ຫວຽດນາມ ໄດ້ປະສົບຜົນສຳເລັດໃນການລົງນາມສັນຍາການຄ້າໃຫຍ່ທີ່ສຸດຂອງໂລກ

09:58 | 17/11/2020

ຍສໝ - ເມື່ອບໍ່ດົນມານີ້, ສັນຍາຄູ່ຮ່ວມມືເສດຖະກິດຢ່າງຮອບດ້ານພາກພື້ນ (RCEP) ໄດ້ລົງນາມຢ່າງເປັນທາງການ ໃນຂອບເຂດກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ທີ່ຈັດຂຶ້ນຢູ່ຮ່າໂນ້ຍ (ແຕ່ວັນທີ 9-15 ພະຈິກ).

ຫວຽດນາມ ໄດ ປະສ ບຜ ນສຳເລ ດໃນການລ ງນາມສ ນຍາການຄ າໃຫຍ ທ ສ ດຂອງໂລກ ສື່ມວນຊົນ ສປປ.ລາວ ໄດ້ຕີລາຄາສູງຕໍ່ປີດຳລົງຕຳແໜ່ງເປັນປະທານອາຊຽນ ຂອງຫວຽດນາມ
ຫວຽດນາມ ໄດ ປະສ ບຜ ນສຳເລ ດໃນການລ ງນາມສ ນຍາການຄ າໃຫຍ ທ ສ ດຂອງໂລກ ທ່ານນາຍົກລັດຖະມົນຕີ ສປປ.ລາວ ໄດ້ຕີລາຄາສູງຕໍ່ບັນດາຜົນສຳເລັດຂອງອາຊຽນ ແລະ ຫວຽດນາມ

ທີ່ພິທີລົງນາມ, ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ຊີ້ແຈ້ງວ່າ: ພາຍຫຼັງ 8 ປີແຫ່ງການເຈລະຈາ, ອາຊຽນ ແລະ ບັນດາປະເທດຄູ່ຮ່ວມມື ໄດ້ສຳເລັດການເຈລະຈາສັນຍາ RCEP ດ້ວຍບັນດາກຳລັງແຮງງານທີ່ໃຫຍ່ຫຼວງ, ເຊິ່ງໄດ້ເປີດໄລຍະແຫ່ງການຮ່ວມມືເສດຖະກິດ ແລະ ການຄ້າ ໃໝ່ ທີ່ຄາດຫວັງໝາກຜົນອັນດີງາມ.

ຂອບເຂດຈຳກັດການຮ່ວມມືໃໝ່ ຂອງສັນຍາ RCEP ຈະປະກອບສ່ວນຊຸກຍູ້ ຂະບວນການສ້າງປະຊາຄົມເສດຖະກິດອາຊຽນ 2025. ຈາກນັ້ນ, ອາຊຽນ ຈະກາຍເປັນຄູ່ຮ່ວມມືທີ່ຂະຫຍັນຂັນເຄື່ອນ ແລະ ຮ່ວມມືເພື່ອຄວາມຈະເລີນຮຸ່ງເຮືອງເຊິ່ງກັນ ແລະ ກັນ.

ຫວຽດນາມ ໄດ ປະສ ບຜ ນສຳເລ ດໃນການລ ງນາມສ ນຍາການຄ າໃຫຍ ທ ສ ດຂອງໂລກ
ພິທີລົງນາມສັນຍາຄູ່ຮ່ວມມືເສດຖະກິດຢ່າງຮອບດ້ານພາກພື້ນ (RCEP). (ພາບ: thoidai.com.vn)

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢັ້ງຢືນວ່າ ຕໍ່ໜ້າຜົນກະທົບທາງລົບຂອງໂລກລະບາດ ຕໍ່ເສດຖະກິດ, ກໍ່ຄືຕໍ່ຊີວິດ ແລະ ຄວາມປອດໄພຂອງປະຊາຊົນ, ການເຊັນສັນຍາ RCEP ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງ ຂອງບັນດາປະເທດສະມາຊິກໃນການຊ່ວຍເຫຼືອການຟື້ນຟູເສດຖະກິດ, ການພັດທະນາລວມ, ການສ້າງວຽກເຮັດງານທຳ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ຕ່ອງໂສ້ການສະໜອງໃນພາກພື້ນ, ພ້ອມໄດ້ທັງສະໜັບສະໜູນຂໍ້ຕົກລົງການຄ້າ ແລະ ການລົງທືນຢ່າງ ຄົບຖ້ວນ, ອີງຕາມກົດລະບຽບ.

ທີ່ພິທີ, ບັນດາຝ່າຍຕ່າງໆໃຫ້ຂໍ້ສັງເກດວ່າ ສັນຍາ RCEP ແມ່ນຂໍ້ຕົກລົງການຄ້າລະດັບພາກພື້ນທີ່ມີຂະໜາດໃຫຍ່ ທີ່ບໍ່ເຄີຍມີມາກ່ອນ ໂດຍມີຄວາມສອດສະຫຼັບ ຂອງບັນດາພື້ນຖານເສດຖະກິດທີ່ພັດທະນາ, ກຳລັງພັດທະນາ ແລະ ດ້ອຍພັດທະນາ.

