![]() |
| ທ່ານນາຍົກລັດຖະມົນຕີ ເລມິງຮຶງສາບານຕົວຮັບດຳລົງຕຳແໜ່ງ (ພາບ: VGP) |
ຕອນບ່າຍວັນທີ 7 ເມສາ, ຢູ່ນະຄອນຫຼວງ ຮ່າໂນ້ຍ, ບັນດາສະມາຊິກສະພາແຫ່ງຊາດໄດ້ເຂົ້າຮ່ວມການລົງຄະແນນສຽງໃຫ້ສັດຕະຍາບັນ, ສະພາແຫ່ງຊາດຊຸດທີ XVI ຮັບຮອງເອົາມະຕິເລືອກຕັ້ງນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ອາຍຸການ 2026 – 2031 ສຳລັບທ່ານເລມິຮຶງ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງ, ສະມາຊິກສະພາແຫ່ງຊາດຊຸດທີ XVI. ພາຍຫຼັງການເລືອກຕັ້ງ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ປະຕິຍານວ່າ:
ພາຍໃຕ້ທຸງແດງດາວຄຳອັນສັກກະລະບູຊາຂອງປະເທດຊາດ, ຕໍ່ໜ້າສະພາແຫ່ງຊາດ, ພໍ່ແມ່ປະຊາຊົນ ແລະ ຜູ້ມີສິດເລືອກຕັ້ງ, ຂ້າພະເຈົ້າ, ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ຂໍປະຕິຍານວ່າ: ເດັດດ່ຽວຈົ່ງຮັກພັກດີຕໍ່ປະເທດຊາດ, ຕໍ່ປະຊາຊົນ, ຕໍ່ລັດຖະທຳມະນູນສາທາລະນະລັດ ສັງຄົມນິຍົມ ຫວຽດນາມ. ມານະພະຍາຍາມສູ້ຊົນປະຕິບັດສຳເລັດໜ້າທີ່ຂອງ ພັກ, ລັດ ແລະ ປະຊາຊົນມອບໝາຍໃຫ້.
![]() |
| ທ່ານປະທານສະພາແຫ່ງຊາດເຈິ່ນແທັງເໝິນ ສະແດງຄວາມຊົມເຊີຍຕໍ່ທ່ານນາຍົກລັດຖະມົນຕີ ເລມິງຮຶງ (ພາບ: VGP) |
ກ່າວຄຳເຫັນຮັບດຳລົງຕຳແໜ່ງ, ທ່ານນາຍົກລັດຖະມົນຕີ ເລມິງຮຶງເນັ້ນໜັກວ່າ:
ສ້າງລັດຖະບານທັນສະໄໝ, ສ້າງສັນ ແລະ ຮັບໃຊ້ປະຊາຊົນ. ເປົ້າໝາຍການເຕີບໂຕ GDP ບັນລຸລະດັບກ່ວາ 10%/ປີໃນໄລຍະ 2026 – 2031 ແມ່ນຄຳສັ່ງພັດທະນາເພື່ອຫັນບັນດາເປົ້າໝາຍຍຸດທະສາດຂອງປະເທດຊາດໃຫ້ປະກົດຜົນເປັນຈິງ. ລັດຖະບານກຳນົດການພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນແຫ່ງຊາດແມ່ນບາດກ້າວບຸກທະລຸສຳຄັນແຖວໜ້າ, ແມ່ນກຳລັງໜູນຫຼັກແຫຼ່ງເພື່ອກຳລັງຜະລິດທີ່ທັນສະໄໝໂດຍໄວ, ຍົກສູງສະມັດຕະພາບ, ກຳລັງແກ້ງແຍ້ງ, ຄວາມເປັນເຈົ້າດ້ານຍຸດທະສາດ. ຊຸກຍູ້ເສດຖະກິດ ເຊິ່ງລັດສວມບົດບາດຫຼັກແຫຼ່ງ, ເສດຖະກິດເອກະຊົນກາຍເປັນກຳລັງໜູນສຳຄັນທີ່ສຸດ.
ແລະກໍ່ໃນຕອນບ່າຍວັນທີ 7 ເມສາ, ສະພາແຫ່ງຊາດໄດ້ລົງຄະແນນສຽງຮັບຮອງເອົາ ມະຕິເລືອກຕັ້ງທ່ານ ຫງວຽນວັນກ໋ວາງ ດຳລົງຕຳແໜ່ງເປັນປະທານ ສານປະຊາຊົນສູງສຸດ
ຕາມ vovworld.vn
https://vovworld.vn/lo-LA/khaawedn/thaan-naa-nyok-ld-tha-mon-hii-el-ming-yng-saang-ld-tha-baan-thn-sa-aihm-saang-saa-eila-b-ays-pa-saa-2425783.vov5
| ໂທລະເລກ ແລະ ສານຊົມເຊີຍທ່ານ ເຈິ່ນແທັງເໝິນ, ປະທານສະພາແຫ່ງຊາດ ຫວຽດນາມ ຊຸດທີ XVI ໃນຈົດໝາຍ, ທ່ານປະທານສະພາແຫ່ງຊາດສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ ໄຊສົມພອນ ພົວວິຫານ ປາດຖະໜາຢາກສືບຕໍ່ຮ່ວມມືກັບປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ແລະ ສະພາແຫ່ງຊາດ ຫວຽດນາມ ຢ່າງແໜ້ນແຟ້ນ |
| ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ: ຊຸກຍູ້ປະເທດພັດທະນາໂດຍໄວ, ຍືນຍົງ, ຍົກສູງຊີວິດການເປັນຢູ່ທຸກດ້ານຂອງປະຊາຊົນ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແບ່ງປັນວ່າ ເລື່ອງດຳລົງຕຳແໜ່ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແມ່ນຄວາມເປັນກຽດອັນຍິ່ງໃຫຍ່, ແມ່ນຄວາມຮັບຜິດຊອບ ແລະ ພັນທະອັນສັກສິດ, ສູງສົ່ງ. |

