ຫວຽດນາມ ໄດ້ປະຕິບັດສໍາເລັດໜ້າທີ່ໃນຖານະຕໍາແໜ່ງປະທານອາຊຽນໃນປີ 2020 ຢ່າງດີເດັ່ນ ແລະ ສ້າງຄວາມປະທັບໃຈສໍາຄັນຫຼາຍຢ່າງ

12:35 | 18/11/2020

ຍສໝ - ໃນຖານະທີ່ເປັນປະທານອາຊຽນ 2020, ຫວຽດນາມ ໄດ້ສະແດງໃຫ້ເຫັນບົດບາດທີ່ຕັ້ງໜ້າໃນການຂົນຂວາຍບັນດາຄູ່ຮ່ວມມືເພື່ອປະກອບສ່ວນໃນການສ້າງ ແລະ ຄວາມຮັບຜິດຊອບໃນບັນດາບັນຫາລວມຂອງພາກພື້ນ...  

ຫວຽດນາມ ໄດ ປະຕ ບ ດສ າເລ ດໜ າທ ໃນຖານະຕ າແໜ ງປະທານອາຊຽນໃນປ 2020 ຢ າງດ ເດ ນ ແລະ ສ າງຄວາມປະທ ບໃຈສ າຄ ນຫ າຍຢ າງ ທ່ານເອກອັກຄະລັດຖະທູດອາເມລິກາ: ສະຫະພັນບັນດາອົງການມິດຕະພາບຫວຽດນາມ ມີບົດບາດສຳຄັນ ໃນການຊຸກຍູ້ການພົວພັນທາງການທູດປະຊາຊົນ ລະຫວ່າງສອງປະເທດອາເມລິກາ - ຫວຽດນາມ
ຫວຽດນາມ ໄດ ປະຕ ບ ດສ າເລ ດໜ າທ ໃນຖານະຕ າແໜ ງປະທານອາຊຽນໃນປ 2020 ຢ າງດ ເດ ນ ແລະ ສ າງຄວາມປະທ ບໃຈສ າຄ ນຫ າຍຢ າງ ທ່ານນາງເອກອັກຄະລັດຖະທູດກູບາ: ສະຫະພັນມິດຕະພາບ ໄດ້ປະກອບສ່ວນສ້າງຄວາມຊົງຈຳທີ່ດີ ລະຫວ່າງຫວຽດນາມ ແລະ ກູບາ
ຫວຽດນາມ ໄດ ປະຕ ບ ດສ າເລ ດໜ າທ ໃນຖານະຕ າແໜ ງປະທານອາຊຽນໃນປ 2020 ຢ າງດ ເດ ນ ແລະ ສ າງຄວາມປະທ ບໃຈສ າຄ ນຫ າຍຢ າງ
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ເປັນປະທານວາລະປະຊຸມຄົບຄະນະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ຜ່ານລະບົບທາງໄກ. ພາບ: ສໍານັກຂ່າວສານຫວຽດນາມ.

ດ້ວຍການກະກຽມຢ່າງລອບຄອບ ແລະ ຫົວຂໍ້ “ສະໜິດຕິດພັນ ແລະເປັນເຈົ້າການຮັບມື” ໃຫ້ປີປະທານອາຊຽນ 2020, ຫວຽດນາມ ໄດ້ປະຕິບັດສໍາເລັດໜ້າທີ່ໃນຖານະຕໍາແໜ່ງປະທານອາຊຽນໃນປີ 2020 ຢ່າງດີເດັ່ນ ແລະ ສ້າງຄວາມປະທັບໃຈສໍາຄັນຫຼາຍຢ່າງ. ຫວຽດນາມ ໄດ້ມີຄວາມຄ່ອງຕົວ, ເປັນເຈົ້າການໃນການຫັນບັນດາສິ່ງທ້າທາຍໃຫ້ກາຍເປັນກາລະໂອກາດ. ສົມທົບກັບບັນດາປະເທດອື່ນເພື່ອຕີລາຄາກົນໄກອາຊຽນຢ່າງຄົບຊຸດ, ສົ່ງເສີມຄວາມສາມັກຄີແລະຄວາມເຫັນດີເຫັນພ້ອມເພື່ອເປັນເອກະພາບກັນບໍ່ພຽງແຕ່ໃນການຮັບມືກັບໂລກລະບາດ ແຕ່ຍັງໃນ 3 ເສົາຄ້ຳ ແລະ ໃນທຸກຂົງເຂດ.

