| ນັກທ່ອງທ່ຽວສາກົນມາຢ້ຽມຢາມຫວຽດນາມບັນລຸ 6.76 ລ້ານຄົນໃນໄຕມາດທຳອິດຂອງປີ 2026 | |
| ການແບ່ງປັນຂໍ້ມູນ, ກຳນົດທິດທາງການຮ່ວມມືກັບອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດໃນປີ 2026 |
ຕາມນັ້ນແລ້ວ, ດ້ວຍຈຳນວນສະມາຊິກສະພາແຫ່ງຊາດ 495/495 ຄົນ (100% ສະມາຊິກສະພາແຫ່ງຊາດທີ່ມີໜ້າ) ຕົກລົງເຫັນດີ, ສະພາແຫ່ງຊາດ ໄດ້ຮັບຮອງເອົາຮ່າງມະຕິເລືອກຕັ້ງທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະມາຊິກສະພາແຫ່ງຊາດ ຊຸດທີ XVI ຮັບດໍາລົງຕໍາແໜ່ງປະທານປະເທດ ອາຍຸການ 2026-2031.
![]() |
ທ່ານ ໂຕເລິມ ເລຂາທິການໃຫຍ່ ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງປະທານປະເທດ ອາຍຸການ 2026-2031. ພາບ: qdnd.vn |
ພາຍຫຼັງແຈ້ງຜົນການເລືອກຕັ້ງ, ທ່ານ ໂຕເລິມ ໄດ້ສາບານຕົວ ແລະກ່າວປາໄສຮັບດໍາລົງຕໍາແໜ່ງຕໍ່ໜ້າສະພາແຫ່ງຊາດ. ພາຍໃຕ້ທຸງແດງດາວເຫຼືອງທີ່ສັກກາລະບູຊາຂອງປະເທດຊາດ, ຕໍ່ໜ້າສະພາແຫ່ງຊາດ, ພໍ່ແມ່ປະຊາຊົນ, ຜູ້ມີສິດເລືອກຕັ້ງໃນທົ່ວປະເທດ, ທ່ານ ໂຕເລິມ ສາບານຕົວວ່າ: "ຈົ່ງຮັກພັກດີຕໍ່ປະເທດຊາດ, ຕໍ່ປະຊາຊົນ, ລັດຖະທຳມະນູນຂອງປະເທດ ສສ. ຫວຽດນາມ; ມານະພະຍາຍາມສູ້ຊົນ, ປະຕິບັດສຳເລັດໜ້າທີ່ເຊິ່ງພັກ, ລັດ ແລະປະຊາຊົນມອບໝາຍໃຫ້".
ຕາມ la.qdnd.vn
https://la.qdnd.vn/cid-7636/7644/nid-541786.html
| ພົບປະກັບນັກສຶກສາລາວ ທີ່ແຂວງແທງຮວາ ໃນໂອກາດບຸນປີໃໝ່ 2026 ຍສໝ - ໃນວັນທີ 30 ມີນາ, ຄະນະກຳມະການປະຊາຊົນແຂວງແທງຮວ່າ ໄດ້ຈັດງານພົບປະກັບນັກສຶກສາລາວ 184 ຄົນທີ່ກຳລັງຮຽນຢູ່ໃນແຂວງ ເພື່ອສະເຫຼີມສະຫຼອງບຸນປີໃໝ່ປະຈຳຊາດປີ 2026. ເຫດການນີ້ໄດ້ຢືນຢັນຄຳໝັ້ນສັນຍາຂອງແຂວງໃນການເສີມສ້າງສາຍພົວພັນມິດຕະພາບພິເສດລະຫວ່າງຫວຽດນາມ ແລະ ລາວ. |
| ເວທີປາໄສຊາວໜຸ່ມຫວຽດນາມຢູ່ Kyushu 2026: ເຊື່ອມຕໍ່ຄວາມຮູ້, ກຳນົດອະນາຄົດ ຍສໝ - ໃນບັນຍາກາດທີ່ຄຶກຄື້ນຂອງເດືອນຊາວໜຸ່ມ 2026, ເຊິ່ງມຸ່ງໄປສູ່ການສະເຫຼີມສະຫຼອງຄົບຮອບ 95 ປີແຫ່ງວັນສ້າງຕັ້ງສະຫະພັນຊາວໜຸ່ມກອມມູນິດໂຮ່ຈິມິນ, ເວທີປາໄສຊາວໜຸ່ມຫວຽດນາມຢູ່ Kyushu 2026, ດ້ວຍຫົວຂໍ້ “ເຊື່ອມຕໍ່ຄວາມຮູ້ - ກໍ່ສ້າງອະນາຄົດ” ໄດ້ຈັດຂຶ້ນທີ່ສະຖານກົງສຸນໃຫຍ່ຫວຽດນາມ ປະຈຳ Fukuoka. |
ຕາມ la.qdnd.vn
