຜູ້ແທນທີ່ໄດ້ຮັບການເລືອກຕັ້ງ.