ຫວຽດນາມ ໄດ້ຮັບຄວາມເຫັນດີເຫັນພ້ອມຢ່າງສູງ ກ່ຽວກັບກອບການຟື້ນຟູສັງລວມ ແລະແຜນການຈັດຕັ້ງປະຕິບັດພ້ອມທັງເອກະສານພື້ນຖານ ແລະບັນດາກິດຈະກຳ ຫລາຍຢ່າງ. ຫວຽດນາມ ໄດ້ສົ່ງເສີມບົດບາດເປັນໃຈກາງແຫ່ງຄວາມສາມັກຄີ, ເພີ່ມທະວີຄວາມສາມັກຄີຂອງຊຸມຊົນ, ນຳພາ, ເຊື່ອມຕໍ່ ແລະຮ່ວມມືກັບບັນດາປະເທດອາຊຽນ ແລະບັນດາຄູ່ຮ່ວມມືເພື່ອຈັດຕັ້ງປະຕິບັດປະສົບຜົນສຳເລັດບັນດາກອງປະຊຸມອອນລາຍ, ຮັບປະກັນຄວາມຖືກຕ້ອງ ແລະຄົບຖ້ວນ , ມີແຜນງານ, ແຜນການທີ່ມີຄຸນນະພາບ... ໃນຖານະທີ່ເປັນປະທານອາຊຽນ 2020, ຫວຽດນາມ ຍັງສະແດງໃຫ້ເຫັນບົດບາດ ແລະພາບພົດຂອງຖານະເປັນປະທານທີ່ມີຄວາມຂະຫຍັນຂັນເຄື່ອນ, ຕັ້ງໜ້າຂົນຂວາຍບັນດາຄູ່ຮ່ວມມືປະກອບສ່ວນໃນການສ້າງ ແລະຮັບຜິດຊອບຕໍ່ບັນດາບັນຫາພາກພື້ນ, ການສະໜັບສະໜູນ ແລະໜູນຊ່ວຍບັນດາຂໍ້ລິເລີ່ມຕ່າງໆຂອງອາຊຽນເພື່ອຮັບມືຕໍ່ການລະບາດຂອງໂລກລະບາດ Covid-19; ຍາດແຍ່ງການສະຫນັບສະຫນູນຂອງບັນດາຄູ່ຮ່ວມມືທີ່ສົນໃຈສໍາລັບຄວາມພະຍາຍາມຂອງອາຊຽນເພື່ອສົ່ງເສີມການພັດທະນາອະນຸພາກພື້ນ ແລະແມ່ນໍ້າຂອງ.

ຫວຽດນາມ ໄດ້ຫຼຸດຜ່ອນຄວາມກົດດັນຈາກການແຂ່ງຂັນ ແລະການແກ້ງແຍ້ງ ລະຫວ່າງບັນດາປະເທດມະຫາອຳນາດຕໍ່ອາຊຽນ ໂດຍເນັ້ນໜັກ ແລະ ຍຶດໝັ້ນຫຼັກການພື້ນຖານຂອງອາຊຽນໃນການພົວພັນລະຫວ່າງບັນດາປະເທດ, ໃນນັ້ນມີບັນດາຫຼັກການຂອງກົດບັດອາຊຽນ, ສົນທິສັນຍາມິດຕະພາບ ແລະການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້ (TAC), ເອກະສານທັດສະນະຂອງອາຊຽນກ່ຽວກັບ ມະຫາສະໝຸດອິນເດຍ- ປາຊີຟິກ (AOIP)... , ຍາດແຍ່ງຄວາມສາມັກຄີ ແລະຄວາມເປັນເອກະພາບຂອງອາຊຽນເພື່ອເປັນເອກະພາບກັນໃນວິທີການທົ່ວໄປສຳລັບຄຳຮ້ອງຂໍ ແລະ ຂໍ້ສະເໜີທີ່ບັນດາຄູ່ຮ່ວມມືຍົກອອກມາ. ອາຊຽນ ໄດ້ເພີ່ມທະວີການພົວພັນກັບສະຫະປະຊາຊາດໃນປີ 2020, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຄວາມພະຍາຍາມເພື່ອສັນຕິພາບ, ຄວາມປອດໄພ ແລະການພັດທະນາຂອງສະຫະປະຊາຊາດ. ອາຊຽນຍັງມີຄວາມມຸ້ງໝັ້ນຢ່າງໜັກແໜ້ນ ຕໍ່ການຫັນເປັນເສລີພາບ ແລະການເຊື່ອມໂຍງເສດຖະກິດ, ໄດ້ພະຍາຍາມຢ່າງບໍ່ຢຸດຢັ້ງເພື່ອໃຫ້ສຳເລັດສັນຍາຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ (RCEP) ໂດຍໄວ.

