![]() |
| (ບັນດາຜູ້ແທນເຂົ້າຮ່ວມວາລະໄຂ) |
ກອງປະຊຸມຄັ້ງປະຖົມມະເລິກ, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 16 ໄດ້ໄຂຂຶ້ນຢ່າງສົມກຽດໃນຕອນເຊົ້າວັນທີ 06 ເມສາ, ຢູ່ຫໍສະພາແຫ່ງຊາດ, ທີ່ ນະຄອນຫຼວງຮ່າໂນ້ຍ. ເຂົ້າຮ່ວມວາລະໄຂມີ ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ; ທ່ານ ເລືອງເກື່ອງ, ປະທານປະເທດ; ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ; ທ່ານ ເຈິ່ນເກິມຕູ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ; ຜູ້ຕາງໜ້າບັນດາຄະນະທູຕານຸທູດ, ບັນດາອົງການຈັດຕັ້ງສາກົນ ພ້ອມກັບສະມາຊິກສະພາແຫ່ງຊາດຊຸດທີ 16 ຈຳນວນ 500 ທ່ານ.
ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຊີ້ແຈ້ງວ່າ ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 16 ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026 – 2031 ຜ່ານມາບັນລຸຜົນສຳເລັດຢ່າງຈົບງາມ. ໝາກຜົນການເລືອກຕັ້ງສືບຕໍ່ຢືນຢັນຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ພັກ, ລັດ.
![]() |
| (ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ກ່າວຄຳເຫັນໄຂກອງປະຊຸມ) |
ເມື່ອເຕື້ອງເຖິງບັນດາເນື້ອໃນຕົ້ນຕໍຂອງກອງປະຊຸມຄັ້ງນີ້, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ໃຫ້ຮູ້ວ່າ:
“ສະພາແຫ່ງຊາດພິຈາລະນາ, ຕົກລົງສ້າງໂຄງປະກອບການຈັດຕັ້ງ ແລະ ເລືອກຕັ້ງ, ໃຫ້ສັດຕະຍາບັນບຸກຄະລາກອນຂັ້ນສູງຂອງກົງຈັກລັດ. ນີ້ແມ່ນເນື້ອໃນຈຸດສຸມຂອງກອງປະຊຸມ, ມີຄວາມໝາຍສຳຄັນ, ຕັດສິນໂດຍກົງເຖິງຄຸນນະພາບ, ປະສິດທິຜົນການເຄື່ອນໄຫວຂອງກົງຈັກລັດໃນທັງອາຍຸການ. ສະພາແຫ່ງຊາດໄດ້ພິຈາລະນາ, ຮັບຮອງເອົາກົດໝາຍ 8 ສະບັບ ແລະ ມະຕິເກນກຳນົດກົດໝາຍ 1 ສະບັບ, ມະຕິກ່ຽວກັບໂຄງການຕິດຕາມກວດກາຂອງສະພາແຫ່ງຊາດປີ 2027, ມະຕິກ່ຽວກັບການສ້າງຕັ້ງຄະນະຕິດຕາມຫົວເລື່ອງສະເພາະຂອງສະພາແຫ່ງຊາດ ແລະ ມະຕິລວມຂອງກອງປະຊຸມຄັ້ງປະຖົມມະເລິກ, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 16”.
ຕໍ່ຈາກນັ້ນ, ທ່ານເລຂາທິການໃຫຍ່ ໂຕເລິມ ມີບົດກ່າວປາໄສສຳຄັນຕໍ່ໜ້າສະພາແຫ່ງຊາດ, ປະຊາຊົນ, ຜູ້ມີສິດເລືອກຕັ້ງໃນທົ່ວປະເທດ. ທ່ານເນັ້ນໜັກວ່າ ນີ້ແມ່ນກອງປະຊຸມບູລະນະການຈັດຕັ້ງກົງຈັກລັດຕາມລັດຖະທຳມະນູນ; ທັງແມ່ນ ກອງປະຊຸມທີ່ສຸມໃສ່ຫັນມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມ ເປັນລະບອບລະບຽບການ; ສ້າງພື້ນຖານນິຕິກຳ, ລະບອບ ລະບຽບການແລະ ກຳລັງໜູນນະໂຍບາຍ ເພື່ອໃຫ້ປະເທດຊາດກ້າວເຂົ້າສູ່ໄລຍະພັດທະນາໃໝ່.
ກໍ່ໃນຕອນເຊົ້າວັນທີ 06 ເມສາ, ສະພາແຫ່ງຊາດໄດ້ເລືອກຕັ້ງປະທານສະພາແຫ່ງຊາດຊຸດທີ 16. ທີ່ກອງປະຊຸມຄັ້ງນີ້, ສະພາແຫ່ງຊາດ ຈະພິຈາລະນາ, ຕົກລົງວຽກງານຈັດຕັ້ງກົງຈັກ, ບຸກຄະລາກອນ; ຮ່າງກົດໝາຍ 8 ສະບັບ, ມະຕິເກນກຳນົດກົດໝາຍ 1 ສະບັບ… ຄາດວ່າ, ເວລາເຮັດວຽກຂອງກອງປະຊຸມຄັ້ງປະຖົມມະເລິກ, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 16 ແມ່ນປະມານ 11 ວັນ
ຕາມ vovworld.vn
https://vovworld.vn/lo-LA/khaawehdkaan/aikhkngpasumkhngpathommaelik-saphaaeihngsaadsudthii-16-2425348.vov5
| ຜົນຂອງການເລືອກຕັ້ງສະພາແຫ່ງຊາດຊຸດທີ 16 ຄາດວ່າຈະໄດ້ປະກາດໃນວັນທີ 22 ມີນາ ຍສໝ - ກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນ ກຳນົດວ່າການນັບຄະແນນສຽງຕ້ອງສຳເລັດພາຍໃນບໍ່ເກີນ 24 ຊົ່ວໂມງ ນັບຈາກສິ້ນສຸດການລົງຄະແນນສຽງຢູ່ໜ່ວຍເລືອກຕັ້ງ. |
| ໃນຕອນທ້າຍຂອງການເລືອກຕັ້ງ, ຜູ້ມີສິດເລືອກຕັ້ງທົ່ວປະເທດໄດ້ໄປເລືອກຕັ້ງບັນລຸເຖິງ 99.68% ຍສໝ - ອີງຕາມບົດລາຍງານຈາກຫ້ອງການເລືອກຕັ້ງແຫ່ງຊາດ, ເຊິ່ງໄດ້ຮັບການອັບເດດມາຮອດເວລາ 23:00 ໂມງຂອງວັນທີ 15 ມີນາ, ມີຜູ້ມີສິດເລືອກຕັ້ງທົ່ວປະເທດເກືອບ 76.2 ລ້ານຄົນໄດ້ໄປໃຊ້ສິດເລືອກຕັ້ງ, ເຊິ່ງບັນລຸເຖິງ 99.68%. |
ຕາມ vovworld.vn