ຜູ້ນຳບັນດາພື້ນຖານເສດຖະກິດ ໄດ້ສະແດງຄວາມເຊື່ອໝັ້ນວ່າ ສັນຍາ RCEP ດ້ວຍຄວາມໝັ້ນໝາຍ ໃນການຫັນເປັນການເສລີການຄ້າສິນຄ້າ, ການບໍລິການ ແລະ ການລົງທຶນ ເຊິ່ງໄດ້ແນ່ນອນວ່າຈະເປີດໂອກາດຫຼາຍຢ່າງ ໃຫ້ແກ່ທຸລະກິດໃນພາກພື້ນ, ໂດຍສະເພາະແມ່ນກ່ຽວກັບການສໍາຜັດເຂົ້າເຖິງການຕະຫຼາດ.

ສັນຍາການຄ້າ RCEP ແມ່ນຂໍ້ຕົກລົງການຄ້າເສລີ ທີ່ໄດ້ສະເໜີ ໂດຍ 10 ປະເທດສະມາຊິກອາຊຽນ ແລະ ຄູ່ເຈລະຈາ, ເຊັ່ນ: ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອົດສະຕາລີ ແລະ ນິວຊີແລນ. ໃນພິທີ, ບັນດາລັດຖະມົນຕີເສດຖະກິດ ຂອງ 15 ປະເທດໄດ້ລົງນາມໃນສັນຍາ RCEP ດ້ວຍຮູບການຖ່າຍທອດສົດ.

ຫວຽດນາມ ໄດ ປະສ ບຜ ນສຳເລ ດໃນການລ ງນາມສ ນຍາການຄ າໃຫຍ ທ ສ ດຂອງໂລກ ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ: ຫວຽດນາມ ເຄົາລົບຄວາມສາມັກຄີ ແລະການໜູນຊ່ວຍອັນລໍ້າຄ່າຈາກບັນດາປະເທດສະມາຊິກອາຊຽນ

ຍສໝ - ໃນຕອນເຊົ້າວັນທີ 12 ພະຈິກ, ກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ໄດ້ໄຂຂຶ້ນຢ່າງເປັນທາງການຢູ່ຮ່າໂນ້ຍ ຜ່ານລະບົບທາງໄກດ້ວຍການເຂົ້າຮ່ວມຂອງການນຳບັນດາປະເທດສະມາຊິກອາຊຽນ.

ຫວຽດນາມ ໄດ ປະສ ບຜ ນສຳເລ ດໃນການລ ງນາມສ ນຍາການຄ າໃຫຍ ທ ສ ດຂອງໂລກ ສາດ​ສະ​ດາ​ຈານ​ຍີ່​ປຸ່ນ​ຍົກ​ອອກ​ບົດ​ບາດ​ຂອງ​ຫວຽດ​ນາມ​ໃນ​ວິ​ວ​ັດ​ແຫ່ງ​ກາ​ນ​ເຈ​ລະ​ຈາ RCEP

ຍ​ສ​ໝ - ທ່ານ ສາດ​ສະ​ດາ​ຈານ Ryo Ikebe ໄດ້​້​ເນັ້ນ​ໜັ້ກ​ວ່າ ໃນ​ຖາ​ນະ​ເປັນ​ສະ​ມາ​ຊິກ​ຂອງ ອາ​ຊຽນ, ຫວຽດ​ນາມ ໄດ້​ມີ FTA ດ້ວຍ​ບັນ​ດາ​ປະ​ເທດ​ເຂົ້າຮ່ວມ RCEP ທັງ​ໝົດ.

ຫວຽດນາມ ໄດ ປະສ ບຜ ນສຳເລ ດໃນການລ ງນາມສ ນຍາການຄ າໃຫຍ ທ ສ ດຂອງໂລກ ອ​າ​ຊຽນມຸ່ງ​ໄປ​ສູ່​ເປົ້າ​ໝາຍ​​ລົງ​ນາມ RCEP ໃນ​ປີ 2020

ຍ​ສ​ໝ - ເມື່ອ​ທຽບ​ໃສ່​ກັບ​ບັນ​ດາຫຼັກ​ການ​ຂອງ​ອົງ​ການ​ການ​ຄ້າ​ໂລກ​ WTO, RCEP ໄດ້​ສົມ​ທົບ​ຢ່າງ​ສົມ​ດຸນ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ WTO+ ເພື່ອຫຼຸດ​ລົງ​ບັນ​ດາ​ຮົ້ວ​ກີດ​ຂວາງ​ທາງ​ການ​ຄ້າ​ຢູ່​ເຂດ​ຊາຍ​ແດນ ແລະ ບັນ​ດາ​ມາດ​ຕາ​ເພີ່ມ​ເຕີມ​ຂອງ WTO ເພື່ອ​ແນ​ໃສ່​ແກ້​ໄຂ​ບັນ​ດາ​ບັນ​ຫາ​ດ້ານ​ນິ​ຕິ​ກຳ​ລະ​ຫວ່າງ ຊາຍ​ແດນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.