ຫວຽດນາມ ໄດ ປະຕ ບ ດສ າເລ ດໜ າທ ໃນຖານະຕ າແໜ ງປະທານອາຊຽນໃນປ 2020 ຢ າງດ ເດ ນ ແລະ ສ າງຄວາມປະທ ບໃຈສ າຄ ນຫ າຍຢ າງ
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກໄດ້ມອບໂອນບົດບາດປະທານ ອາຊຽນ ໃຫ້ແກ່ ບຣູໄນ.

ບົນພື້ນຖານຍົກສູງບົດບາດເປັນໃຈກາງຂອງອາຊຽນໃນພາກພື້ນ, ໃນໄລຍະຜ່ານມາ, ຫວຽດນາມ ແລະບັນດາປະເທດສະມາຊິກອື່ນໆໄດ້ມີການປັບປຸງກົນໄກການສົນທະນາຢ່າງຕໍ່ເນື່ອງ, ຮ່ວມມືໃນການສ້າງຄວາມໄວ້ເນື້ອເຊື່ອໃຈ, ເສີມສ້າງໂຄງປະກອບເປີດກວ້າງ, ໂປ່ງໃສ, ອີງໃສ່ກົດລະບຽບ. ອາຊຽນສືບຕໍ່ສົ່ງເສີມ ແລະຮັກສາບັນດາກົດລະບຽບ ແລະມາດຕະຖານການປະພຶດ, ໄດ້ເປັນຮູບເປັນຮ່າງການພົວພັນລະຫວ່າງບັນດາປະເທດໃນພາກພື້ນຕາມ TAC, ເຄົາລົບແລະປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍ ໃນທະເລຕາເວັນອອກ (DOC) ຢ່າງຈິງຈັງ ແລະຄົບຖ້ວນ ແລະມານະພະຍາຍາມໃນການສ້າງກົດແຫ່ງການປະພຶດໃນທະເລຕາເວັນອອກ (COC) ຢ່າງມີຜົນສັກສິດ, ປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ ແລະສົນທິສັນຍາສະຫະປະຊາຊາດວ່າດ້ວຍກົດມາຍທະເລປີ 1982.

ກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ໄດ້ສິ້ນສຸດລົງ, ເປັນປີແຫ່ງການປະສົບຜົນສຳເລັດສຳລັບຫວຽດນາມໃນຖານະເປັນປະທານອາຊຽນ. ທີ່ກອງປະຊຸມຄັ້ງນີ້, ບັນດາຜູ້ນຳໄດ້ເຫັນດີເປັນເອກະພາບໃນຫຼາຍບັນຫາທີ່ສຳຄັນໃນການສ້າງກຳ ລັງໜູນໃໝ່ໃຫ້ແກ່ການພົວພັນ ລະຫວ່າງ ອາຊຽນກັບບັນດາຄູ່ຮ່ວມມື,ຢັ້ງຢືນຄຳໝັ້ນສັນຍາຢ່າງແຮງໃນການຮ່ວມມືຫຼາຍຝ່າຍພ້ອມທັງເຊື່ອມໂຍງ ແລະ ຫັນເປັນເສລີດ້ານເສດຖະກິດ. ແບ່ງປັນທັດສະນະກ່ຽວກັບບັນດາບັນຫາພາກພື້ນ ແລະສາກົນທີ່ພົ້ນເດັ່ນ, ຕົກລົງເຫັນດີວ່າບົດບາດໃຈກາງຂອງອາຊຽນຄວນໄດ້ຮັບການຮັກສາ ແລະສືບຕໍ່ຊຸກຍູ້, ຊຸກຍູ້ການເຈລະຈາ, ການຮ່ວມມື, ການປ້ອງກັນຄວາມຂັດແຍ່ງ, ແລະ ສ້າງຄວາມໄວ້ວາງໃຈ, ສ້າງໂຄງສ້າງພາກພື້ນທີ່ເປີດກວ້າງ, ໂປ່ງໃສ, ກວມລວມ ແລະອີງໃສ່ກົດລະບຽບ.

ໃນບົດກ່າວປາໄສທີ່ພິທີມອບໂອນບົດບາດປະທານ ອາຊຽນ ໃຫ້ແກ່ ບຣູໄນ, ເຈົ້າຊີວິດ ບຣູໄນກ່າວວ່າ, ບຣູໄນ ຊົມເຊີຍຫວຽດນາມໃນການສຳເລັດການເປັນປະທານອາຊຽນ; ປີ 2020 ແມ່ນປີທີ່ເຕັມໄປດ້ວຍຄວາມທົດສອບໃນສະພາວະ ໂລກລະບາດ Covid – 19 ພວມຄຸກຄາມ ແຕ່ຫວຽດນາມໄດ້ນຳພາອາຊຽນປະຕິບັດ ຄຳໝັ້ນສັນຍາຂອງຕົນ, ກາຍເປັນປະຊາຄົມແຫ່ງຄວາມສະໜິດຕິດພັນ ແລະເປັນເຈົ້າການຮັບມື. ບຣູໄນ ຈະສືບຕໍ່ປະສົບຜົນສຳເລັດເຫຼົ່ານັ້ນຂອງຫວຽດນາມເພື່ອຊຸກຍູ້ການສ້າງຊຸມຊົນຮ່ວມກັນ.

ຫວຽດນາມ ໄດ ປະຕ ບ ດສ າເລ ດໜ າທ ໃນຖານະຕ າແໜ ງປະທານອາຊຽນໃນປ 2020 ຢ າງດ ເດ ນ ແລະ ສ າງຄວາມປະທ ບໃຈສ າຄ ນຫ າຍຢ າງ ຫວຽດນາມ ໄດ້ປະສົບຜົນສຳເລັດໃນການລົງນາມສັນຍາການຄ້າໃຫຍ່ທີ່ສຸດຂອງໂລກ

ຍສໝ - ເມື່ອບໍ່ດົນມານີ້, ສັນຍາຄູ່ຮ່ວມມືເສດຖະກິດຢ່າງຮອບດ້ານພາກພື້ນ (RCEP) ໄດ້ລົງນາມຢ່າງເປັນທາງການ ໃນຂອບເຂດກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ທີ່ຈັດຂຶ້ນຢູ່ຮ່າໂນ້ຍ (ແຕ່ວັນທີ 9-15 ພະຈິກ).

ຫວຽດນາມ ໄດ ປະຕ ບ ດສ າເລ ດໜ າທ ໃນຖານະຕ າແໜ ງປະທານອາຊຽນໃນປ 2020 ຢ າງດ ເດ ນ ແລະ ສ າງຄວາມປະທ ບໃຈສ າຄ ນຫ າຍຢ າງ ເພີ່ມປະສິດທິຜົນໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງ ແລະ ປົກປັກຮັກສາເສັ້ນຊາຍແດນຫວຽດນາມ - ກຳປູເຈຍ

ຍສໝ - ທີ່ພິທີມອບຮັບ, ຜູ້ຕາງໜ້າຂອງ 22 ອົງການ ໄດ້ຮັບແຜນທີ່ ແລະ ເຂົ້າຮ່ວມໂຄງການຝຶກອົບຮົມ, ແນະນຳການຕິດຕັ້ງ ແລະ ນຳໃຊ້ແຜນທີ່ດີຈີຕອນ ເພື່ອນຳໃຊ້ເຂົ້າໃນວຽກງານຊາຍແດນ ພາຍຫຼັງທີ່ໄດ້ບັນທຶກເອກະສານນິຕິກຳ 2 ສະບັບ ໄດ້ຮັບຜົນສຳເລັດໃນການແບ່ງເຂດ ແລະ ປັກຫຼັກໝາຍຊາຍແດນ (ປະມານ 84%) ຂອງເສັ້ນຊາຍແດນຫວຽດນາມ - ກຳປູເຈຍ.

ຫວຽດນາມ ໄດ ປະຕ ບ ດສ າເລ ດໜ າທ ໃນຖານະຕ າແໜ ງປະທານອາຊຽນໃນປ 2020 ຢ າງດ ເດ ນ ແລະ ສ າງຄວາມປະທ ບໃຈສ າຄ ນຫ າຍຢ າງ ສື່​ມວນ​ຊົນ​ຕ່າງ​ປະ​ເທດ: ຫວຽດນາມ ໄດ້ປະຕິບັດໜ້າທີ່ເປັນປະທານອາຊຽນ 2020 ຢ່າງສຳເລັດຜົນ

ສື່ມວນຊົນໃນພາກພື້ນ ແລະ ສາກົນ ພ້ອມກັນເອົາລົງຂ່າວສ່ອງແສງກ່ຽວກັບກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ເຊິ່ງໄດ້ຈັດຕັ້ງຢ່າງສຳເລັດ ດ້ວຍການລົງນາມຂໍ້ຕົກລົງດານການຄ້າໃຫຍ່ທີ່ສຸດໃນໂລກ, ໃນນັ້ນ ຖືອາຊີຕາເວັນອອກສ່ຽງໃຕ້ເປັນໃຈກາງ.

ໄຊພອນ

ເຫດການ
302 Found

Found

The document has moved here.